ການລ່າຄ້າສັດປ່າ ຢູ່ລາວ ສືບຕໍ່

ສິດນີ
2020.09.07
F-monkey ຊະນີ ທີ່ຖືກຊາວບ້ານຈັບມາ ຂາຍຕາມຕລາດ ຫຼື ແລກປ່ຽນກັບເຂົ້າປາອາຫານ ເພື່ອການຢູ່ລອດ ໃນແຕ່ລະມື້ ຂອງພວກຂະເຈົ້າ
AFP

ສປປລາວ ເປັນປະເທດທີ່ຫຸ້ມໄປດ້ວຍ ພູຝາປ່າໄມ້ແມ່ນ້ຳລຳທານ ຊຶ່ງເປັນບ່ອນຢູ່ອາສັຍຂອງສັດປ່າ ນາໆຊນິດ ມາແຕ່ດຶກດຳບັນເປັນຕົ້ນ ຊ້າງປ່າ ເສືອໂຄ່ງ ຊະນີ ງົວປ່າ ເສົາຫລາ ນົກ ແລະ ສັດທີ່ຫາຍາກ ປະເພດອື່ນໆອາສັຍຢູ່ຢ່າງຫລວງຫລາຍ ຍ້ອນມີປ່າໄມ້ທີ່ອຸສົມບູນ ປົກຫຸ້ມ ແລະ ການອະນຸຮັກຂອງທາງການ ແຕ່ວ່າງຫລັງມານີ້ ປ່າດັ່ງກ່າວຖືກລຸກລານ ຈາກກຸ່ມ ຄ້າໄມ້ ແລະ ການລ່າສັດປ່າ ທີ່ຜິດກົດຫມາຍ, ຈຶ່ງເຮັດໃຫ້ສັດປ່າຫລຸດລົງ ເປັນຄວາມສ່ຽງຕໍ່ຈະສູນພັນໄດ້.

ຍ້ອນຄວາມທຸກຍາກຂອງປະຊາຊົນທ້ອງຖີ່ນ ຕ້ອງການອາຫານການກິນ ແລະ ຣາຍໄດ້ມາລ້ຽງຄອບຄົວກຸ່ມລ່າສັດປ່າ ບາງກຸ່ມແມ່ນເພື່ອເອົາ ສັດປ່າ ໄປຂາຍໃຫ້ປະເທດ ເພື່ອນບ້ານ ດັ່ງຈີນ ແລະ ວຽດນາມ.

ຄາດວ່າ ສັດປ່າທີ່ອາສັຍຢູ່ໃນປ່າໃນລາວ ມີເກືອບຮອດ 100 ຊນິດ ເປັນຕົ້ນຊ້າງປ່າ ງົວກະທິງ ແລະ ອື່ນໆ ນອກຈາກຊ້າງປ່າ ກໍຍັງມີຊະນີ ລິງລົມ ໄກ່ປ່າ ແລະ ນົກຊນິດຕ່າງໆ.

ຢູ່ທົ່ງພຽງ ນາຍກາຍ ແຂວງຄຳມ່ວນ ແລະ ປ່າທັມມະຊາດ ຢູ່ນໍ້າແອດ-ພູເລີຍ ເປັນແຫລ່ງສັດປ່າ ອາສັຍຢູ່ຢ່າງຫລວງຫລາຍໃນອະດີດ ແຕ່ ປັດຈຸບັນ ສັດປ່າກຸ່ມດັ່ງກ່່າວ ໄດ້ສູນຫາຍໄປ ເກືອບຫມົດແລ້ວ ຍ້ອນກຸ່ມຄ້າສັດປ່າ ທີ່ຜິດກົດຫມາຍ. ດັ່ງເຈົ້າຫນ້າທີ່ ປົກປອ້ງສັດປ່າ ແຂວງຄຳມ່ວນ ທ່ານນຶ່ງ ເວົ້າວ່າ:

“ມີຢູ່ມັນກໍບໍ່ຫລາຍ ມັນບໍ່ເປັນຂະບວນ ຄືແຕ່ກ່ອນແລ້ວ ເຂົາກະລັກຂາຍ ມັນມີມະຍິບມະຍ່ອຍ ທໍ່ນັ້ນນ່າ ມີແຕ່ກະຮອກ ກະແຮກ ຫັ້ນຫນ່າ ເຂົາ ລັກຂາຍ”

