ວັນໂລກ 22 ເມສາ ວັນຮັກສາ ໂລກ

ສິດນີ
2018.04.20
F-EARTH ວັນໂລກ 22 ເມສາ ເປັນວັນປົກປັກຮັກສາ ໂລກ ໃຫ້ຍືນຍົງ ປາສຈາກມົລພິດ ຫລຸດຜ່ອນໂລກຮ້ອນ
Screen captured earthday.org

ວັນໂລກ ວັນທີ 22 ເມສາ ທຸກໆປີ ຈະມີການສລອງກັນຢ່າງຄຶກຄື້ນ ໃນບັນດາ ກວ່າ 192 ປະເທດໃນໂລກ ທີ່ຮ່ວມດ້ວຍ ສປປລາວ ໃນ ຈຸດປະສົງ ອັນດຽວກັນ ຄືປົກປ້ອງສິ່ງແວດລ້ອມ ເພື່ອໃຫ້ໂລກ ທີ່ມະນຸດອາສັຍຢູ່ ມີຄວາມຊຸມຊື່ນ ປາສຈາກ ມົລພິດ ໂລກຮ້ອນ ຈາກການ ສົ່ງອາຍເສັຽຂຶ້ນທ້ອງຟ້າ ການຕັດໄມ້ທຳລາຍປ່າ ແລະການຖີ້ມຂີ້ເຫຍື່ອແບບສະຊາຍ ໃນສະຖານທີ່ສາທາຣະນະ ໃນຫຼາຍປະເທດໃນໂລກ.

ຍ້ອນວ່າ ໂລກທີ່ມະນຸດອາສັຍຢູ່ໃນປັດຈຸບັນ ຖືກທຳລາຍຈາກການປ່ອຍມົລພິດ ຈາກໂຮງຈັກໂຮງງານ ຣົດຍົນ ສົງຄາມ ຄວາມຂັດແຍ່ງ ຄວາມບໍ່ຍຸຕິທັມ ແລະບັນຫາມົລພິດ ປະເພດຕ່າງໆ ທີ່ມະນຸດສ້າງຂຶ້ນ ຊຶ່ງຄຳຂັວນໃນປີນີ້ ແມ່ນລຶບລ້າງມົລພິດ ຈາກການໃຊ້ ກວດແລະຖົງ ຢາງປລາສຕິກ ໃຫ້ຫມົດໄປໃນໂລກ.

ປວັດຄວາມເປັນມາຂອງ ວັນໂລກ, ໃນປີ 1969 ກອງປະຊຸມ ອົງການ UNESCO ໄດ້ແນະນຳໃຫ້ ສລອງວັນໂລກ ໃນມື້ວັນທີ 21 ມິນາ ປີ 1970 ເປັນມື້ທຳອິດ ຂອງວັນໂລກ ແຕ່ສະຫະຣັດໄດ້ເລືອກ ສລອງວັນໂລກ ແຕກຕ່າງກັບ ສຫະປະຊາຊາດ ຄືໃນມື້ວັນທີ 22 ເມສາ ໃນແຕ່ລະປີ ຊຶ່ງວັນດັງກ່າວນີ້ ຖືກຮັບຮູ້ທົ່ວໂລກ ໃຫ້ເປັນວັນໂລກໃນປີ 1990. ໃນປັດຈຸບັນ ກວ່າ 192 ປະເທດ ໃນໂລກ ສລອງວັນ ດັ່ງກ່າວ ໃນແຕ່ລະປີ ຮ່ວມດ້ວຍ ສປປລາວ.

ກິຈກັມຕ່າງໆ ໃນວັນໂລກ ທີ່ຊາວໂລກໄດ້ປະຕິບັດກັນໃນແຕ່ລະປີ ກໍແມ່ນວ່າ ພາກັນປູກຕົ້ນໄມ້, ເກັບຂີ້ເຫຍື່ອ ທຳຄວາມສະອາດ ບ່ອນ ສາທາຣະນະ ຮ່ອງນ້ຳ ລຳນ້ຳ ແຄມຖນົນເພື່ອໃຫ້ໂລກ ມີຄວາມສະອາດແລະຊຸມຊື່ນ ຮ່ວມທັງການອອກຖແລງການ ຮ່ວມຕ້ານເຫດວິກິດ ປະເພດຕ່າງໆທີ່ເກີດຂື້ນ ກັບໂລກເປັນຕົ້ນ ພັຍສົງຄາມ ຄວາມຂັດແຍ່ງ ແລະຄວາມອະທັມ ແຕ່ສ່ວນໃຫຍ່ ຈະເນັ້ນໃສ່ການບຳບັດຮັກສາ ໂລກໜ່ວຍນີ້ ໃຫ້ມີຄວາມຊຸມຊື່ນ ແລະອຸດົມສົມບູນໄປຕລອດ.

