ເຂື່ອນເຊປຽນ-ເຊນໍ້ານ້ອຍ ຕຣຽມພ້ອມ ຮັບມື ເຫດສຸກເສີນ
ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຕຣຽມພ້ອມ ຮັບມືເຫດສຸກເສີນ ໃນຣະດູຝົນປີນີ້ ເພື່ອປ້ອງກັນ ພັຍທັມມະຊາດ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ ໂດຍໄດ້ມີການຕິດຕາມກວດກາ ໂຄງສ້າງຂອງເຂື່ອນ, ສັນເຂື່ອນເຊປຽນ-ເຊນໍ້ານ້ອຍ.
-
ສຸພັດຕາ
2022-06-02 -
-
-
Your browser doesn’t support HTML5 audio
ບໍຣິສັດເຊປຽນ-ເຊນໍ້ານ້ອຍ ຫຼື PNPC ຕຣຽມພ້ອມຮັບມືເຫດສຸກເສີນ ໃນລະດູຝົນປີນີ້ ເພື່ອປ້ອງກັນພັຍທັມມະຊາດ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ ໂດຍໄດ້ມີການຕິດຕາມກວດກາ ໂຄງສ້າງເຂື່ອນ, ສັນເຂື່ອນ ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ໂດຍມອບໄດ້ໝາຍໃຫ້ ພະນັກງານຊ່ຽວຊານ ຝ່າຍໂຍທາຂອງບໍຣິສັດ ເຂົ້າໄປປະຈໍາການ ແລະຣາຍງານລະດັບນໍ້າ ຢູ່ບໍຣິເວນສັນເຂື່ອນທຸກແຫ່ງ ຕລອດ 24 ຊົ່ວໂມງ ຈົນໝົດຣະດູຝົນ.
ດັ່ງເຈົ້າໜ້າທີ່ ບໍຣິສັດເຊປຽນ-ເຊນໍ້ານ້ອຍ ຫຼື PNPC ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 2 ມິຖຸນາ ນີ້ວ່າ:
“ທາງເຂື່ອນເຮົາ ກະທໍາການກວດກາ ເປັນ Routine structure ແລ້ວກໍມີໜ່ວຍງານ Civil ເຂົ້າປະຈໍາການຢູ່ Dam Site ແຕ່ລະ Dam ກະເພື່ອປ້ອງກັນບັນຫາ ແກ້ບັນຫາ ຜົລກະທົບ ຕໍ່ສິ່ງແວດລ້ອມແດ່ ອ່າເຣື່ອງຄວາມສ່ຽງແນ່ ໃນລະດູຝົນແດ່ ກະຕຣຽມພ້ອມທຸກຢ່າງ.”
ທ່ານກ່າວຕື່ມອີກວ່າ ຜົລການຕິດຕາມກວດກາ ໂຄງສ້າງເຂື່ອນ ແລະສັນເຂື່ອນ ທັງໝົດ 5 ແຫ່ງ ຄື: Saddle Dam A, B, C, D ແລະ E ເຊິ່ງເຫັນວ່າ ໂຄງສ້າງເຂື່ອນ ແລະສັນເຂື່ອນແຂງແຮງ, ໝັ້ນຄົງ ຕາມມາຕຖານ ການອອກແບບ ແລະຢັ້ງຢືນວ່າ ຈະບໍ່ເກີດຄວາມສ່ຽງ ຫຼືຜົລກະທົບຕໍ່ປະຊາຊົນລາວ ທີ່ອາສັຍຢູ່ທ້າຍເຂື່ອນຢ່າງແນ່ນອນ.
ຫາກເຫັນວ່າ ເຂື່ອນເຊປຽນ-ເຊນໍ້ານ້ອຍ ມີຄວາມສ່ຽງທີ່ອາຈເກີດສຸກເສີນຂຶ້ນ ກໍຈະຣາຍງານ ໃຫ້ກັບທາງການລາວຮັບຮູ້ຢ່າງຮີບດ່ວນ ເພື່ອຕຣຽມພ້ອມຮັບມື ໂດຍຈະບໍ່ຊັກຊ້າ ຈົນເກີດຄວາມເສັຽຫາຍຮຸນແຮງ ຄືກັບໃນອະດີດທີ່ຜ່ານມາ.
ຂະນະທີ່ ຊາວບ້ານ ໃນເມືອງສນາມໄຊ ແຂວງອັດຕະປື ເຊິ່ງອາສັຍຢູ່ທ້າຍເຂື່ອນເຊປຽນ-ເຊນໍ້ານ້ອຍ ກໍເຫັນວ່າ ມີຄວາມກັງວົນໃຈຄືກັນ ແຕ່ບໍ່ຫຼາຍປານໃດ ເນື່ອງຈາກທາງບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ກໍໄດ້ຢັ້ງຢືນກັບຊາວບ້ານວ່າ ປັດຈຸບັນ ໂຄງສ້າງຂອງເຂື່ອນ ມີຄວາມທົນທານ ແຂງແຮງ ບໍ່ມີຄວາມສ່ຽງ ທີ່ຈະເກີດອັນຕລາຍໃດໆ.