ປະເພດສັດນ້ຳ ແລະ ສັດເລືອຄານ ມີເຖີງ 165 ຊນິດ ທີ່ອາສັຍຢູ່ໃນປ່າ ແລະແມ່ນໍ້າ ໃນລາວ ເປັນຕົ້ນເຕົ່າ ງູເຫລືອມ ລູເຫົ່າ ງູໂຈ່ງອາງ ແລະ ແມງໄມ້ຊນິດຕ່າງໆ ທີ່ຫາຍາກ ແລະ ສວຍສົດງົດງາມ ເປັນຕ້ົນ ແມງຫິງຫອຍ ແມງເມົ່າ ແມງປໍ ແລະອື່ນໆ ຍ້ອນຣະບົບນິເວດ ໃນລາວ ອຸດົມສົມບູນຫລາຍ.

ສັດປ່າທີ່ພົບເຫັນໃຫມ່ ໃນລາວ ວ່າງຫລັງໆມານີ້ ທີ່ຄາດວ່າ ສູນພັນໄປແລ້ວ ແມ່ນເສົາຫລາ ລັກສນະແບບກວາງ ແຕ່ບໍ່ແມ່ນກວາງ ທີ່ ຊາວບ້ານ ພົບເຫັນ ທີ່ແຂວງບໍຣິຄຳໄຊ ເຂດຫລັກ 20 ຊາຍແດນຕິດກັບ ວຽດນາມ ສັດຊນິດນີ້ ອາດສູນພັນໄປໃນອານາຄົດ ຖ້າບໍ່ມີ ການອະນຸຮັກ ແລະ ປົກປ້ອງ.

ສປປລາວ ເປັນແຫລ່ງທີ່ຢູ່ອາສັຍ ຂອງສັດປ່າດັ່ງກ່າວ ແຕ່ໃນປັດຈຸບັນ ເປັນການສ່ຽງຕໍ່ການສູນພັນ ຍ້ອນໂຄງການພັທນາ ຂອງຣັຖບານ, ການຂຍາຍໂຕ ຂອງຊຸມຊົນ ການຄ້າໄມ້ທ່ອນ ການລ່າສັດປ່າ ເປັນອາຫານ ແລະ ເພື່ອສົ່ງໄປຂາຍຕ່າງປະເທດ ເປັນຕົ້ນ ຈີນ ແລະ ວຽດນາມ. ພຶດຕິກັມ ດັ່ງກ່າວ ເຮັດໃຫ້ສັດປ່າຫລຸດລົງ ໃນລາວ ຢ່າງໃຫຍ່ຫລວງ ເມື່ອທົສວັດ ຜ່ານມາ.

ທາງການລາວ ຮ່ວມກັບອົງການ ຕ່າງຊາດ ແລະ ປະຊາຊົນທ້ອງຖິ່ນ ໄດ້ຮ່່ວມກັນ ສ້າງຕັ້ງປ່າສງວນ ປ່າປົກປອ້ງ ແລະປ່າອະນຸຮັກສັດປ່າ ຂຶ້ນໃນຫລາຍເຂດໃນລາວ ເປັນຕົ້ນຢູ່ປ່າສງວນ ແລະປ່າປົກປ້ອງນໍ້າແອດ-ພູເລີຍ ໃນເຂດພາກເຫນືອ ແລະ ປ່າດົງອຳພັນ ໃນເຂດພາກໃຕ້ ຂອງລາວ.

ປ່າສງວນ ແລະ ປ່າປົກປ້ອງດັ່ງກ່າວ ກວມເອົາພື້ນທີ່ ຫລາຍແຂວງໃນລາວ ແລະ ຖືກຍ້ອງຍໍຈາກນານາຊາດວ່າ ເປັນແຜນການ ທີ່ດີ ໃນການປົກປ້ອງ ແລະ ອະນຸຮັກສັດປ່າ ຈາກ ການສູນພັນ ແລະ ຈາກກຸ່ມລັກລ່າສັດປ່າ ໃນໄລຍະຜ່ານມາ.