ທີ່ ສປປລາວ ໃນວັນໂລກ ຈະມີກິຈກັມຫລາຍຢ່າງ ໃນນັ້ນ ຮ່ວມດ້ວຍການປູກຕົ້ນໄມ້ ການຍ່າງອອກ ກຳລັງກາຍເປັນຂະບວນ ແລະເກັບ ຂີ້ເຫຍື່ອ ຕາມແຄມທາງທີ່ສຳຄັນ ທຳຄວາມສະອາດ ຕາມສວນສາທາຣະນະ ໃນເຂດເມືອງໃຫຍ່ໆ ໂດຍສະເພາະທີ່ ນະຄອນຫລວງວຽງຈັນ ເພື່ອສະແດງອອກເຖິງ ການສນັບສນູນ ວັນໂລກ ທີ່ມະນຸດທຸກຄົນອາສັຍຢູ່ ໃຫ້ມີຄວາມຊຸມຊື່ນ ແລະອຸດົມສົມບູນໄປຕລອດກາຣະນານ. ດັ່ງເຈົ້າຫນ້າທີ່ລາວ ຜູ້ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງເວົ້າວ່າ:

"ວັນໂລກສ່ວນໃຫຍ່ແມ່ນອົງການຕ່າງຊາດຮ່ວມກັບຣັຖບານລາວ ຣົນນະຣົງ ໃຫ້ມີການຮັກໂລກ ເຣື້ອງມົລພິດ ປະຢັດພລັງງານ ບໍ່ໃຫ້ຈູດ ຂີ້ເຫຍື່ອຊະຊາຍ ເຮັດແນວໃດຊີ່ໃຫ້ໂລກເຮົາ ສະອາດ ການໃຊ້ຣົດຮ່ວມກັນ ເຣື້ອງປລາສຕິກຂີ້ເຫຍື່ອ ກໍເກັບໃຫ້ສະອາດ ແລ້ວກໍມີຣົດ ຂີ່ເຫຍື່ອ ມາເອົາໄປບ່ອນຖີ້ມຂີ້ເຫຍື່ອ ຫລັກ 28."

ຂີ້ເຫຍື່ອ ເປັນບັນຫານຶ່ງ ທີ່ເຮັດໃຫ້ໂລກຮ້ອນ ຮ່ວມທັງເຮັດໃຫ້ມີມົລພິດ ໂດຍສະເພາະ ກວດແລະຖົງຢາງປລາສຕິກ ຍ້ອນມັນໃຊ້ເວລາ ດົນນານ ອາດຮອດຮ້ອຍປີ ຈຶ່ງຈະເປື່ອຍຫລືລະລາຍ ຕາມການເວລາ ດັ່ງນັ້ນໃນວັນໂລກ ຫຼາຍປະເທດຈຶ່ງຣົນນະຣົງ ໃນການເກັບຂີ້ເຫຍືອ ຫລາຍຂຶ້ນ.

ສຳລັບ ສປປລາວແລ້ວ ບັນຫາຂີ້ເຫຍື່ອໃນລາວ ຍາກທີ່ຈະແກ້ໄຂໄດ້ ເປັນຕົ້ນ ທີ່ນະຄອນຫຼວງວຽງຈັນ ມີຂີ້ເຫຍື່ອຫຼາຍຂຶ້ນ ແຕ່ລະມື້ເຖິງ 600 ຕັນຕໍ່ມື້ ທາງການລາວສາມາດ ເກັບແລະທຳລາຍຂີ້ເຫຍື້ອ ໄດ້ພຽງເຄິ່ງນຶ່ງ ໃນຈຳນວນດັ່ງກ່າວເທົ່ານັ້ນ, ທີ່ເຫຼືອນັ້ນກາຍເປັນຂີ້ເຫຍຶື້ອ ກອງຊະຊາຍ ຢູ່ໃນເຂດບ້ານ ທົ່ວນະຄອນຫຼວງວຽງຈັນ. ດັ່ງເຈົ້າຫນ້າທີ່ ພະນັກງານເກັບຂີ້ເຫຍື່ອ ທ່ານນຶ່ງເວົ້າວ່າ.

