ຊາວເມືອງຮຸນຂາດນໍ້າສະອາດໃຊ້
2013.08.29

ເຈົ້າຫນ້າທີ່ຜແນກນໍ້າສະອາດ ທີ່ແຂວງອຸດົມໄຊ ທ່ານນຶ່ງເວົ້າວ່າ ໃນ ປັດຈຸບັນມີປະຊາຊົນ 20 ໝູ່ບ້ານຢູ່ເມືອງຮຸນແຂວງອຸດົມໄຊ ຍັງບໍ່ມີ ຣະບົບນໍ້າສະອາດປະເພດນໍ້າລິນໃຊ້ເທຶ່ອ ຂະເຈົ້າຍັງໃຊ້ນໍ້າຈາກຫ້ວຍ ຊຶ່ງບໍ່ສະອາດປານໃດ. ທາງຜແນກ ນໍ້າສະອາດ ປະຈຳແຂວງກຳລັງ ຫາທາງຊ່ອຍເຫລືອ ພວກຂະເຈົ້າຢູ່. ດັ່ງທ່ານກ່າວວ່າ:
"ເມືອງຮຸນພວກເຮົາກໍຍັງຢູ່ຈໍານວນ 20 ປາຍບ້ານທີ່ຍັງບໍ່ມີນ້ຳລິນ ຫັ້ນນະ ປະມານ 27-28 ເປີເຊັນນີ້ແຫລະສຳລັບເມືອງຮຸນ ນັ້ນຖືວ່າ ຫຍັງຫລາຍເນາະ".
ທ່ານກ່າວຕໍ່ໄປວ່າ ປັດຈຸບັນຜແນກນ້ຳສະອາດປະຈຳແຂວງກຳລັງ ວາງແຜນການຊ່ອຍເຫລືອ ສ້າງຣະບົບນ້ຳລິນ ໃຫ້ແກ່ຂະເຈົ້າຢູ່ແຕ່ ມີບັນຫາເຣື້ອງ ງົບປະມານ ຊຶ່ງທາງການແຂວງ ກຳລັງທາບທາມໄປ ຍັງອົງການ ສາກົນເພື່ອຂໍການຊ່ອຍເຫລືອ ດັ່ງກ່າວ.
ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງສູນນ້ຳສະອາດ ກະຊວງສາທາຣະນະສຸກ ເພື່ອຢາກຮູ້ກ່ຽວກັບ ການຊ່ອຍເຫລືອ ເຈົ້າຫນ້າທີ່ ຜູ້ບໍ່ປະສົງ ອອກຊື່ທ່ານນື່ງເວົ້າວ່າ ໃນປັດຈຸບັນສູນນ້ຳສະອາດກຳລັງປຶກສາຫາລືກັນກ່ຽວກັບແຜນການສ້າງດັ່ງກ່າວຢູ່ແຕ່ບໍ່ສາມາດ ບອກໄດ້ວ່າເມື່ອໃດ.
ເຖິງຢ່າງໃດກໍຕາມ ໃນປັດຈຸບັນກໍມີການນຳນ້ຳດື່ມມາແຈກຍ້າຍໃຫ້ຊາວບ້ານໃນບາງສ່ວນແລ້ວ. ຜ່ານມາເຈົ້າຫນ້າທີ່ ແຂວງອຸດົມໄຊ ເວົ້າວ່າ ປະຊາຊົນ ໃນເມືອງຮຸນ ຜູ້ທີ່ດື່ມແລະ ໃຊ້ນ້ຳບໍ່ສະອາດຈາກຫ້ວຍນັ້ນ ຫລາຍຄົນເປັນພຍາດຖອກທ້ອງ ຍ້ອນນ້ຳມີສານເຄມີປົນເປື້ອນ ແລະ ເຊື້ອໂຣຄຕ່າງໆ ຈຶ່ງຢາກໃຫ້ ປະຊາຊົນ ຣະມັດຣະວັງ ເປັນພິເສດ.