ຊາວບ້ານຈາກເຂື່ອນນໍ້າອູ 5 ຂາດບ່ອນ ຫາກິນ
2017.05.18
ເຈົ້າຫນ້າທີ່ແຂວງຜົ້ງສາລີ ຜູ້ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງເວົ້າວ່າ ປະຊາຊົນ ຫລາຍພັນຄົນ ທີ່ຖືກໂຍກຍ້າຍ ຈາກໂຄງການ ເຂື່ອນນ້ຳອູ 5 ໄປຢູ່ບ້ານຈັດສັນ ບ້ານແສງດາວເຮືອງ ເມືອງສຳພັນ ແຂວງຜົ້ງສາລີ ຍັງບໍ່ມີທີ່ດິນ ທຳມາຫາກິນ. ທາງການມີແຕ່ ສ້າງບ້ານເຮືອນ ບ່ອນ ຢູ່ອາສັຍ ແຕ່ບໍ່ໄດ້ ຈັດສັນ ທີ່ດິນ ສຳລັບປູກຝັງ ເພື່ອ ລ້ຽງຄອບຄົວ ຂອງພວກ ຂະເຈົ້າ. ດັ່ງທ່ານກ່າວ ໃນມື້ວັນທີ 17 ພຶສພາ ນີ້ວ່າ:
"ຜົບກະທົບນີ້ຍົກຕົວຢ່າງວ່າ ບ້ານນ້ອຍມາໂຮມເປັນບ້ານຫລາຍເນາະ ຍ້າຍປະຊາຊົນ 6 ບ້ານ ມາເປັນບ້ານດຽວ ຫັ້ນນ່າ ບາດນີ້ ບ່ອນທີ່ ບ້ານ ທີ່ເຂົາຢູ່ ເຄີຍຢູ່ ປົກກະຕິຫັ້ນ ຍົກຕົວຢ່າງ ເຮັດໃຫ້ຈັ່ງຊີ້ນ່າ ບາດນີ້ບ້ານອື່ນ ທີ່ມາຢູ່ນຳມັນບໍ່ມີດິນ ມີແຕ່ເຮືອນຊານ ໄວ້ລ້າໆແຕ່ບໍ່ມີ ບ່ອນ ທຳມາຫາກິນ ຫລາຍຄອບຄົວ ເຕີບໃດ໊ຫັ້ນ ຍາກຍຸ້ງຍາກ".
ທ່ານກ່າວຕື່ມວ່າ ປະຊາຊົນ ຜູ້ທີ່ບໍ່ມີບ່ອນ ທຳມາຫາກິນ ແມ່ນກຸ່ມ ຊາວບ້ານທີ່ ຍ້າຍມາຈາກ ບ້ານຜາເຕົ້າ ບ້ານນ້ຳຮຸນ ບ້ານເມືອງຮຸນ ບ້ານນ້ຳຈີນ ແລະອີກ ສອງສາມບ້ານ. ຊາວບ້ານກຸ່ມນີ້ ແຕ່ກ່ອນເຮັດໄຮ່ເຮັດສວນ ລ້ຽງຄອບຄົວ ແຕ່ຫຼັງຈາກຖືກໂຍກຍ້າຍມາ ຂະເຈົ້າຢູ່ ບ້ານລ້າໆ ບໍ່ມີວຽກເຮັດ ຖ້າຈະກັບໄປປູກຝັງ ຢູ່ໃນເຂດ ບ້ານເກົ່າ ນ້ຳກໍຖ້ວມ ຫມົດແລ້ວ ທາງການແຂວງ ກໍເຄີຍລົງໄປ ແກ້ໄຂ ແຕ່ກໍບໍ່ ໄດ້ຜົລ:
"ມັນບໍ່ທຶນຮອນ ແຕ່ວ່າເອົາບ້ານນັ້ນເພິ່ນ ບໍ່ໃຫ້ຫັ້ນນ່າ ກ່ຽວກັບບ້ານນັ້ນເຂົາ ຄຸ້ມຄອງເອົາໂລດ ແມ່ນຢູ່ທາງກະສິກັມ ແລະປ່າໄມ້ ນີ້ເຂົາມາ ຈັດສັນ ແຕ່ເຂົາບໍ່ເຮັດ ຕາມນັ້ນ ຕ້ອງໄດ້ ຊື້ຄືກັນ".
ທ່ານວ່າ ທີ່ບ້ານແສງດາວເຮືອງ ນອກຈາກຈະບໍ່ມີເນື້ອທີ່ ທຳມາຫາກິນ ແລ້ວຍັງຂາດໂຮງຮຽນ ປະຖົມ ແລະມັທຍົມ ຮ່ວມທັງ ສຸຂສາລາ ກໍບໍ່ພຽງພໍ ຕໍ່ຈຳນວນ ຂອງ ປະຊາຊົນ.