ນໍ້າຖ້ວມເມືອງຄອບ ບ້ານເຮືອນເສັຽຫາຍ

0:00 / 0:00

ຊາວເມືອງຄອບ ແຂວງ ໄຊຍະບູຣີ ທີ່ໄດ້ຮັບ ຄວາມເສັຽຫາຍ ຍ້ອນນໍ້າຖ້ວມ ຕ້ອງການ ຄວາມຊ່ວຍເຫລືອ ຢ່າງ ຮີບດ່ວນ ຈາກ ທາງການ.

ຊາວເມືອງຄອບ ແຂວງ ໄຊຍະບູຣີ ຈໍານວນ 5 ຄອບຄົວ ທີ່ບ້ານເຮືອນ ເສັຽຫາຍ ຢ່າງໜັກ ຍ້ອນນໍ້າຖ້ວມເມື່ອວັນທີ 28 ຫາ 30 ກໍຣະກະດາ ຜ່ານມານັ້ນ ຕ້ອງການ ຄວາມຊ່ວຍເຫລືອ ຈາກທາງແຂວງ ຢ່າງຮີບດ່ວນ ເພາະບໍ່ມີ ບ່ອນຢູ່ຕ້ອງໄປ ອາສັຍ ຢູ່ເຮືອນນໍາ ຍາດພີ່ນ້ອງ. ກ່ຽວກັບ ການຊ່ວຍເຫລືອນັ້ນ ເຈົ້າໜ້າທີ່ ກ່າວໃນວັນທີ 5 ສິງຫາ ນີ້ວ່າ ທາງແຂວງ ຍັງບໍ່ກໍານົດ ເທື່ອວ່າ ຈະໃຫ້ແນວໃດ:

"ກະອາສັຍ ຢູ່ນໍາເຮືອນ ພີ່ນ້ອງ ໃກ້ຄຽງກັນ ນີ້ແຫລະ ປັຈຈຸບັນນີ້ ເພິ່ນຕ້ອງການ ຊ່ວຍເຫລືອ ຮີບດ່ວນ ໂຕນີ້ກະຍັງ ງົບປະມານ ຂອງທາງແຂວງ ເພິ່ນຈະໃຫ້ ການຊ່ວຍເຫລືອຢູ່ ແຕ່ຫາກຍັງ ບໍ່ຮູ້ວ່າ ຈະໄດ້ຂນາດ ໃດເທື່ອ".

ທ່ານກ່າວ ຕໍ່ໄປວ່າ ດຽວນີ້ ທາງພາກສ່ວນ ກ່ຽວຂ້ອງ ພວມຫາຣືກັນ ຢູ່ກ່ຽວກັບ ແຜນການ ຊ່ວຍເຫລືອ ຊາວບ້ານ ທີ່ບ້ານເຮືອນ ໄດ້ຮັບຄວາມ ເສັຽຫາຍ ຈາກເຫດ ນໍ້າຖ່ວມນັ້ນ ແຕ່ຍັງບໍ່ ສາມາດກໍານົດມື້ ທີ່ຈະໄດ້ ແລະຈະໃຫ້ເງິນ ຄອບຄົວ ລະເທົ່າໃດ. ແຕ່ຮູ້ວ່າ ທາງແຂວງ ຈະສນອງນໍ້າດື່ມ ແລະ ອາຫານແຫ້ງ ໃຫ້ນໍາດ້ວຍ.

ຣາຍງານລ່າສຸດ ຈາກເມືອງຄອບ ວ່າ ຊາວບ້ານປະມານ 300 ຄອບຄົວ ທີ່ເຮືອນ ຖືກນໍ້າຖ້ວມ ແຕ່ເສັຽຫາຍ ບໍ່ຫລາຍ ນັ້ນ ໄດ້ພາກັນ ເຂົ້າໄປ ອະນາມັຍ ເຮືອນຂອງຕົນ ແລະ ສາມາດຢູ່ ອາສັຍໄດ້ ຕາມປົກຕິແລ້ວ. ສ່ວນໄຟຟ້າ ທີ່ມອດໄປ ທົ່ວເມືອງ ຕັ້ງແຕ່ ມື້ຖືກນໍ້າຖ້ວມ ຍ້ອນເສົາ ໄຟຟ້າລົ້ມນັ້ນ ກໍຖືກສ້ອມແປງ ແລະ ມີໃຊ້ແລ້ວ.

ປະເມີນວ່າ ເຫດນໍ້າຖ້ວມ ຄັ້ງນີ້ ສ້າງຄວາມເສັຽຫາຍ ໃຫ້ແກ່ ຊາວບ້ານ 8 ຕື້ກີບ. ແຕ່ໄຮ່ນາ ຂອງ ປະຊາຊົນ ບໍ່ໄດ້ຮັບ ຜົລກະທົບ ຮ້າຍແຮງ ແຕ່ຢ່າງໃດ. ໂຮງຮຽນ ໂຮງໝໍ ສຸຂສາລາ ແລະ ສະຖານທີ່ ຣາຊການຕ່າງໆ ຂອງເມືອງ ກໍບໍ່ເສັຽຫາຍ ຫຍັງຫລາຍ.