ຂ.ຊຽງຂວາງຮັບພະນັກງານ ກູ້ ຣະເບີດ

ໄມຊູລີ
2015.03.03
F-jars ທົ່ງໄຫຫີນ ແຂວງຊຽງຂວາງ
RFA

ເຈົ້າໜ້າທີ່ ເກັບ ກູ້ຣະເບີດ ແຂວງ ຊຽງຂວາງ ເປິດເຜີຍ ວ່າ ປີນີ້ ຫ້ອງການ ເກັບ ກູ້ຣະເບີດ ບໍ່ ທັນແຕກ ປະຈໍາ ແຂວງ ຊຽງຂວາງ ຈະຮັບ ພະນັກງານ ເພີ້ມ ປະມານ 30 ຄົນ ແລະ ຜູ້ເຂົ້າມາ ໃໝ່ ນັ້ນ ຈະແມ່ນ ຊາວໜຸ່ມ ອາຍຸ ແຕ່ 18 ປີ ຫາ 35 ປີ ເພື່ອ ເປັນແຮງ ສໍາຄັນ ໃນການ ເກັບ ກູ້ຣະເບີດ ທີ່ຍັງ ຕົກຄ້າງ ດັ່ງ ທ່ານ ເວົ້າວ່າ:

“ມີແຕ່ເພີ້ມ ເຂົ້າ ໃໝ່ 30 ປາຍ ຄົນ ກໍາລັງ ເພີ້ມຢູ່ນີ້ ເຂົາເຈົ້າ ສມັກເອງ ກໍມາ ສັມພາດ ຕາມ ຣະບຽບ ການ ຕາມ ມາຕຖານ ເງື່ອນໄຂ ຂອງ ການເຂົ້າ ເປັນ ພະນັກງານ ລະ ເຮົາ ກໍມີການ ຝຶກ ອົບຮົມ ເຂົາເຈົ້າ ສ່ວນຫລາຍ ແມ່ນ ປະຊາຊົນ ຜູ້ ວ່າງງານ ສ່ວນຫລາຍ ແມ່ນຢູ່ ໃນ ຕົວເມືອງ ແລະ ຢູ່ ບ້ານນອກ ແດ່ ເຮົາກໍມີ ການຂັດ ຢ້ອນ ເອົາ”.

ທ່ານກ່າວ ຕໍ່ໄປວ່າ ເຖີງ ແມ່ນວ່າ ມີຂ່າວວ່າ ທາງ ຫ້ອງການ ເກັບ ກູ້ຣະເບີດ ແຫ່ງຊາດ ໄດ້ ຫລຸດ ພະນັກງານ ໃນແຂວງ ຕ່າງໆ ລົງ 500 ຄົນ ຈາກ ຈໍານວນ 1,200 ຄົນ ຍ້ອນ ຂາດ ງົບປະມານ ກໍຕາມ ແຕ່ ແຂວງ ຊຽງຂວາງ, ອັດຕະປຶ, ແລະ ເຊກອງ ບໍ່ໄດ້ ຫລຸດ ພະນັກງານ ຍ້ອນ ຍັງມີ ງົບປະມານ ເຫຼືອຢູ່, ແຕ່ການ ຫລຸດ ພະນັກງານ ໃນແຂວງ ຕ່າງໆນັ້ນ ກໍເປັນພຽງ ຣະຍະ ຊົ່ວຄາວ ເທົ່ານັ້ນ ເມື່ອມີ ງົບປະມານ ກໍ ຈະຮັບ ເອົາ ພະນັກງານ ມາ ເຮັດວຽກ ຄືນ, ແຕ່ ເຖິງວ່າ ຈະເປັນ ພຽງ ຊົ່ວຄາວ ກໍຈະສົ່ງ ຜົນ ໃຫ້ ວຽກງານ ເກັບ ກູ້ຣະເບີດ ຢ່າງ ແນ່ນອນ. ດັ່ງ ທ່ານກ່າວ ເພີ້ມວ່າ:

“ມັນກໍສົ່ງ ຜົນ ສະທ້ອນ ເພາະ ໂຕເລກ ຄາດໝາຍ ຫລຸດລົງ ການ ຕອບສນອງ ການ ເກັບ ກູ້ຣະເບີດ ໃຫ້ ເນື້ອທີ່ ທໍາການ ຜລິດ ແລະ ໂຄງການ ຕ່າງໆ ກະບໍ່ ສາມາດ ຕອບສນອງ ໄດ້ ຄັນ ຫລຸດຈໍານວນ ຄົນລົງ ຫັ້ນເນາະ”.

ໜັງສືພິມ ທາງການ ລາວ ຣາຍງານ ວ່າ ຫ້ອງການ ເກັບ ກູ້ຣະເບີດ ແຫ່ງຊາດ ກໍາລັງ ປະສົບ ບັນຫາ ທ້າທາຍ ຫລາຍຢ່າງ ໃນການ ຊອກຫາ ທຶນ ຈາກ ຕ່າງປະເທດ ຍ້ອນ ຫລາຍ ອົງການ ທີ່ເຄີຍ ໃຫ້ ທຶນ ຊ່ວຍເຫລືອ ບໍ່ແນ່ໃຈ ວ່າ ຈະໃຫ້ ທຶນ ແກ່ ສປປລາວ ອີກ.

ຢ່າງໃດ ກໍຕາມ ນັບແຕ່ ປີ 1996 ເປັນ ຕົ້ນມາ ສປປລາວ ສາມາດ ເກັບ ກູ້ຣະເບີດ ທໍ່ບໍ່ທັນ ແຕກ ໄດ້ ປະມານ 44,000 ເຮັກຕາ ໃນຂນະທີ່ ແຕ່ລະ ເດືອນ ຍັງມີ ຜູ້ໄດ້ຮັບ ບາດເຈັບ ແລະ ເສັຽຊີວິດ ຈາກ ຣະເບີດ ແຕກ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.