ນ້ຳເຊບັ້ງໄຟຢູ່ຂີດເຕືອນພັຍ

ອຸ່ນແກ້ວ ສຸກສະຫວັນ
2016.09.12
f-mekong ຣະດັບນໍ້າ ໃນແມ່ນໍ້າຂອງ ເຂດນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນສິງຫາ ປີນີ້
RFA

ຣະດັບນ້ຳ ຢູ່ເຊບັ້ງໄຟ ເມືອງ ເຊບັ້ງໄຟ ແຂວງ ຄຳມ່ວນ ເລີ້ມສູງຂຶ້ນ ໃກ້ຮອດຂີດ ເຕືອນພັຍ ແລ້ວ ເມື່ອທຽບໃສ່ ຣະດັບນ້ຳ ໃນປີ 2015 ຫລັງຈາກ ທີ່ມີຝົນ ຕົກໜັກ ຢູ່ທາງພາກໃຕ້ ຂອງ ປະເທດລາວ.

ໃນປີນີ້ ທາງການແຂວງ ເລີ້ມມີການ ທົດລອງໃຊ້ ປະຕູນ້ຳ ເຊບັ້ງໄຟ ຊຶ່ງ ຫາກໍ່ສ້າງແລ້ວ ໃນປີນີ້ ແລະ ທາງເມືອງ ບໍ່ມີຄວາມ ກັງວົນ ເລື້ອງນ້ຳ ເຊບັ້ງໄຟ ຈະໄຫລເຂົ້າຖ້ວມ ເນື້ອທີ່ນາ ແລະ ບ້ານເຮືອນ ຂອງ ປະຊາຊົນ ທີ່ຢູ່ແຄມນ້ຳ, ແຕ່ທາງ ເຈົ້າໜ້າທີ່ ກໍຕິດຕາມ ຣະດັບນໍ້າຂຶ້ນ ຢ່າງໃກ້ຊິດ. ດັ່ງ ເຈົ້າໜ້າທີ່ ເມືອງທ່ານນຶ່ງ ໄດ້ເວົ້າຕໍ່ ເອເຊັຍເສຣີ ໃນວັນທີ 12 ກັນຍາ ວ່າ:

"ສະຖານະການ ນ້ຳເຊບັ້ງໄຟ ຂຶ້ນ ແຕ່ຍັງບໍ່ທັນ ໄຫລເຂົ້າ ຍັງບໍ່ທັນຖ້ວມ ລະດັບເຕືອນພັຍ ແມ່ນ 17.5 ຖືວ່າເຕືອນ ແຕ່ວ່າປີນີ້ ມັນອາດຈະ ຮັບປະກັນ ເລື້ອງ ປະຕູນ້ຳ ກໍຖືວ່າ ວັນຫລັງ ມານີ້ 17.5 ກໍຖືວ່າ ປົກກະຕິ ນ້ຳບໍ່ທັນ ໄຫລເຂົ້າ".

ສຳລັບປີນີ້ ຖືວ່າເປັນປີ ທຳອິດ ທີ່ນ້ຳຍັງ ບໍ່ທັນໄຫລເຂົ້າ ຖ້ວມນາ ປະຊາຊົນ ເພາະ ປົກກະຕິ ແລ້ວ ຖ້າຣະດັບ ນ້ຳສູງຂຶ້ນ ຮອດ 17 ແມັດ ຂຶ້ນໄປ ນ້ຳຈະເລີ້ມໄຫລ ເຂົ້າຖ້ວມນາ ປະຊາຊົນ ແລ້ວ. ເຈົ້າໜ້າທີ່ ກ່າວອີກວ່າ ປະຕູນ້ຳ ເຊບັ້ງໄຟ ຫາກໍ່ສ້າງ ແລ້ວໃນປີ 2016 ແລະ ສາມາດ ໃຊ້ໄດ້ແລ້ວ ໂດຍຄາດວ່າ ຈະສາມາດ ກັ້ນນ້ຳ ເຊບັ້ງໄຟ ບໍ່ໃຫ້ໄຫລ ເຂົ້າຖ້ວມນາ ຂອງ ປະຊາຊົນ ໄດ້ ຣະດັບນຶ່ງ.

ໃນວັນທີ 12 ກັນຍາ ທີ່ຜ່ານມາ ກົມອຸຕຸນິຍົມ ແລະ ອຸທຸກກະສາດ ກະຊວງ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ປະກາດ ເຕືອນພັຍ ຣະວັງນ້ຳຖ້ວມ ກະທັນຫັນ ດິນເຈື່ອນ ຢູ່ ແຂວງຕ່າງໆ ພາກໃຕ້ ຂອງ ປະເທດລາວ ເປັນຕົ້ນ ແຂວງ ສະຫວັນນະເຂດ, ຈຳປາສັກ, ຄຳມ່ວນ, ສາລະວັນ ແຂວງ ອັດຕະປື ຍ້ອນວ່າ ໃນວັນທີ 13-15 ຈະມີພະຍຸ ດີບເປຼຊັນ ຈະພັດເຂົ້າ ຝັ່ງທະເລ ແຂວງ ດານັງ ປະເທດ ວຽດນາມ ແລະ ຈະພັດເຂົ້າ ມາຮອດ ແຂວງ ສາຣະວັນ ແລະ ແຂວງ ອັດຕະປື ໃນ ວັນດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.