ຊາວບ້ານວຽງຂໍໃຫ້ກວດກາ ສານເຄມີ ສວນຜັກຂອງຈີນ

ໄຊຍາ
2019.07.15
F-Vege-garden ຕົວຢ່າງສວນຜັກອິນຊີ ປອດສານພິດ ທີ່ເປັນຂອງຊາວບ້ານປູກເອງ ຢູ່ເມືອງແປກ ແຂວງຊຽງຂວາງ
ຮູບພາບຈາກ : ນັກຂ່າວພົລເມືອງ

ສວນຜັກນັກລົງທຶນ ທີ່ເຂົ້າມາສັມປະທານ ຢູ່ເຂດບ້ານວຽງ ເມືອງແປກ ແຂວງຊຽງຂວາງ ໄດ້ເຮັດໃຫ້ຫ້ວຍນໍ້າ ທີ່ປະຊາຊົນເຄີຍໃຊ້ນັ້ນ ເຣີ້ມເນົ່າເໝັນ. ປະຊາຊົນໄດ້ຮັບຜົລກະທົບ ຫຼາຍຈື່ງຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ອອກກວດກາ ທັງຄຸນນະພາບຂອງດິນ ແລະ ຫ້ວຍນໍ້າໃນເຂດດັ່ງກ່າວ. ດັ່ງປະຊາຊົນ ບ້ານວຽງ ກ່າວຕໍ່ນັກຂ່າວ RFA ເມື່ອວັນທີ 15 ກໍຣະກະດາ ວ່າ:

"ປະຊາຊົນເຮົາມັນ ກໍບໍ່ຢາກໃຫ້ປູກ ບໍ່ຢາກໃຫ້ຫຍັງດອກ ຕິດກັບເຮືອນພໍ່ແມ່ ປະຊາຊົນເລີຍ ມັນເວົ້າເຣື່ອງສານເຄມີ ມັນກໍ່ເຄມີຫັ້ນແຫຼະ ເຮົາຢາກໃຫ້ທາງ ຂແນງການທີ່ວ່າກ່ຽວຂ້ອງ ຫຼືວ່າສາຍຂ່າວສາຍຫຍັງ ລົງມາເກັບກັມຂໍ້ມູນ ແລ້ວໄປເບິ່ງຢູ່ໜ້ານໍ້າ ມີຂີ້ຂັນຂື້ນມາແລ້ວ."

ທ່າວກ່າວຕື່ມວ່າ ຄົນຈີນທີ່ເຂົ້າມາສັມປະທານ ເນື້ອທີ່ປະມານ 30-40 ເຮັກຕ້າໄດ້ປະມານສອງປີແລ້ວ ເພື່ອປູກໝາກອຶ, ໝາກໂມ ແລະ ໝາກສາລີ ຫຼື ປູກພືດຜັກຕາມຄວາມຕ້ອງການ ຂອງຕລາດສົ່ງໃຫ້ຂາຍ ໃນເທສບານເມືອງໂພນສະຫວັນ ແຂວງຊຽງຂວາງ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຂແນງການທີ່ກ່ຽວຂ້ອງ ໄດ້ອະທິບາຍວ່າ ແຕ່ກ່ອນຫ້ວຍນໍ້າໃກ້ສວນ ນໍ້າເສັຽແທ້ ແຕ່ປັດຈຸບັນ ກໍ່ປົກກະຕິແລ້ວ ຍ້ອນໄດ້ລົງໄປສັ່ງໃຫ້ເຈົ້າຂອງສວນ ແກ້ໄຂແລ້ວ.

"ຜ່ານມາມີປະຊາຊົນເຂົາເຈົ້າຮ້ອງມາ ທາງພາກຣັຖໄທເຮົານີ້ແຫຼະ ກ່ຽວກັບນ້ຳເສັຽ ເພາະວ່າສະຖານທີ່ດັ່ງກ່າວ ມັນຕັ້ງຢູ່ໃກ້ແຄມນໍ້າ ທາງອຸດສາຫະກັມ ການຄ້າ ແລະ ຫ້ອງການຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ ເພີ່ນກໍມີການແກ້ໄຂ ມີມາຕການກ່ຽວກັບການ ໃຫ້ປັບປຸງແກ້ໄຂ ແລະ ປັດຈຸບັນນີ້ນ້ຳເສັຽ ກໍ່ບໍ່ມີແລ້ວ."

ເຈົ້າໜ້າທີ່ກ່າວຕື່ມວ່າ ດິນຕອນດັ່ງກ່າວເປັນດິນ ຂອງຣັຖ ທີ່ໃຫ້ສັມປະທານ ເມື່ອກ່ອນນັ້ນປະຊາຊົນ ໃນເຂດດັ່ງກ່າວກໍໄດ້ ເຂົ້າໄປເຮັດ ສວນຄົວ ປູກຜັກ. ແຕ່ປັດຈຸບັນ ໄດ້ມອບໃຫ້ຄົນຈີນ ສັມປະທານ ເຮັດສວນມາໄດ້ສອງປີແລ້ວ ເພື່ອສນອງຜັກ ພາຍໃນແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.