ຊາວບ້ານຈາກເຂື່ອນນໍ້າເທີນ1 ບໍ່ມີດິນ ປູກຝັງ

ຈໍາປາທອງ
2021.04.05
ຊາວບ້ານຈາກເຂື່ອນນໍ້າເທີນ1 ບໍ່ມີດິນ ປູກຝັງ ໂຄງການບ້ານຈັດສັນ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄໍາໄຊ
ນັກຂ່າວພົລເມືອງ

ການຊ່ອຍເຫລືອ ຊາວບ້ານ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄໍາໄຊ ຢູ່ເຂດຈັດສັນ ສໍາລັບຜູ້ໄດ້ຮັບ ຜົລກະທົບ ຈາກ ໂຄງການເຂື່ອນໄຟຟ້າ ນໍ້າເທີນ 1 ຈໍານວນ 600 ປາຍ ຄອບຄົວ ຍັງມີຫລາຍຢ່າງທີ່ຍັງບໍ່ທັນແລ້ວ ເຮັດໃຫ້ຊີວິດການເປັນຢູ່ຂອງ ພວກເຂົາເຈົ້າ ຫຍຸ້ງຍາກລໍາບາກ ເພາະຍັງບໍ່ມີດິນທໍາການຜລິດ ເຖິງແມ່ນວ່າ ໃນໄລຍະນີ້ ແຕ່ລະຄອບຄົວ ຈະໄດ້ຮັບເງິນຊ່ອຍ ເຫລືອຈາກທາງໂຄງການເຂື່ອນໄຟຟ້າປະມານ 1-2 ລ້ານກີບຕໍ່ເດືອນ ແຕ່ຊາວບ້ານສ່ວນຫຼາຍ ກໍຍັງພາກັນຈົ່ມວ່າເງິນຊ່ອຍເຫຼືອ ທີ່ວ່ານັ້ນ ກໍບໍ່ພໍຢູ່ບໍ່ພໍກິນ ດັ່ງຊາວບ້ານຜູ້ນຶ່ງ ໃນເຂດບ້ານຈັດສັນ ທີ່ເມືອງວຽງທອງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ເມສາ ນີ້ວ່າ:

"ໂອ້; ກະອິລາກອິເລືອ ຢູ່ໃດ໋ ເຮົາມີສະພາບເປັນ ແນວເກັບແນວຮິບຢູ່ນີ້ ກະຍັງບໍ່ມີອັນໃຫ້ເຂົາ ກະຫຼາຍຄົນນີ້ແຫຼະ ເງິນກະເຂົາໄລ່ ເປັນເງິນເດນໍ ຕາມສິນຄ້າຂຶ້ນໆລົງໆ ກະໄດ້ລ້ານປາຍສອງລ້ານນີ້ ກະບໍ່ພໍເທົ່າໃດໃດ໋ ຊື້ໝາກເພັດ ເກືອ ແປ້ງນົວມາກິນແດ່ ຊື້ເຂົ້າແດ່ ກະຊິບໍ່ພໍເທົ່າໃດໄດ໊.”

ທ່ານກ່າວຕື່ມວ່າທີ່ຜ່ານມາ ທາງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ບອກວ່າຈະບຸກເບີກທີ່ດິນທໍາການຜລິດ ແລະຈັດສັນໃຫ້ຊາວບ້ານ ກ່ອນຣະດູຝົນປີ 2021 ນີ້ ເພື່ອໃຫ້ຊາວບ້ານ ໄດ້ເຮັດໄຮ່ ເຮັດສວນ. ແຕ່ສັງເກດເຫັນວ່າ ການບຸກເບີກທີ່ດິນນັ້ນ ມີຄວາມຫຍຸ້ງຍາກ ຫຼາຍ ແລະ ອາຈບຸກເບີກບໍ່ແລ້ວຕາມແຜນ ຍ້ອນເຂດນັ້ນເປັນພູດອຍ ຕ້ອງໄດ້ໃຊ້ເວລາດົນກວ່າ ຈະບຸກເບີກສໍາເຣັດ.

ແລະເຣື່ອງການໂຍກຍ້າຍຊາວບ້ານ ບ້ານເມືອງມ່ວນ ຢູ່ເມືອງສັງທອງ ຈໍານວນ 88 ຫລັງຄາເຮືອນ ຂຶ້ນໄປຢູ່ພື້ນທີ່ສູງ ຍ້ອນໄດ້ຮັບ ຜົລກະທົບ ຈາກການຕັນນໍ້າ ຂອງເຂື່ອນໄຟຟ້າ ນໍ້າເທີນ 1 ນັ້ນ ຕາມແຜນຂອງໂຄງການເຂື່ອນ ກໍວ່າຈະເຮັດໃຫ້ແລ້ວ ໃນເດືອນ ມິຖຸນາ ທີ່ຈະມາເຖິງນີ້ ແຕ່ການສ້າງເຮືອນຈັດສັນນັ້ນ ເປັນໄປຢ່າງລ້າຊ້າ, ມາຮອດປັດຈຸບັນ ສ້າງໄດ້ ພຽງ 50 ປາຍສ່ວນຮ້ອຍ ເທົ່ານັ້ນ.

