ເຂື່ອນແຕກບໍ່ແມ່ນພັຍ ທັມຊາດ
2018.08.21
ອົງການອະນຸຮັກແມ່ນ້ຳຂອງ ຫລື save the Mekong ຊຶ່ງເປັນອົງການ ທີ່ບໍ່ຂຶ້ນກັບຣັຖບານ ເປັນອົງການຊມຸຊົນ ທີ່ມີຄວາມຫ່ວງໃຍ ໃນການປົກປ້ອງແມ່ນ້ຳຂອງ ແລະຊິວິດການເປັນຢູ່ຂອງປະຊາຊົນ ຕາມລຳແມ່ນ້ຳຂອງ ໄດ້ອອກຖແລງການ ສະແດງຄວາມເສັຽໃຈ ແລະເປັນຫວ່ງກ່ຽວກັບ ເຂື່ອນແຕກ ໃນລາວ.
ອົງການດັ່ງກ່າວເວົ້າວ່າ ເຂື່ອນເຊປ່ຽນ-ເຊນ້ຳນ້ອຍ ແຕກ ໃນລາວ ບໍ່ແມ່ນເກີດຈາກພັຍທັມມະຊາດ ມັນເກີດຈາກ ຄວາມຜິດພາດ ຂອງ ມະນຸດຜູ້ສ້າງເຂື່ອນນັ້ນເອງ.
ເຫດການດັ່ງກ່າວ ເປັນພັຍນາບຂູ່ຕໍ່ຊິວິດແລະການເປັນຢູ່ ຂອງປະຊາຊົນໃຕ້ເຂື່ອນ ບໍ່ວ່າຕາມແມ່ນ້ຳສາຂາ ຫລືແມ່ນ້ຳຂອງ ຊຶ່ງໃນປັດຈຸບັນ ຈະມີການສ້າງເຂື່ອນຂນາດໃຫຍ່ ຕາມລຳແມ່ນ້ຳຂອງ 11 ເຂື່ອນ ໃນນັ້ນ 9 ເຂື່ອນແມ່ນຢູ່ ສປປລາວ ແລະ ເຂື່ອນຕາມແມ່ນ້ຳສາຂາ ເກືອບຮອດ 80 ເຂື່ອນ ໃຫ້ສຳເຣັດພາຍ ໃນປີ 2040.
ແຜນການຄວາມສ່ຽງດັ່ງກ່າວນີ້ ສ່ວນໃຫຍ່ຈະເກີດຂຶ້ນໃນລາວ ຍ້ອນນະໂຍບາຍ ເປັນຫມໍ້ໄຟສຳລັບອາຊຽນ ຂອງຣັຖບານລາວ ຊຶ່ງເຫດ ເຂື່ອນແຕກ ເທື່ອນີ້ ເປັນການເຕືອນຄວາມຈົງຈຳ ຂອງຣັຖບານໃນການທົບທວນ ແລະພິຈາຣະນາຄືນໃຫມ່ ໃນແຜນການສ້າງເຂື່ອນໃນລາວ ແລະການຍົກຣະດັບມາຕຖານ ການສ້າງເຂື່ອນຂອງນັກລົງທຶນຕ່າງຊາດ ໃຫ້ດີຂຶ້ນ ໃນອະນາຄົດ.
ໂຄງການເຂືື່ອນເຊປ່ຽນ-ເຊນ້ຳນ້ອຍ ເຄີຍມີບັນຫາມາແຕ່ຕົ້ນ, ໃນປີ 2013 ອົງການພາກປະຊາສັງຄົມ ປະນາມວ່າ ໂຄງການເຂື່ອນເຊປ່ຽນ -ເຊນ້ຳນ້ອຍ ຂາດພາກສ່ວນ ປະຊາສັງຄົມເຂົ້າຮ່ວມ ໃນຂັ້ນຕອນການປຶກສາຫາລືກັນ ລ່ວງຫນ້າ, ການສຶກສາ ດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຂາດການສຶກສາຜົລກະທົບຂ້າມແດນ, ການສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຊິວິດຂອງປະຊາຊົນທ້ອງຖີ່ນ ບໍ່ໄດ້ມາຕຖານສາກົນ. ໃນເຂດທີ່ໂຍກຍ້າຍປະຊາຊົນ ຜູ້ທີ່ເຫັນເຫດການເວົ້າວ່າ ປະຊາຊົນຜູ້ທີ່ຖືກ ໂຍກຍ້າຍ ຂາດແຫລ່ງນ້ຳສະອາດໃຊ້ ຂາດບ່ອນທຳມາຫາກີນ ແລະຂາດສາທາຣະນຸປະໂພກ ປະເພດຕ່າງໆ.
