ເກີດນໍ້າຖ້ວມກະທັນຫັນ ຫຼາຍເມືອງ ທີ່ແຂວງຈຳປາສັກ

ຈໍາປາທອງ
2020.09.21
ວັນທີ 18 ກັນຍາ 2020 ເກີດເຫດນໍ້າຖ້ວມກະທັນ ໃນຫຼາຍເຂດ ຢູ່ນະຄອນປາກເຊ ແຂວງຈໍາປາສັກ.
ນັກຂ່າວພົລເມືອງ

ປະຊາຊົນຫຼາຍເມືອງ ຢູ່ແຂວງຈໍາປາສັກ ປະສົບພັຍນໍ້າຖ້ວມ ຍ້ອນພະຍຸໂນອຶນ ຫົວທີ 11 ທີ່ເຮັດໃຫ້ເກີດ ຝົນຕົກໜັກ ຢູ່ຫຼາຍເມືອງ ຕັ້ງແຕ່ ມື້ວັນທີ 18 ກັນຍານີ້ ເປັນຕົ້ນມາ. ເຖິງແມ່ນວ່າ ໃນປັດຈຸບັນ ນໍ້າໄດ້ເຣີ່ມ ບົກລົງແລ້ວກໍຕາມ, ແຕ່ກໍມີຄວາມເສັຽຫາຍ ຫຼາຍຢ່າງ ເປັນຕົ້ນ ເຂົ້າໃນນາ ທີ່ຍັງບໍ່ທັນມີ ການສໍາຣວດ ເນື້ອທີ່ເທື່ອວ່າ ເສັຽຫາຍ ຈໍານວນເທົ່າໃດ ກັນແທ້, ດັ່ງເຈົ້າໜ້າທີ່ ທ້ອງຖິ່ນທ່ານນຶ່ງ ຜູ້ຂໍສງວນຊື່ ຢູ່ບ້ານຄີລີ-ຄໍາຍາດ, ເມືອງຊະນະສົມບູນ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກັນຍານີ້ວ່າ:

“ນໍ້າຖ້ວມປັດຈຸບັນນີ້, ກະຫຼຸດລົງແລ້ວເດ໋ ຖ້ວມແຕ່ມື້ນຶ່ງ ເສັຽຫາຍນີ໋ແມ່ນ ມີແຕ່ເນື້ອທີ່ນາ ຖືກນໍ້າຖ້ວມ. ຄາດໝາຍເບື້ອງຕົ້ນນີ້ວ່າ 50 ກວ່າ ເຮັກຕາ. ພາຍຫຼັງນໍ້າຫຼຸດລົງແລ້ວ ສໍາຣວດຄືນໃໝ່ ອື່ນໆ ເປັນຕົ້ນແມ່ນສັດລ້ຽງ, ຄວາຍ, ງົວ ຖືວ່າປອດພັຍເບິດ.”

ແຕ່ສໍາລັບ ບ້ານໂສໂລໃຫຍ່, ເມືອງຊະນະສົມບູນ, ຊາວບ້ານນີ້ ຜູ້ຂໍສງວນຊື່ ຄືກັນນັ້ນ ກໍກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນໍ້າຖ້ວມ ໃນເທື່ອນີ້ ບໍ່ໄດ້ເຮັດໃຫ້ເກີດຄວາມເສັຽຫາຍ ແກ່ທາງບ້ານນີ້ ຫຼາຍ ຄືປີກ່ອນ ເນື່ອງຈາກ ນໍ້າໄຫຼເຂົ້າຖ້ວມ ພຽງແຕ່ເຂດຊຸມຊົນ ມື້ດຽວ, ບໍ່ໄດ້ໄຫຼເຂົ້າຖ້ວມນາ ດັ່ງທີ່ທ່ານກ່າວວ່າ:

“ນາບໍ່ທັນເຂົ້າ ມັນບົກກ່ອນ ມັນບໍ່ທັນເຂົ້ານານ່າ. ບໍ່ມີຜົລເສັຽຫາຍຫຍັງດອກ ບໍ່ທັນໄດ້ຖ້ວມ ຄືນດຽວກະບົກ, ຫັ້ນນ່າ. ບໍ່ຄືປີກ່ອນ ຝົນເຮັດ ໜັກໂພດ.”