ດັ່ງຊາວລາວຜູ້ນຶ່ງ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 2 ມິຖຸນາ ນີ້ວ່າ:
“ເຂົາກັງວົນຄືເກົ່າຫັ້ນແລ້ວລູກເອີ່ຍ ຊິເປັນຫ່ວງກັບເຂື່ອນ ເຊປຽນຫັ້ນ ກະເປັນກັງວົນ ມາໜ້ອຍນຶ່ງແລ້ວ ກະຄິດຄືກັນຫັ້ນແລ້ວ ເພາະວ່າເຂົາຍັງຊິເຮັດອັນນີ້ ເຮັດອັນນັ້ນອີກຢູ່ຫັ້ນນ່າ.”
ສ່ວນຊາວລາວອີກຜູ້ນຶ່ງ ໃນເມືອງສນາມໄຊ ກ່າວວ່າ ເພື່ອສ້າງຄວາມໝັ້ນໃຈ ໃຫ້ກັບຊາວບ້ານ ທີ່ອາສັຍຢູ່ທ້າຍເຂື່ອນເຊປຽນ-ເຊນໍ້ານ້ອຍ ຈຶ່ງຂໍຮຽກຮ້ອງໃຫ້ ໃຫ້ບໍຣິສັດເຈົ້າຂອງໂຄງການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ຣາຍງານລະດັບນໍ້າ, ການເປີດ-ປິດ ເຂື່ອນໄຟຟ້າ ໃຫ້ກັບຊາວບ້ານຮັບຮູ້ ໂດຍສະເພາະ ຊ່ວງເວລາທີ່ເຂື່ອນປ່ອຍນໍ້າລົງ ຕ້ອງແຈ້ງເຕືອນລ່ວງໜ້າ ຢ່າງໜ້ອຍ 2 ຫາ 3 ມື້ ເພື່ອໃຫ້ຊາວບ້ານທ້າຍເຂື່ອນ ໄດ້ຕຣຽມພ້ອມຮັບມື້ ແລະເກັບມ້ຽນເຄື່ອງຂອງໄວ້ກ່ອນ.
ດັງຊາວບ້ານຜູ້ນຶ່ງ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 2 ມິຖຸນາ ນີ້ວ່າ:
“ສໍາຄັນແມ່ນວ່າ ໃຫ້ໂຄງການຫັ້ນ ຣາຍງານເປັນປະຈໍາ ນໍ້າຂຶ້ນທໍ່ໃດ ລົງທໍ່ໃດ ມັນຫຼາຍຊໍ່າໃດ ປ່ອຍຖິ້ມຊໍ່າໃດ ບໍ່ໃຫ້ມີຜົລກະທົບ ຢູ່ສູ່ໃຫ້ມັນຂັງຫຼາຍ ປ່ອຍບາດດຽວ ມັນມີບັນຫາຫັ້ນນ່າ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງອັດຕະປື ກ່າວວ່າ ພາຍຫຼັງທີ່ໄດ້ລົງພື້ນທີ່ໄປຕິດຕາມກວດກາ ໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ເມື່ອທ້າຍເດືອນພຶສພາທີ່ຜ່ານມານັ້ນ ເຫັນວ່າ ທັງເຣື່ອງສິ່ງແວດລ້ອມ-ສັງຄົມ ແລະຄວາມປອດພັຍຂອງເຂື່ອນ ຖືວ່າ ປະຕິບັດໄດ້ຕາມມາຕຖານການອອກແບບ ບໍ່ໄດ້ພົບບັນຫາຫຍັງ.
ສ່ວນໃນຣະດູຝົນປີນີ້ ກໍໃຫ້ທາງໂຄງການເຂື່ອນດັ່ງກ່າວ ເອົາໃຈໃສ່ຕິດຕາມ ກວດກາ ແລ້ວຣາຍງານຂໍ້ມູນເຣື່ອນໍ້າ ໃຫ້ກັບທາງການລາວຮັບຮູ້ແບບລະອຽດ ເພື່ອປ້ອງກັນເຫດສຸກເສີນ ແລະຄວາມສ່ຽງ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ ທຸກເວລາ.
ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 2 ມິຖຸນາ ນີ້ວ່າ:
“ໂຕທີ່ວ່າ ມັນເຮັດແລ້ວຫັ້ນນ່າ ເຂົາມອບໃຫ້ແຂວງ ຣາຍງານປົກກະຕິ ໃນຊ່ວງລະດູຝົນ ເຮັດບົດຣາຍງານສົ່ງກົມໄຟຟ້າ ແຜນການກວດກາເບາະ ແຜນຕິດຕາມ ເຂົາກະລົງຢູ່ໂຕນີ້ນ່າ.”
ເມື່ອຕົ້ນປີ 2022 ນີ້ ກະຊວງພະລັງງານ ແລະບໍ່ແຮ່ ພວມຮ່າງກົດໝາຍ ວ່າດ້ວຍ ຄວາມປອດພັຍຂອງເຂື່ອນ ເພື່ອສເນີໃຫ້ສະພາແຫ່ງຊາດຮັບຮອງ ພາຍຫຼັງທີ່ເຂື່ອນໄຟຟ້າຫຼາຍແຫ່ງໃນລາວ ກໍ່ສ້າງຂຶ້ນມາໂດຍບໍ່ຜ່ານມາຕຖານສາກົລ ແລະມີຄວາມສ່ຽງສູງ ທີ່ຈະເກີດເຫດຮຸນແຮງ ໂດຍສະເພາະ ເຂື່ອນຂນາດນ້ອຍ ແລະຂນາດກາງ ທີ່ທ້ອງຖິ່ນເປັນຜູ້ຄຸ້ມຄອງ.