ປະຊາຊົນ ເສັຽດິນ ທຳກິນ ໃຫ້ໂຄງການ ຂຸດຄົ້ນແຮ່ເຫຼັກ

ການພັທນາສ້າງສາ ໃນແຂວງຫົວພັນ
ການພັທນາສ້າງສາ ໃນແຂວງຫົວພັນ (ຮູບພາບ: FB friend's page)

0:00 / 0:00

ປະຊາຊົນຫຼາຍຄອບຄົວ ຢູ່ບ້ານຖໍ້າລາ ແລະບ້ານພັນລໍ ເມືອງຮ້ຽມ ແຂວງຫົວພັນ ແລະ ຢູ່ເມືອງຄໍາ ແຂວງຊຽງຂວາງ ໄດ້ເສັຽດິນທໍາການຜລິດຫຼວງກລາຍ ແຕ່ຍັງບໍ່ຮູ້ວ່າ ມີຈັກຄອບຄົວ ແລະເສັຽເນື້ອທີ່ດິນໄປຈໍານວນທັງໝົດເທົ່າໃດ ໃຫ້ກຸ່ມບໍຣິສັດນິກສັນພັທນາບໍ່ແຮ່ ຈໍາກັດຜູ້ດຽວ ທີ່ຈະຂຸດຄົ້ນແຮ່ເຫຼັກ ຊຶ່ງປະຊາຊົນເວົ້າວ່າ ພື້ນທີ່ທີ່ຈະຂຸດຄົ້ນນັ້ນ ກວມເອົາເນື້ອທີ່ 12 ກິໂລແມັດມົນທົນປາຍ ຊຶ່ງຂະນະນີ້ຢູ່ໃນລະຫວ່າງການກໍ່ສ້າງ ໂຮງງານປຸງແຕ່ງແຮ່ເຫຼັກ ພາຍຫຼັງທີ່ໄດ້ຮັບອະນຸມັດ ສັມປະທານຈາກຣັຖບານລາວ ດັ່ງປະຊາຊົນຢູ່ເມືອງ ຮ້ຽມຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ພຶສຈິການີ້ວ່າ:

" ເພິ່ນສິມາຂຸດຄົ້ນແຮ່ເຫຼັກ ຢູ່ກຸ່ມບ້ານຖໍ້າລາ ດິນຂອງຊາວບ້ານກະຖືວ່າກວມຫຼາຍເຕີບໃດ໋ ຖືວ່າເຂົາສັມປະທານຢູ່ເຂດນີ້ຫັ້ນ 12 ຫລັກກິໂລແມັດມົນທົນນ່າ ຕອນນີ້ເພິ່ນກໍາລັງມາເຮັດຢູ່ໃດ໋. "

ທ່ານກ່າວຕື່ມວ່າ ໂຄງການນີ້ ນອກຈາກກວມເອົາດິນຊາວບ້ານແລ້ວ ຖ້າໄດ້ເລີ່ມຂຸດຄົ້ນແລະປຸງແຕ່ງແຮ່ເຫຼັກແລ້ວ ກໍຢ້ານຈະເກີດຜົລກະທົບ ຕໍ່ຊາວບ້ານທີ່ຢູ່ເຂດໃກ້ຄຽງອີກ ຍ້ອນບ່ອນຕັ້ງໂຮງງານປຸງແຕ່ງແຮ່ເຫຼັກນັ້ນ ຢູ່ບໍ່ໄກຈາກພື້ນທີ່ປູກຝັງຂອງຊາວບ້ານ, ມີຄວາມເປັນໄປໄດ້ທີ່ນໍ້າເປື້ອນເປັນພິດ ຫລືການໃຊ້ສານເຄມີໃນໂຄງການນັ້ນ ຈະສົ່ງຜົລກະທົບຕໍ່ຊາວບ້ານ ຮວມທັງອາຈເຮັດໃຫ້ເກີດກິ່ນຂິວ ແລະສິ່ງບໍ່ດີອື່ນໆອີກ. ໃນຂະນະດຽວກັນ ຊາວບ້ານຢູ່ເມືອງຮ້ຽມອີກຜູ້ນຶ່ງ ທີ່ຢູ່ໃນເຂດນັ້ນກໍເວົ້າວ່າ ຕາມຂໍ້ມູນໃນເບື້ອງຕົ້ນທີ່ຕົນຮູ້ ໂຄງການດັ່ງກ່າວຈະກວມເອົາດິນຊາວບ້ານທັງໝົດ ບໍ່ຕໍ່າກວ່າ 100​ ເຮັກຕາ, ແຕ່ທາງກຸ່ມບໍຣິສັດເຈົ້າຂອງໂຄງການ ຈະບໍ່ໃຫ້ຄ່າຊົດເຊີຽແກ່ຊາວບ້ານ ທີ່ເສັຽດິນ, ມີແຕ່ຈະເຮັດໂຄງການພັທນາຕ່າງໆໃຫ້ທາງບ້ານ:

" ເຊັນສັນຍາ 100 ເຮັກຕາວ່າຊັ້ນ. ຄັນວ່າຊົດເຊີຽເພິ່ນກະວ່າສິຊ່ວຍນັ້ນຊ່ວຍນີ້ນ່າ ບໍ່ເຫັນຊ່ວຍແນວໃດຫັ້ນນ່າ ທາງເມືອງເພິ່ນກໍໄດ້ລົງມາແລ້ວໂອ໋. ລົງມາແລ້ວເພິ່ນວ່າເຫັນດີເຮັດ ເພິ່ນສິຕັ້ງໂຮງງານຢູ່ຫັ້ນ ຢູ່ບ້ານພວກຂ້ອຍນີ້ນ່າ. "

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງຮ້ຽມ ທ່ານນຶ່ງເວົ້າວ່າ ໃນເບື້ອງຕົ້ນຍັງບໍ່ຮູ້ຣາຍລະອຽດຄັກແນ່ເທື່ອວ່າ ຈະມີຊາວບ້ານໄດ້ຮັບຜົລກະທົບຈັກຄອບຄົວ, ຮູ້ພຽງແຕ່ວ່າ ມີດິນຊາວບ້ານ ຖືກກວມເອົາຢ່າງໜ້ອຍ 100 ເຮັກຕາ, ແຕ່ທາງບໍຣິສັດຈະບໍ່ຈ່າຍຄ່າຊົດເຊີຽໃຫ້, ຊາວບ້ານຫຼາຍຄົນ ຮຽກຮ້ອງຢາກໃຫ້ມີການພັທນາຫຼາຍໂຄງການຢູ່ໃນບ້ານ ເພື່ອທົດແທນກັບການທີ່ພວກເຂົາເຈົ້າ ເສັຽທີ່ດິນໃຫ້ໂຄງການ ແຕ່ກໍຍັງບໍ່ທັນມີຫຍັງເທື່ອ:

" ທາງບໍຣິສັດກະບໍ່ຍອມໃຊ້ຄ່າໃດເລີຍ ຈັກໜ້ອຍເລີຍ ຮຽກຮ້ອງກະຮຽກຮ້ອງຫຼາຍແນວ ຮຽກຮ້ອງການຊ່ວຍເຫລືອໄຟເຂົ້າໂຮງຮຽນບໍ່ ທາງຊ່ວຍເຂົ້າບ້ານບໍ່ ແລ້ວກະໂຮງຮຽນອະນຸ ບານບໍ່ ຊຸມນັ້ນນ່າ ນໍ້າລິນ ເພາະວ່ານໍ້າລິນບໍ່ພໍໃຊ້ນ່າ ຮຽກຮ້ອງເພິ່ນກະຍັງບໍ່ທັນຕອບສນອງ. "

