ຕໍາຣວດນໍາລ້າໂຈນໃຈບາບ
2015.04.17

ເຈົ້າຫນ້າທີ່ ເມືອງ ແປກ ເວົ້າວ່າ ຕາໍຣວດ ສືບສວນ ແຂວງ ຊຽງຂວາງ ຍັງ ສືບຫາ ກຸ່ມໂຈນ ທີ່ ເຂົ້າມາ ລັກ ຕັດຫົວ ພຣະ ພຸທຮູບ ອາຍຸ 500 ປີ ຢູ່ ວັດ ຊອຍນາຟ້າ ເມືອງແປກ ແຂວງ ຊຽງຂວາງ ໃນຕອນ ກາງຄືນ ຂອງ ວັນທີ 8 ເມສາ 2015, ຈົນຮອດ ປັດຈຸບັນ ຍັງບໍ່ມີ ຫລັກຖານ ພໍທີ່ ຈະ ສາມາດ ຊອກຫາ ຄົນຮ້າຍ ໄດ້. ຊາວບ້ານ ຕ້ອງການ ຢາກເຫັນ ເຈົ້າຫນ້າທີ່ ຈັບ ຄົນຮ້າຍ ໃຫ້ ໄດ້ໄວ ທີ່ສຸດ ເພື່ອ ປະກັນ ວ່າ ເຫດການ ດັ່ງກ່າວ ຈະ ບໍ່ ເກີດຂຶ້ນ ອີກ. ທ່ານ ກ່າວວ່າ:
"ເຈົ້າຫນ້າທີ່ ສັລສູດ ຂະເຈົ້າ ກະ ເອີ້ນວ່າ ເວົ້າ ບໍ່ໄດ້ ເນາະ ຊີ່ວ່າແມ່ນ ຄົນຮ້າຍ ບໍ ເຂົາຈ້າງ ມັນມາບໍ ພວກເຮົາ ຍັງ ຈັບບໍ່ໄດ້ ຍັງຄາຕົວ ນີ້ນະ ຄັນ ຈັບໄດ້ ນີ້ ກະຊີ່ດີ ບໍ່ມີ ບັນຫາ ຫຍຸ້ງ ຍາກ ຫລາຍ".
ທ່ານກ່າວ ຕື່ມວ່າ ໃນ ຕອນເຊົ້າ ຂອງ ວັນທີ 9 ເມສາ ພາຍຫລັງ ເກີດເຫດ ມີ ຊາວບ້ານ ເຫັນຣົດ ທີ່ ໜ້າ ສົງໄສ ຄັນນຶ່ງ ແລ່ນ ເຂົ້າມາ ໃນ ບ້ານ ຊອຍນາຟ້າ ແຕ່ ເມື່ອ ຊາວບ້ານ ພາກັນ ພຍາຍາມ ຕັນໄວ້ ຣົດ ຄັນ ດັ່ງກ່າວ ກໍເລັ່ງ ໜີໄປ ຢ່າງ ວ່ອງໄວ ຊຶ່ງ ຜູ້ເຫັນ ເຫດການ ເວົ້າວ່າ ຄົນ ຂັບຣົດ ຄັນ ດັ່ງກ່າວ ອາດ ມີສ່ວນ ພົວພັນ ໃນ ການລັກ ຕັດຄໍ ພຣະ ພຸທຮູບ ອົງ ນັ້ນ ຊາວບ້ານ ກໍໄດ້ ໃຫ້ ຂໍ້ມູນ ກ່ຽວກັບ ຣົດ ຄັນ ດັ່ງກ່າວ ຕໍ່ ເຈົ້າຫນ້າທີ່ ແລ້ວ.
ທ່ານວ່າ ເຫດການ ຕັດຄໍ ພຣະ ພຸທຮູບ ຄັ້ງນີ້ ຈະເປັນ ຄົນ ວຽດນາມ ດັ່ງທີ່ ຫລາຍຄົນ ຄິດນັ້ນ ກໍຍັງ ເວົ້າ ບໍ່ໄດ້ ເຖິງ ແມ່ນວ່າ ຈະມີຄົນ ວຽດນາມ ເຂົ້າມາ ຫາຊື້ ເຫລັກເສດ ແລະ ເຊົ່າ ບ້ານ ຢູ່ໃນ ເຂດບ້ານ ຊອຍນາຟ້າ ຫລາຍ ປານໃດ ກໍຕາມ ຫລືວ່າ ເປັນກຸ່ມ ຂະໂມຍ ສິ່ງຂອງ ເພື່ອ ຫາເງີນ ມາຊື້ ຢາເສບຕີດ ນັ້ນ ກໍຍັງ ເວົ້າບໍ່ໄດ້ ເຊັ່ນກັນ ຕ້ອງ ມີການ ສືບສວນ ກ່ອນ.
ຂ່າວ ດັ່ງກ່າວ ມີ ໃນ ສື່ສັງຄົມ ອອນລາຍ ແລະ ມີຜູ້ ໃຈບຸນ ໄປ ມອບເງິນ ໃຫ້ວັດ ເພື່ອ ໃຊ້ຈ່າຍ ສ້ອມແປງ ຕໍ່ຄໍ ພຣະພຸທຮູບ ອົງນັ້ນ ແລະ ສ້າງຮົ້ວ ອ້ອມ ວັດ ແລະ ທາງວັດ ຍັງ ຕ້ອງ ການ ປັດຈັຍ ເພີ້ມຕື່ມ ໃນການ ບູຣະນະ ປົວແປງ ເທື່ອ ນີ້.