ຖແລງການເວົ້າວ່າ ຜູ້ລົງທຶນສ້າງເຂື່ອນເຊປ່ຽນ-ເຊນ້ຳນ້ອຍ ແລະຜູ້ທີ່ຫນູນຫລັງທາງການເງິນ ເປັນຜູ້ຮັບຜິດຊອບກ່ຽວກັບ ເຂື່ອນແຕກຄັ້ງນີ້ ບົນພື້ນຖານກົດຫມາຍລາວ ແລະ ສັນຍາໃນການສຳປະທານ ແລະມາຕຖານສາກົນໃນການສ້າງ.
ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບເທື່ອນີ້ ປະສົບກັບບັນຫາທ້າທາຍຢ່າງໃຫຍ່ ໃນການໃຫ້ບໍຣິສັດ ຈ່າຍຄ່າເສັຽຫາຍແລະຍັງມີອຸປສັກ ໃນການເອົາບໍຣິສັດ ດັ່ງກ່າວຮັບຜິດຊອບ ຕໍ່ການສ້າງເຂື່ອນ ຮ້າຍໄປກວ່ານັ້ນ ທາງການລາວ ກໍຢ້ານນັກລົງທຶນກຸ່ມອື່ນໆ ບໍ່ຢາກລົງທຶນ ໃນລາວອີກ.
ແຜນການສ້າງເຂື່ອນຕາມລຳແມ່ນ້ຳຂອງ ຕອນລຸ່ມ ເປັນພັຍນາບຂູ່ຕໍ່ຣະບົບນິເວດ ອາຫານການກິນ ຊິວິດການເປັນຢູ່ຂອງປະຊາຊົນ ແລະການຢູ່ດີກິນດີ ຂອງພວກຂະເຈົ້າ. ໂຄງການເຂື່ອນເຊປ່ຽນ ເຊນ້ຳນ້ອຍ ເປັນໂຄງການເພື່ອສ້າງຣາຍຮັບ ໃຫ້ແກ່ ຣັຖບານລາວ ເຫມືອນດັ່ງໂຄງການຕ່າງໆ ແຕ່ຂາດການເຂົ້າຮ່ວມ ຂອງປະຊາຊົນທ້ອງຖີ່ນແລະພາກປະຊາສັງຄົມ ໃນເຂດນັ້ນ. ເຈົ້າຫນ້າທີ່ NGO ທ່ານນື່ງເວົ້າວ່າ ໂຄງການສ້າງເຂື່ອນແລະໂຄງການ ໃຫຍ່ໆໃນລາວ ຂາດການເຂົ້າຮ່ວມ ຂອງພາກ ປະຊາສັງຄົມ ແລະອົງການຕ່າງຊາດ.
ຣາຍໄດ້ແລະຜົລປະໂຍດສ່ວນໃຫຍ່ຈະເປັນຂອງນັກລົງທຶນ ໃນຂນະທີ່ປະຊາຊົນທ້ອງຖີ່ນໄດ້ຮັບຜົລກະທົບແລະຄວາມສ່ຽງ. ການຊອກຊ່ອງທາງ ທາງເລືອກໃນການພັທນາພລັງງານ ຈະເປັນຫົນທາງທີ່ດີ ໃນການສົ່ງເສີມເສຖກິດ ແລະລາຍໄດ້ໃຫ້ແກ່ ສປປລາວ.
ໂຄງການເຂື່ອນເຊປ່ຽນ ເຊນ້ຳນ້ອຍ ບໍຣິຫານຈັດການໂດຍ ບໍຣິສັດພລັງງານ ເຊປ່ຽນ-ເຊນ້ຳນ້ອຍ ຈຳກັດ ຊື່ງເປັນບໍຣິສັດຮ່ວມຫຸ້ນ ທີ່ ຕັ້ງຂຶ້ນໃນປີ 2012 ກັບບໍຣິສັດກໍສ້າງ Sk ເກົາຫລີໃຕ້ ບໍຣິສັດເກົາຫລີ western power, ບໍຣິສັດ ຣາຊບູຣີ ຈຳກັດ ແລະ ຣັຖບານລາວ ມີແຜນການຈະຂາຍໄຟຟ້າ ໃນປີ 2019 ແລະກະແສໄຟຟ້າ 90% ແມ່ນຂາຍໃຫ້ການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທ ຫລື Egat. ມີ 4 ທະນາຄານໃຫ້ເງິນກູ້ ໃນໂຄງການດັ່ງກ່າວ ເປັນຕົ້ນ ທະນາຄານກຸງໄທ ທະນາຄານ ນານາຊາດ, ທະນາຄານເຂົ້າ-ອອກ ຂອງໄທ ແລະທະນາຄານກຸງສຣີອະຍຸທຢາ.
