ບ້ານດົງຫາງບາງຄອບຄົວ ບໍ່ມີຢາ ຂ້າບົ້ງ

ສຸພັດຕາ
2019.07.16
f-caterpillars ບົ້ງທີ່ອອກກັດກິນ ເຄື່ອງປູກໃນສວນ ຂອງປະຊາຊົນ ຊຶ່ງສ້າງຄວາມເສັຽຫາຍຫຼາຍ ສົມຄວນ
ຮູບພາບຈາກ : ຂ່າວສານປະເທດລາວ

ປະຊາຊົນບ້ານດົງຫາງ ເມືອງພູກູດ ແຂວງຊຽງຂວາງ ຫຼາຍຄົນ ຂ້າບົ້ງຕາມໃບສາລີ ຢູ່ສວນ ດ້ວຍຕົນເອງໂດຍໃຊ້ມື ຍ້ອນບໍ່ມີເງິນຊື້ຢາ ຂ້າບົ້ງຈາກຫ້ອງການເມືອງ ຊຶ່ງຢາຂ້າບົ້ງນັ້ນຣາຄາຖົງລະ 30 ພັນກີບ. ອີງຕາມຄໍາເວົ້າຂອງປະຊາຊົນບ້ານດົງຫາງ ຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 4 ກໍຣະກະດາ ນີ້:

“ມີແຕ່ເພິ່ນເວົ້າໃຫ້ຟັງ ວ່າຊ່ວຍເຫຼືອລ້າບໍ່ມີ ມີແຕ່ໃຫ້ປະຊາຊົນມາຊື້ແລ້ວ ປະຊາຊົນນີ້ວ່າບໍ່ມີທຶນໄປຊື້ ແກ້ໄຂກໍມີແຕ່ປະຊາຊົນ ຂ້າຕາມຕົ້ນ ຕາມໃບມັນ ເຫັນມັນເຫັນມັນກໍຂ້າ ມັນກໍບໍ່ຮອດບໍ່ທົ່ວຫັ້ນແຫຼະ ມັນກິນ ຫຼາຍນະ ກິນໝົດທຸກຕົ້ນ ມີແຕ່ວ່າສູ້ເຫື່ອແຮງນີ້ແຫຼະ ເອົາມືນີ້ ແຫຼະໄມ້ນີ້ແຫຼະຂ້າ ຂ້າແບບຊ້າໆມັນ ບໍ່ດັບງ່າຍໆໃດ໋ ຄັນວ່າໃຊ້ສານເຄມີນີ໊ ມັນສິດັບແດ່.”

ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ ກ່າວໃນວັນທີ 28 ມີຖຸນາ ທີ່ຜ່ານມາວ່າ ບົ້ງຣະບາດໃນສວນສາລີ ທົ່ວແຂວງ ຊຽງຂວາງ 10 ພັນເຮັກຕາ ໃນ 6 ເມືອງ ຄືເມືອງ ຄໍາ, ເມືອງໜອງແຮດ, ພູກູດ, ທ່າໄຊ, ເມືອງຄູນ ແລະເມືອງໝອກ ຈາກເນື້ອທີ່ ປູກສາລີ 20 ພັນເຮັກຕາ.

ສະພາບການຣະບາດ ຂອງບົ້ງຝູງຢູ່ແຂວງນີ້ ແມ່ນເຖິງຂັ້ນກວ້າງຂວາງຮຸນແຮງ ຈຶ່ງຈໍາເປັນຕ້ອງໄດ້ໃຊ້ສານເຄມີ ຊ່ອຍຈຶ່ງຈະທັນກັບ ສະພາບການ. ແຕ່ວ່າກົມປູກຝັງ ກໍບໍ່ສາມາດຢາຍຢາເຄມີຂ້າບົ້ງ ລ້າ ໄດ້ທັງໝົດ ຍ້ອນງົບປະມານບໍ່ພຽງພໍ.

