ອົງການ World Vision ຕຣຽມຊ່ອຍຜູ້ ເຄາະຮ້າຍ


2013.11.11
F-default ອົງການ World Vision ຕຣຽມຊ່ອຍຜູ້ ເຄາະຮ້າຍ
RFA

 

ອົງການ World Vision ຕຽມການຊ່ວຍເຫລືອ ຍາມສຸກເສີນ ຫາກພາຍຸຮາຍຢັນ ມຸ້ງໜ້າເຂົ້າມາເຖິງວຽດນາມແລະລາວນັບແຕ່ຕອນກາງຄືນ ຂອງວັນທິດນີ້. ຕາມລາຍງານອົງການຂ່າວ Canada Newswire

ລາຍງານອຸຕຸນິຍົມວຽດນາມແຈ້ງວ່າພາຍຸ  Haiyan ມຸ້ງໜ້າເຂົ້າໄປສູ່ແຂວງພາກຕະເວັນອອກສ່ຽງເໜືອໃນຕອນບ່າຍຂອງວັນທີ່ 11 ພຶສຈິກາ ຕາມເວລາທ້ອງຖິ່ນ ດ້ວຍຄວາມແຮງ ຣະຫ່ວາງ 61-74 ກິໂລແມັດ ຕໍ່ຊົ່ວໂມງ ແຕ່ຄາດວ່າ ຈະອ່ອນແຮງລົງ ເປັນຝົນຕົກ.

ໃນວັນທີ 9 ພຶສຈິກາ ອົງການ World Vision ຢູ່ວຽດນາມ ແລະລາວ ກໍໄດ້ຕຣຽມການ ຊ່ອຍເຫລືອສຸກເສີນຢ່າງເຕັມທີ່ ເພາະຢ້ານວ່າພາຍຸ ຈະພັດເຂົ້າສູ່ພາກກາງ ວຽດນາມ ແລະລາວ ກ່ອນໜ້ານີ້ ພາຍຸຮາຍຢັນ ໄດ້ຖລົ່ມພາກກາງຂອງປະເທດ ຟີລິປປິນ (Philippines) ເຮັດໃຫ້ມີ ຜູ້ເສັຽຊີວິດ ອາຈເຖິງ 1 ໝື່ນຄົນ. ໃນເດືອນຜ່ານມາ ລາວໄດ້ປະສົພພັຍນໍ້າຖ້ວມ ຫລາຍແຂວງໃນທົ່ວປະເທດ ໂດຍສະເພາະແຂວງພາກໃຕ້.

ທ່ານ  Mark Nonkes  ພະນັກງານອົງການ World Vision ວ່າປະຊາຊົນໃນແຂວງພາກໃຕ້ຂອງລາວ ທີ່ໄດ້ຮັບຜົນກະທົບໜັກຈາກພາຍຸ ຍັງກໍາລັງຟື້ນຟູຊີວິດຢູ່ ຢ້ານວ່າພາຍຸເທື່ອນີ້ ຈະສ້າງຄວາມເສັຽຫາຍ ຕື່ມອີກ ທາງອົງການຈຶ່ງໄດ້ຕຣຽມ ການຊ່ອຍເຫລືອ ອັນຈໍາເປັນໄວ້ເພື່ອ ຊ່ອຍເຫລືອປະຊາຊົນ.

ໃນເດືອນກັນຍາຜ່ານມາ ອົງການ World Vision ໄດ້ຊ່ອຍເຫລືອຜູ້ປະສົບພັຍນໍ້າຖ້ວມ ຢູ່ແຂວງພາກໃຕ້ຂອງລາວ ຊຶ່ງມີຜູ້ໄດ້ຮັບຜົນກະທົບ 66,000 ກວ່າຄົນ ໂດຍເອົານໍ້າສະອາດ ອາຫານແຫ້ງ ແລະ ຢາປົວພຍາຕ ໄປໃຫ້ຫລາຍພັນຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.