ການໂຍກຍ້າຍປະຊາຊົນ ໄປຢູ່ບ່ອນໃໝ່ ອາຈບໍ່ທັນຕາມກໍານົດເວລາ ເພາະເຫັນວ່າການສ້າງເຮືອນຈັດສັນ ລ້າຊ້າຫລາຍ ແລະຍັງ ບໍ່ທັນເຫັນການຕິດຕັ້ງໄຟຟ້າ ແລະ ສ້າງນໍ້າ ປະປາ ເທື່ອ:

”ຂະເຈົ້າເວົ້າວ່າ ປະມານເດືອນຫ້າ ພຸ້ນໄດ໋ ຄິດວ່າໜ້າຈະບໍ່ແລ້ວດອກ ເບິ່ງນ່າ ກໍາລັງເຂົາສິຈອດໂຄງເຫລັກຢູ່ ແລ້ວກະຍັງທາສີ ຍັງບານປະຕູ ແລ້ວກະຍັງຫລາຍນໍ ໄຟຟ້າ ຄັນວ່າ ຝົນຕົກນໍ້າລົງ ຫຼາຍແທ້ ກະແຕ່ລະປີມັນກະບໍ່ ກະທົບປານໃດ ຄັນອັດເຄື່ອນແທ້ ມັນກະທົບຢູ່.”

ທ່ານກ່າວຕື່ມວ່າ ປີນີ້ຊາວບ້ານ ບ້ານເມືອງມ່ວນ ສ່ວນຫລາຍຈະບໍ່ໄດ້ເຮັດນາ ເພາະນາຈະຖືກນໍ້າຖ້ວມ ຍ້ອນເຂື່ອນຈະຕັນນໍ້າ ແລະ ຊາວບ້ານຈະໄດ້ຮັບເງິນຊ່ອຍເຫລືອ ຈາກ ທາງໂຄງການເຂື່ອນ ນີ້ໄປກ່ອນ ຈົນກວ່າວ່າຈະໄດ້ດິນປູກຝັງ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ເມືອງວຽງທອງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ເມສາ ນີ້ວ່າ ເຣື່ອງການສ້າງເຮືອນ ຈັດສັນ ໃຫ້ຊາວບ້ານ ບ້ານເມືອງມ່ວນ ແມ່ນ ເປັນໄປຕາມແຜນເດີມ ຄືຈະໂຍກຍ້າຍຊາວບ້ານ ໄປຢູ່ໃນເດືອນ ມິຖຸນາ ປີນີ້ເພື່ອໃຫ້ ທັນຣະດູຝົນ, ປັດຈຸບັນກໍເລັ່ງດໍາເນີນການ ທຸກໜ້າວຽກ.

ສ່ວນກໍຣະນີການບຸກເບີກ ທີ່ດິນ ທໍາການຜລິດ ໃຫ້ຊາວບ້ານຫ້ວຍຫອຍ ປະມານ 1,400 ເຮັກຕາ ຂນະນີ້ກໍເລັ່ງດໍາເນີນການໃຫ້ໄວ ທີ່ສຸດ ເພາະສະພາບພື້ນທີ່ ບໍ່ເອື້ອອໍານວຍ ຍ້ອນເປັນເຂດພູສູງ ມີຄວາມຫຍຸ້ງຍາກຫລາຍ ໃນການບຸກເບີກ ແລະວ່າ ຍັງໃຫ້ຄໍາຕອບ ບໍ່ໄດ້ເທື່ອວ່າ ຊາວບ້ານຈະໄດ້ຮັບດິນ ຈັດສັນທັນໃນປີນີ້ ດັ່ງທີ່ທ່ານກ່າວວ່າ:

”ເພາະວ່າເຂດນີ້ ໂອຍ...ມີແຕ່ເຂດພູຜາ ມັນທົ່ງພຽງມັນໜ້ອຍດຽວນຶ່ງ ຖ້າເບິ່ງການບຸກເບີກ ຕາມໂຕຈິງມັນເປັນແນວໃດ ແຕ່ເຂົາ ກະຂຸ້ນຂ້ຽວເຮັດຫລາຍເຕີບຢູ່ ເຮັດໃຫ້ກ່ອນຝົນນີ້ ປັດຈະບັນນີ້ກະເລັ່ງໆຢູ່ ແຕ່ວ່າບໍ່ແນ່ຊິວ່າໄປຮອດຂັ້ນໃດຫັ້ນນະ.”