ທາງການແຂວງໄດ້ແນະນໍາໃຫ້ປະຊາຊົນ ທີ່ມີທຶນແດ່ນັ້ນ ຊື້ຢາເຄມີຂ້າບົ້ງ ທີ່ນໍາເຂົ້າຈາກຈີນ ແລະໄທ ນໍາຫ້ອງການເມືອງໃນຣາຄາ ຕົ້ນທາງຖົງລະ 30 ພັນກີບ. ຫາກຄອບຄົວໃດ ຢູ່ໃນບັນຊີຄອບຄົວ ທຸກຍາກ ຈະໄດ້ຢາຂ້າບົ້ງຟຣີ, ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:

“ທາງກົມປູກຝັງ ເພິ່ນກໍແນະນໍາ ມີຢາອີຢາມ້າ ແມັດຕີນ ເບນໂຊເອສ ຄັນວ່າເປັນຂອງໄທ ຫັ້ນ ມັນລະແມ່ນອີມາຫ້າ ແລະຄັນເປັນຂອງຈີນ ເອົາມາແຕ່ຈີນ ສິເປັນຢາຂ້າແມງໄມ້ອັນດັບນຶ່ງຖານະອ່າວດີແດ່ ທີ່ວ່າຂະເຈົ້າສາມາດລົງທຶນໄດ້ ແນະນໍາໃຫ້ຂະເຈົ້າຊື້ຢາ ເອົານໍາໃນຣາຄາ ທີ່ຖືກນັ້ນລະ. ສໍາລັບຄອບຄົວທຸກຍາກ ບ້ານເພິ່ນ ເອີ໋ ຢັ້ງຢືນວ່າ ຄອບຄົວທຸກຍາກແລ້ວ ເອົາໃຫ້ລ້າເລີຍ ຢາຫັ້ນ.”

ທ່ານກ່າວຕື່ມວ່າ ບົ້ງຝູງຣະບາດຢູ່ແຂວງຊຽງຂວາງ ແຕ່ເດືອນມີຖຸນາ ທີ່ຜ່ານມາໃນໄລຍະປະຊາຊົນ ປູກສາລີຕົ້ນສູງ 20 ເຊັນ ຝູງບົ້ງ ກໍເຣີ່ມກັດກິນໃບ ຈົນເຖິງຂນະນີ້ ຝູງບົ້ງກໍບໍ່ທັນສງົບລົງ ຊຶ່ງສາເຫດ ເບື້ອງຕົ້ນ ທີ່ເຮັດໃຫ້ບົ້ງຣະບາດນັ້ນ ເຈົ້າໜ້າທີ່ ກໍບໍ່ທັນແນ່ໃຈ ຍ້ອນເປັນເທື່ອທໍາອິດ ທີ່ບົ້ງຣະບາດ ຢູ່ແຂວງຊຽງຂວາງ ອາຈເປັນຍ້ອນສະພາບດິນຟ້າອາກາດ ກໍເປັນໄດ້.

ໃນກາງເດືອນພຶສພາ ທີ່ຜ່ານມາ ຢູ່ເມືອງພຽງ ປາກລາຍ ແລະ ແກ່ນທ້າວ ແຂວງໄຊຍະບູລີ ຝູງບົ້ງກໍຣະບາດ ໜັກຄືກັນ ເຮັດໃຫ້ສວນສາລີ ຂອງປະຊາຊົນເສັຽຫາຍ 2 ພັນເຮັກຕາ. ແຕ່ປັດຈຸບັນ ສາມາດ ຄວບຄຸມ ໄດ້ແລ້ວ ດ້ວຍການໃຊ້ຢາເຄມີ ທີ່ໄດ້ຈາກກົມປູກຝັງ ມາກໍາຈັດ ແລະຊາວສວນ ໄດ້ຊື້ຢານໍາພໍ່ຄ້າຂາຍຢາຂ້າບົ້ງ ອີກຈໍານວນນຶ່ງ.

ນອກຈາກນັ້ນແລ້ວ ໃນກາງເດືອນພຶສພາ ທີ່ຜ່ານມາ ຢູ່ເມືອງໄຊ, ເມືອງປາກແບງ, ເມືອງນາໝໍ້, ເມືອງຫລາ, ເມືອງງາ ແລະເມືອງຮຸນ ແຂວງອຸດົມໄຊ ກໍໄດ້ຖືກບົ້ງຝູງຣະບາດໜັກຄືກັນ ເຮັດໃຫ້ສວນສາລີ ຂອງຊາວສວນ ເສັຽຫາຍ 12 ພັນ 371 ເຮັກຕາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.