ຕັດໄມ້ຂາຍສະບາຍກວ່າ ເຮັດນາ

ອະວາຣີ
2014.03.06
F-logssss ການຕັດໄມ້ ຢູ່ທາງແຂວງ ພາກໃຕ້ ຂອງລາວ ແລ້ວຂົນໄປ ປະເທດ ເພື່ອນບ້ານ
Citizen Journalist

 

ນັກວິຊາການ ດ້ານ ປ່າໄມ້ ໃນລາວ ທ່ານນຶ່ງ ກ່າວ ໃນ ກອງປະຊຸມ ສັມມະນາ ກ່ຽວກັບ ການ ຕັດໄມ້ ທຳຣາຍປ່າ ທີ່ຈັດຂຶ້ນ ຢູ່ ນະຄອນ ຫລວງວຽງຈັນ ເມື່ອເດືອນ ທີ່ແລ້ວວ່າ ຍ້ອນ ຄວາມທຸກຍາກ ຄວາມບໍ່ຮູ້ ກົດໝາຍ ແລະ ຄວາມຢາກໄດ້ ປະຊາຊົນ ລາວ ຫລາຍຄົນ ໃນເຂດ ຊົນນະບົດ ຈຶ່ງມັກ ປະລະ ການເຮັດນາ ແລ້ວຫັນໄປ ລັກຕັດໄມ້ ຂາຍ ໃຫ້ນາຍທຶນ ເພາະໄດ້ ເງິນ ຫຼາຍກວ່າ. ນັກ ວິຊາການ ທ່ານນັ້ນ ເວົ້າວ່າ:

“ສາເຫດ ຕົ້ນຕໍ ອີກອັນນຶ່ງ ເນາະ ກະແມ່ນ ຍ້ອນຄວາມ ທຸກຈົນ ຂອງ ປະຊາຊົນ ເຮົາ; ຖ້າເຮົາ ຈະໄປເວົ້າ ເຣື່ອງ ຄວາມຮັກສາ ປ່າໄມ້ ແບບຍືນຍົງ ການພັທນາ ແບບຍືນຍົງ ນີ້ ເຮົາ ເວົ້າກັບຄົນ ທີ່ທຸກນ່ະ ເຂົາບໍ່ຮູ້ ເຣື່ອງດອກ ເຂົາບໍ່ຟັງ ເຂົາມີແຕ່ ສົນໃຈວ່າ ເອີ່ ມື້ນີ້ ເຂົາຊິກິນ ຫຍັງ? ມື້ນີ້ ເຂົາຊິ ຂາຍຫຍັງ? ເອົາເງິນ ມາແຕ່ໃສ?. ຕໍ່ມາເນາະ ແມ່ນເຣື່ອງ ການທີ່ວ່າ ເຮົາເຜີຍແຜ່ ນະໂຍບາຍ ເຣື່ອງຂໍ້ ກຳນົດ ກົດຣະບຽບ ເຮົານີ້ ເນາະ ໝາຍຄວາມວ່າ ຍັງບໍ່ເຖິງ ຊຸມຊົນ ທີ່ແທ້ຈິງ ບາງເທື່ອ ເຂົາ ບໍ່ຮູ້ຊໍ້າ ວ່າກົດໝາຍ ມັນ ແມ່ນຫຍັງ? ເຂົາກະເລີຍ ເຮັດໄປ; ອັນນີ້ ມັນແມ່ນເຣື່ອງ ຣະບາຍ ເນາະ ທີ່ເຮົາຄວນ ຈະ ໃຫ້ເຖິງເຂົາ.”

ອີກສາເຫດ ນຶ່ງ ທີ່ພາໃຫ້ ຊາວລາວ ເຊົາເຮັດນາ ກໍແມ່ນ ໄພແຫ້ງແລ້ງ ແລະນ້ຳຖ້ວມ ໂດຍສະເພາະ ຢູ່ພາກໃຕ້. ໃນຣະຍະ ສອງສາມປີ ທີ່ຜ່ານມາ ດິນຟ້າ ອາກາດ ປ່ຽນແປງ ຍາມຝົນ ຝົນບໍ່ຕົກ ເວລາຕົກ ຕົກຫລາຍ ເກີນໄປ ຈົນນ້ຳຖ້ວມ; ຍາມແລ້ງ ກໍແຫ້ງແລ້ງ ຈົນບໍ່ ສາມາດ ປູກຝັງ ຫຍັງໄດ້ເລີຍ; ສະນັ້ນ ຊາວບ້ານ ຫລາຍຄົນ ຈຶ່ງເຊົາ ເຮັດນາ ປ່ຽນໄປ ຮັບຈ້າງ ຕັດໄມ້ ໃຫ້ນາຍທຶນ ດີກວ່າ. ພວກຄ້າໄມ້ ຊຶ່ງມີທັງ ຄົນລາວ ໄທ ຈີນ ແລະ ວຽດນາມ ຮັບຊື້ໄມ້ ໂດຍສະເພາະ ໄມ້ແຂງ ດີໆງາມໆ ຈາກ ປະຊາຊົນ ລາວ ຢ່າງບໍ່ອັ້ນ ມີເທົ່າໃດ ຊື້ໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.