ຄໍາຮຽກຮ້ອງໃຫ້ໂຈະເຂື່ອນດອນ ສະໂຮງ
2014.05.27
ກອງທຶນ ສັດປ່າ ໂລກ ຮຽກຮ້ອງ ທາງ internet ໃຫ້ ຍຸຕິ ໂຄງການ ສ້າງ ເຂື່ອນ ໄຟຟ້າ ດອນ ສະໂຮງ ຂອງລາວ ໂດຍ ອ້າງວ່າ ຈະເປັນ ໂຮງສົບ ສໍາລັບ ປາໂລມາ ອິຣະວະດີ ທີ່ ຕົກຢູ່ໃນ ສະພາບ ອັນຕະລາຍ ຢູ່ ໃນຂະນະ ນີ້. ຕາມຣາຍງານ ຂອງ ໜັງສືພິມ Phnom Penh Post ໃນ ວັນທີ 26 ພຶສພາ 2014.
ໃນວັນສຸກ ທີ່ ຜ່ານມາ ກອງທຶນ ສັດປ່າ ໂລກ ໄດ້ເລີ້ມ ມີການ ຮຽກຮ້ອງ ທາງ online ໃຫ້ພວກທີ່ ຈະສ້າງ ເຂື່ອນ ດອນ ສະໂຮງ ຂນາດ 260 ເມກາວັດ ໂຈະ ໂຄງການ ສ້າງ ເຂື່ອນ ໄຟຟ້າ ຂອງ ລາວ ທີ່ ກໍານົດວ່າ ຈະສ້າງ ໃນ ທ້າຍປີ 2014 ນີ້ໄວ້. ຄໍາຮຽກຮ້ອງ ທີ່ວ່ານີ້ ມີ ຈຸດປະສົງ ທີ່ ຈະຮິບໂຮມ ໃຫ້ ໄດ້ລາຍເຊັນ 50,000 ຄົນ ໃນ ເດືອນ ສິງຫາ ເວລາ ທີ່ ກອງທຶນ ສັດປ່າໂລກ ຈະພົບປະ ກັບ ບໍຣິສັດ Mega First Berhad ຂອງ ມາເລເຊັຍ ຊຶ່ງເປັນ ຜູ້ກໍ່ສ້າງ.
ອົງການ ປົກປ້ອງ ສັດປ່າ ໂລກ ທີ່ວ່ານີ້ ກ່າວເມື່ອ ວັນທີ 25 ພຶສພາ ໂດຍອີງໃສ່ ຄໍາຂໍຮ້ອງ ຂອງ ຣັຖບາລ ປະເທສ ກໍາພູຊາ ແລະ ປະເທສ ເພື່ອນບ້ານ ວ່າ: “ກອງທຶນ ສັດ ປ່າໂລກ ຫວັງວ່າ ບໍຣິສັດ Mega First ຈະບໍ່ທັນ ເລີ້ມສ້າງ ຈົນກວ່າວ່າ ບໍຣິສັດ ນີ້ ຈະໄດ້ ທໍາການ ສຶກສາ ຢ່າງຖືກຕ້ອງ ກ່ຽວກັບ ຜົລກະທົບ ຂ້າມ ຊາຍແດນ ໂດຍຄໍານຶງ ເຖິງການ ປຶກສາ ຫາລື ກັບ ຊຸມຊົນ ທີ່ຢູ່ທາງ ເບື້ອງໃຕ້ ເຂື່ອນນັ້ນ ສາກ່ອນ”.
ກ່ອນໜ້ານີ້ ອົງການ ປົກປ້ອງ ສັດປ່າ ໂລກ ໄດ້ກວດສອບ ໂຄງການ ທາງ ວິທຍາສາດ ແລະ ທໍານາຍ ຜົລກະທົບ ທີ່ ຮຸນແຮງ ຕໍ່ຣະບົບ ນິເວດ ຂອງ ແມ່ນໍ້າຂອງ ຮວມທັງ ອາຈເປັນ ການທໍາລາຍ ປາ ຫລາຍຊນິດ ແລະ ເປັນອັນ ຕະລາຍ ຕໍ່ ຄວາມໝັ້ນຄົງ ທາງດ້ານ ອາຫານ ນໍາດ້ວຍ.