ເຊບັ້ງໄຟເຕືອນຣະວັງນໍ້າຖ້ວມ
2014.08.12
ເມື່ອວັນສຸກ ວັນທີ 8 ສິງຫາ ຜ່ານມາ ອໍານາດ ການປົກຄອງ ເມືອງ ເຊບັ້ງໄຟ ໄດ້ປ່າວເຕືອນ ໃຫ້ ຊາວບ້ານ ຕຣຽມພ້ອມ ໂຍກຍ້າຍ ຂຶ້ນໄປຢູ່ ບ່ອນສູງ ພາຍໃນ 24 ຊົ່ວໂມງ ຫລັງຈາກ ຣະດັບ ນໍ້າເຊ ສູງຂື້ນ ເຖິງ 19 ແມັດ ກັບ 28 ເຊັນ. ໃນເວລາ ນັ້ນ ນໍ້າບໍ່ທັນ ຖ້ວມບ້ານເທື່ອ ແຕ່ວ່າ ຢູ່ໃນ ຫລາຍເຂດ ນໍ້າໄດ້ ຈຸແຄມບ້ານ ແລ້ວ.
ແລະ ໃນຂນະ ດຽວກັນ ພື້ນທີ່ ເກືອບ 2,000 ເຮັກຕາ ປະມານ 23 ບ້ານ ຖືກນໍ້າຖ້ວມ ຕັ້ງແຕ່ ວັນຈັນ ວັນທີ່ 4 ສິງຫາ ຊຶ່ງຄາດວ່າ ເຂົ້າໃນນາ ທີ່ຖືກ ນໍ້າຖ້ວມ ນັ້ນ ຈະເນົ່າໝົດ, ຕາມ ຣາຍງານ ໜັງສືພິມ ທາງການລາວ.
ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ເວົ້າວ່າ ທາງ ຜແນກ ບໍ່ທັນມີ ເຂົ້າປູກ ແຈກຢາຍ ໃຫ້ຊາວນາ ທີ່ ຖືກນໍ້າຖ້ວມ ຍ້ອນຂາດ ງົບປະມານ ສະນັ້ນ ຊາວນາ ຕ້ອງໄດ້ຊື້ ເຂົ້າປູກ ເອງ. ປັດຈຸບັນ ຣະດັບ ນໍ້າ ເຊບັ້ງໄຟ ຍັງຢູ່ ໃນຂີດ ອັນຕຣາຍ 18 ແມັດ 90 ເຊັນ. ເຖິງແມ່ນວ່າ ຝົນ ກໍເບົາບາງ ລົງແດ່ແລ້ວ.
ເມືອງ ເຊບັ້ງໄຟ ຖືກນໍ້າຖ້ວມ ເມື່ອປີ 2011 ທີ່ ເກີດຈາກ ຝົນຕົກໜັກ ຫລາຍມື້ ຕິດຕໍ່ກັນ ແລະ ການປ່ອຍນໍ້າ ຈາກເຂື່ອນ ນໍ້າເທີນ 2 ສ້າງ ຄວາມເສັຽຫາຍ ໜັກ ແກ່ ບ້ານເຮືອນ ຜົລປູກ ທົ່ງໄຮ່ ທົ່ງນາ.