ຂ.ໄຊຍະບູຣີ ຜູ້ຖືກພັຍ ນໍ້າຖ້ວມ ຂໍໃຫ້ຊ່ອຍເຫຼືອ

ສຸພັດຕາ
2021.07.14
ຂ.ໄຊຍະບູຣີ ຜູ້ຖືກພັຍ ນໍ້າຖ້ວມ ຂໍໃຫ້ຊ່ອຍເຫຼືອ ເມື່ອວັນທີ 14 ມິຖຸນາ 2021 ເມືອງແລະແຂວງ ໄຊຍະບູຣີ ໄດ້ຮັບຜົນກະທົບໜັກ ຈາກ ພະຍຸ Koguma ມີຝົນຕົກໜັກ ເຮັດໃຫ້ນໍ້າຮຸ່ງ ສູງຂຶ້ນຢ່າງໄວວາ ກະທັນຫັນ ຫຼຸຫຼັ່ງໄຫຼເຂົ້າສູ່ຕົວເມືອງ ຖ້ວມບ້ານເຮືອນ ປະຊາຊົນ.
Photo: RFA

ມາຮອດປັດຈຸບັນ ເປັນເວລາຄົບຮອບ 1 ເດືອນ ແລ້ວສໍາລັບເຫດການນໍ້າຖ້ວມກະທັນຫັນຄັ້ງໃຫຍ່ ທີ່ແຂວງໄຊຍະບຸຣີ ຊຶ່ງດຽວນີ້ ຍັງມີຊາວບ້ານຜູ້ປະສົບພັຍນໍ້າຖ້ວມ ຈໍານວນຫຼາຍ ຄອບຄົວ ທີ່ຍັງຕ້ອງການຄວາມຊ່ອຍເຫຼືອ ເພີ່ມຕື່ມ ຈາກພາກສ່ວນທີ່ກ່ຽວຂ້ອງ ຍ້ອນການຊ່ອຍເຫຼືອ ໃນໄລຍະທີ່ຜ່ານມານັ້ນ ຍັງບໍ່ພຽງພໍທີ່ຈະຟື້ນຟູ ຜົລກະທົບ ຂອງພວກຂະເຈົ້າ ທີ່ໄດ້ຮັບຄວາມເສັຽຫາຍໜັກສຸດ ໃນຮອບຫຼາຍປີ, ດັ່ງຜູ້ປະສົບພັຍນໍ້າຖ້ວມ ຢູ່ແຂວງໄຊຍະບຸຣີ ນາງນຶ່ງ ທີ່ລ້ຽງສັດ ເສັຽຫາຍຈໍານວນຫຼາຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກໍຣະກະດາ ນີ້ວ່າ:

“ໂອ້ ອັນຕາມຂໍ້ມູນທີ່ສົ່ງມາໃຫ້ຂະເຈົ້າ ຕາມໂຕຈິງນີ້ ກະປະມານ 20 ປາຍລ້ານກີບນີ້ແຫຼະ ຄັນວ່າເປັນໄປໄດ້ເນາະ ກະຢາກໄດ້ ເປັນຈໍານວນເງິນຫັ້ນແຫຼະເນາະ ເພາະວ່າໄກ່ ລະກະຕຸ່ນ ລະກະອົ້ນຫັ້ນນນ່າ ເສັຽຫາຍ.”

ຍານາງກ່າວຕື່ມວ່າ ກ່ອນໜ້ານີ້ ລາວເອງກໍເຄີຍໄດ້ຮັບການຊ່ອຍເຫຼືອ ໃນເບື້ອງຕົ້ນ ຈາກພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ: ເຂົ້າສານ ຈໍານວນ 10 ກິໂລ, ອາຫານແຫ້ງ ແລະເຄື່ອງໃຊ້ ສ່ວນໂຕ ປະເພດຕ່າງໆອີກຈໍານວນນຶ່ງ, ແຕ່ລາວເອງເຫັນວ່າ ຍັງບໍ່ທັນພຽງພໍ ທີ່ຈະຟື້ນຟູຜົລກະທົບ ທີ່ໄດ້ຮັບຈາກເຫດນໍ້າຖ້ວມ ຄັ້ງນີ້ເທື່ອ ຊຶ່ງຫວັງວ່າ ທາງຂັ້ນເທິງ ຈະມີແຜນ ໃຫ້ການຊ່ອຍເຫຼືອເພີ່ມຕື່ມອີກ.

