ຜູ້ກໍ່ສ້າງອົພຍົບກ່ອນ ເຂື່ອນ ຈະແຕກ
2018.07.31
ອີງຕາມການຣາຍງານ ຂອງສຳນັກຂ່າວ AFP ຂອງຝຣັ່ງ ໃນວັນທີ 25 ເດືອນ ກໍຣະກະດາ ນີ້ວ່າ, ບໍຣິສັດສ້າງເຂື່ອນ ບໍຣິສັດນຶ່ງ ໄດ້ ອະທິບາຍວ່າ ໃນວັນທີ 22 ເດືອນ ກໍຣະກະດາ ເວລາ 9:00 ໂມງເຊົ້າ ທາງບໍຣິສັດໄດ້ພົບເຫັນ ພາກສ່ວນດ້ານເທິງ ຂອງເຂື່ອນມີ ຄວາມເສັຽຫາຍ ລ່ວງຫນ້າ 24 ຊົ່ວໂມງ ກ່ອນທີ່ເຂື່ອນຈະແຕກ ບໍຣິສັດ ດັ່ງກ່າວເວົ້າວ່າ ຫຼັງຈາກທີ່ໄດ້ພົບຄວາມເສັຽຫາຍດັ່ງກ່າວ, ທາງ ບໍຣິສັດ ກໍ່ໄດ້ຣາຍງານໃຫ້ພາກສ່ວນກ່ຽວຂ້ອງ ຮັບຮູ້ທັນທີ ເພື່ອໃຫ້ອົພຍົບຊາວບ້ານ ອອກຈາກພື້ນທີ່ ແລະ ການສ້ອມແປງເຂື່ອນກໍມີ ຄວາມຊັກຊ້າ ເນື່ອງຈາກຝົນຕົກໜັກ; ດັ່ງນັ້ນ ທາງບໍຣິສັດ ບໍ່ມີທາງເລືອກ ຈຶ່ງໄດ້ຣະບາຍນ້ຳອອກຈາກເຂື່ອນ ແຕ່ຍັງບໍ່ສາມາດສະກັດກັ້ນ ສັນເຂື່ອນແຕກໄດ້.
ຣາຍງານວ່າທີ່ຈິງແລ້ວ ຄົນຂອງເກົາຫຼີໃຕ້ ທີ່ເຮັດວຽກຢູ່ພື້ນທີ່ໂຄງການ ໄດ້ພາກັນອົພຍົບອອກຈາກພື້ນທີ່ໄປກ່ອນລ່ວງໜ້າແລ້ວ, ສຳນັກຂ່າວ CNN ໄດ້ຣາຍງານໃນວັນທີ 25 ເດືອນກໍຣະກະດາວ່າ ພະນັກງານເກົາຫຼີໃຕ້ທັງໝົດ 53 ຄົນ ໄດ້ພາກັນອົພຍົບ ອອກຈາກພື້ນທີ່ໄປກ່ອນ ລ່ວງໜ້າແລ້ວ ທັງໝົດປອດພັຍດີ.
ເຖິງຢ່າງໃດກໍຕາມ ສຳນັກຂ່າວ AFP ໄດ້ລາຍງານຕື່ມວ່າ ເຂື່ອນມີຮອຍແຫງມາກ່ອນແລ້ວ ບໍຣິສັດ KOREA WESTERN POWER CO.,LTD (KOWEPO) ຂອງເກົາຫລີໃຕ້ ຊຶ່ງເປັນນຶ່ງໃນບໍຣິສັດ ທີ່ຖືຫຸ້ນຢູ່ໃນໂຄງການ ໄດ້ຣາຍງານໃຫ້ທາງການ ເກົາຫຼີໃຕ້ຮັບຮູ້ວ່າ ໃນວັນທີ 20 ເດືອນ ກໍຣະກະດາ ທາງບໍຣິສັດ ໄດ້ພົບປະກົດການຍຸບຕົວຂະໜາດ 11 ຊັງຕີແມັດ ຢູ່ຈຸດກາງຂອງສັນເຂື່ອນ; ຕາມການ ບັນທຶກວຽກງານ ປະຈຳວັນຂອງບໍຣິສັດ ຈຶ່ງຄາດການໄດ້ວ່າ ເຂື່ອນມີຮອຍແຕກແຫງມາຕັ້ງແຕ່ ອາທິດ ກ່ອນ.
ທ່ານ Kim Byung-Sook ປະທານບໍຣິສັດ KOREA WESTERN POWER CO.,LTD (KOWEPO) ໄດ້ຣາຍງານ ຕໍ່ສະພາ ແຫ່ງຊາດ ເກົາຫຼີໃຕ້ ໃນວັນທີ 25 ກໍຣະກະດາ ວ່າ ທາງບໍຣິສັດ ໄດ້ພົບເຫັນການຍຸບຕົວຢູ່ຂ້າງເທິງສັນເຂື່ອນ ໃນວັນທີ 20 ກໍຣະກະດາ ນັ້ນເກີດຂຶ້ນໃນ 10 ຈຸດ ແລະໄດ້ມີການກະກຽມ ການຟື້ນຟູສະພາບຍຸບຕົວ ຂອງສັນເຂື່ອນດັ່ງກ່າວ ໃນວັນທີ 22 ເດືອນ ກໍຣະກະດາ ແລະ ໃນເວລາປະມານ 11:00 ໂມງ ຕອນກາງເວັນ ຂອງມື້ວັນທີ 23 ກໍຣະກະດາ ພາກສ່ວນດ້ານເທິງ ຂອງ ເຂື່ອນຍຸບຕົວລົງອີກ 1 ແມັດ ໃນເວລານັ້ນ ໄດ້ຮ້ອງຂໍ ການຮ່ວມມືໄປຍັງພາກສ່ວນທີ່ກ່ຽວຂ້ອງ ເພື່ອອົພຍົບຊາວບ້ານອອກຈາກພື້ນທີ່.