ຊາວເມືອງໄຊເສດຖາກັງວົນນໍາ ທີ່ດິນ
2014.05.09
ເມື່ອ ສັປດາ ຜ່ານມາ ເຈົ້າຫນ້າທີ່ ນະຄອນ ຫລວງ ວຽງຈັນ ໄດ້ໄປ ສຳຫຣວດ ສາມບ້ານ ຄື: ບ້ານ ນາໄຫ ບ້ານ ຊຽງດາ ແລະ ບ້ານ ດົງຄຳຊ້າງ ເມືອງ ໄຊເສດຖາ ຊາວບ້ານ ທ່ານນຶ່ງ ເວົ້າວ່າ ເຈົ້າຫນ້າທີ່ ໄດ້ ວັດແທກ ພື້ນທີ່ດິນ ຕາມທາງ ທີ່ຕັດຜ່ານ ບ້ານຂອງ ພວກຕົນ ແຕ່ລະຟາກ ທາງ ເບຶ້ອງລະ 50 ແມັດ ໄປຕາມ ເສັ້ນທາງ ປະມານ 10 ກິໂລແມັດ:
"ຫມົດ ຕິເບາະ ເພີ່ນ ມາແທກ ເຂົາຊີ່ເອົາ ແຕ່ນີ້ 50 ແມັດລົງ ໄປພຸ້ນ ຈຳເຮືອນ ລະຫມົດ ແຫລະ ຫົມດເຂົ້າ ໄປໃນພຸ້ນ ຫມົດດິນ ພຸ້ນ".
ຫລັງຈາກ ເຈົ້າຫນ້າທີ່ ວັດແທກ ໄປແລ້ວ ຊາວບ້ານ ຫລາຍຄົນ ກໍ ກັງວົນໃຈ ເພາະ ຄິດວ່າ ຈະຕ້ອງ ເສັຽດິນ ໃຫ້ ທາງການ ແລະ ຈະຖືກ ໂຍກຍ້າຍ ໄປຢູ່ ບ່ອນໃຫມ່. ແຕ່ໃນ ປັດຈຸບັນ ຍັງບໍ່ທັນ ຖືກ ແຈ້ງການ ເທຶ່ອວ່າ ເນື້ອທີ່ດິນ ທີ່ ທາງການ ເຂົ້າມາ ສຳຣວດ ນັ້ນ ຈະຖືກນຳ ໄປໃຊ້ ໃນ ຈຸດປະສົງ ອັນໃດແທ້. ທາງການ ພຽງແຕ່ ບອກວ່າ ມາສຳຫຣວດ ຊື່ໆວ່າ ດິນເຂດ ນີ້ ມີໃຜແດ່ ເປັນ ເຈົ້າຂອງ ແລະ ໄດ້ຮັບ ກັມມະສິດ ຢ່າງ ຖືກຕ້ອງ ຕາມ ກົດຫມາຍ ຫຼືບໍ່ ແລະ ເປັນດິນ ຂອງຣັຖ ຫລາຍ ປານໃດ ເພາະຈະໄດ້ ຣາຍງານ ຕໍ່ ເຈົ້າຄອງ ກຳແພງ ນະຄອນ ຫລວງ ວຽງຈັນ.
ແຕ່ເຖິງ ຢ່າງໃດ ກໍຕາມ ຊາວບ້ານ ກໍ ໂສກັນວ່າ ດິນ ໃນ ບໍຣິເວນ ດັ່ງກ່າວ ທີ່ ວັດແທກ ນັ້ນ ອາດເປັນເຂດ ຈະກໍ່ສ້າງ ຮ່ອງ ຣະບາຍ ນ້ຳ ຈາກເຂດ ເສຖກິດ ພິເສດ ບຶງ ທາດຫລວງ ຂອງ ນັກລົງທຶນ ຈີນ ກໍເປັນໄດ້ ເພາະວ່າ ດຽວນີ້ ເຫັນມີການ ຂຸດຮ່ອງ ຣະບາຍ ນ້ຳ ຕາມທາງ ຈົນຮອດ ຫມູ່ບ້ານ ຂອງ ພວກ ຂະເຈົ້າ.