ເວົ້າເຖິງເຫດການ ນໍ້າຖ້ວມນາ ໃນເຂດເມືອງຊະນະສົມບູນ ເທື່ອນີ້, ເຈົ້າໜ້າທີ່ທາງການ ເມືອງຊະນະສົມບູນ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນໍ້າຖ້ວມໃນເທື່ອນີ້ ຫຼັກໆແມ່ນ ຖ້ວມ 2 ບ້ານ ຄືບ້ານຄີລີ-ຄໍາຍາດ ແລະ ບ້ານ ນາຂາມ ທີ່ມີແຕ່ຖ້ວມນາ ທັມດາ ບໍ່ໄດ້ຖ້ວມບ້ານເຮືອນປະຊາຊົນ, ເຊິ່ງຂະນະນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍາລັງລົງໄປສໍາຣວດຄວາມເສັຽຫາຍນັ້ນຢູ່. ດັ່ງທີ່ທ່ານກ່າວວ່າ:

“ຖືວ່ານໍ້າມັນຂັງ ໄຫຼບໍ່ທັນ ຢູ່ 2 ຈຸດ, ຢູ່ຄີລີ ກັບນາຂາມ ນີ້ແຫຼະ. ນາເຂົ້າເຮົາ ກະຖ້ວມຢູ່, ມັນຖ້ວມຢູ່, ແຕ່ວ່າກະຖ້ວມ ທັມດາ ຄວາມໝາຍວ່າ ນໍ້າມັນໄຫລບໍ່ທັນຊື່ໆ ນໍ້າປ່າມັນຄ້າງ ມັນຖອກບໍ່ທັນຊື່ໆ ມັນກະລົງແລ້ວເດ໋ ນໍ້າຂອງກະຂຶ້ນຢູ່ ບໍ່ທັນທີ່ວ່າ ຊິມີຜົລກະທົບ ຫຍັງດອກ.”

ທ່ານກ່າວຕື່ມອີກວ່າ ປັດຈຸບັນ, ຄະນະສະເພາະກິຈ ປ້ອງກັນ ແລະ ຄວບຄຸມ ພັຍພິບັດ ຂັ້ນເມືອງ ໄດ້ອອກແຈ້ງການ ໄປຍັງອໍານາດ ການປົກຄອງບ້ານຕ່າງໆ ໃຫ້ເຝົ້າຣະວັງ ແລະ ຕິດຕາມ ສະພາບນໍ້າເຊໂດນ ຢ່າງໃກ້ຊິດ ແລະ ກຽມແຜນ ຮັບມື ກັບພັຍນໍ້າຖ້ວມ, ເຊິ່ງໃນມື້ວັນທີ 19 ກັນຍານີ້ ຣະດັບນໍ້າເຊໂດນ ຢູ່ທີ່ 11.10 ແມັດ.

ສ່ວນຢູ່ເມືອງປະທຸມພອນ ກໍມີບາງບ້ານ ຖືກນໍ້າຖ້ວມ, ແຕ່ບໍ່ໜັກໜ່ວງຫຼາຍປານໃດ ແລະ ຍັງບໍ່ທັນມີຣາຍງານ ກ່ຽວກັບຄວາມເສັຽຫາຍ ຈາກພາກສ່ວນ ທີ່ກ່ຽວຂ້ອງເທື່ອ. ດັ່ງຊາວບ້ານ ຢູ່ເມືອງປະທຸມພອນ ຄົນນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກັນຍານີ້ວ່າ:

“ກະຖ້ວມຢູ່ ຍາມຝົນຕົກແຮງໆ, ແຕ່ວ່າມັນກະຖ້ວມບໍ່ແຮງ ບ້ານຂ້າງບ້ານເອື້ອຍ ມັນຊິຖືກຜົລກະທົບຢູ່. ບ້ານປະທຸມພອນ ບ້ານໜອງແຄ່ ບ້ານອ້ອມໆແຖວໃກ້ກັນ ນີ້ແຫຼະ.”

ໃນຂະນະດຽວກັນ, ຢູ່ເຂດເທສບານ ນະຄອນປາກເຊ ກໍໄດ້ເກີດນໍ້າຖ້ວມ ໃນມື້ວັນທີ 18 ກັນຍານີ້, ເຮັດໃຫ້ເສັ້ນທາງຫຼາຍສາຍ ຖືກນໍ້າຖ້ວມ ແລະ ວັດບາງແຫ່ງ ນໍ້າກໍໄຫຼເຂົ້າຖ້ວມ, ແຕ່ໃນຂະນະນີ້ ນໍ້າໄດ້ບົກລົງໝົດແລ້ວ ແລະ ປະຊາຊົນ ສາມາດເດີນທາງໄປມາ ໄດ້ຕາມປົກກະຕິ. ດັ່ງຊາວນະຄອນປາກເຊ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ນໍ້າຖ້ວມຢູ່ໜ້າ ຊີແອສ ຫັ້ນເດ໋ ມັນບົກໝົດແລ້ວ ນໍ້າມັນອັ່ງມັນແຫ້ງ, ແຕ່ຂຶ້ນໝ້ອງ 2 ຊົ່ວໂມງນີ້ແຫຼະ ມັນກະພຽງໜ້າເອິກ.”

