ທາງການແປງຖນົນໄປບໍ່ ໂພນຕິ້ວ
2017.10.06
ທາງຫ້ອງການເມືອງຫິນບູນ ແຂວງຄຳມ່ວນ ເລິ້ມສ້ອມແປງຖນົນ ຈາກສາມແຍກຖນົນເລກທີ 13 ເຂົ້າໄປຫາບ້ານບໍ່ໂພນຕິ້ວ ແລ້ວເມື່ອຕົ້ນ ປີນີ້. ເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ເມືອງ ຫິນບູນ ແຂວງຄຳມ່ວນ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ໃຫ້ລາຍລະອຽດ ກ່ຽວກັບ ການສ້ອມແປງ ນີ້ຕື່ມວ່າ:
“ຂະເຈົ້າກໍລົງແກ້ໄຂແລ້ວ ລົງໄປເບິ່ງ ຫົວໜ້າຜແນກ ຂະເຈົ້າກໍໄປງ່າຍມາງ່າຍແນ່ ຝົນຕົກລົງແນ່ ສອງສາມມື້ ເຮົາເຮັດຍາມຝົນ ມັນເຮັດ ບໍ່ໄດ້ ຫັນແຫລະ ຣົດມັນທຽວໄປທຽວມາ ຢູ່ຕລອດ. ໂອ້ຍ, ກໍຣົດຫລາຍຫັ່ນແລ້ວ ມັນເຂດ ອຸດສາຫະກັມເນາະ ການຂົນສົ່ງ ມື້ນັ້ນຂະເຈົ້າ ເວົ້າບໍ່ມີບັນຫາ ແລ້ວ ໄປງ່າຍ ມາງ່າຍແລ້ວ.”
ກ່ອນໜ້ານີ້ຖນົນເຂົ້າ ບໍ່ໂພນຕິ້ວ ເປ່ເພຢ່າງໜັກ ມີແຕ່ຂຸມ ຂີ່ຕົມ ແລະມື່ນ. ປະຊາຊົນໃນ 25 ບ້ານ ໄດ້ຮັບຄວາມລຳບາກ ໃນການໄປມາ ຫາສູ່. ຣົດນ້ອຍ ຣົດຕ່ຳ ຣົດຈັກແລະຣົດຖີບ ໄປບໍ່ໄດ້ເລີຍ ມີແຕ່ ຣົດບັນທຸກ ຂົນແຮ່ ທາດຂນາດໃຫຍ່ ເທົ່ານັ້ນ ໄປໄດ້.
ເຈົ້າໜ້າທີ່ເມືອງຫິນບູນ ອະທິບາຍວ່າຣັຖບານລາວ ເລິ້ມສ້ອມແປງທາງ ເສັ້ນນີ້ແຕ່ປີ 2010 ແລະມີແຜນຈະປູຢາງ ໃຫ້ສຳເຣັດພາຍໃນປີ 2012. ແຕ່ຍ້ອນຂາດເຂີນ ງົບປະມານ ຣັຖບານ ຈຶ່ງໂຈະ ການກໍ່ສ້າງ ພຽງແຕ່ເອົາຣົດດຸດ ໄປດຸດໄປກວາດ ໃຫ້ພຽງ ໃນທ້າຍຣະດູຝົນ ໃນແຕ່ລະປີເທົ່ານັ້ນ. ແຕ່ໃນທຸກໆປີ ຫລັງຈາກກວາດສ້ອມແປງແລ້ວ ຫົນທາງກໍເປ່ເພ ຄືນຄືເກົ່າ ເພາະຣົດທຽວທາງເສັ້ນນີ້ ສ່ວນຫລາຍ ແມ່ນຣົດບັນທຸກ ຂນາດໜັກໆທັງນັ້ນ.
ເຖິງຢ່າງໃດກໍດີ ເຈົ້າໜ້າທີ່ ເມືອງຫິນບູນ ທ່ານນີ້ເວົ້າວ່າ ທາງການເມືອງຫິນບູນ ຈະສເນີພາຍໃນທ້າຍປີນີ້ ໃຫ້ຣັຖບານ ປູຢາງທາງເຂົ້າ ບໍ່ໂພນຕິ້ວ ນີ້ໃຫ້ສຳເຣັດ ພາຍໃນປີໜ້າ.