ໃນທີ່ສຸດຖແລງການຣະບຸວ່າ ອົງການອະນຸຮັກແມ່ນ້ຳຂອງ ແລະເຄືອຂ່າຍແມ່ນ້ຳສາກົນ ຢາກຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງໃນບັນຫາ ເຂື່ອນແຕກ ໃນລາວວ່າ:
1-ຜູ້ສ້າງເຂື່ອນແລະຜູ້ລົງທຶນ ຕ້ອງຮັບຜິດຊອບຕໍ່ຄວາມເສັຽຫາຍ ທີ່ເກີດຂຶ້ນກັບປະຊາຊົນ ໃນນັ້ນ ຮ່ວມດ້ວຍປະຊາຊົນ ຜູ້ຢູ່ໃຕ້ນ້ຳ ໃນກຳພູຊາ.
2-ເພື່ອຄວາມໂປ່ງໃສໃນໂຄງການ ຂໍ້ມູນກ່ຽວກັບການສຳປະທານໃນໂຄງການດັ່ງກ່າວ ບໍຣິສັດຕ້ອງເປີດເຜີຍໃນຊມຸຊົນຮູ້
3-ຄນະກັມມະການສະເພາະກິດ ຕ້ອງຕັ້ງຂຶ້ນເພື່ອໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບເຄາະຮ້າຍ ໄດ້ອອກສຽງຢ່າງເປັນທັມແລະຄວາມຄາດຫວັງ ໃນຄ່າທົດແທນ
4-ຜູ້ບໍຣິຫານໂຄງການແລະຜູ້ສ້າງຮ່ວມທັງຜູ້ລົງທຶນ ຕ້ອງວາງແຜນການແກ້ໄຂບັນຫາ ທີ່ເກິດຂຶ້ນກັບຊາວບ້ານ ເປັນຕົ້ນຄ່າຊົດເຊີຍ ແຜນການຣະຍະຍາວໃນການປົວແປງບາດແຜແລະຈິດໃຈ ຂອງຜູ້ໄດ້ຮັບຜົລກະທົບຢ່າງຮີບດ່ວນ ປາສຈາກການລ້າຊ້າ ເລື່ອນເວລາ.
5-ບັນດາປະເທດລຸ່ມແມ່ນ້່ຳຂອງ ຕ້ອງຍຸຕິໂຄງການສ້າງເຂື່ອນຊົ່ວຄາວ ໃຫ້ກຸ່ມເອກຣາດທົບທວນແຜນການ ທີ່ມີຢູ່ ແລະແຜນການ ທາງເລືອກ ໃນການຊອກຫາແຫລ່ງພລັງງານເພື່ອເປັນລາຍໄດ້ໃນການພັທນາປະເທດ ຂອງຕົນໃນອະນາຄົດ.
ແຕ່ເຖິງງຢ່າງໃດກໍຕາມ ນັກຊ່ຽວຊານຕ່າງຊາດເວົ້າວ່າ ເປັນການຍາກທີ່ ທາງການລາວຈະຮັບຟັງ ຄວາມເຫັນຂອງອົງການຕ່າງຊາດ ແລະຊຸມຊົນ ຍ້ອນວ່າ ທີ່ຜ່ານມາ ຈົນຮອດປັດຈຸບັນ ໂຄງການສ້າງເຂື່ອນໃນລາວ ກໍຍັງສືບຕໍ່ໄປເລື້ອຍໆ ເຖິງແມ່ນວ່າ ຈະມີການປະທ້ວງ ແລະຮຽກຮ້ອງຈາກອົງການ Ngo ແລະປະຊາຊົນທ້ອງຖີ່ນ ຫລາຍປານໃດກໍຕາມ.