ຢູ່ແຂວງຄຳມ່ວນ ມີປ່າປົກປ້ອງສາມປ່າ ເປັນຕົ້ນປ່າຫີນຫນາມຫນໍ່ ປ່າຫີນບູນ ແລະ ປ່ານນ້ຳເທີນນາຍກຍ ກວມເອົາເນື້່ອທີ່ກວ່າ 92 ພັນ ເຮັກຕາ ຕາມແນວຊາຍແດນ ລາວ-ວຽດນາມ ຢູ່ເຂດເມືອງບົວລະພາ ປ່າຫີນຫນາມຫນໍ່ ເປັນປ່າ ທັມມະຊາດ ທີ່ຫລາກຫລາຍ, ຊຶ່ງໃນປີ 2016 ທາງການລາວໄດ້ເຮັດ ເອກສານຍື່ນ ເປັນພື້ນທີ່ມໍຣະດົກໂລກ.

ໃນເຂດປ່າສງວນແຫ່ງນີ້ ມີຊົນເຜົ່າອາສັຍການທຳມາຫາກີນດວ່າ 7 ພັນຄົນກວມເອົາ 22 ບ້ານ ຍ້ອນຄວາມທຸກຍາກ ກຸ່ມດັ່ງກ່າວໄດ້ ເຂົ້າປ່າເພື່ອຫາອາຫານ ໃນນັ້ນຮ່ວມດ້ວຍການລ່າ ສັດປ່າ. ທາງການຈຶ່ງໄດ້ສ້າງຣາຍໄດ້ ໃຫ້ແກ່ຊຸມຊົນ ດ້ວຍການເປີດປ່າ ບາງເຂດ ສຳລັບການທ່ອງທ່ຽວ ດັ່ງຊາວບ້ານທ່ານນຶ່ງ ເວົ້າວ່າ:

“ແຫລ່ງທ່ອງທ່ຽວ ນ້ຳເນີນ ຈະມີຝຸງເຮືອ ນຳທ່ຽວ ຝຸງຫັຖກຳ ຝຸງນຳທ່ຽວຂ້າງບ້ານ ແລະ ເງິນຣາຍໄດ້ທັງຫມົດ ໄດ້ແບ່ງໃຫ້ປະຊາຊົນ ແລະສ່ວນນຶ່ງ ເປັນຂອງໂຄງການ”

ປ່າປົກປ້ອງພູເຂົາຄວາຍ ຢູ່ແຂວງວຽງຈັນ ແລະ ປ່າ ທັມມະຊາດ ຢູ່ແຂວງບໍ່ແກ້ວ ກໍເປັນອີກແຫ່່ງນຶ່ງ ທີ່ທາງການລາວໄດ້ຕັ້ງຂື້ນ. ປ່າ ປົກປ້ອງ ພູເຂົາຄວາຍ ຖືກຕັ້ງ ຂຶ້ນໃນປີ 1993 ຫ່າງຈາກນະຄອນຫລວງວຽງຈັນ ທາງພາກຕາເວັນອອກສ່ຽງເຫນືອ ປະມານ 40 ກິໂລແມດ, ປ່າປົກປອ້ງພູເຂົາຄວາຍ ກວມເອົາ 3 ແຂວງໃນລາວ ເປັນແຫລ່ງທີ່ຢູ່ອາສັຍ ຂອງສັດປ່າ ນານາຊນີດ ເປັນຕົ້ນເສືອ ຊະນີ ຫມາປ່າ ແລະອື່ນໆ ມີການລາດຕະເວັນ ມີການຍ່າງປ່າ ສຳລັບນັກທ່ອງທ່ຽວ ເພື່ອສ້າງຣາຍໄດ້ ໃຫ້ແກ່ຊຸມຊົນ.ຊາວບ້ານອີກ ທ່ານນຶ່ງ ເວົ້າວ່າ:

“ມີນັກທ່ອງທ່ທຽວເຂົ້າມາຫລາຍປີນີ້ ແລະຄາດວ່າ ປີຫນ້າຈະມີນັກທ່ຽວເຂົ້າມາຫລາຍກວ່າເກົ່າ.”