ທ່ານເວົ້າວ່າ ທາງໂຄງການໄດ້ບຸກເບີກພື້ນທີ່ແລ້ວ ແລະກໍໄດ້ເຮັດໃຫ້ເສັ້ນທາງຢູ່ໃນເຂດບ້ານເປ່ເພ, ຊາວບ້ານເດີນທາງໄປມາລໍາບາກ ຍ້ອນຣົດບັນທຸກແລ່ນເຂົ້າອອກມື້ນຶ່ງຫຼາຍຖ້ຽວ ດັ່ງນັ້ນຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມາກວດກາ ແລະຊ່ອຍແກ້ໄຂ. ເພື່ອຂໍຮູ້ຣາຍລະອຽດກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງການເມືອງຮ້ຽມ ແລະຫ້ອງການປົກຄອງເມືອງຄໍາ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ. ພ້ອມດຽວກັນນີ້ ກໍໄດ້ພະຍາຍາມຕິດຕໍ່ໄປຫາຫ້ອງການ ກຸ່ມບໍຣິສັດນິກສັນພັທນາບໍ່ແຮ່ຈໍາກັດຜູ້ດຽວ, ແຕ່ກໍບໍ່ສາມາດຕິດຕໍ່ໄດ້. ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງຫົວພັນທ່ານນຶ່ງກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ພຶສຈິການີ້ວ່າ ໃນເບື້ອງຕົ້ນນີ້ ການບຸກເບີກພື້ນທີ່ ຮວມທັງການສ້າງໂຮງງານປຸງແຕ່ງແຮ່ເຫຼັກ ກຸ່ມບໍຣິສັດນິກສັນພັທນາບໍ່ແຮ່ ຍັງບໍ່ໄດ້ໃຫ້ ຂໍ້ມູນແກ່ທາງຜແນກພະລັງງານ ແລະບໍ່ແຮ່ນີ້ເທື່ອ ດັ່ງນັ້ນຈຶ່ງຍັງບໍ່ຮູ້ວ່າ ໂຄງການນີ້ມີແຜນແນວໃດ:

" ຈັກ ຍັງບໍ່ເຫັນມາເທື່ອໃດ໋ ແຕ່ເພິ່ນເຊັນສັນຍາແລ້ວໂຕນີ້ ຈໍ້າກາແລ້ສຕີ໋ ຍັງບໍ່ເຫັນມາຮອດຜແນກເທື່ອ. "

ອີງຕາມຣາຍງານຂອງຂ່າວ ເສຖກິດ-ສັງຄົມ ເມື່ອວັນທີ 28 ຕຸລາທີ່ຜ່ານມາ ກຸ່ມບໍຣິສັດດັ່ງກ່າວ ໄດ້ເຊັນສັນຍາ ກັບກະຊວງແຜນການ ແລະການລົງທຶນ ກ່ຽວກັບການຂຸດຄົ້ນ, ປຸງແຕ່ງ ແລະສົ່ງແຮ່ເຫຼັກອອກ ຢູ່ເຂດເມືອງຮ້ຽມ ແຂວງຫົວພັນ ແລະເມືອງຄໍາ ແຂວງຊຽງຂວາງ ໃນເນື້ອທີ່ 12 ກິໂລແມັດມົນທົນປາຍ, ອາຍຸສໍາປະທານ 14 ປີ. ໃນພິທີເຊັນສັນຍານັ້ນ ທາງກຸ່ມບໍຣິສັດນິກສັນພັທນາບໍ່ແຮ່ ໄດ້ມອບພັນທະລ່ວງໜ້າໃຫ້ຣັຖບານລາວກ່ອນຈໍານວນ 2 ລ້ານໂດລາຣ໌ສະຫະຣັຖ ຫຼືປະມານ 20 ຕື້ກີບ ແລະຈະສ້ອມ ແປງທາງ ແຕ່ຈຸດຂຸດຄົ້ນແຮ່ເຫຼັກ ໄປຫາເທສບານເມືອງຮ້ຽມ ຊຶ່ງມີໄລຍະທາງ 32 ກິໂລ ແມັດ.

ຊື່ຂອງກຸ່ມບໍຣິສັດ ນິກສັນພັທນາບໍ່ແຮ່ຈໍາກັດຜູ້ດຽວນີ້ ແມ່ນຊື່ຂອງທ່ານ ນິສັນ ພົມມະວິຈິດ ຜູ້ເປັນປະທານ, ແຕ່ຍັງບໍ່ມີຂໍ້ມູນຄັກແນ່ວ່າ ກຸ່ມບໍຣິສັດນີ້ເປັນຂອງນັກທຸຣະກິດລາວ 100% ຫຼືວ່າມີນັກລົງທຶນຈາກຕ່າງປະເທດ ຮ່ວມຫຸ້ນນໍາດ້ວຍ.