ຍາມແລ້ງນໍ້າປະປາອາຈຂາດແຄນ
2015.02.16
ເຈົ້າໜ້າທີ່ ຣັຖ ວິສາຫະກິດ ນໍ້າປະປາ ນະຄອນ ຫລວງ ວຽງຈັນ ເວົ້າວ່າ ປັດຈຸບັນ ຢູ່ ຫລາຍ ເມືອງ ໃນ ນະຄອນ ຫຼວງ ເລີ່ມ ມີ ບັນຫາ ນໍ້າປະປາ ໄຫລ ຄ່ອຍ ໜ້ອຍລົງ ແລະ ບາງເຂດ ກໍບໍ່ມີ ນໍ້າ ພຽງພໍ ແລ້ວ. ດັ່ງນັ້ນ ຈຶ່ງ ຄາດວ່າ ເມື່ອຮອດ ຊ່ວງ ເດືອນ 3 ເດືອນ 4 ບັບຫາ ນີ້ ຍິ່ງຈະ ຮຸນແຮງ ຂຶ້ນ ຍ້ອນການ ຜລິດ ນໍ້າປະປາ ຍັງ ບໍ່ພຽງພໍ ກັບ ຄວາມ ຕ້ອງການ ແລະ ສະພາບ ອາກາດ ປີນີ້ ກໍແຫ້ງ ແລ້ງ ກວ່າ ປົກກະຕິ, ນໍ້າ ຂອງ ກໍບົກ ລົງ ຫລາຍ:
"ກໍາລັງ ການຜລິດ ຂອງເຮົາ ມັນ ຕໍ່ານໍ ຊ່ວງ ແລງໆ ມານີ້ ຫລາຍຄົນ ອາຈເຂົ້າ ເຮືອນ ເເລ້ວ ໃຊ້ນໍ້າ ນໍ້າປະປາ ອາຈຄ່ອຍ ຈັກໜ່ອຍ ນໍ ມັນເປັນ ສະພາບ ລວມມາ ເພາະວ່າ ເພີ່ນ ກໍາລັງ ຂຍາຍ ໂຮງງານ ຢູ່ ຊ່ວງນີ້ ບາງມື້ ອາດສິ ບໍ່ມາ ເປັນມື້ ເລີຍເດ ບາງວັນ ອາດສິ ບໍ່ໄຫລ ເລີຍ ບາງມື້ ຕໍ່ໜ້າ ອາດສິ ລໍາບາກ ໜ່ອຍນຶ່ງ ກໍາລັງ ແກ້ໄຂ ຢູ່".
ທ່ານ ເວົ້າວ່າ ນະຄອນ ຫຼວງ ວຽງຈັນ ມີ ໂຮງງານ ນໍ້າ ປະປາ 4 ແຫ່ງ ຢູ່ ດົງ ໝາກຄາຍ, ບ້ານ ທ່າມ່ວງ, ດົງບັງ ແລະ ຈິນາຍໂມ້ ທັງໝົດ ສາມາດ ຜລິດໄດ້ 180,000 ແມັດ ກ້ອນ ຕໍ່ມື້ ໃນຂນະທີ່ ຄວາມ ຕ້ອງການ ນໍ້າ ຫຼາຍກວ່າ 350,000 ແມັດກ້ອນ. ນໍ້າປະປາ ໄຫລມາ ໜ້ອຍ ມັກເກີດ ຂຶ້ນ ໃນ ຕອນແລງ 6 ໂມງ-7 ໂມງ ຫລັງ ເລີກການ, ຄົນໃຊ້ ນໍ້າຫລາຍ.
ເຈົ້າໜ້າທີ່ ເວົ້າ ອີກວ່າ ເພື່ອ ແກ້ໄຂ ບັນຫາ ດັ່ງກ່າວ ກໍ ກໍາລັງ ກໍ່ສ້າງ ໂຮງງານ ຜລິດນໍ້າ ປະປາ ຕື່ມອີກ 1 ແຫ່ງ ຂນາດ 130,000 ແມັດ ກ້ອນ ຕໍ່ມື້ ທີ່ ບ້ານ ແສນດິນ ເມືອງ ນາຊາຍທອງ ຊຶ່ງ ຈະສໍາເຣັດ ໃນ ທ້າຍປີ 2015 ນີ້ ແລະ ຄາດວ່າ ຈະຊ່ວຍ ລົດ ບັນຫາ ການ ຂາດແຄນ ນໍ້າປະປາ ລົງໄດ້.