ຝຸງຕັກແຕນເຂົ້າເມືອງຄໍາ

ມະນີຈັນ
2016.08.22
F-grasshoppers ຝຸງຕັກແຕນ ທີ່ເຂົ້າມາເມືອງຄໍາ ແຂວງ ຊຽງຂວາງ ເມື່ອຕົ້ນເດືອນ ສິງຫາ ຜ່ານມາ
RFA/NY

ຈາກ ກໍຣະນີ ທີ່ມີຝຸງຕັກແຕນ ເຂົ້າມາທໍາລາຍ ຜົລປູກ ຂອງຊາວສວນ ໃນເຂດ ບຸນຖິ່ນ ເມືອງຄໍາ ແຂວງຊຽງຂວາງ ເມື່ອ ຕົ້ນເດືອນ ສິງຫາ ຜ່ານມານີ້, ປັດຈຸບັນ ທາງຂແນງ ກະສິກັມ ແລະປ່າໄມ້ ເມືອງ ກໍໄດ້ແນະນໍາ ໃຫ້ຊາວສວນ ທີ່ໄດ້ຮັບ ຜົລກະທົບ ນັ້ນ ນໍາໃຊ້ຢາ ຂ້າແມງໄມ້ ເພື່ອແກ້ໄຂ ບັນຫາ ໃນເບື້ອງຕົ້ນ ແລະ ທາງການ ກໍຍັງ ບໍ່ສາມາດ ຊ່ວຍປ້ອງກັນ ແລະກໍາຈັດ ຕັກແຕນ ໄດ້. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ເມືອງຄໍາ ຕໍ່ RFA ເມື່ອວັນທີ 19 ສິງຫາ ນີ້:

"ເຣື່ອງ ການແກ້ໄຂ ກໍໄດ້ແນະນໍາ ໃຫ້ຂະເຈົ້າ ຫັ້ນນະ ຊື້ຢາ ຕົວຢາ ຂ້າແມງໄມ້ ຫັ້ນເນາະ ຜົ່ນໃສ່ບ່ອນຈຸດ ທີ່ມັນມີຫຼາຍ ຫລືບ່ອນທີ່ມັນ ທໍາລາຍ ຜົລປູກ ຫັ້ນນະ ມັນມີຫຼາຍ ຕົວເຜິ້ງ ຕົວນົກ ບິນ ຢູ່ເທິງອາກາດ ມັນມາຈົນມືດ ທ້ອງຟ້າມືດ ເລີຍເດ້ ຫຼາຍເກີນ ຫັ້ນ ຈຶ່ງຈໍາເປັນ ຕ້ອງໄດ້ ແນະນໍາ ໃຫ້ຂະເຈົ້າ ໃຊ້ຢາ ຢາຂ້າແມງໄມ້ ຕົວປະເພດ ນັ້ນ".

ທ່ານກ່າວຕື່ມວ່າ ຢາສມຸນພັຍ ທີ່ຊາວບ້ານ ປຸງແຕ່ງເອງ ຍັງບໍ່ສາມາດ ກໍາຈັດ ຕັກແຕນໄດ້ ປານໃດ. ເຈົ້າໜ້າທີ່ ໄດ້ເຕືອນ ປະຊາຊົນ ໃຫ້ ຣະມັດຣະວັງ ແລະ ປະຕິບັດ ຕາມຄູ່ມື ການໃຊ້ ສານເຄມີ ຂ້າແມງໄມ້ ຊຶ່ງຕິດຢູ່ ກ໋ອງຢານັ້ນ. ຕັກແຕນ ທີ່ກໍາລັງ ຣະບາດ ຢູ່ໃນເມືອງຄໍາ ເປັນ ຕັກແຕນ ທີ່ມາຈາກ ເມືອງ ຊໍາເໜືອ ແຂວງ ຫົວພັນ ຊຶ່ງເຄີຍ ມີການຣະບາດ ໜັກ ໃນທຸກໆປີ. ແລະ ຂນະນີ້ ທາງການ ກໍາລັງ ສຶກສາ ແລະ ຫາແນວທາງ ປ້ອງກັນ ການຣະບາດ ຂອງຕັກແຕນ ນັ້ນຢູ່:

"ຍັງບໍ່ທັນ ໄດ້ມີທາງ ແກ້ໄຂ ຖາວອນເທື່ອ ມີແຕ່ໃຫ້ ຊາວບ້ານຫັ້ນ ເຝົ້າຣະວັງ ແລ້ວ ເບິ່ງຕິດຕາມ ເບິ່ງອີ່ຫຍັງ ໃຫ້ຣາຍງານ ເປັນປົກຕິ ເນາະ ເພາະວ່າ ທາງການ ເພິ່ນຍັງ ຊອກຫາ ວິທີທາງ ແກ້ໄຂຢູ່ ແຕ່ວ່າເຣື່ອງ ການສຶກສາ ເບິ່ງວົງຈອນ ຊີວິດ ຕາມ ເອກສານ ມີຢູ່ຫັ້ນນະ".

ຕາມຣາຍງານ ຂອງຂແນງປູກຝັງ ເມືອງຄໍາ ແຂວງຊຽງຂວາງ ການຣະບາດ ຂອງຕັກແຕນ ເຮັດໃຫ້ ສວນສາລີ ແລະເຂົ້າ ຂອງ ປະຊາຊົນ ເສັຽຫາຍ ປະມານ 4 ພັນ ຕະລາງແມັຕ ຊຶ່ງຖືວ່າ ຍັງບໍ່ຫຼາຍ ປານໃດ ຍ້ອນ ຝຸງຕັກແຕນ ຈໍານວນນຶ່ງ ໄດ້ກະຈາຍ ໄປກິນໃບໄມ້ ປ່ອງ ຕາມປ່າ ທັມຊາດ.

ເລີ່ມແຕ່ປີ 2014 ມາ ແຂວງພາກເໜືອ ຂອງລາວ ໂດຍ ສະເພາະເມືອງ ຊໍາເໜືອ ເມືອງແອດ ແຂວງຫົວພັນ ແລະ ເມືອງ ວຽງຄໍາ ແຂວງ ຫຼວງພຣະບາງ ປະສົບ ບັນຫາ ຕັກແຕນ ຣະບາດ ໃນຣະດູຝົນ ເຮັດໃຫ້ ເຂົ້າໃນນາ ຂອງ ປະຊາຊົນ ໄດ້ຮັບຄວາມ ເສັຽຫາຍ ໂດຍທີ່ຍັງບໍ່ມີ ທາງການ ແກ້ໄຂບັນຫາ ໃຫ້ຊາວບ້ານ ໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.