"ຂີ້ເຫຍື້ອທີ່ລະບຸໄວ້ຢູ່ໃນນັ້ນນໍ ໂລຫະ ເຫລັກ ຂວດນົມ ເຮົາກິນແລ້ວເຮົາສາມາດທ້ອນໄວ້ ເພື່ອຂາຍໄດ້ ສາມາດມາແລກເອົາ ເປັນເງິນໄດ້ ໃຊ້ຈູງໃຈ ຜັກດັນໃຫ້ກັບບຸກຄົນທົ່ວໄປ ເອົາໃຈໃສ່ໃນການແຍກຂີ້ເຫຍຶ້ອ ໃຫ້ມັນຖືກວິທີ ມັນຈະສ້າງຣາຍຮັບ ໃຫ້ກັບເຈົ້າເອງແດ່."

ການແກ້ໄຂບັນຫາຂີ້ເຫຍື່ອໃນລາວ ໂດຍສະເພາະໃນເຂດເມືອງໃຫຍ່ໆ ຍາກທີ່ຈະແກ້ໄຂໄດ້ ຍ້ອນຂາດງົບປະມານ ແລະຂາດການເອົາໃຈໃສ່ ດັ່ງນັ້ນ ຈຶ່ງເຮັດໃຫ້ຂີ້ເຫຍື່ອເພີ້ມຂຶ້ນເລື້ອຍໆ ໃນຊ່ວງເທສການທີ່ສຳຄັນດັ່ງບຸນປີໃຫມ່ ແລະອື່ນໆ ຊຶ່ງໃນຊ່ວງ ບຸນປີໃຫມ່ລາວວ່າງຫຼັງໆ ມານີ້ ທີ່ນະຄອນຫຼວງວຽງຈັນ ປາຣີມານຂີ້ເຫຍື່ອ ໃນເຂດເທສບານ ກໍເພີ້ມຂຶ້ນເກືອບຮອດ 200 ຕັນ ຫລືປະມານ 30% ຂອງຈຳນວນຂີ້ເຫຍື່ອ ທັງຫມົດໃນແຕ່ລະມື້ ທີ່ມີຢູ່ 600 ຕັນ ສາເຫດຍ້ອນວ່າມີນັກທ່ອງທ່ຽວ ແລະຄົນຕ່າງແຂວງ ເຂົ້າມາຫລີ້ນບຸນປີໃຫມ່ ໃນເຂດນະຄອນຫຼວງ ຢ່າງຫລວງຫລາຍ ແລະກໍຖີ້ມຂີ້ເຫຍື່ອ ແບບຊະຊາຍ ຕາມທ້ອງຖນົນ ແລະສະຖານທີ່ ສາທາຣະນະຕ່າງໆ:

“ຂິ້ເຍື່ອນີ້ຫລາຍໃດ ເພາະວ່າ ປີໃໝ່ນີ້ເນາະ ແບບຄົນຫຼີ້ນ ຢູ່ໃນເຮືອນ ນີ້ ຫລາຍແລ້ວບາດນີ້ ເພີ່ນກໍເຮັດຈັດບຸນ ອິຫຍັງມາຕຶ່ມ ຂິ້ເຍື່ອຈີ່ງວ່າ ຫລາຍຂື້ນ ຂິ້ເຍື່ອທີ່ວ່າ ເພີ່ມຂື້ນຫັ້ນນະ ປະມານ 30% ເປີເຊັນ ນີ້ແຫລະ ຈາກປົກຕິ ຄືແບບມັນ ຈະມີຂິ້ເຍື່ອ ທີ່ເຮັາ ຣິໄຊໂກ້ ໄດ້ເນາະ.”

