ຂໍ້ຂ້ອງໃຈຊົລປະທານສ້າງ ໃໝ່
2015.12.10
ປະຊາຊົນ ຢູ່ 2 ບ້ານ ຄື: ບ້ານທາດ ແລະ ບ້ານ ສີວິໄລ ເຂດ ເມືອງລອງ ແຂວງ ຫຼວງນ້ຳທາ ບໍ່ພໍໃຈ ນຳໂຄງການ ສ້າງ ຊົລປະທານ ຍ້ອນວ່າ ແລວຄອງ ນ້ຳ ສ່ວນໃຫຍ່ ແມ່ນຜ່ານໄປ ທາງ ສວນກ້ວຍ ຂອງຈີນ ແລະ ນ້ຳໃນຄອງ ຊົລປະທານ ນັ້ນ ຈະແມ່ນ ຈີນ ເປັນຜູ້ນຳ ໃຊ້ ຫົດ ສວນກ້ວຍ ຂອງ ເຂົາເຈົ້າ ຫຼາຍກວ່າ. ແລະ ຢ້ານວ່າ ນ້ຳໃນຄອງ ຈະ ບໍ່ມາຮອດ ປາຍທາງ ເພື່ອໃຫ້ ປະຊາຊົນ ມີ ນ້ຳໃສ່ນາ. ດັ່ງ ປະຊາຊົນ ບ້ານ ສີວິໄລ ໄດ້ ກ່າວວ່າ:
“ເຮົາ ກະບໍ່ເຂົ້າໃຈ ນ່າ ເປັນຫຍັງ ເຂົາເຈົ້າ ຄືວ່າຈົກໄປ ແຕ່ທາງ ສວນກ້ວຍ ບາດວ່າ ທາງໄຮນາ ມີແຕ່ຜ່ານ ແຕ່ໜ້ອຍດຽວ ຊື່ໆ ບາດ ເວລາ ປ່ອຍນ້ຳ ຈີນ ມັນຊິບໍ່ເອົາ ໝົດບໍ ຜົນປະໂຫຍດ ຢ້ານແມ່ນ ຈີນ ພຸ້ນຊິໄດ້. ຊາວນາເຮົາ ກະຖ້າແຕ່ ນ້ຳເຫລືອ ຈີນໃຊ້ ພຸ້ນແຫລະ ຈັ່ງຊິໄດ້ ນ້ຳ”.
ຈຸດປະສົງ ຂອງ ໂຄງການ ກໍ່ສ້າງ ຊົລປະທານ ດັ່ງກ່າວ ແມ່ນ ເພື່ອເຮັດໃຫ້ ປະຊາຊົນ ທັງສອງ ບ້ານ ມີ ນ້ຳໃສ່ນາ ທັງນາປີ ແລະ ນາ ແຊງ ຊຶ່ງ ທັງສອງບ້ານ ນີ້ ມີເນື້ອທີ່ ນາ ທັງໝົດ ປະມານ 7 ພັນ ປາຍ ເຮັກຕາ. ຕາມຂໍ້ມູນ ຂອງ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງລອງ ກ່ຽວກັບ ໂຄງການ ກໍ່ສ້າງ ຊົລປະທານ ນີ້.
ປະຊາຊົນ ສົງສັຍວ່າ ຖ້າເພື່ອ ຈຸດປະສົງ ທີ່ ວ່ານັ້ນແທ້ ເປັນຫຍັງ ຄອງນ້ຳ ຊົລປະທານ ຈຶ່ງ ຕັດໄປໃສ່ ສວນກ້ວຍ ຂອງຈີນ ທີ່ ຢູ່ຕົ້ນ ທາງ ເປັນສ່ວນໃຫຍ່, ສ່ວນວ່າ ປາຍທາງ ແມ່ນໄຮ່ນາ ຂອງ ປະຊາຊົນ. ດັ່ງນັ້ນ ປະຊາຊົນ ສອງບ້ານ ນີ້ ຈຶ່ງເປັນຫວ່ງ ໃນ ເຣຶ່ອງນີ້ ຍ້ອນນ້ຳ ອາຈບໍ່ຍັງ ເຫລືອໃສ່ນາ ຂອງ ພວກຕົນ.
ທີ່ຜ່ານມາ ຢູ່ແຂວງ ຫລວງນ້ຳທາ ເຄີຍ ເກີດບັນຫາ ຂັດແຍ່ງກັນ ຣະຫວ່າງ ຊາວບ້ານ ທີ່ເຮັດນາ ກັບ ເຈົ້າຂອງ ສວນກ້ວຍ ຍ້ອນວ່າ ເຈົ້າຂອງ ສວນກ້ວຍ ໃຊ້ທໍ່ ຂນາດໃຫຍ່ ດູດນ້ຳ ຈາກ ຄອງ ເຂົ້າສວນກ້ວຍ ຈົນວ່າ ປະຊາຊົນ ບໍ່ມີນ້ຳ ພໍ ສຳລັບ ໃສ່ນາ ແລະ ເຈົ້າໜ້າທີ່ ທາງເມືອງ ໄດ້ ໄປໄກ່ເກັ່ຽ ຈຶ່ງແລ້ວ.