ບົ້ງຣະບາດ 12 ແຂວງຢູ່ລາວ
2019.08.15

ບົ້ງຣະບາດຢ່າງໜັກ ແລະຂຍາຍວົງກວ້າງອອກໄປຮອດ 12 ແຂວງຂອງລາວແລ້ວ ໃນນັ້ນ ຣະບາດໜັກກວ່າໝູ່ ແມ່ນແຂວງໄຊຍະບູຣີ ທີ່ມີເນື້ອທີ່ປູກສາລີ ທົ່ວແຂວງທັງໝົດ 34,900 ເຮັກຕ້າ ຊຶ່ງໃນນັ້ນໄດ້ຮັບ ຜົນກະທົບ 8,000 ປາຍ ເຮັກຕາ. ປະຊາຊົນ ທີ່ໄດ້ຮັບ ຜົລກະທົບຈາກການຣະບາດ ຂອງບົ້ງນີ້ມີ 2,800 ປາຍຄອບຄົວ ຢູ່ 76 ບ້ານ ຂອງ 11 ເມືອງ. ພ້ອມກັນນັ້ນຍັງມີພັຍແຫ້ງແລ້ງ ຕື່ມອີກ ດັ່ງຊາວສວນສາລີ ຢູ່ເມືອງປາກລາຍ ກ່າວຕໍ່ RFA ໃນມື້ວັນທີ 14 ສິງ ຫານີ້ວ່າ:
"ກໍເຣີ້ມແລ້ວເດະ ເຣີ້ມເດືອນ 8 ເດືອນ 9 ນັ້ນແຫຼະ ເຂົາເກັບກ່ຽວນະ ຄືປີນີ້ກໍ່ມີໂຕບົ້ງໂຕນັ້ນແຫຼະ ແລ້ວກໍ່ສິແຫ້ງແລ້ງແດ່ ແລ້ງກວ່າປີກ່ອນ ສາລີຫັ້ນກໍ່ຫຼຸດລົງ ປະມານເກືອບເຄິ່ງຜົລກະທົບກໍ່ຍ້ອນທຳມະຊາດ ຫັ້ນແຫຼະມາກະທົບນ່າ ທຳມະຊາດຂົ່ມຂູ່ ນັ້ນແຫຼະ."
ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງໄຊຍະບູຣີ ໄດ້ກ່າວຕໍ່ RFA ວ່າ ປີນີ້ ຜົນຜລິດສາລີ ຈະຫຼຸດປີກາຍ ເຖິງ 30%:
"ສັງເກດໃສ່ເນື້ອທີ່ ທີ່ບົ້ງຫຼາຍກໍ່ຖືວ່າມີຜົລກະທົບ ຕໍ່ການຜລິດສາລີ ປີທີ່ຜ່ານມາເຮົາໄດ້ປະມານ 4 ແສນກວ່າຕັນ ອັນນຶ່ງ ສະມັຕພາບ ຈະຫຼຸດຈາກການຜລິດປີນີ້ ປະມານ 20-30% ຜົນຜລິດຈາກປີ ຜ່ານມາ."
ທ່ານກ່າວຕື່ມວ່າ ເຖິງແມ່ນກົມປູກຝັງ ກະຊວງກະສິກັມ ແລະປ່າໄມ້ ໄດ້ສນອງຢາຂ້າບົ້ງ ທີ່ນຳມາຈາກຈີນ ແລະອຸປກອນຂ້າບົ້ງ ມູນຄ່າ 400 ປາຍລ້ານກີບ ໃຫ້ຊາວກະສິກອນກໍ່ຕາມ ແຕ່ກໍ່ສາມາດກຳຈັດບົ້ງໄດ້ພຽງ 3,900 ເຮັກຕາ ຂອງເນື້ອທີ່ທີ່ຖືກ ຜົລກະທົບ.
ກ່ຽວກັບຜົນກະທົບຕໍ່ການປູກສາລີ ເຈົ້າຂອງສວນສາລີ ຢູ່ເມືອງປາກລາຍ ເວົ້າເຖິງບັນຫາທີ່ຊາວສວນສາລີ ຜະເຊີນໃນປີນີ້ວ່າ ນອກຈາກບົ້ງ ຣະບາດໜັກແລ້ວ ຍັງມີພັຍແຫ້ງແລ້ງ ຕື່ມອີກ. ເພື່ອຊ່ອຍແກ້ໄຂບັນຫາ ດັ່ງກ່າວ ທາງການແຂວງ ໄຊຍະບູຣີ ໄດ້ ປະກາດໃຫ້ຊາວສວນ ສາລີ ພາຍໃນແຂວງກຽມໄຖສວນສາລີ ທີ່ປູກຢູ່ນັ້ນເພື່ອກຳຈັດບົ້ງ ແລ້ວເຣີ້ມປູກພືດຊນິດອື່ນແທນ.
ໃນຂນະດຽວກັນ ກະຊວງກະສິກັມ ແລະປ່າໄມ້ ໄດ້ຣາຍງານເມື່ອອາທິດ ຜ່ານມາວ່າ ປັດຈຸບັນ ການຣະບາດຂອງບົ້ງ ລາມໄປເຖິງ 12 ແຂວງແລ້ວ. ທາງພາກເໜືອ ກໍແມ່ນ ແຂວງໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ຫຼວງພຣະບາງ, ບໍ່ແກ້ວ ແລະ ແຂວງຜົງສາລີ. ຢູ່ພາກກາງ ກໍມີແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ບໍຣິຄຳໄຊ ແລະ ແຂວງສວັນນະເຂດ, ແລະພາກໃຕ້ ກໍແມ່ນແຂວງສາລະວັນ. ບ້ານທີ່ໄດ້ຮັບຜົນກະທົບ ທັງໝົດມີ 432 ບ້ານຂອງ 57 ເມືອງ ແລະເນື້ອທີ່ປູກສາລີ ເສັຽຫາຍຫຼາຍກ່ວາ 100,000 ເຮັກຕາ.