ຝາຍກັ້ນນໍ້າຕ້ອງໄດ້ສ້ອມແປງ

 ຊາວບ້ານວ່າຝາຍກັ້ນນໍ້າຕ້ອງໄດ້ ສ້ອມແປງ
ຊາວບ້ານວ່າຝາຍກັ້ນນໍ້າຕ້ອງໄດ້ ສ້ອມແປງ (RFA)

0:00 / 0:00

ຫລາຍປີມາແລ້ວທີ່ຊາວບ້ານນາອ່າງ ເຂດເມືອງຊໍາເໜືອ ໄດ້ຂໍຄວາມຊ່ວຍເຫລືອຈາກພາກຣັຖ ໃຫ້ຊ່ອຍສ້ອມແປງຝາຍກັ້ນນໍ້າໃຫ້ເປັນຊີເມັນ (Concrete) ແບບຖາວອນແຕ່ພາກຣັຖ ກໍວ່າບໍ່ມີ ງົບປະມານ:

"ຊາວບ້ານນີ້ຕ້ອງການແທ້ ມີເໝືອງ ມີຜາຍນະ ແຕ່ວ່າຍັງບໍ່ທັນມີ ໂຄງການໃດມາຊ່ວຍເຫລືອໄດ້ຫັ້ນນະ. ໂອ້ ເພແທ້ ປີນີ້ກໍໄດ້ສ້ອມແປງຄືນ ຝາຍໄມ້ນັບມື້ມັນຊຸດໂຊມ".

ຊາວບ້ານວ່າ ໃນທຸກໆປີໃດ ພວກຕົນຕ້ອງໄດ້ ຕັດໄມ້ມາຄໍ້າຝາຍກັ້ນນໍ້າ ໄວ້ເປັນການຊົ່ວຄາວ ຫລັງຈາກຝາຍເພພັງ ລົງໃນຍາມຣະດູຝົນ. ຫລາຍປີມານີ້ຕົ້ນໄມ້ ກໍໝົດ ໄປແດ່ແລ້ວ ບໍ່ຮູ້ວ່າຈະໄປຕັດໄມ້ ຢູ່ບ່ອນໃດອີກ ມາກັ້ນຄູໄວ້.

ຊາວບ້ານເວົ້າວ່າ ຝາຍກັ້ນນໍ້າໃນບ້ານນີ້ ມີຄວາມຈໍາເປັນ ຕໍ່ຊີວິດການເປັນຢູ່ ຂອງຊາວບ້ານຈໍານວນ 600 ຄອບຄົວແທ້ໆ ໃນການໃຊ້ນໍ້າເພື່ອ ການປູກຝັງ. ເມື່ອຕົ້ນປີ 2013 ຊາວບ້ານໄດ້ຮຽກຮ້ອງ ໄປຫາພາກສ່ວນຣັຖອີກຄັ້ງນຶ່ງ ເພື່ອໃຫ້ລົງມາສ້ອມແປງ ໃຫ້ເປັນຝາຍຊີເມັນ ແຕ່ພາກ ສ່ວນກ່ຽວຂ້ອງຕອບວ່າບໍ່ມີງົບປະມານ.