ທ່ານວ່າ ການເພີ້ມຂຶ້ນຂອງຂີ້ເຫຍື່ອ ໃນຊ່ວງບຸນປີໃຫມ່ເປັນການທ້າທາຍ ຂອງຫນ່ວຍງານທີ່ກ່ຽວຂ້ອງ ຍ້ອນວ່າປາຣິ້ມານຂີ້ເຫຍື່ອຫຼາຍກວ່າ ທີ່ຈະທຳລາຍໄດ້, ໃນແຕ່ລະມື້ ສາມາດທຳລາຍ ໄດ້ພຽງແຕ່ເຄິ່ງນຶ່ງ ຂອງຈຳນວນຂີ້ເຫຍືອທັງຫມົດເທົ່ານັ້ນ. ສ່ວນເຫຼືອກໍຈະປະໄວ້ຊະຊາຍ ຕາມສະຖານທີ່ຖີ້ມຂີ້ເຫຍື່ອ ແລະກໍຈະໃຊ້ເວລາດົນ ໃນການສະສາງຫລືຝັງຖີ້ມ:

“ການແກ້ໄຂບັນຫາຂິ້ເຫຍື່ອ ດຽວນີ້ສ່່ວນຫລາຍກໍແມ່ນ ມີແຕ່ເອົງໄປຝັງ ຍັງບໍ່ມີວິທີໃໝ່ ເທື່ອແຕ່ລະມື້ ກໍບໍ່ໝົດເພາະວ່າ ຖ້າຂິ້ເຍື່ອ ຣິໄຊໂກນີ້ ຄືເຮົາຈະເຂົ້າໂຮງງານ ແລະຈະມີຂັ້ນຕອນ ຂອງການຣິໄຊໂກເນາະ ມັນນກໍຈະໝົດໄປ ແບບເຮົາເອົາໄປແປຮູບ ເປັນຜລິຕພັນໃໝ່ ແຕ່ວ່າທີ່ ມັນຣິໄຊໂກບໍ່ໄດ້ ປະເພດຂິ້ເຫຍື່ອປຽກ ກໍຈໍາເປັນຕ້ອງໄດ້ ຝັງກົບມັນກໍບໍ່ໝົດ ມັນໃຊ້ເວລາດົນ ທີ່ຈະສ້າງໄດ້ຫັ້ນນະ.”

ບັນຫາຂີ້ເຫຍື່ອເປັນບັນຫາໃຫຍ່ ໃນວັນໂລກແລະໃນລາວ ຍ້ອນວ່າ ມັນສົ່ງຜົລກະທົບຕໍ່ສີ່ງແວດລ້ອມແມ່ນ້ຳລຳທານ ແລະຊີວິດການເປັນຢູ່ ຂອງປະຊາຊົນ ດັ່ງນັ້ນໃນວັນໂລກ ຈຶ່ງມີຣົນນະຣົງ ໃຫ້ມີການເກັບຂີ້ເຫຍື່ອ ຕາມສະຖານທີ່ຕ່າງໆ ໃນຫຼາຍ ປະເທດໃນໂລກຮ່ວມດ້ວຍ ສປປລາວ ເພື່ອບຳບັດໂລກຮ້ອນ. ກ່ຽວກັບການຖີ້ມຂີ້ເຫຍື່ອ ຢູ່ນະຄອນຫລວງວຽງຈັນ ເຈົ້າຂອງບ້ານພັກ ທ່ານນຶ່ງເວົ້າວ່າ ຂີ້ເຫຍື່ອຂະເຈົ້າ ເກັບໄປຫມົດ ໃນແຕ່ລະຄັ້ງເພາະວ່າ ມີບໍຣິສັດ ເພິ່ນເຂົ້າມາເລາະເກັບ ຕາມເສັ້ນທາງ ແລະຕາມບ້ານເຂົາເກັບໄປຫມົດ. ແຕ່ຕາມຄວາມ ເປັນຈິງນັ້ນ ຍັງມີຂີ້ເຫຍື່ອຖິ້ມຊະຊາຍຫລາຍຢູ່.

