ຊາວໄຊຍະບູຣີຫຼັງຈາກແຜ່ນດິນ ໄຫວ
2014.05.07
ເຖີງແມ່ນວ່າ ຍັງບໍ່ມີ ຜູ້ໃດ ເສັຽ ຊິວິດ ທີ່ ແຂວງ ໃກ້ຄຽງ ໃນລາວ ໃນ ເຫດການ ແຜ່ນດິນໄຫວ ທີ່ ເຮັດໃຫ້ ຄົນເສັຽຊີວິດ 1 ຄົນ ແລະ ບາດເຈັບ ຫລາຍຄົນ ໃນໄທ ໃນ ວັນຈັນ ແຕ່ໄດ້ ສ້າງຄວາມ ຢ້ານກົວ ໃຫ້ແກ່ ຄົນລາວ ໂດຍສະເພາະ ປະຊາຊົນ ຜູ້ທີ່ຢູ່ ໃກ້ ເຂື່ອນ ໄຊຍະບູຣີ ເພາະ ເສັ້ນຂນານ ແຜ່ນດິນ ໄຫວ ໃຕ້ດິນ ນັ້ນ ບໍ່ໄກ ຈາກພື້ນທີ່ ສ້າງ ເຂຶ່ອນ ໄຊຍະບູຣີ ພໍເທົ່າໃດ.
ຫ້ອງການ ອຸຕຸນິຍົມ ວິທຍາ ສປປລາວ ທີ່ແຂວງ ຫລວງ ພຣະບາງ ແລະ ບໍຣິຄຳໄຊ ສາມາດ ວັດແທກ ຄວາມສັ່ນ ສະເທືອນ ຂອງ ແຜ່ນດິນ ໄຫວ ໃນໄທ ເທື່ອນີ້ ໄດ້ ປະມານ 6.3 ເຣັກເຕີ ແຕ່ ບໍ່ມີ ຄວາມ ເສັຽຫາຍ ໃນລາວ.
ທ່ານ ຫລ້າອ່ອນ ຈັນທະວົງ ຫົວຫນ້າ ຫ້ອງການ ອຸຕຸນິຍົມ ວິທຍາ ປະຈຳ ແຂວງ ບໍ່ແກ້ວ ເວົ້າວ່າ ເວລານີ້ ຍັງບໍ່ມີ ຂໍ້ມູນ ກ່ຽວກັບ ຄວາມ ເສັຽຫາຍ ໃນລາວ ເທື່ອ. ທ່ານວ່າ ແຂວງ ພາກກາງ ຂອງລາວ ປອດພັຍດີ ແລະວ່າ ໄດ້ຕິດຕໍ່ ໄປຍັງ ເມືອງ ແລະ ແຂວງ ທີ່ ໃກ້ຄຽງ ວ່າໄດ້ຮັບ ຄວາມ ເສັຍຫາຍ ຈາກເຫດ ແຜ່ນດິນ ໄຫວ ຫລືບໍ່.
ຊາວບ້ານ ທີ່ ແຂວງ ບໍ່ແກ້ວ ທີ່ຢູ່ ຕິດກັບ ຊາຍແດນໄທ ນັ້ນ ໄດ້ຮັບ ການສັ່ນ ສະເທືອນ ຫລາຍ ກວ່າຫມູ່ ໃນມື້ ວັນຈັນ ແລະ ໃນວັນ ອັງຄານ ຕໍ່ມາ.