ໃນຂນະທີ່ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມ ຢູ່ແຂວງໄຊຍະບຸຣີ ອີກນາງນຶ່ງ ກ່າວວ່າ ລາວເອງ ກໍເປັນອີກຄອບຄົວນຶ່ງ ທີ່ຢາກໄດ້ຄວາມຊ່ອຍເຫຼືອ ທັງເຄື່ອງຂອງແລະເງິນ ເພື່ອນໍາມາຟື້ນຟູ ສະພາບຄວາມເສັຽຫາຍ ຂອງເຮືອນທີ່ຖືກນໍ້າຖ້ວມ ຊຶ່ງກ່ອນໜ້ານີ້ ຄອບຄົວຂອງລາວ ແລະ ຊາວບ້ານອີກຈໍານວນນຶ່ງ ຍັງບໍ່ໄດ້ຮັບການຊ່ອຍເຫຼືອໃດໆເທື່ອ, ດັ່ງຍານາງ ກ່າວວ່າ:

“ກະຢາກໄດ້ຢູ່ ເພາະວ່າເພິ່ນມາຊ່ວຍເຫຼືອເຮົາ ກະບາງຄົນກະໄດ້ ບາງຄົນກະບໍ່ໄດ້ ແຖວເຮືອນເຮົານີ່ ບໍ່ທັນໄດ້ນ່າ ເພິ່ນເອົາໄປ ແຈກຢາຍແຕ່ແຖວທາງໃນພຸ້ນ ເຮືອນເຮົາຢູ່ແຄມທາງ ແລ້ວບໍ່ໄດ້ ເຮົາກະຂຽນໃບເສັຽຫາຍໄປແລ້ວ ແຕ່ກະບໍ່ທັນໄດ້.”

ສ່ວນຊາວບ້ານ ຜູ້ປະສົບພັຍນໍ້າຖ້ວມ ຢູ່ແຂວງໄຊຍະບຸຣີ ອີກນາງນຶ່ງ ກ່າວວ່າ ຄັນວ່າມີອົງການຈັດຕັ້ງສາກົລ ຫຼືຜູ້ໃຈບຸນ ເຂົ້າມາໃຫ້ ການຊ່ອຍເຫຼືອມອບເຄື່ອງຂອງ ຫຼືໃຫ້ເງິນ ແກ່ຜູ້ປະສົບພັຍເພີ່ມຕື່ມ ກໍຢາກໃຫ້ມາມອບແກ່ຊາວບ້ານ ໂດຍຕົງເລີຍແທນທີ່ຈະໄປຜ່ານ ທາງການ ຊຶ່ງອາຈເຮັດໃຫ້ໄດ້ຮັບການຊ່ອຍເຫຼືອ ແບບບໍ່ເຕັມເມັດເຕັມໜ່ວຍ, ດັ່ງຍານາງ ກ່າວວ່າ:

“ໃຫ້ມາຊ່ວຍເຫຼືອເຣື່ອງເງິນເຣື່ອງຄໍາ ໃຈຂ້ອຍນີ້ກະຢາກໃຫ້ແບບວ່າ ໜ່ວຍທີ່ຂະເຈົ້າມາຊ່ວຍຫັ້ນນ່າ ຊ່ວຍໂດຍທີ່ວ່າ ໃຫ້ດ້ວຍກັບ ໂຕເອງຂະເຈົ້າເລີຍ ຄອບຄົວນຶ່ງເທົ່າໃດໆ ແລ້ວກະເອົາໃຫ້ເລີຍ ຖ້າວ່າແບບໄປມອບໃຫ້ຣັຖພີ້ແລ້ວ ຂະເຈົ້າໄປຊ່ວຍ ຊ່ວຍປະຊາຊົນ ກະຊ່ວຍແບບບໍ່ເຕັມເມັດເຕັມໜ່ວຍຫັ້ນນ່າ.”