ນອກຈາກປ່າປົກປ້ອງ ພູເຂົາຄວາຍ, ປ່າທັມມະຊາດຢູ່ແຂວງບໍ່ແກ້ວ ແລະປ່າອະນຸຮັກຢູ່ແຂວງຄຳມ່ວນແລ້ວ ໃນລາວຍັງມີປ່າ ປົກປອ້ງ ນໍ້າແອດ-ພູເລີຍ ຢູ່ພາກເຫນືອ ແລະ ປ່າດົງ ອຳພັນ ຢູ່ພາກໃຕ້ ແລະປ່າເລັກ ປ່ານ້ອຍ ຫລາຍແຫ່ງໃນລາວ ກວມເອົາເນື້ອທີ່ ທັງຫມົດ ປະມານ 123,000 ເຮັກຕາ ໃນທ່ົວປະເທດ ປ່າແຫ່ງນີ້ ໃນອະດີດ ເຕັມໄປດ້ວຍສັດປ່ານາໆ ຊນິດ ແຕ່ໃນປັດຈຸບັນຫລຸດລົງຫລາຍແລ້ວ.

ອົງການຕ່າງຊາດແລະຣັຖບານຮ່ວມກັບ ປະຊາຊົນທ້ອງຖີ່ນ ໄດ້ຊ່ອຍກັນປົກປອ້ງສັດປ່າ ດັ່ງກ່າວແຕ່ຍ້ອນຄວາມທຸກຍາກ ຂາດອາຫານ ການກິນ ໃນເຂດຊົນນະບົດ ແລະ ກຸ່ມລັກລ່າ ສັດປ່າ ເພື່ອສ້າງາຍໄດ້ ຈຶ່ງເຮັດໃຫ້ການປົກປ້ອງ ສັດປ່າ ບໍ່ໄດ້ຜົລເທົ່າທີ່ຄວນ.

ເຈົ້າຫນ້າທີ່ອະນຸຮັກ ສັດປ່າຈາກອົງການຕ່າງຊາດ ທ່ານນຶ່ງ  ທີ່ມາເຮັດວຽກຢູ່ສູນອະນຸຮັກ ຊ້າງໃນລາວ ກ່າວວ່າ ຊ້າງປ່າອາດຈະສູນພັນໄປ ໃນ ອານາຄົດ ຖ້າບໍ່ມີການອະນຸຮັກ. ທ່ານວ່າ ສາເຫດທີ່ຊ້າງປ່າຫລຸດລົງ ໃນລາວ ເປັນຍ່້ອນການຕັດໄມ້ ທຳລາຍປ່າ ຈາກກຸ່ມຄ້າໄມ້ທ່ອນ ແລະ ໂຄງການພັທນາຕ່າ່ງໆ ຂອງຣັຖບານ ດັ່ງການຂຸດຄົ້ນ ແຮ່ທາດ ການປູກຕົ້ນໄມ້ ເສຖກິດ ການສ້າງເຂື່ອນ ແລະ ການສ້່າງຖນົນ ຫົນທາງ ມາຮອດປັດຈຸບັນ ພື້ນທີ່ປ່າໄມ້ ໄດ້ຫລຸດລົງ ຈາ່ກ 70% ໃນຊຸ່ມປີ 1950 ມາເປັນ 30% ໃນປັດຈຸບັນ.

ທ່ານວ່າ ການຄ້າໄມ້ທ່ອນ ແລະໂຄງການພັທນາຕ່າງໆ ຂອງຣັຖບານທຳຮ້າຍ ບ່ອນຢູ່ອາສັຍຫລື habitat ຂອງສັດປ່າໃນລາວ. ທ່ານວ່າ ຊ້າງປ່າຖືກໃຊ້ແກ່ໄມ້ທ່ອນ ໃນພື້ນທີ່ໆ ບໍ່ມີຖນົນ ຫົນທາງເຂົ້່າໄປເຖິງ ເຮັດວຽກຫນັກເກີນໄປ ຂາດອາຫານການກິນ ແລະຂາດການເບິ່ງແຍງ ທີ່ດີຈຶ່ງເຮັດໃຫ້ຊ້າງ ຕາຍກ່ອນອາຍຸ.

ກຸ່ມຄ້າໄມ້ທ່ອນ ແລະ ນັກລົງທືນຕ່າງຊາດ ບໍ່ສົນໃຈໃນການອະນຸຮັກ ສັດປ່າ ໃນລາວ ມີແຕ່ສ້າກຳໄຣ ຮາຍໄດ້ສຳລັບໂຕເອງ. ຍ່້ອນການ ສໍ້ຣາສ ບັງຫລວງ ແລະ ຊື້ຈ້າງຈອບອອຍ ຂອງເຈົ້າຫນ້າທີ່ຣັດ.

