ຂີ້ເຫຍື້ອຈາກສວນກ້ວຍ ຂອງຈີນ ທະວີຄູນ
2019.12.11
ສວນກ້ວຍຈີນ ຫຼາຍບໍຣິສັດໃນລາວ ຍັງມັກງ່າຍ ເອົາຖົງຢາງພາສຕິກ, ຖົງປຸ໋ຍ ແລະຖົງສານເຄມີ ໄປລັກຖິ້ມຕາມພູຕາມຜາຢູ່ ບາງບໍຣິສັດ ກໍຈູດຂີ້ເຫຍື້ອໃກ້້ເຂດຊຸມຊົນ ສ້າງຄວາມເດືອດຮ້ອນ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມຢ່າງຫຼວງຫຼາຍ ໃນຫຼາຍປີ ຜ່ານມາ. ນຶ່ງໃນນັ້ນຄື ບໍຣິສັດ ຈົງແສງ ຂອງຈີນ ເຂົ້າມາສັມປະທານ ທີ່ດິນປູກກ້ວຍ ໃນເຂດບ້ານ ນໍ້າລີ ເມືອງສໍາພັນ ແຂວງຜົ້ງສາລີ, ດັ່ງເຈົ້າໜ້າທີ່ບ້ານນໍ້າລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ທັນວາ ນີ້ວ່າ:
“ເຂົາກອງເປັນບ່ອນ ແລ້ວເຂົາກໍຈູດເລີຍແນວນັ້ນນະ ຢູ່ບ້ານນໍ້າລີ ນີ້ແຫຼະ ປັດຈຸບັນນີ້ນະ ກອງເປັນບ່ອນແລ້ວກໍຈູດ ເອົາໄຟຈູດເລີຍ ແລ້ວ ມັນກໍຂິວ ມັນຫຼາຍເກີນຄວນ ຄົນຈີນແຫຼະ ບໍ່ຮູ້ແນວຊິເອົາໄປທາງໃດເດ້ເນາະ ປະກອງເປັນບ່ອນ ແລ້ວກໍບາງບ່ອນ ນີ້ເນາະ ເຂົາຈູດບໍ່ໝົດ ເນາະ ເຮັດໃຫ້ມີມົລພິດຫັ່ນນາ.”
ທ່ານກ່າວວ່າ ບັນຫາເກີດມີຂຶ້ນຕັ້ງແຕ່ປີ 2013 ຊ່ວງທີ່ບໍຣິສັດເຂົ້າມາສັມປະທານ ປູກກ້ວຍໃໝ່ໆແລ້ວກ່ອນໜ້ານີ້ ກິ່ນຂິວຂອງ ຄວັນໄຟ ແລະກິ່ນຂິວຂອງສານເຄມີ ຈາກການຈູດຖົງຢາງພາສຕິກ ຈະຮຸນແຮງກວ່າໃນປັດຈຸບັນ ຍ້ອນວ່າ ນັບແຕ່ຕົ້ນປີ 2019 ນີ້ ທາງການແຂວງ ສັ່ງຫຼຸດເນື້ອສັມປະທານປູກກ້ວຍ ແກ່ບໍຣິສັດ ຈົ່ງແສງ ເຫຼືອພຽງແຕ່ 50 ປາຍເຮັກຕ່າ ຈາກແຕ່ກ່ອນ ໃຫ້ສັມປະທານເຖິງ 100 ປາຍເຮັກຕ່າ ປະຣິມານ ຂີ້ເຫຍື້ອ ທີ່ທໍາລາຍມີຫຼຸດລົງ.
ຊາວບ້ານ ທີ່ຢູ່ໃກ້ຄຽງ ເວົ້າວ່າ ບັນຫາດັ່ງກ່າວ ຍັງເກີດຂຶ້ນຢູ່ ຍ້ອນວ່າ ບ່ອນຈູດຂີ້ເຫຍື້ອ ຂອງສວນກ້ວຍຈີນ ຫ່າງຈາກຊຸມຊົນບໍ່ຮອດ 1 ກິໂລແມັດ ແຕ່ກໍບໍ່ມີພາກສ່ວນໃດ ລົງມາຊ່ອຍເຫຼືອ ຂະນະທີ່ຊາວບ້ານເອງ ກໍບໍ່ເຄີຍຮ້ອງຮຽນບັັນຫານີ້ ກັບທາງການ ຍ້ອນບໍ່ຮູ້ວ່າ ບັນຫານີ້ ສາມາດຮ້ອງຮຽນໄດ້ຫຼືບໍ່.
ຕໍ່ກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ເມືອງສັມພັນ ກ່າວວ່າ ຍັງບໍ່ຮູ້ເຣື່ອງນີ້ ແຕ່ຖ້າຫາກປະຊາຊົນ ໄດ້ຮັບຜົນກະທົບແທ້ ກໍໃຫ້ເຂົ້າມາຮ້ອງຮຽນ ກັບທາງຫ້ອງການໄດ້ ເພື່ອຈະໄດ້ລົງໄປກວດກາແກ້ໄຂ.
