ແຂວງຫົວພັນ 8 ຊີວິດ ໄປກັບ ນໍ້າຖ້ວມ
2018.09.06

ເຫດພັຍພິບັດນໍ້າຖ້ວມກະທັນຫັນ ຈາກຝົນຕົກໜັກ ແລະນໍ້າປ່າໄຫຼຊຸ ເມື່ອທ້າຍເດືອນສິງຫາ ຜ່ານມານີ້ ຢູ່ແຂວງຫົວພັນ ມີປະຊາຊົນ ເສັຽຊີວິດແລ້ວ 8 ຄົນ ບ້ານເຮືອນໄດ້ຮັບຜົນກະທົບ ຢ່າງຫຼວງຫຼາຍ ໂດຍສະເພາະ ຢູ່ບ້ານເມືອງຍືດ, ເມືອງຊຳເໜືອ ເຮືອນປະຊາຊົນ ເສັຽຫາຍໜັກ 141 ຫຼັງ, 148 ຄອບຄົວ 800 ຮ້ອຍປາຍຄົນ ຖືກຜົນກະທົບ. ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງຫົວພັນ ກ່າວວ່າ:
“ຜູ້ເສັຍຊີວິດທັງໝົດນີ່ 8 ຄົນ ທົ່ວແຂວງ ຜູ້ຍິງມີ 2 ນອກນັ້ນຊາຍໝົດ ບໍ່ມີເດັກນ້ອຍ ຄອບຄົວຜູ້້ເສັຍຊີວິດນີ່ ມີແຕ່ວ່າມັນຈະມີລະບຽບ ເນາະ ທາງລັດຖະບານເຮົານິ່ ແຫຼະວ່າກຳນົດໃຫ້ ຜູ້ນຶ່ງນັ້ນລ້ານຫ້າແສນກີບ ແຕ່ວ່າຍັງບໍ່ໄດ້ຊ່ວຍ ແຕ່ຄິດວ່າຊິໄດ້ແນ່ນອນ ຂອງງົບປະມານ ຍັງບໍ່ອອກວ່າຊັ້ນຊະ.”
ທ່ານເວົ້າວ່າ ປັດຈຸບັນ ບ້ານເມືອງຍືດ ເມືອງຊຳເໜືອ ຖືໄດ້ວ່າໄດ້ຮັບຜົນເສັຽຫາຍຢ່າງໜັກ ທັງຊີວິດແລະຊັພສິນ ສຳຄັນຂອງປະຊາຊົນ ເນື້ອທີ່ການຜລິດຖືກຜົນກະທົບ 57 ເຮັກຕາ ອີິກທັງຣະຫວ່າງວັນທີ 27 ຫາ 31 ສິງຫາ ຜ່ານມານີ້ ມີຝົນຕົກໜັກ ຕິດຕໍ່ກັນເພີ້ມອີກ ເຮັດໃຫ້ນໍ້າຍືດ ມີປະຣິມານເພີ້ມຂຶ້ນຢ່າງໄວ ແລະໄຫຼເຂົ້າຖ້ວມເຮືອນປະຊາຊົນ ຢູ່ລຽບແຄມນໍ້າຍືດເສັຽຫາຍ 70 ປາຍຫຼັງ ໃນນັ້ນມີ 15 ຫຼັງ ທີ່ເສັຽຫາຍ 100 ສ່ວນຮ້ອຍ.
ທ່ານກ່າວຕື່ມວ່າ ນອກຈາກວ່າ ຈະໃຫ້ເງິນຊ່ອຍຜູ້ເສັຽຊີວິດແລ້ວ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ບ້ານເຮືອນເສັຽຫາຍທັງໝົດນັ້ນ ຕາມແຜນງານແລ້ວ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ຊ່ອຍເຫຼືອເປັນປະເພດເຄື່ອງຈຳເປັນກ່ອນ ເຊັ່ນ: ໂຄງສ້າງເຮືອນ, ມຸງຫຼັງຄາ, ສັງກະສີ ແລະເຂົ້າສານອາຫານແຫ້ງ ຈຳນວນນຶ່ງ ດັ່ງທີ່ທ່ານກ່າວວ່າ:
“ການຍົກຍ້າຍນີ້ ສ່ວນຫຼາຍຢູ່ເຮືອນພີ່ນ້ອງ ກັບຢູ່ສະໂມສອນບ້ານເປັນແນວນັ້ນ ເບື້ອງຕົ້ນກໍ່ມີແຕ່ຊ່ວຍເຂົ້າ ແລ້ວກໍ່ອາຫານແຫ້ງ ສະເພາະ ເຮືອນ ທີ່ເສັຽຫາຍເຖິງຂັ້ນຢູ່ບໍ່ໄດ້ເນາະ ທາງພວກເຮົາກໍ່ມີແຜນຊິຊ່ວຍ ເປັນມຸງຫຼັງຄາ ເປັນຕົ້ນສັງກະສີບໍ, ເຫຼັກຕະປູບໍ ແລະກໍ່ເຂົ້າກິນ ຕື່ມເນາະ ຕາມລະບຽບການນັ້ນ ສ່ວນວ່າພື້ນຖານໂຄງລ່າງ ເປັນຊົລປະທານ, ເປັນທາງ, ເປັນເຄຫະສະຖານ ຂອງລັດນັ້ນ ໂຕນີ້ກໍ່ຄິດວ່າ ຈະສ້ອມແປງ ຕາມສາຍຕັ້ງ ຂອງແຕ່ລະຜແນກການ ນັ້ນລະເນາະ.”
ທ່ານກ່າວຕື່ມວ່າ ສ່ວນມູນຄ່າຄວາມເສັຽຫາຍທັງໝົດນັ້ນ ເຈົ້າໜ້າທີ່ຂັ້ນແຂວງ ແລະເມືອງ ກຳລັງຮວບຮວມຂໍ້ມູນຢ່າງຣະອຽດຢູ່ ແລະຄາດວ່າ ຈຳນວນຜູ້ເສັຽຊີວິດ ຈະບໍໍ່ເພີ້ມຂຶ້ນແລ້ວ ຫາກຝົນບໍ່ຕົກຕິດຕໍ່ກັນຕື່ມອີກ. ທີ່ຜ່ານມາ ແຂວງຫົວພັນ ເຄີຍຖືກ ນໍ້າຖ້ວມ ເມື່ອປີ 1996 ຫຼືເມື່ອ 22 ປີກ່ອນ ແຕ່່ບໍ່ຮ້າຍແຮງຊໍ່ານີ້.