ທີ່ນະຄອນຫລວງພຣະບາງ ຊຶ່ງເປັນເມືອງມໍຣະດົກໂລກ ແລະເມືອງທ່ອງທ່ຽວ ທີ່ດົງດັງໃນລາວ ໃນວັນໂລກ ທາງການແຂວງກໍໄດ້ ອອກຄຳສັ່ງຫ້າມ ການຖິ້ມຂີ້ເຫຍື່ອແບບຊະຊາຍ ຕາມຖນົນຫົນທາງ ສວນສາທາຣະນະ ແລະສະຖານທີ່ທ່ອງທ່ຽວ ທີ່ສຳຄັນ ເປັນຕົ້ນ ວັນອາອາຮາມ ຫໍພິທພັນ ປູ່ສະນີຍະສະຖານຕ່າງໆ ເພື່ອຄວາມສະອາດ ແລະຫນ້າທ່ຽວ ໃນເມືອງນີ້. ໃນການກຳຈັດ ກວດປລາສຕິກ ກ່ອນຫນ້ານີ້ ຫ້ອງການວັທນະທັມ ແລະການທ່ອງທ່ຽວ ແຂວງຫລວງພຣະບາງ ກໍໄດ້ອອກແຈ້ງການ ໃຫ້ນັກທ່ອງທ່ຽວ ໃຊ້ກວດປລາສຕິກ ອັນດຽວສາມາດ refill ລ້າໆໄດ້ຕາມສະຖານທີ່ refill ນ້ຳສະອາດ ທີ່ ທາງການແຂວງ ຈະຕັ້ງຂຶ້ນ ໃນຈຳນວນ 30 ແຫ່ງ ໃນທົ່ວ ນະຄອນຫລວງພຣະບາງ ແລະຕາມຮ້ານຄ້າ ແລະໂຮງແຮມບ້ານພັກຕ່າງໆ ກໍໃຫ້ຕັ້ງບ່ອນ refill ໃຫ້ນັກທ່ອງທ່ຽວ. ແຕ່ຄໍາສັ່ງດັ່ງກ່າວຈະຖືກ ປະຕິບັດຫລືບໍ່ ສ່ວນໃຫຍ່ຈະບໍ່ມີຜູ້ໃດ ປະຕິບັດ ຍ້ອນວ່າ ຄວາມສະອາດ ແລະສຸຂພາບ ຂອງພວກຂະເຈົ້າ.

ກ່ຽວກັບການເກັບຂີ້ເຫຍື່ອ ຢູ່ນະຄອນຫລວງພຣະບາງ ເຈົ້າຂອງບ້ານພັກ ທ່ານນຶ່ງເວົ້າວ່າ ຖ້າເປັນການຈັດງານ ຖ້າເປັນ BOOTH ກໍຈະເປັນພາກສ່ວນ BOOTH ເປັນຜູ້ຮັບຜິດຊອບ ສ່ວນທີ່ວ່າເອົາຂີ້ເຫຍື່ອໄປຖີ້ມນັ້ນ ເປັນພາກສ່ວນຂອງທາງການ ເອົາໄປ ບໍ່ໄດ້ເອົາໄປ ໃຜມັນ ເກັບມາຮວມກັນແລ້ວ ມີຣົດເອົາໄປ ແຕ່ຣົດທີ່ມາເອົານັ້ນ ບາງມື້ກໍມາບາງມື້ກໍບໍ່ມາ ປະໃຫ້ຂີ້ເຫຍື່ອເຫນົ່າເຫມັນ ໃນບາງຈຸດ. ຊາວບ້ານໃກ້ຄຽງເວົ້າ.

ທີ່ສວັນນະເຂດ ພາກໃຕ້ຂອງລາວ ຊຶ່ງເປັນແຂວງທີ່ມີ ປະຊາກອນຫລາຍກວ່າແຂວງອື່ນໆໃນລາວ ໃນວັນໂລກ ກໍມີການຣົນນະຣົງ ນັກຮຽນນັກສຶກສາ ແລະປະຊາຊົນ ໃຫ້ມີການປູກປ່າ ແລະເກັບຂີ້ເຫຍື່ອ ຕາມສະຖານທີ່ ສາທາຣະນະ ແຄມຖນົນ ທີ່ສຳຄັນ ແລະຮ່ອງນ້ຳ ທີ່ເປີ້ະເປື້ອນ ຢ່າງຫ້າວຫັນ ດັ່ງ ປະຊາຊົນ ນາງນຶ່ງ ຢູ່ເມືອງໄກສອນ ພົມວິຫານ ເວົ້າວ່າ: ສ່ວນຫລາຍເພິ່ນມາ ຣົນນະຣົງ ເກັບຂີ້ເຫຍື່ອ ກໍແມ່ນສະມາຄົມ ພາປະຊາຊົນເກັບ ຕາມແຄມຂອງບ່ອນມັນເປື້ອນ ການປູກຕົ້ນໄມ້ ເພິ່ນກໍປູກເປັນຈຸດ ເຣື້ອງເກັບຂີ້ເຫຍື່ອແມ່ນບໍຣິສັດ ເອກຊົນມາເກັບ ອາທິດສອງຫລືສາມມື້ ແຕ່ລະບ້ານ.