ເພື່ອຂໍຮູ້ ກ່ຽວກັບພະຍຸໂນອຶນ ແລະ ຜົລກະທົບ ຈາກພັຍນໍ້າຖ້ວມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຜແນກຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ, ແຕ່ເຈົ້າໜ້າທີ່ ຍັງບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ ຍັງຢູ່ໃນຂັ້ນຕອນ ຂອງການສໍາຣວດ ຜົລກະທົບນັ້ນຢູ່.

ກ່ອນໜ້ານີ້, ທ່ານ ວົງພະຈັນ ພອນຈິດ, ຫົວໜ້າຂແນງຊັພຍາກອນນໍ້າ ແລະ ອຸຕຸນິຍົມ ອຸທົກກະສາດ ແຂວງຈໍາປາສັກ ກ່າວຕໍ່ສື່ມວນຊົນ ແຂວງຈໍາປາສັກວ່າ ພະຍຸໂນອຶນ ທີ່ພັດເຂົ້າ ແຂວງຈໍາປາສັກ ແມ່ນມີຄວາມຮຸນແຮງ ກວ່າພະຍຸ ທີ່ພັດເຂົ້າມາເມື່ອປີ 2019, ແຕ່ຝົນບໍ່ຕົກ ຍາວນານ ຈຶ່ງເຮັດໃຫ້ ນໍ້າບົກລົງໄວ ແລະ ບໍ່ເກີດບັນຫາ ນໍ້າຖ້ວມໜັກ ຄືປີທີ່ຜ່ານມາ. ປັດຈຸບັນ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງໄປ ເຄື່ອນໄຫວຕິດຕາມ ແລະ ສໍາຣວດ ຂໍ້ມູນຄວາມເສັຽຫາຍ ຢູ່ເມືອງຕ່າງໆ, ແຕ່ບໍ່ມີຣາຍງານວ່າ ມີປະຊາຊົນ ໄດ້ຮັບບາດເຈັບ ຫຼືເສັຽຊີວິດຍ້ອນ.

ແຕ່ເຖິງຢ່າງໃດກໍຕາມ, ຕາມການພະຍາກອນອາກາດ ຫຼ້າສຸດ ຂອງກົມອຸຕຸນິຍົມວິທຍາ ແລະ ອຸທົກກະສາດ ຂອງລາວ, ຜົລກະທົບ ຈາກພະຍຸ ໂນອຶນ ຍັງຈະເຮັດໃຫ້ ຣະດັບນໍ້າ ໃນແມ່ນໍ້າຂອງ ຢູ່ເຂດນະຄອນປາກເຊ ແລະ ນໍ້າເຊໂດນ ເພິ່ມຂຶ້ນຢ່າງຕໍ່ເນື່ອງຢູ່. ດັ່ງນັ້ນ, ປະຊາຊົນ ທີ່ອາສັຍຢູ່ຕາມ ແຄມນໍ້ານັ້ນ, ຕ້ອງມີສະຕິ ແລະ ເຝົ້າຣະວັງ ນໍ້າຈະຖ້ວມຕລອດ 24 ຊົ່ວໂມງ.

ພະຍຸໂນອຶນ ຫົວທີ 11 ເປັນພະຍຸໝຸນເຂດຮ້ອນ ເຄື່ອນທີ່ດ້ວຍຄວາມໄວ 15 ກິໂລແມັຕ ຕໍ່ຊົ່ວໂມງ. ພະຍຸລູກນີ້, ພັດມາຈາກ ຊາຍຝັ່ງແຂວງ ດານັງ ປະເທດວຽດນາມ, ຜ່ານເຂົ້າຫຼາຍແຂວງ ພາກໃຕ້ຂອງລາວ ໄປເຖິງປະເທດໄທຍ.

ເມື່ອເດືອນສິງຫາ ທີ່ຜ່ານມາ, ບາງແຂວງຂອງລາວ ເປັນຕົ້ນແຂວງໄຊຍະບູຣີ ໄດ້ຮັບຜົລກະທົບ ຈາກພະຍຸ ຊິນລາກູ ຫົວທີ 3 ທີ່ພັດມາຈາກ ປະເທດວຽດນາມ ເຮັດໃຫ້ປະຊາຊົນ ຫຼາຍບ້ານ ຢູ່ເມືອງບໍ່ແຕນ ແລະ ເມືອງໃກ້ຄຽງ ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.