ຊາວບ້ານວ່າໂຮງງານຈີນເຮັດໃຫ້ ປາຕາຍ
2013.12.15
ຊາວບ້ານນາທາມເມືອງປາກງື່ມ ນະຄອນຫລວງວຽງຈັນຍັງເຊື່ອວ່າໂຮງງານຜລິດແປ້ງມັນຕົ້ນ ລາວ-ອິໂດຊາຍນາ ເປັນຜູ້ເຮັດໃຫ້ປາຢູ່ໜອງ ຫານຕາຍ. ເຖິງແມ່ນທາງໂຮງງານໄດ້ຖແລງຢືນຢັນເມື່ອບໍ່ດົນມານີ້ວ່າ ບໍ່ໄດ້ເປັນ ຜູ້ເຮັດໃຫ້ປາຕາຍກໍຕາມແຕ່ກໍບໍ່ມີຊາວບ້ານຜູ້ໃດເຊື່ອແລະ ຍັງຕ້ອງການ ຄໍາຕອບ ທີ່ກະຈ່າງແຈ້ງວ່າ ສາເຫດທີ່ເຮັດໃຫ້ປາ ໃນໜອງຫານຕາຍຍ້ອນ ອອກຊິແຊນຕໍ່ານັ້ນ ແມ່ນຍ້ອນຫຍັງ ດັ່ງຊາວບ້ານ ຜູ້ນຶ່ງເວົ້າວ່າ:
"ບໍ່ມີຜູ້ເຊື່ອແຫລະນໍ ຊາວບ້ານກະວ່າແມ່ນໂຮງງານນັ້ນ ແຫລະນໍ ແຕ່ວ່າເຮົາຢາກຮູ້ຈັກວ່າ ມັນເກີດຍ້ອນ ຫຍັງຊື່ໆ".
ຊາວບ້ານເວົ້າຕື່ມວ່າ ເມື່ອທາງບໍຣິສັດເວົ້າແນວນັ້ນ ຊາວບ້ານກໍບໍ່ສາມາດ ລ່ວງເກີນແລະບໍ່ສາມາດຮຽກຮ້ອງຫຍັງໄດ້ມີພຽງແຕ່ຂໍບໍ່ໃຫ້ມີປາໃນ ໜອງຫານນັ້ນຕາຍຕື່ມອີກ ເພາະທຸກມື້ນີ້ ປາຍັງເຫລືອໜ້ອຍ ແລະມີ ແຕ່ປາເລັກປານ້ອຍ ຊຶ່ງຍັງບໍ່ຮູ້ວ່າ ຈະຕາຍອີກຫລືບໍ່.
ບໍຣິສັດໂຮງງານຜລິດແປ້ງມັນຕົ້ນ ໄດ້ຖແລງຕໍ່ສື່ມວນຊົນລາວ ເມື່ອວັນທີ 12 ທັນວາ 2013 ວ່າທາງບໍຣິສັດໝັ້ນໃຈວ່າຣະບົບບໍາບັດນໍ້າເສັຍ ຂອງ ໂຮງງານບໍ່ເປັນຜົນກະທົບ ຕໍ່ສິ່ງແວດລ້ອມ ໄດ້ປັບປຸງໃໝ່ ຫລັງຈາກເກີດປາ ຕາຍຢູ່ໜອງຫານ ເມື່ອປີ 2009 ແລະວ່າໂຮງງານບໍ່ໄດ້ ເຮັດໃຫ້ປາຕາຍ ຕາມທີ່ປະຊາຊົນເຂົ້າໃຈ.
ໂຮງງານຈີນບອກວ່າ ໄດ້ສົ່ງເຈົ້າໜ້າທີ່ໄປກວດສອບ ເມື່ອວັນທີ 22 ກໍຣະກະດາ 2013 ແລະໄດ້ພົບວ່າສາເຫດທີ່ເຮັດໃຫ້ ປາຕາຍນັ້ນແມ່ນ ຍ້ອນການລ້ຽງເປັດຂອງປະຊາຊົນທີ່ປ່ອຍຂີ້ເປັດລົງໃນນໍ້າແລ້ວນໍ້ານັ້ນ ໄຫລລົງສູ່ໜອງຫານ ແລະຕໍ່ມາກໍວ່າໄດ້ເອົານໍ້າໄປກວດສອບອີກ ແລະ ກໍບໍ່ພົບສານເຄມີເຈືອປົນ ແຕ່ຢ່າງໃດ.