ເຂື່ອນເຊປຽນ-ເຊນ້ຳນ້ອຍ ປ່ອຍນ້ຳ

ອຸ່ນແກ້ວ ສຸກສະຫວັນ
2019.09.03
F-Thasengchanh ສະພາບນໍ້າຖ້ວມ ຢູ່ ບ້ານທ່າແສງຈັນ ເມືອງສະໜາມໄຊ ແຂວງ ອັດຕະປື ໃນວັນທີ 30 ສິງຫາ 2019
ຮູບພາບຈາກ : ນັກຂ່າວພົລເມືອງ

ໃນວັນທີ 31 ສິງຫາ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ປ່ອຍນ້ຳອອກຈາກ ເຂື່ອນ D ໃນປະຣິມານ 100-150 ແມັດກ້ອນ ຕໍ່ວິນາທີ ຜ່ານອຸມົງ ປ່ອຍນ້ຳກາງ ຂອງສັນເຂື່ອນກັ້ນນ້ຳ D ແຫ່ງໃໝ່.

ການປ່ອຍນ້ຳຄັ້ງນີ້ ເພື່ອຮັກສາລະດັບນ້ຳ ໃນອ່າງນ້ຳເຊນ້ຳນ້ອຍ ບໍ່ໃຫ້ຖ້ວມກາຍຣະດັບ ສັນເຂື່ອນກັ້ນນ້ຳ D ແຫ່ງໃໝ່, ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 2 ກັນຍາ ວ່າ:

"ມື້ວັນເສົາເນາະ ເພິ່ນປ່ອຍນໍ້າເຂື່ອນ ມື້ນັ້ນ ກໍທ່ານຮອງເຈົ້າເມືອງແດ່ ລົງໄປເຕືອນ ຊາວບ້ານ ໃນເຂດໃໝ່ ເຂດລຳເນົາແດ່ ເພາະວ່າ ເຂື່ອນຂະເຈົ້າຫັ້ນປ່ອຍລົງມາ ມັນມີຄູກັນນ້ຳນຶ່ງ ວ່າ ມັນລົ້ນທິດນຶ່ງແລ້ວວ່າ ຊັ້ນນ່າ ແລ້ວຈາກນັ້ນ ເພິ່ນຈັ່ງໄດ້ປ່ອຍ ປະຕູ ໃຫ້ລົງທາງນ້ຳ ເຊກອງ ບາດນີ້."

ປະຣິມານນ້ຳໃນອ່າງເຊປຽນ ລົ້ນສັນເຂື່ອນ ຫລື Xepian Dam ມາໄດ້ເກືອບ 1 ອາທິດແລ້ວ ຍ້ອນຝົນຕົກຕິດຕໍ່ ກັ້ນຫລາຍມື້ ເຮັດໃຫ້ ປະຣິມານ ນ້ຳທີ່ລົ້ນມາ ນັ້ນໄຫລລົງມາລົ້ນ ເຂື່ອນ D ທີ່ຢູ່ໃນໄລຍະການກໍ່ສ້າງ.

ການປ່ອຍນ້ຳຈາກ ເຂື່ອນເຊປຽນ-ເຊນ້ຳນ້ອຍ ເຮັດໃຫ້ລະດັບນ້ຳເຊປຽນ ທີ່ເປັນເຂດພັຍພິບັດ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກປີ 2018 ເພີ້ມຂຶ້ນເກືອບ 3 ແມັດ ແລະ ລະດັບນ້ຳເຊກອງ ເພີ້ມຂຶ້ນ 1 ແມັດ. ເຈົ້າໜ້າທີ່ທາງການ ໄດ້ຍົກຍ້າຍປະຊາຊົນ ອອກຈາກ ພື້ນທີ່ສ່ຽງພັຍ ໄປຢູ່ເຂດບ້ານພັກຊົ່ວຄາວ ໝົດແລ້ວ, ດັ່ງເຈົ້າໜ້າທີ່ ກ່າວຕື່ມອີກວ່າ:

"ສ່ວນຫລາຍເຮົາເອົາອອກໝົດແລ້ວ ມີແຕ່ປະຊາຊົນ ພັກຊົ່ວຄາວຫັ້ນ ຄືປະຊາຊົນ ບ້ານໃໝ່ມື້ກ່ອນ ມື້ລົງໄປຍັງຢູ່ 6 ຄອບຄົວ ລົງໄປ ເຕືອນຂະເຈົ້າ ອອກຫັ້ນນ່າ ຢູ່ສ່ວນບ້ານຫີນໃຕ້ເນາະ ບ້ານເກົ່າຫັ້ນ ກໍນ້ຳຂຶ້ນມາຖ້ວມ ຕອນນ້ຳມາແຮງໆຫັ້ນ ຊ້ວງປະມານ 11 ໂມງ ຕອນເວັນ ນີ້ແຫລະ 2 ແມັດ ປາຍພຸ້ນແລ້ວ."

ສ່ວນປະຊາຊົນ ເມືອງສະໜາມໄຊ ທ່ານນຶ່ງໄດ້ກ່າວວ່າຕໍ່ ເອເຊັເສຣີ ວ່າບໍ່ໄດ້ຮັບຜົນກະທົບຫຍັງ ແລະ ບໍ່ມີຄວາມກັງວົນແຕ່ຢ່າງໃດ.

ປັດຈຸບັນ ບໍຣິສັດຜູ້ພັທນາໂຄງການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ກຳລັງດຳເນີນການກໍ່ສ້າງ ສັນເຂື່ອນກັນນ້ຳ D ຫຼື New Saddle Dam D ແທນ ສັນເຂື່ອນເກົ່າ ທີ່ແຕກພັງໄປ ໃນວັນທີ 23 ກໍຣະກະດາ ປີ 2018. ເຫດການເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ໃນວັນທີ 23 ກໍຣະກະດາ 2018 ເຮັດໃຫ້ມີປະຊາຊົນ ເສັຽຊີວິດ ແລະ ຫາຍສາບສູນ ຫລາຍຄົນ.

ໂຄງການເຂື່ອນ ເຊປຽນ-ເຊນ້ຳນ້ອຍ ມີກຳລັງການຜະລິດ 410 ເມກະວັດ ມູນຄ່າການລົງທຶນ ປະມານ 1 ຕື້ໂດລາ ມີຣິສັດ SK Engineering and Construction ຈາກ ເກົາຫລີໃຕ້ຖືຮຸ້ນ 26 ເປີເຊັນ, ບໍຣິສັດ Korean Western Power ຈາກ ເກົາຫລີໃຕ້ ຖືຮຸ້ນ 25 ເປີເຊັນ, ບໍຣິສັດ ຣາຊບູຣີ ໂຮນດິ້ງ ຈາກ ປະເທດໄທ ຖີຮຸ້ນ 25 ເປີເຊັນ ແລະ ບໍຣິສັດ ຣັຖວິສາຫະກິດ ຖືຮຸ້ນລາວ (LHSE) ຖືຮຸ້ນ 24 ເປີເຊັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.