ທາງດ້ານເຈົ້າໜ້າທີ່ແຮງງານ ແລະ ສວັດດີການສັງຄົມ ເມືອງໄຊຍະບຸຣີ ແຂວງໄຊຍະບຸຣີ ກ່າວວ່າມາຮອດປັດຈຸບັນ ສະພາບຄວາມ ເສັຽຫາຍຫຼັງເຫດການນໍ້າຖ້ວມກະທັນຫັນ ຢູ່ເມືອງໄຊຍະບຸຣີ ມີຄວາມຄືບໜ້າຫຼາຍກວ່າ 70% ແລ້ວ. ສ່ວນການຊ່ອຍເຫຼືອຊາວບ້ານ ຮວມທັງການສ້າງເຮືອນ ໃຫ້ແກ່ ຜູ້ທີ່ເຮືອນໄຫຼນໍ້າໝົດຫຼັງນັ້ນ ຫຼາຍພາກສ່ວນທີ່ກ່ຽວຂ້ອງ ຍັງຈະມີການຫາລືກັນ ຕື່ມໃນມໍ່ໆນີ້, ດັ່ງ ທ່ານກ່າວວ່າ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂອ້, ການຟື້ນຟູນີ້ ຖືວ່າຢູ່ໃນຂ້ອນຂ້າງ 70-80 ເປີເຊັນ ແລ້ວ ຖືວ່າບໍ່ທັນໄດ້ຂໍ້ສລຸບເທື່ອ ດຽວນີ້ກໍາລັງພວມດໍາເນີນວຽກບໍ່ທັນແລ້ວ ເນາະ, ຫຼັງຈາກແລ້ວວຽກ ອາຈຊິເປັນມື້ທ້າຍອາທິດ ອາຈຊິມີການປະຊຸມຮ່ວມ ເພາະວ່າຕອນນີ້ ກໍາລັງລົງພາກສນາມຢູ່.”

ໃນຂນະດຽວກັນ ເຈົ້າໜ້າທີ່ຫ້ອງການແຮງງານ ແລະສວັດດີການສັງຄົມ ເມືອງຫົງສາ ແຂວງໄຊຍະບຸຣີ ທ່ານນຶ່ງກ່າວວ່າ ສໍາລັບ ການຟື້ນຟູ ສະພາບຄວາມເສັຽຫາຍ ຫຼັງເຫດການ ນໍ້າຖ້ວມ ຢູ່ເມືອງຫົງສາ ກໍມີຄວາມຄືບໜ້າຫຼາຍແລ້ວ ເຊັ່ນກັນ, ແຕ່ກໍມີຊາວບ້ານ ຈໍານວນບໍ່ໜ້ອຍ ທີ່ໄດ້ຮັບຄວາມເສັຽຫາຍ ຈາກເຫດການດັ່ງກ່າວ ໂດຍສະເພາະສູນເສັຽຜົລປູກ ຊຶ່ງທາງການ ກໍກໍາລັງສເນີຂໍການ ຊ່ອຍເຫຼືອຈາກທາງຂັ້ນເທິງຢູ່, ດັ່ງທ່ານກ່າວວ່າ:

“ຟື້ນຟູໄດ້ ກະຄືບໜ້າໄດແລ້ວເນາະ ກະຜົນເສັຽຫາຍລະແມ່ນ ໄຮ່ນາຈໍານວນນຶ່ງ ເຮືອນຮົ່ມຈໍານວນນຶ່ງ ຕໍ່ການຊ່ວຍເຫຼືອນີ້ ກະສຸດ ແລ້ວແຕ່ຂັ້ນເທິງເນາະ ສ່ວນຫຼາຍກະຊິແມ່ນ ເຂົ້າເນາະ ເຣື່ອງພືດຜັກ ເຮືອນຮົ່ມ ກະຊິເປັນເງິນເນາະ.”

