ຜູ້ປະສົບພັຍນໍ້າຖ້ວມ ຍັງລໍຖ້າ ການຊ່ອຍເຫຼືອ

ຈໍາປາທອງ
2021.06.15
ຜູ້ປະສົບພັຍນໍ້າຖ້ວມ ຍັງລໍຖ້າ ການຊ່ອຍເຫຼືອ ສະພາບນໍ້າຖ້ວມ ຢູ່ເມືອງວັງວຽງ ເມື່ອວັນທີ 13 - 14 ມິຖຸນາ 2021
ພາບ: ວັງວຽງອັບເດດ

ນໍ້າຖ້ວມກະທັນຫັນ ຢູ່ຫລາຍແຂວງພາກເໜືອຂອງລາວ ຮວມທັງແຂວງໄຊຍະບູຣີ, ຊຽງຂວາງ, ວຽງຈັນ ແລະແຂວງບໍ່ແກ້ວ ຍ້ອນ ພະຍຸໂຄກູມະ ນັ້ນມາຮອດມື້ນີ້ ບົກລົງຈົນເກືອບ ຈະເປັນປົກກະຕິແລ້ວ ແຕ່ຊາວບ້ານ ທີ່ປະສົບພັຍນໍ້າຖ້ວມ ຍັງລໍຖ້າການຊ່ອຍເຫລືອ ຈາກພາກສ່ວນທາງການ ທີ່ກ່ຽວຂ້ອງຢູ່. ໃນນັ້ນ ຊາວບ້ານຢູ່ ບ້ານວຽງພັທນາ ເມືອງຜາອຸດົມ ແຂວງບໍ່ແກ້ວ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 16 ມິຖຸນາ ນີ້ວ່ານໍ້າຖ້ວມຢູ່ບ້ານຂອງຕົນລົດລົງ ແລະສາມາດກັບເຂົ້າເຮືອນໄດ້ແລ້ວ ແຕ່ຍັງບໍ່ທັນໄດ້ຮັບເຄື່ອງຂອງ ຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ແນວໃດເທື່ອ ດັ່ງທີ່ທ່ານກ່າວວ່າ:

“ກໍຫລຸດລົງແລ້ວ ບໍ່ຖ້ວມແລ້ວ ເຂົາມາໂອ໋ ເຂົາມາເບິ່ງໂອ໋ ເຈົ້າໜ້າທີ່ ເຂົາມາເບິ່ງຢູ່ບ້ານນີ້ແຫລະ ກໍບໍ່ມັນໃຫ້ຫຍັງເດ໋.”

ເຣື່ອງການຊ່ອຍເຫລືອຜູ້ປະສົບພັຍ ເຈົ້າໜ້າທີ່ເມືອງຜາອຸດົມ ທ່ານນຶ່ງເວົ້າວ່າ ປັດຈຸບັນ ເຈົ້າໜ້າທີ່ຈາກຫລາຍພາກສ່ວນທີ່ກ່ຽວຂ້ອງ ກໍາລັງລົງພື້ນທີ່ຮິບໂຮມຂໍ້ມູນກ່ຽວກັບຄວາມ ເສັຍຫາຍຈາກພັຍນໍ້າຖ້ວມຄັ້ງນີ້ ເພື່ອນໍາມາວາງແຜນ ໃຫ້ການຊ່ອຍເຫຼືອຜູ້ປະສົບພັຍ, ສ່ວນຊາວບ້ານປະມານ 4 ຄອບຄົວທີ່ເຮືອນຖືກ ນໍ້າພັດໄຫຼໄປໝົດນັ້ນ ໃນໄລຍະນີ້ກໍໃຫ້ອາສັຍຢູ່ນໍາຍາດພີ່ນ້ອງ ຂອງພວກເຂົາເຈົ້າ ໄປກ່ອນ ດັ່ງທີ່ທ່ານກ່າວວ່າ:

“ຜົລກະທົບຫຼາຍເຕີບໂອ໋ ຖ້ວມຫຼາຍບ່ອນ ດິນທໍາການຜລິດຂອງປະຊາຊົນນີ້ ເຂົາລົງເອົາຂໍ້ມູນຍັງບໍ່ທັນສົ່ງມາເທື່ອນີ໊ ເຮືອນຂະເຈົ້າ ໄຫຼແລ້ວຂະເຈົ້າບໍ່ມີບ່ອນຢູ່ ໄປຢູ່ນໍາພີ່ນ້ອງ ໂອ໋ ກະປະມານ 3-3 ຫຼັງນີ້ແຫຼະ.”

