ມ.ນາຊາຍທອງ ຄົນງານ ສວນກ້ວຍ ຈະຂໍລາ
2019.07.01
ປັດຈຸບັນສວນກ້ວຍຂອງ ບໍຣິສັດ LS ການຄ້າ ຂາອອກ-ຂາເຂົ້າ ຂອງນັກລົງທຶນຈີນ ຢູ່ບ້ານອິໄລເໜືອ ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ ກຳລັງຢູ່ໃນຂັ້ນຕອນ ການກ້າເບັ້ຽ ແລະ ປັບເນື້ອທີ່ເພື່ອກຽມລົງປູກ ແຕ່ຄົນງານຊາວປາກເຊ ແຂວງຈຳປາສັກ ທີ່ເຮັດວຽກໃນ ສວນກ້ວຍ ເວົ້າວ່າ ລາວເອງເຣີ້ມມີຄວາມກັງວົນ ເຣື່ອງສານເຄມີ ຢ້ານເຈັບປ່ວຍ ໃນອະນາຄົດ, ດັ່ງຄົນງານກ່າວຕໍ່ຜູ້ສື່ຂ່າວ RFA ວ່າ:
"ເບັ້ຽກ້ວຍຊື່ໆ ນີ້ມັນບໍ່ທັນໃຊ້ຫຼາຍ ບໍ່ທັນໃຊ້ອີ່ຕົນນະປູກນະ ຖ້າວ່າໃຊ້ຫຼາຍເຄມີເດ້ ກວ່າກ້ວຍສິອອກ ບໍ່ຢາກເຮັດແລ້ວ ເບີ່ງອາບນໍ້າແມະ ນໍ້າຂີ້ຕົມຫັ້ນນະ ຂີ້ທໍ່ຫັ້ນນະອາບນໍ້າແບບໃດ."
ຄົນງານກ່າວ ຕື່ມວ່າ ຄົນງານລາວໃນສວນກ້ວຍ ນີ້ສ່ວນຫຼາຍມາຈາກແຂວງອື່ນ ເຊິ່ງໄດ້ຮັບຄ່າຈ້າງ ມື້ລະ 50 ພັນກີບ ແຕ່ຄົນງານຕ້ອງ ໄດ້ຊື້ເຂົ້າຊື້ນໍ້າກິນເອງ ເຊິ່ງຮ້ານຄ້າຫ່າງໄກ ຈາກສວນກ້ວຍນັ້ນປະມານ 5 ກິໂລແມັດ ເບິ່ງແລ້ວບໍ່ຄຸ້ມຄ່າ. ສວນກ້ວຍ ຂອງບໍຣິສັດ LS ການຄ້າ ຂາອອກ-ຂາເຂົ້າ ແມ່ນໄດ້ຮັບອະນຸຍາດ ຈາກຜແນກກະສິກັມ ນະຄອນຫຼວງວຽງຈັນ ແຕ່ຫ້າມບໍ່ໃຫ້ໃຊ້ ສານເຄມີອັນຕະຣາຍ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ເມືອງນາຊາຍທອງ ກ່າວຜູ້ສື່ຂ່າວ RFA ວ່າ:
"ການປູກນີ້ຕ້ອງປະຕິບັດຕາມມາຕຖານກະສິກັມ ທີ່ດີ ຫັ້ນນະ ປະຕິບັດຕາມຂັ້ນຕອນ ການໃຊ້ຝຸ່ນໃຊ້ປຸຍ ໃຊ້ແມ່ນຫຍັງຫັ້ນນ່າ ເພາະວ່າມັນ ອີງຕາມແຈ້ງການ ຫຼືວ່າຄຳສັ່ງການນໍາ ຂັ້ນສູງຫັ້ນແຫຼະເນາະ ເພີ່ນກະວ່າການໃຫ້ເຊົ່າ ຫຼືວ່າສັມປະທານດິນ ການປູກພືດນີ້ ຈະຕ້ອງໃຫ້ປູກ ແຕ່ວ່າຈະຕ້ອງປະຕິບັດຕາມ ມາຕຖານທີ່ດິນຫັ້ນ."
ຜ່ານມາທ່ານ ບູນຂວາງ ຄຳບູນເຮືອງ ຮອງຣັຖມົນຕຣີກະຊວງກະສິກັມ ແລະປ່າໄມ້ ຊີ້ແຈງວ່າ ທາງກະຊວງບໍ່ໄດ້ ອະນຸຍາດ ໃຫ້ປູກກ້ວຍ ຢູ່ເມືອງນາຊາຍທອງ ຍ້ອນຢ້ານສານເຄມີ ຈາກສວນກ້ວຍສ້າງ ຜົລກະທົບ ໃຫ້ນໍ້າງື່ມ ແຕ່ແນວທາງຂອງກະຊວງ ແມ່ນໃຫ້ປູກສາລີ ຖ້າ ພາກສ່ວນອະນຸຍາດ ຖືວ່າຜິດກົດຣະບຽບ, ດັ່ງທ່ານໄດ້ກ່າວ ຕໍ່ຜູ້ສື່ຂ່າວ RFA ວ່າ:
"ເຂດນາຊາຍທອງ ເມືອງປາກງື່ມ ເມືອງຫຍັງນີ້ ຖືວ່າເພິ່ນໃຫ້ປູກສາລີ ປ້ອນໂຮງງານ ບໍ່ໃຫ້ປູກກ້ວຍ ກ້ວຍມັນສິເອົາມົລພິດໃສ່ນໍ້າງື່ມ, ນໍ້າງື່ມ ນ້ຳປະປາ ໝົດນະຄອນຫຼວງ ໃຊ້ນໍ້າປະປາບໍ່ໄດ້ໃດ໋ ຜູ້ໃດອະນຸຍາດກະຜິດຫັ້ນແລ້ວ."
ສວນກ້ວຍຂອງ LS ການຄ້າ ຂາເຂົ້າ -ຂາອອກ ຢູ່ບ້ານອິໄລເໜືອ ມີເນື້ອທັງໝົດປະມານ 30 ເຮັກຕ້າ ເຣີ້ມຕົ້ນບຸກເບີກເນື້ອທີ່ ໃນຕົ້ນປີ 2019 ໂດຍບໍຣິສັດ LS ການຄ້າ ໄດ້ເຊົ່າດິນ ຈາກປະຊາຊົນໃນເຂດນັ້ນ.