ນອກຈາກ ສວນກ້ວຍຈີນ ຢູ່ແຂວງຜົ້ງສາລີ ຈະສົ່ງຜົນກະທົບ ຕໍ່ຊາວບ້ານ ແລະສິ່ງແວດລ້ອມແລ້ວນັ້ນ ຊາວບ້ານຫາດຍືນ ແລະ ບ້ານ ທ່າເຮືອ ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ກໍກໍາລັງໄດ້ຮັບຜົນກະທົບ ຈາກຂີ້ເຫຍື້ອ ສວນກ້ວຍ VS ຂອງຈີນ ທີ່ຣັຖບານ ອະນຸມັດໃຫ້ ສັມປະທານ ທີ່ດິນປູກກ້ວຍ 500 ເຮັກຕ້າຣ໌ ເມື່ອເດືອນ ມິນາ 2019 ນີ້ ບໍຣິສັດດັ່ງກ່າວ ໄດ້ເອົາຂີ້ເຫຍື້ອ ຖົງຢາງພາສຕິກ ແລະ ຖົງປຸ໋ຍ ມາຖິ້ມຊະຊາຍ, ດັ່ງປະຊາຊົນ ບ້ານຫາດຍືນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ຖົງຢາງປຸ໋ຍນີ້ ຂະເຈົ້າກໍ ຈໍານວນນຶ່ງຂະເຈົ້າກໍຖິ້ມປະເລີຍແຫຼະ ຈໍານວນນຶ່ງປະຊາຊົນເຂດເຮົາໄດ້ກໍາຈັດ ໄດ້ເວົ້າກັນຫຼາຍເທື່ອ ຂະເຈົ້າກໍ ເອົາຝຸ່ນກົບ ຝັງກົບຈໍານວນນຶ່ງ ຂະເຈົ້າກໍລັກຈູດນີ້ແຫຼະ ເປັນໂຟມເປັນນັ້ນຫຼາຍອັນ ໄທເຮົາບໍ່ເຫັນ ໄທເຮົາຫ້າມ ບໍ່ໃຫ້ຈູດຂະເຈົ້າກໍລັກຈູດ.”
ກ່ຽວກັບຜົນກະທົບດັ່ງກ່າວນີ້ ເຈົ້າໜ້າທີ່ ຜແນກສິ່ງແວດລ້ອມ ແຂວງບໍຣິຄໍາໄຊ ເວົ້າວ່າ ປັດຈຸບັນທາງການ ກໍໄດ້ລົງໄປຕິດຕາມກວດກາ ສວນກ້ວຍດັ່ງກ່າວຢ່າງໃກ້ຊິດ:
“ໜ່ວຍສະເພາະກິດຂອງແຂວງ ຂອງເມືອງຕິດຕາມຂະເຈົ້າຢູ່ ແຕ່ວ່າຕໍ່ໄປ ບໍ່ຈັກຊິເປັນແນວໃດ ເພາະວ່າ ຖົງ ດຽວນີ້ບໍ່ທັນຫຼາຍປານໃດ ຖົງປຸ໋ຍບໍ່ຄ່ອຍມີແລ້ວ ແຕ່ວ່າດຽວນີ້ກໍາລັງເລີ່ມເຂົ້າມາ.”
ນອກຈາກປະຊາຊົນ ສອງແຂວງ ຄືແຂວງຜົ້ງສາລີ ແລະແຂວງບໍຣິຄໍາໄຊ ທີ່ໄດ້ຮັບຜົນກະທົບ ຈາກຂີ້ເຫຍື້ອ ຂອງສວນກ້ວຍຈີນແລ້ວນັ້ນ ປັດຈຸບັນ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ໃນຫຼາຍໆເຂດເປັນຕົ້ນ ເຂດກຸ່ມບ້ານພູເອືອດ ແລະບ້ານຫຼັກ 6 ກໍປະສົບ ບັນຫາດຽວກັນຍ້ອນ ບໍຣິສັດຈີນ ທີ່ມາສັມປະທານປູກກ້ວຍຢູ່ເຂດດັ່ງກ່າວ 10 ປາຍບໍຣິສັດໃນເນື້ອທີ່ 600 ເຮັກຕ້າຣ໌ ຍັງລັກເອົາຂີ້ເຫຍື້ອ ຈາກສວນກ້ວຍໄປຖິ້ມ ຕາມພູຕາມຜາ ແລະຕາມເຂດຊຸມຊົນ ເຮັດໃຫ້ສົ່ງກິນເໝັນຂິວ ຕ່ໍປະຊາຊົນທີ່ຢູ່ໃກ້ຄຽງ.