ໂຮງງານເຜົາດິນຈີ່ຍັງສົ່ງ ຄວັນພິດ
2016.11.17
ຊາວບ້ານໂນນສະອາດ ເມືອງໄຊທານີ, ນະຄອນຫຼວງ ວຽງຈັນ ພາກັນຈົ່ມ ວ່າຍັງໄດ້ຮັບ ຜົລກະທົບ ຈາກຄວັນພິສ ຂອງ ໂຮງງານ ເຜົາ ດິນຈີ່ ຂອງ ວຽດນາມ ນັ້ນຢູ່, ຍ້ອນວ່າ ໂຮງງານ ແຫ່ງນີ້ ຍັງ ເຜົາດິນຈີ່ ຢູ່ທຸກມື້, ເຖິງວ່າ ກ່ອນ ໜ້ານີ້ ຈະມີຄນະ ກັມມະການ ດ້ານ ສິ່ງແວດລ້ອມ ເມືອງ ໄຊທານີ ແລະ ນະຄອນຫຼວງ ວຽງຈັນ ໄດ້ໄປກວດກາ ແລະ ສັ່ງໃຫ້ປິດ ໄປແລ້ວກໍ່ຕາມ. ຊາວບ້ານ ໂນນສະອາດ ຢືນຢັນ ກ່ຽວກັບ ເຣຶ່ອງນີ້ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ພຶສຈິກາ 2016 ນີ້ວ່າ:
"ຍັງໆ ຍັງເຮັດຢູ່ ຍັງຄວັນ ກຸບທີບຢູ່ນ່າ ຍັງເຜົາຢູ່ໄດ໋ ຍັງເຜົາຍັງຂິວ ຢູ່ຫັ້ນແຫຼະ. ລົມໄປທາງໃດ ຄວັນໄປທາງໃດ ກະຂິວ ໄປທາງນັ້ນ. ຍັງເຜົາຢູ່ ຄືຊິແມ່ນ ເຂົາຍັງ ຊ້ຳດິນ ເຂົາຕີ໋ເບາະ ດິນເຂົາ ຊື້ກອງ ບັກໃຫ່ຽໆຢູ່. ເອີ, ມັນກະ ຈຳເປັນແຫຼະ ໜີບໍ່ໄດ້ເດ ໜີໄປທາງໃດ? ຄວັນມາ ລະກະແລ່ນ ເຂົ້າໃນເຮືອນ ອັດປະກະຕູ ໄວ້".
ທ່ານເວົ້າຕື່ມວ່າ ພາຍຫຼັງທີ່ ຄນະກັມມະການ ດ້ານ ສິ່ງແວດລ້ອມ ລົງມາ ກວດກາ ໂຮງງານ ແຫ່ງນີ້ ກໍ່ໄດ້ເຊົາ ການຜລິດ ໄປຣະຍະນຶ່ງ, ແຕ່ຕໍ່ມາ ບໍ່ພໍ ເທົ່າໃດມື້ ກໍເລີ້ມ ຜລິດຄືນອີກ ຈົນຮອດ ທຸກມື້ນີ້ ເຮັດໃຫ້ ຊາວບ້ານ ກັງວົນ ຍ້ອນຢ້ານວ່າ ຈະໄດ້ຮັບ ຜົລກະທົບ ທາງ ສຸຂພາບ, ໂດຍສະເພາະ ແມ່ນຜູ້ເຖົ້າ ແລະ ເດັກນ້ອຍ. ໃນຂນະດຽວກັນ, ຊາວບ້ານ ອີກຜູ້ນຶ່ງ ກໍ່ໄດ້ກ່າວ ໃນວັນ ດຽວກັນວ່າ ຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ລົງມາກວດກາ ແລະ ແກ້ໄຂບັນຫາ ໃຫ້ຊາວບ້ານ ໂດຍດ່ວນ ເພາະຊາວບ້ານ ໄດ້ຮັບ ຜົລກະທົບ ຫຼາຍ:
"ແມ່ນແຫຼະ ຢາກໃຫ້ ຂັ້ນເທິງຫັ້ນແຫຼະ ລົງມາກວດເບິ່ງ ວ່າມັນເປັນ ແນວໃດ, ສະພາບ ປະຊາຊົນ ຢູ່ໃກ້ໆເຮັດໃຫ້ ປະຊາຊົນ ຫຍຸ້ງຍາກ ຫຼາຍ ກະຢາກຂໍ ຄວາມ ຊ່ວຍເຫຼືອ ຈາກຂັ້ນເທິງ ຫັ້ນແຫຼະວ່າ ໃຫ້ເພິ່ນລົງ ມາເບິ່ງວ່າ ມັນເປັນ ຣະບົບແນວໃດ, ຫຼາຍໆຄົນ ກະເວົ້າ".
ຕໍ່ບັນຫານີ້, RFA ໄດ້ຕິດຕໍ່ໄປຍັງ ຫ້ອງການ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ ໃນວັນທີ 16 ພຶສຈິກາ ເພື່ອ ຂໍຮູ້ວ່າ ຈະມີການ ສັ່ງໃຫ້ ໂຮງງານ ເຜົາດິນຈີ່ ຂອງ ວຽດນາມນີ້ ເຊົາຜລິດ ແບບຖາວອນ ຫຼືບໍ່, ໄດ້ຮັບ ຄຳຕອບວ່າ ຍັງບໍ່ຮູ້:
"ຖາວອນບໍ່ຖາວອນ ເຮົາກະຍັງ ບໍ່ທັນຮູ້ໄດ໋ ເພາະວ່າ ການສັ່ງປິດ ນີ້ມັນກະ ສັ່ງປິດ ບໍ່ທັນໄດ້ ແຫຼະເນາະ ມີແຕ່ຂະເຈົ້າ ທາງຄນະ ກັມມະການ ກະເຮັດໄປ ຕາມ ຣະບຽບ ຂັ້ນຕອນ. ເມືອງເຮົາ ກະມີແຕ່ ເຂົ້າຮ່ວມ ໄທເຮົາ ກະບໍ່ມີ ສິທຫຍັງ. ມື້ລົງໄປ ກະບອກຂະເຈົ້າ ຢຸດຕິກ່ອນ ຫັ້ນແຫຼະ ເພື່ອວ່າ ດຳເນີນ ດ້ານຣະບຽບ ໃຫ້ມັນ ຖືກຕ້ອງ ຫັ້ນຫຼະ".
ເມື່ອ 2 ສັປດາກ່ອນ, ທ່ານ ສົມມາດ ພົນເສນາ, ຣັຖມົນຕຣີ ກະຊວງ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ໄດ້ກ່າວຕໍ່ ກອງປະຊຸມ ສະພາ ແຫ່ງຊາຕ ວ່າ ທາງກະຊວງ ທີ່ທ່ານ ຮັບຜິດຊອບ ກໍ່ໄດ້ຮັບ ຮູ້ບັນຫາ ນັ້ນແລ້ວ ແລະ ທ່ານກໍ່ໄດ້ ສເນີໄປຫາ ຜແນກ ອຸດສາຫະກັມ ແລະ ການຄ້າ ນະຄອນຫຼວງ ວຽງຈັນ ເຣຶ່ອງ ການຖອນ ໃບອະນຸຍາດ ດຳເນີນ ທຸຣະກິຈ ຂອງໂຮງງານ ວຽດນາມ ດັ່ງກ່າວ ນັ້ນແລ້ວ.