ແຕ່ປະຊາຊົນ ທ່ານນຶ່ງ ຈາກບ້ານນາເຊັງ ເມືອງອຸທຸມພອນ ແຂວງສວັນນະເຂດ ຈົ່ມໃນ facebook ວ່າ: “ຄວາມອຸດົມສົມບູນ ຂອງບ້ານ ຂອງຂ້ອຍ ຢາກໃຫ້ຫນ່ວຍງານໃດ ລົງມາຊ່ອຍແກ້ໄຂແດ່ ເຣື້ອງຂີ້ເຫຍື່ອເຫມັນ ຊ້ຳເຮື້ອມາຫລາຍປີແລ້ວ ເມື່ອຍຫາຍໃຈ ຫາຍໃຈກໍບໍ່ຕິດ ມັນເຫມັນ."

ທາງການລາວໄດ້ອອກແຈ້ງການໃຫ້ປະຊາຊົນ ອອກມາສລອງວັນໂລກ ດ້ວຍການອອກກຳລັງກາຍ ເກັບຂີ້ເຫຍື່ອ ແລະປູກຕົ້ນໄມ້ ໃນຫລາຍເຂດໃນລາວ ໂດຍສະເພາະ ອົງກອນຕ່າງຊາດ ກໍຮ່ວມກັບຊາວລາວ ໃນການກະທຳດັ່ງກ່າວ. ນັກສັງເກດການ ຜູ້ທີ່ບໍ່ປະສົງອອກຊື່ ທ່ານນຶ່ງເວົ້າວ່າ ບັນຫາຂີ້ເຫຍື່ອໃນລາວ ເປັນບັນຫາໃຫຍ່ ເຮັດໃຫ້ນັກທ່ອງທ່ຽວ ບໍ່ຢາກມາທ່ຽວໃນລາວ ຍ້ອນບັນຫາຂີ້ເຫຍື່ອ ຕາມແຄມທາງ ຫ້ວຍຫນອງຄອງບຶງ ແລະຕາມສະຖານທີ່ ສາທາຣະນະຕ່າງໆ ເປັນຕົ້ນຕລາດຈະສົ່ງ ກິ່ນເຫມັນໄປທົ່ວ ມີແມງວັນຕອມ ທາງການກໍບໍ່ເອົາ ໃຈໃສ່ເທົ່າທີ່ຄວນ ເຖິງແມ່ນວ່າຈະມີການປຸກຣະດົມ ໃຫ້ປະຊາຊົນ ເກັບຂີ້ເຫຍື່ອໃນແຕ່ລະປີ ໃນວັນໂລກ ຫລືໃນເຫດການ ສຳຄັນຕ່າງໆ ຫລາຍປານໃດກໍຕາມ ແຕ່ ຫລັງຈາກນັ້ນ ກໍເປັນເຫມືອນເດີມ.

ວັນໂລກເປັນວັນສຳຄັນ ໃນຫລາຍປະເທດໃນໂລກ ເພື່ອໃຫ້ປະຊາກອນໂລກ ຮູ້ແລະເຂົ້າໃຈ ກ່ຽວກັບຜົລກະທົບ ທີ່ເກີດຂຶ້ນ ກັບໂລກໜ່ວຍນີ້ ເປັນຕົ້ນ ບັນຫາສິ່ງແວດລ້ອມ ມົລພິດ ແລະພັຍພິບັດຈາກທັມມະຊາດ ຈາກສົງຄາມແລະຈາກຄວາມຂັດແຍ່ງ ຊຶ່ງໃນປັດຈຸບັນໂລກ ຖືກທຳລາຍ ຈາກການກະທຳຂອງມະນຸດ ຫລາຍແລ້ວ ດັ່ງນັ້ນ ໃນວັນດັ່ງກ່າວ ຈຶ່ງມີການບຳບັດແລະຮັກສາ.

ໃນແຕ່ລະປີ ໃນວັນໂລກ ຈະມີປະຊາກອນໂລກ ອອກມາສະລອງ ຢ່າງນ້ອຍ 1 ຕື້ກວ່າຄົນໃນບັນດາກວ່າ 192 ປະເທດໃນໂລກ ອົງການ ສະຫະປະຊາຊາດ ຖືວັນດັ່ງກ່າວເປັນວັນສຳຄັນ ເພື່ອສ້າງຄວາມສງົບ ແລະຊຸ່ມເຢັນໃຫ້ແກ່ໂລກໜ່ວຍນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.