ທ່ານກ່າວຕື່ມວ່າ ນັບຕັ້ງແຕ່ນີ້ໄປ ຊາວບ້ານຫ້ວຍຫອຍ ສ່ວນໃຫຍ່ຈະບໍ່ໄດ້ເຮັດນາ ຄືແຕ່ເກົ່າ ເພາະດິນທີ່ບຸກເບີກໃໝ່ນີ້ ບໍ່ເອື້ອ ອໍານວຍໃຫ້ແກ່ການເຮັດນາ. ສະນັ້ນຊາວບ້ານຈະຕ້ອງ ໄດ້ຫັນປ່ຽນອາຊີບ ມາປູກຕົ້ນໄມ້, ປູກໝາກໄມ້ ແລະ ລ້ຽງ ສັດແທນ.

ສ່ວນເຣື່ອງຄວາມຄືບໜ້າ ກ່ຽວກັບການກໍ່ສ້າງເຂື່ອນໄຟຟ້າ ນໍ້າເທີນ 1 ເຈົ້າໜ້າທີ່ ບໍຣິສັດໄຟຟ້າ ນໍ້າເທີນ 1 ຈໍາກັດ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ການກໍ່ສ້າງຄືບໜ້າ ໄປໄດ້ເກືອບ 90% ແລ້ວ ແລະຈະໃຫ້ສໍາເຣັດໃນປີ 2021 ນີ້ ແລະ ຈະເລິ່ມ ທົດລອງ ແລະຜລິດໄຟຟ້າຂາຍໃຫ້ໄດ້ ຕາມກໍານົດໃນປີ 2022:

"ບໍ່ມີບັນຫາຫຍັງດອກເຈົ້າ ຊິແລ້ວ 90% ແຫຼະ ດຽວກະຫາກະ 2021 ນໍ ປີ 2022 ຕ້ອງໄດ້ຂາຍໄຟ.”

ໃນມື້ດຽວກັນນີ້ ເຈົ້າໜ້າທີ່ບໍຣິສັດ ເອັກໂກ ກຣຸບ ຂອງໄທຍ ກ່າວວ່າ ເຖິງແມ່ນການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າເທີນ 1 ຈະຫລ້າຊ້າ ຍ້ອນການຣະບາດ ຂອງໂຄວິດ-19, ແຕ່ທາງການ ລາວ ກໍຍັງຢືນຢັນວ່າ ຈະສ້າງໃຫ້ສໍາເຣັດ ຕາມກໍານົດ ແລະຈະຂາຍໄຟຟ້າໃຫ້ ໄທຍ ໄດ້ຕາມສັນຍາໃນ ເດືອນພຶສພາ 2022:

“ ປີ 2022, ຕອນນີ້ຄິດວ່າ Recover ທັນ ຕອນທໍາອິດທີ່ມັນລ້າຊ້າ ມັນຈະຕິດເຣື່ອງໂຄວິດ ຕ້ອງກັກຕົວຄົນງານແບບນີ້ ແຕ່ວ່າຄື ທາງລາວກໍຍັງຢືນຢັນແຜນເດີມ ວັນຈ່າຍໄຟຟ້າ ເຂົ້າຣະບົບໃນເຊີງພານິດ ຄືຍັງ COD ທັນ.”

ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຂນາດ 650 ເມກາວັດ, ມູລຄ່າ ການກໍ່ສ້າງ 1,300 ລ້ານໂດລາ ສະຫະຣັຖ, ເລິ່ມລົງມືກໍ່ສ້າງ ມາຕັ້ງແຕ່ປີ 2016, ເປັນໂຄງການລົງທຶນຮ່ວມ ຣະຫວ່າງ ບໍຣິສັດພອນສັກກຣຸບ 60%, ບໍຣິສັດເອັກໂກກຣຸບ ຂອງໄທຍ 25% ແລະບໍຣິສັດຜລິດໄຟຟ້າລາວ 15%.

ອີງຕາມສັນຍາຊື້-ຂາຍໄຟຟ້າ ທີ່ຜລິດຈາກເຂື່ອນແຫ່ງນີ້ ແມ່ນຈະຂາຍໃຫ້ໄທຍ 520 ເມກາວັດ ຄື 80%, ທີ່ເຫລືອນັ້ນຂາຍໃຫ້ ຣັຖວິສາຫະກິດ ໄຟຟ້າລາວ, ໄລຍະສໍາປະທານ 27 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.