ຕີນໝີມີຂາຍຕາມຕລາດ
2015.04.09
ແຂວງ ອຸດົມໄຊ ເປັນ ແຂວງ ໜຶ່ງ ທີ່ ຍັງມີ ການ ຄ້າຂາຍ ສັດປ່າ ແບບ ເປີດແປນ ທຸກວັນ ທັງເຊົ້າ ທັງແລງ ບໍ່ ຢ້ານກົວ ຜູ້ໃດ ແຕ່ຢ່າງໃດ. ໃນນັ້ນ ມີທັງ ສັດນ້ອຍ ທີ່ເປັນ ສັດ ຄຸ້ມຄອງ ແລະສັດ ໃຫຍ່ ທີ່ ເປັນສັດ ຫວງຫ້າມ ປະເພດ ໜຶ່ງ ນໍາ ດ້ວຍ.
ແຫລ່ງຂ່າວ ຈາກ ທ້ອງຖິ່ນ ຣາຍງານ ໃນ ວັນທີ 8 ເມສາ 2015 ນີ້ວ່າ ສັດນ້ອຍ ກໍມີທັງ ເຫງັນ ອົ້ນ ບ່າງ ກະຮອກ ຫລາຍ ຊນິດ. ສັດໃຫຍ່ ກໍມີ ຕັ້ງແຕ່ ໝູປ່າ ກວາງ ຟານ ໝີ ຄວາຍປ່າ ຂຶ້ນໄປ ຊຶ່ງ ບາງຄັ້ງ ກໍຂາຍ ເປັນ ຊິ້ນສ່ວນ ແລະ ບາງຄັ້ງ ກໍຂາຍ ເປັນໂຕ.
ແມ່ຄ້າ ທີ່ ຂາຍ ສັດປ່າ ໃຫ້ ຂໍ້ມູລ ວ່າ ສັດ ທີ່ພວກ ເຂົາເຈົ້າ ເອົາມາ ຂາຍ ສ່ວນຫລາຍ ແມ່ນ ປະຊາຊົນ ໄປລ່າ ມາແລ້ວ ກໍເອົາມາ ສົ່ງໃຫ້ ບາງເທື່ອ ກໍ່ເອົາມາ ຈາກ ເມືອງ ງາ ເມືອງ ນາໝໍ້ ແລະ ເມືອງ ອື່ນໆ. ແລະ ເມື່ອຖາມ ເຖິງວ່າ ມີການ ລົງມາ ກວດກາ ຂອງ ເຈົ້າໜ້າທີ່ ຈາກ ພາກສ່ວນ ທີ່ ກ່ຽວຂ້ອງ ຫລືບໍ່ ນັ້ນ ພວກເຂົາ ຕອບວ່າ ບໍ່ປາກົດ ເຫັນ ເຈົ້າໜ້າທີ່ ມາຫ້າມ ຫລືວ່າ ມາຍຶດ ຈັກເທື່ອ, ໄດ້ຂາຍ ມານີ້ ກະດົນ ແລ້ວ, ທຸກໆວັນ ກໍ່ວາງ ຂາຍ ແບບ ເປີດເຜີຍ ຄືກັນ ກັບ ທຸກມື້.
ຢ່າງໃດ ກໍຕາມ ຫລາຍຄົນ ກໍຍັງ ເຫັນວ່າ ຕລາດ ນັ້ນ ເຖິງຈະ ເປັນຕລາດ ໃຫຍ່ ຂອງ ແຂວງ ອຸດົມໄຊ ເຈົ້າໜ້າທີ່ ກ່ຽວຂ້ອງ ເປັນຕົ້ນ ພາກສ່ວນ ກະສິກັມ ແລະ ປ່າໄມ້ ແລະ ພາກສ່ວນ ຊັພຍາກອນ ສິ່ງ ແວດລ້ອມ ກໍຄວນມີ ການ ຫ້າມ ບໍ່ໃຫ້ ລ່າ ສັດປ່າ ທີ່ ຫວງຫ້າມ ມາຂາຍ, ຫລື ຍຶດເອົາ ສັດ ທີ່ ຖືກ ນໍາມາຂາຍ ນັ້ນ ໄປ ທໍາລາຍ ຖິ້ມ ແລ້ວ ດໍາເນີນ ຄະດີ ຕໍ່ຜູ້ ກະທໍາຜິດ ຕາມ ຣະບຽບ ກົດໝາຍ ຂອງລາວ.