ແລະເຈົ້າໜ້າທີ່ອາສາສມັກກູ້ພັຍ ແຂວງໄຊຍະບຸຣີ ທ່ານນຶ່ງ ກໍຢືນຢັນວ່າ ການຟື້ນຟູ ສະພາບຄວາມເສັຽຫາຍ ຫຼັງເຫດການນໍ້າຖ້ວມ ໃນຫຼາຍເມືອງ ພາຍໃນແຂວງໄຊຍະບຸຣີ ກໍມີຄວາມຄືບໜ້າຫຼາຍແລ້ວ ເຮັດໃຫ້ຊາວບ້ານໃນຫຼາຍບ້ານ ສາມາດໃຊ້ໄຟຟ້າ, ນໍ້າປະປາ ຮວມເຖິງເສັ້ນທາງ ໄດ້ຕາມປົກກະຕິ, ແຕ່ຍັງມີການເຝົ້າຣະວັງ ເຫດການນໍ້າຖ້ວມອີກ ເລື້ອຍໆ ຍ້ອນເຂົ້າສູ່ຣະດູຝົນແລ້ວ, ດັ່ງທ່ານ ກ່າວວ່າ:

“ດຽວນີ້ຫັ່ນປົກກະຕິແລ້ວ ດຽວນີ້ນ່າ ເພາະວ່າ 2-3 ອາທິດຫຼັງ ແຂວງອື່ນໆຂະເຈົ້າກະມາຊ່ວຍເຫຼືອ ເຝົ້າຣະວັງໃໝ່ຫັ້ນແຫຼະເພາະວ່າ ເປັນຍາມຝົນເນາະ.”

ກ່ຽວກັບການຟື້ນຟູ ແລະ ຊ່ອຍເຫຼືອ ຜູ້ສົບພັຍນໍ້າຖ້ວມນັ້ນ ຫຼ້າສຸດນີ້ ທາງການແຂວງໄຊຍະບຸຣີ ໄດ້ມີການປະຊຸມຫາລື ກັບເຈົ້າໜ້າທີ່ ຈາກກະຊວງແຮງງານ ແລະສວັດດີການສັງຄົມ ຮວມທັງຫຼາຍອົງການຈັດຕັ້ງສາກົລ ເປັນຕົ້ນ: ອົງການສາກົລເພື່ອຍ້າຍຖິ່ນຖານ ຫຼື IOM, ອົງການພັທນາແຫ່ງ ສະຫະປະຊາຊາດ ຫຼື UNDP ແລະກອງທຶນເພື່ອເດັກນ້ອຍ ແຫ່ງ ສະຫະປະຊາຊາດ ຫຼື Unicef ເພື່ອ ວາງແຜນຟື້ນຟູແບບຮີບດ່ວນ ຫຼັງພັຍພິບັດນໍ້າຖ້ວມກະທັນຫັນ ທີ່ແຂວງໄຊຍະບຸຣີ ເມື່ອເດືອນທີ່ຜ່ານມາ.

ສໍາລັບເຫດນໍ້າຖ້ວມກະທັນຫັນ ຢູ່ແຂວງໄຊຍະບຸຣີ ຕັ້ງແຕ່ວັນທີ 11 ຫາ 14 ມິຖຸນາ ປີ 2021 ມີປະຊາຊົນໄດ້ຮັບຄວາມເດືອດຮ້ອນ 4,816 ຄອບຄົວ ໃນຈໍານວນ 10 ເມືອງ, ຮວມມູນຄ່າຄວາມເສັຽຫາຍທັງໝົດ 159,1 ຕື້ກີບ. ໃນນັ້ນ ມີເຮືອນປະຊາຊົນເສັຽຫາຍ 2,305 ຫຼັງ, ເນື້ອທີ່ທໍາການຜລິດ ເສັຽຫາຍ 648 ເຮັກຕ້າຣ໌, ສັດລ້ຽງ ແລະສັດປິກ ຕາຍຫຼາຍ ກວ່າ 61 ພັນໂຕ ແລະ ເສັຽຫາຍອີກ ຫຼາຍດ້ານ ເປັນຕົ້ນ: ໂຮງຮຽນຫຼາຍແຫ່ງເປ່ເພ, ເສັ້ນທາງຫຼາຍເສັ້ນເປ່ເພ ແລະກົ້ງເຕີ້ນັບໄຟຟ້າຕາຍ ຫຼື ໃຊ້ການບໍ່ໄດ້ຫຼາຍພັນໜ່ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.