ສ່ວນຢູ່ເມືອງວັງວຽງ ແຂວງວຽງຈັນ ມາຮອດມື້ ວັນທີ 15 ມິຖຸນາ ນີ້ ນໍ້າຖ້ວມກໍລົດລົງ ພໍສົມຄວນແລ້ວ, ປະໄວ້ແຕ່ຄວາມເສັຍຫາຍ ຫຼາຍດ້ານໃຫ້ປະຊາຊົນ, ບ້ານພັກ, ຣີສັອດ ແລະ ໂຮງແຮມຈໍານວນນຶ່ງ ຖືກນໍ້າໄຫລເຂົ້າຖ້ວມ, ເຮັດໃຫ້ຜູ້ປະກອບການທຸຣະກິດ ດັ່ງກ່າວ ຍິ່ງໄດ້ຮັບຄວາມເດືອດຮ້ອນ ເພີ່ມຂຶ້ນ ດັ່ງຜູ້ປະກອບການຣີສັອດ ແຫ່ງນຶ່ງ ໃນເມືອງວັງວຽງ ກ່າວໃນມື້ດຽວກັນນີ້ວ່າ:

“ປັດຈຸບັນນີ້ ມັນກໍນໍ້າແຫ້ງລົງ ໄປແລ້ວເນາະ ຂຶ້ນສູງຫລາຍປີນີ້ ກະຖືວ່າຫລາຍເຕີບ ເພາະວ່າຣີສັອດເຮົາ ຂ້ອນຂ້າງທີ່ຈະຕໍ່າແດ່ເນາະ ກໍບໍ່ຮູ້ວ່າສິເປັນໂຕເລກທໍ່ໃດເນາະ. ຄິດວ່າຂ້ອນຂ້າງ ທີ່ຈະຫລາຍ.”

ນາງກ່າວຕື່ມວ່າ ຕອນນີ້ ຕົນກໍຍັງລໍຖ້າການຊ່ອຍເຫລືອ ຈາກພາກສ່ວນທີ່ກ່ຽວຂ້ອງຢູ່, ຖ້າເປັນໄປໄດ້ ກໍຢາກໃຫ້ ທາງການເພິ່ນມີ ນະໂຍບາຍຊ່ອຍເຫລືອ ທຸຣະກິດການທ່ອງທ່ຽວ ທີ່ໄດ້ຮັບຜົລກະທົບ ຈາກ ພັຍນໍ້າຖ້ວມຄັ້ງນີ້ ຍ້ອນກ່ອນໜ້ານັ້ນ ຕົນເອງກໍໄດ້ຮັບ ຜົລກະທົບຢູ່ແລ້ວ ຈາກການຣະບາດຂອງໂຄວິດ-19 ແລະ ກໍມາໄດ້ຮັບຜົລກະທົບ ຈາກ ພັຍນໍ້າຖ້ວມຕື່ມ ບໍ່ຮູ້ວ່າຈະຊອກຫາເງິນ ແນວໃດ ມາຟື້ນຟູທຸຣະກິດຂອງຕົນ ຫລັງນໍ້າຖ້ວມນີ້.

ເຈົ້າໜ້າທີ່ຣະດັບສູງ ເມືອງວັງວຽງ ທ່ານນຶ່ງກ່າວວ່າ ໄດ້ມອບໝາຍໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງໄປຮິບໂຮມຂໍ້ມູນກ່ຽວກັບຄວາມເສັຍ ຫາຍດ້ານຕ່າງໆຢູ່, ຍັງບໍ່ທັນສລຸບຜົລເສັຍຫາຍ ທັງໝົດໄດ້ເທື່ອ. ສ່ວນເຣື່ອງການຊ່ອຍເຫລືອ ປະຊາຊົນ ແລະ ພາກສ່ວນທຸຣະກິດ ທີ່ ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມນັ້ນ ກໍຈະມີການຫາຣືກັນ ຊ່ອຍໃນມໍ່ໆນີ້:

“ຮອດມື້ນີ້ມັນກະບົກແຫ້ງ. ອັນນີ້ພວກເຮົາກະກໍາລັງກະກຽມ ເກັບກໍາຂໍ້ມູນເນາະ ຜົລເສັຽຫາຍດ້ານຕ່າງໆ. ເປັນຕົ້ນກະແມ່ນພື້ນຖານ ການຜລິດ ຂອງປະຊາຊົນ, ສະຖານທີ່ທ່ອງທ່ຽວ, ກິຈການຂອງຜູ້ປະກອບການຕ່າງໆນີ້ ເພື່ອທີ່ຈະສເນີການນໍາ ໄດ້ມີວິທີຊ່ວຍໜູນ ຊ່ວຍຟື້ນຟູ.”

ສໍາລັບເຣື່ອງນໍ້າຖ້ວມ 16 ບ້ານ ຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ນໍ້າກໍໄດ້ລົດລົງພໍສົມ ຄວນແລ້ວເຊັ່ນກັນ ແລະຫລ້າສຸດນີ້ ທາງ ຄະນະປ້ອງກັນພັຍພິບັດຂັ້ນແຂວງ ກໍໄດ້ໃຊ້ຫ້ອງ ການປົກຄອງ ເມືອງໄຊຍະບູຣີ ເປັນສະຖານທີ່ຮັບບໍຣິຈາກ ເຄື່ອງຂອງ ແລະເງິນ ເພື່ອນໍາໄປຊ່ອຍເຫລືອຜູ້ປະສົບພັຍ ຢູ່ເຂດຕ່າງໆ ດັ່ງເຈົ້າໜ້າທີ່ປະຈໍາສູນ ບໍຣິຈາກ ນາງນຶ່ງກ່າວວ່າ:

“ຮັບບໍຣິຈາກຢູ່ແຂວງເຮົາ ເຂົາເຈົ້າກໍາລັງມາເປີດໄປຈົນວ່າເຮົາ ປັບປຸງຊີວິດຂອງປະຊາຊົນເດ໋ເນາະ ປັບປຸງຄອບຄົວ.”

