ສະຖານທີ່ທໍາງານຫົງສາ ລິກໄນ
2015.04.15
ເຈົ້າໜ້າທີ່ ໂຮງໝໍ ເມືອງ ຫົງສາ ເປີດເຜີຍ ວ່າ ຕລອດ ຣະຍະ ການ ກໍ່ສ້າງ ໂຮງ ໄຟຟ້າ ຫົງສາ ລິກໄນ ທາງ ໂຄງການ ໄດ້ ສົ່ງ ຄົນງານ ທີ່ ຖືກ ບາດເຈັບ ໃນ ເວລາ ເຮັດວຽກ ມາ ຮັກສາ ຢູ່ ໂຮງໝໍ ເລື້ອຍໆ ເດືອນ ນຶ່ງ ບໍ່ ຕໍ່າກ່ວາ 10 ຄັ້ງ ນັບແຕ່ ອາການ ເຈັບ ທີ່ ເບົາບາງ ຮອດ ເຈັບເຖິງຂັ້ນ ກະດູ ຫັກ ຊຶ່ງ ອາດ ເປັນຍ້ອນ ຣະບົບ ຮັກສາ ຄວາມ ປອດພັຍ ໃນ ສະຖານທີ່ ກໍ່ສ້າງ ບໍ່ດີພໍ:
"ສ່ວນຫລາຍ ກ່າແມ່ນ ໃນນີ້ ແມ່ນເປັນ ອຸປຕິເຫດ ຕົກຕຶກ ບໍ ຕົກບ່ອນ ເຮັດວຽກ ບາງເທື່ອ ກໍໄມ້ ທັບ ຫລື ເຫລັກທັບ ບໍ ນໍາແຂ່ງ ນໍາຂາ ເຮັດ ໜ້າວຽກ ໜ້າງານ".
ທ່ານວ່າ ຄົນເຈັບ ຈາກ ອຸປຕິເຫດ ໃນເວລາ ເຮັດວຽກ ນັ້ນ ຖ້າ ອາການ ເບົາແດ່ ກໍສົ່ງມາ ປິ່ນປົວ ຢູ່ ໂຮງໝໍ ເມືອງ ຖ້າວ່າ ອາການ ສາຫັດ ແດ່ ກໍສົ່ງໄປ ປິ່ນປົວ ຢູ່ ໂຮງໝໍ ແຂວງ ຫ່າງຈາກ ໂຮງງານ ໄປ ປະມານ 100 ກິໂລແມັດ ໃຊ້ ເວລາ ເດີນທາງ ປະມານ 2 ຊົ່ວ ໂມງ. ຄົນງານ ທີ່ ເຮັດວຽກ ຢູ່ໃນ ໂຄງການ ນີ້ ມີທັງ ຊາວໄທ ຊາວລາວ ແລະ ຊາວ ຕ່າງ ປະເທດ.
ໂຮງ ໄຟຟ້າ ຫົງສາ ລິກໄນ ຈະ ສາມາດ ຜລິດ ໄຟຟ້າ ໄດ້ ປະມານ 1,800 ເມກາວັດ. ວຽກງານ ກໍ່ສ້າງ ໄດ້ເລີ້ມ ມາ ຕັ້ງແຕ່ ທ້າຍປີ 2011, ປັດຈຸບັນ ຖືວ່າ ສໍາເຣັດ ເກືອບ ໝົດ ທຸກຢ່າງ ແລ້ວ ແລະ ຄາດວ່າ ຈະ ທົດລອງ ຜລິດ ໄຟຟ້າ ພາຍ ໃນ ກາງ ປີ ນີ້.