ຮ້ານອາຫານສັດປ່າຖືກສັ່ງ ປິດ
2015.03.31
ເຈົ້າໜ້າທີ່ ລາວ ຢູ່ ເຂດ ເສຖກິດ ພິເສດ ສາມ ຫລ່ຽມຄໍາ GTES ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ຍຶດ ຜົລຜລິດ ທີ່ ເຮັດຈາກ ສັດປ່າ ຫວງຫ້າມ ຮວມທັງ ຊິ້ນສ່ວນ ຂອງ ສັດ ມູນຄ່າ 100 ລ້ານ ກວ່າ ກີບ ຈາກ ຮ້ານ ອາຫານ 4 ແຫ່ງ ທີ່ ຄົນ ຕ່າງ ປະເທດ ເປັນ ເຈົ້າ ຂອງ ນັ້ນ.
ທ່ານ ຈັນທະຈອນ Vangfaxeng ຮອງ ປະທານ ສະພາ ບໍຣິຫານ GTES ກ່າວ ຕໍ່ ວຽງຈັນ ທາມ ເມື່ອ ວັນທີ 30 ມິນາ 2015 ວ່າ ທາງການ ໄດ້ ຈູດເຜົາ ທຸກ ຊິ້ນສ່ວນ ທີ່ ຍຶດມາໄດ້ ນັ້ນ ຖິ້ມ. ໃນນັ້ນ ມີ ຕີນໝີ ເຂົາ ຄວາຍ ງາ ຊ້າງ ຊີ້ນ ກະດູກ ແລະ ໜັງເສືອ ຮວມເຖິງ ເຫລົ້າ ບອງ ກະດູກ ແລະ ຊີ້ນສ່ວນ ສັດ ແລະ ໜັງເສືອ ທີ່ ໃຊ້ ເປັນ ເຄື່ອງເອ້ ນັ້ນ ກໍຖືກ ເຜົາ ຖິ້ມ ເຊັ່ນກັນ. ທ່ານ ກ່າວວ່າ:
"ສ່ວນການ ຄຸ້ມຄອງ ສັດປ່າ ສັດນໍ້າ ທີ່ ຫວງຫ້າມ ນີ້ ພວກເຮົາ ກໍມີ ຣະບຽບ ກົດໝາຍ ມີ ມາຕການ ອອກມາ ຄັກແນ່ ເພື່ອ ບໍ່ໃຫ້ ຄ້າຂາຍ ສັດປ່າ ທີ່ ຫວງຫ້າມ ແຕ່ ພ້ອມດຽວ ກັນນັ້ນ ກໍຍັງມີ ບາງ ບຸກຄົນ ທີ່ ຮູ້ເທົ່າ ບໍ່ເຖິງ ການ ລະກະ ລັກຄ້າ ລັກຂາຍ ສັດປ່າ ທີ່ ຫວງຫ້າມ ແຕ່ ກໍເປັນ ຈໍານວນ ໜ້ອຍ".
ເຈົ້າໜ້າທີ່ ຢູ່ ເຂດ GTES ແລະ ອົງການ ຈັດຕັ້ງ ອື່ນໆ ໄດ້ເຂົ້າ ກວດ ຮ້ານ ອາຫານ ແລະ ຮ້ານ ຄ້າ ທັງໝົດ 31 ແຫ່ງ ເມື່ອ ອາທິດ ທີ່ແລ້ວ ພາຍຫລັງ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ທີ່ ເຮັດວຽກ ປົກປ້ອງ ສະພາບ ແວດລ້ອມ ໃນ ພື້ນທີ່ ໄດ້ອອກ ຂ່າວ ກ່ຽວກັບ ການຂາຍ ສັດປ່າ ຫວງຫ້າມ ຢ່າງ ເປີດແປນ ຢູ່ເຂດ ເສຖກິດ ພິເສດ ສາມ ຫລ່ຽມຄໍາ.
ທ່ານ ກ່າວວ່າ ເຈົ້າຂອງ ຮ້ານ ອາຫານ ນັ້ນ ເວົ້າວ່າ ພວກ ເຂົາເຈົ້າ ໄດ້ຊື້ ຊິ້ນສ່ວນ ສັດປ່າ ຈາກ ຊາວບ້ານ ທີ່ ມາຈາກ ເຂດ ຊົນນະບົດ. ແລະ ວ່າ ທາງການ ໄດ້ ບັງຄັບ ໃຊ້ ຂໍ້ຫ້າມ ຂາຍ ສັດປ່າ ໃນເຂດ ດັ່ງກ່າວ ມາໄດ້ 2-3 ປີ ແລ້ວ ເພື່ອ ເປົ້າໝາຍ ການ ພັທນາ ສົ່ງເສີມ ການ ທ່ອງທ່ຽວ ແລະ ປົກປ້ອງ ສະພາບ ແວດ ລ້ອມ.