ປ່າສງວນນ້ຳແອດ-ພູເລີຍ ພາກຕະເວັນອອກສ່ຽງເຫນືອ ຂອງລາວ ຊາຍແດນລາວ-ວຽດ ນາມ ກໍເປັນອີກແຫ່ງນື່ງ ທີ່ມີສັດປ່າຫຼາກຫຼາຍ ອາສັຍຢູ່ ໃນອະດີດ ເປັນຕົ້ນເສື້ອໂຄ່ງ ແລະ ສັດປ່າ ປະເພດອື່ນໆ ກວມເອົາເນື້ອທີ່ ຫລາຍແຂວງປະມານ 4,229 ກິໂລແມັດ ມົນທົນ ເຕັມໄປດ້ວຍ ພູຝາ ປ່າໄມ້ ແມ່ນຳ້ລຳທານ ແຕ່ໃນປັດຈຸບັນ ປ່າແຫ່ງນີ້ ຖືກກຸ່ມລ່າສັດປ່າ ແລະ ກຸ່ມຕັດໄມ້ທ່ອນ ທຳຮ້າຍ ຫລາຍແລ້ວ ສັດປ່າ ກໍຫລຸດລົງ ເກືອບຫມົດ ສັດປ່າບາງຊນີດ ອາດສູນພັນ ເປັນຕົ້ນເສືອໂຄ່ງ ທີ່ເຄີຍອາສັຍຢູ່ໃນປ່າແຫ່ງນີ້ ມາເປັນເວລາຍາວນານ.

ຍ້ອນການອະນຸຮັກສັດປ່າ ແລະການປົກປ້ອງປ່າສັດປ່າ ບໍ່ໄດ້ຜົລ. ຂາດງົບປະມານ ແລະ ຂາດການເອົາໃຈໃສ່ ຮ່ວມດ້ວຍການສໍ້ຣາສ ບັງຫລວງໃນລາວ. ປ່າແຫ່ງນີ້ ເປັນອານາເຂດ ທີ່ເຫມາະສົມ ສຳລັບກຸ່ມລ່າສັດປ່າ ເພື່ອສົ່ງໄປປະເທດເພື່ອນບ້່ານ ຍ້ອນຊາຍແດນຕິດ ກັບຈີນ ແລະ ວຽດນາມ.

ຢູ່່ເຂດພາກໃຕ້ທີ່ ແຂອງອັດຕະປື ກໍມີປ່າສງວນ ດົງອຳພັນ ຊື່ງເປັນ່ປ່າດົງດິບ ທີ່ມີສັດປ່ານານາຊນິດອາສັຍ ຢູ່ຢ່າງຫຼວງຫຼາຍ ໃນອະດີດ ແຕ່ໃນປັດຈຸບັນ ຈົນເກືອບ ບໍ່ເຫລືອແລ້ວ ຍ້ອນການລ່າສັດປ່າ ແລະ ການຄ້າໄມ້ທ່ອນ ທີ່ຜິດກົດຫມາຍ ໃນລາວ ດັ່ງຊາວບ້ານ ທ່ານນື່ງ ເວົ້າວ່າ:

“ມັນມີຫລາຍກິຈກັມເນາະ ນື່ງແມ່ນການອະນຸຮັກ ເສືອໂຄ່ງ ແລະສອງແມ່ນການອະນຸຮັກສັດປ່າຫາຍາກ.”

ວ່າງຫລັງໆມານີ້ ອົງການຕ່າງຊາດ ເຂົ້່າໄປສຳຣວດການຄ້າສັດປ່າ ແລະ ການລ່າສັດປ່າໃນລາວ ພົບວ່່າ ຢູ່ລາວຍັງມີການລັກລ່າສັດປ່າ ແລະ ຂາຍສີ້ນສ່ວນ ສັດປ່າ ຫລາຍຢູ່ ໃນຫລາຍ ແຂວງ ນື່ງໃນນັ້ນ ແມ່ນແຂວງຄຳມ່ວນ ຍັງພົບເຫັນການ ຂາຍສັດປ່າ ຕາມແຄມຖນົນ ທີ່ສຳຄັນຫລາຍສາຍ ໃນເຂດເຊື່ອມຕໍ່ ຣະຫວ່າງ ແຂວງແລະຣະຫວ່າງ ຊາຍແດນຕິດກັບ ປະເທດ ເພື່ອນບ້ານ ດັ່ງ ວຽດນາມ.