VV-golden-bridge.jpg
ຂົວທອງ ທີ່ເປັນສັນຍາລັກ ຂອງເມືອງວັງວຽງ ແລະ ນັກທ່ອງທ່ຽວ ຖືກກະແສນໍ້າຖັ່ງ ຈົນພັງລົງ.

ຜູ້ປະກອບການບ້ານພັກ ແລະຮ້ານອາຫານແຫ່ງນຶ່ງ ຢູ່ເມືອງໄຊຍະບູຣີ ກໍໄດ້ໃຫ້ການຊ່ອຍເຫລືອຊາວບ້ານ ທີ່ປະສົບພັຍນໍ້າຖ້ວມ ໂດຍການແຈກຢາຍອາຫານໃຫ້ ຮວມທັງຜູ້ທີ່ບໍ່ມີ ບ່ອນຢູ່ ມາອາສັຍຢູ່ຫ້ອງພັກ ແບບບໍ່ໄດ້ເສັຍຄ່າຊົ່ວຄາວ ດັ່ງທີ່ທ່ານກ່າວວ່າ.

“ວັດຖຸມູນຄ່າ ກະບໍ່ຫຼາຍດອກ ເລັກໆນ້ອຍໆ 5-6 ລ້ານ ນັ້ນແຫຼະ ຊື້ມີ່ໃຫ້ຄອບຄົວ ທີ່ເພພັງຫຼາຍ ກະນໍ້າດື່ມ ແລ້ວກະປາກະປັອງ ມີຢູ່ 9 ຫ້ອງ ເພິ່ນພັກເຊົາ ຜູ້ທີ່ວ່າເພິ່ນຢູ່ບໍ່ໄດ້ ນອນບໍ່ໄດ້ແທ້ໆ ແລ້ວເພິ່ນເຮືອນນ້ອຍ ເຮືອນຫຍັງຫັກໄປເນາະ ເພິ່ນກະໄປນອນຫັ້ນ.”

ໃນຂນະນີ້ ຣະດັບນໍ້າຖ້ວມ ຢູ່ເມືອງແປກ, ເມືອງຜາໄຊ ແລະ ເມືອງຄູນ ແຂວງຊຽງຂວາງ ກໍລົດລົງຈົນເກືອບຈະເປັນປົກກະຕິແລ້ວ ແຕ່ຊາວບ້ານຫລາຍຄົນ ຊຶ່ງມີພື້ນທີ່ປູກຝັງ ເສັຍຫາຍ ແມ່ນຍັງກໍາລັງລໍຖ້າ ການຊ່ອຍເຫລືອຈາກທາງການຢູ່ ດັ່ງຊາວບ້ານຢູ່ເມືອງຄູນ ຜູ້ນຶ່ງເວົ້າວ່າ:

“ໂອ໋ ນໍ້າຖ້ວມນານີ້ຫລາຍ ຖ້ວມນາຖ້ວມບ້ານແດ່ ກະແຫ້ງໄປແລ້ວ ເພິ່ນຍັງເອົາຂໍ້ມູນຢູ່.”

ມາເຖິງປັດຈຸບັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍາລັງຮິບໂຮມຂໍ້ມູນກ່ຽວກັບ ຄວາມເສັຍຫາຍ ທີ່ເກີດຈາກພັຍນໍ້າຖ້ວມ ຢູ່ຫລາຍແຂວງພາກ ເໜືອຂອງລາວ ຊຶ່ງຄາດວ່າ ອາຈໃຊ້ເວລາ ພໍສົມຄວນ ກ່ອນຈະສະຫລຸບໝົດໄດ້. ເຫດການນໍ້າຖ້ວມຄັ້ງນີ້ ເຮັດໃຫ້ຊາວບ້ານເສັຍຊີວິດ 1 ຄົນ ຍ້ອນຖືກນໍ້າພັດ ຢູ່ບ້ານສັນເຄັງ ເມືຶອງຄູນ ແຂວງຊຽງຂວາງ.

ສໍາລັບແຂວງໄຊຍະບູຣີ ເບື້ອງຕົ້ນທາງການແຂວງ ໄດ້ຣາຍງານວ່າ ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມກະທັນຫັນໃນ ຄັ້ງນີ້ມີປະມານ 3,000 ຄົນ, ສັດລ້ຽງ ແລະໄຮ່ ນາ ຮົ້ວສວນ ໄດ້ຮັບຄວາມເສັຍຫາຍພໍສົມຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.