ຣາຍງານວ່າ ແຂວງຄຳມ່ວນ ເປັນພື້ນທີ່ອຸດົມສົມບູນໄປດ້ວຍຣະບົບນິເວດ ຮ່ວມທັງການຄ້າສັດປ່າ ເຈົ້າຫນ້າທີ່ ຈາກອົງການຕ່າງຊາດ ໄດ້ເຂົ້າ ໄປຕລາດ ທີີ່ເມືອງທ່າແຂກ ພົບເຫັນ ສີ້ນສ່ວນ ສັດປ່າ ຫລາຍຊນິດ ທີ່ຖືກວາງຂາຍ ໃນທີ່ນັ້ນ ຢ່າງເປີດແປນ ນອກຈາກນັ້ນ ຕລາດຢູ່ນ້ຳດິກ ແລະ ບ້ານນ້ຳກອກ ເປັນແຫລ່ງ ການຄ້າການສັດປ່າ ຣາຍໃຫຍ່ ໃນແຂວງຄຳມ່ວນ ຍ້່ອນເປັນເສັ້ນທາງ ເຊື່ອມຕໍ່ຖນົນ ເລກທີ 12 ແລະ13 ຣະຫວ່າງ ລາວກັບວຽດນາມ.

ສັດປ່າປະເພດ ງູ ກະຮອກ ຫມູປ່າແລະປະເພດອື່ນໆ ທີ່ຈະສູນພັນຖືກ ວາງຂາຍໃນທີ່ນ້້ນ ຢ່າງຫລວງຫລາຍ ແລະເປີດແປນປາສຈາກ ການຫ້າມປາມ ຈາກເຈົ້າຫນ້າທີ່ຣັດ.

ແຂວງຕິດກັບຊາຍແດນຈີນ ກໍມີການລ່າແລະຄ້າສັດປ່າ ຫລາຍເຫມືອນກັນ ຍ້ອນວ່າຈີນເປັນປະເທດ ທີ່ນິຍົມກິນຊີ້ນສັດປ່າ ເພາະເຊື່ອວ່າ ເປັນຢາຊູກຳລັງ ແລະ ອາຍຸຢືນ ກຸ່ມດັ່ງກ່າວ ສັ່ງຊື້ສັດປ່າ ຈາກປະເທດ ເພື່ອນບ້ານ ເປັນຕົ້ນລາວ ຍ້ອນກົດຫມາຍ ບໍ່ເຄັ່ງຄັດ ບາງຣາຍ ກໍສົ່ງຜ່ານວຽດນາມ ໄປ ຈີນ. ຊາວບ້ານອີກທ່ານນຶ່ງເວົ້າວ່າ:

“ປະເພດສັດປ່ານີ້ ດຽວນີ້ ຂະເຈົ້າຍັງຂາຍຢູ່ແຕ່ຈະລັກຂາຍ”

ເຖິງແມ່ນວ່າ ກົດຫມາຍລາວມາຕຣາ 17 ວ່າດ້ວຍສັດປ່າ ສັດນ້່ຳ ຣະບຸວ່າ ບຸກຄົນໃດ ລ່າສັດປ່າ ສັດນ້ຳຈະມິຄວາມຜິດ ທາງອາຍາ ຖ້າ ຖືກຈັບໄດ້ ຈະຖືກດຳເນີນຄະດີ ມີໂທດຂັງຄຸກ ຕັ້ງແຕ່ 3 ເດືອນຫາ 5 ປີ ຂື້ນຢູ່ກັບ ກໍຣະນີ ແລະ ຈະຖືກປັບໃຫມ ອີກຈຳນວນນື່ງ ແຕ່ ກົດຫມາຍ ດັ່ງກ່າວ ບໍ່ຖືກບັງຄັບໃຊ້ ຢ່າງຈີງຈັງ ຈື່ງຍັງມີການລ່າ ແລະ ຄ້າສັດປ່າ ຫຼາຍຢູ່ໃນລາວ ໃນທຸກມື້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.