ໄຊສົມບູນ ໃຫ້ສັມປະທານບໍ່ແຮ່, ຊາວບ້ານຢ້ານ ບໍ່ມີດິນກະເສດເຫຼືອ
ປະຊາຊົນ ໃນເມືອງລ່ອງແຈ້ງ ມີຄວາມປະສົງ ຢາກຮຽກຮ້ອງໃຫ້ ທາງການລາວ ຢຸດການໃຫ້ສັມປະທານ ການຂຸດຄົ້ນບໍ່ແຮ່ ໂດຍສະເພາະໂຄງການ ຂຸດຄົ້ນ, ຂົບ ແລະຄັດແຍກແຮ່ເຫຼັກ ຂອງບໍຣິສັດ ໂຊກມະນີ ມາຍນີ້ງລາວ ຈຳກັດ ເພາະຊາວບ້ານບໍ່ຢາກ ເສັຍດິນກະເສດ ທີ່ເປັນບ່ອນທຳມາ ຫາລ້ຽງຄອບຄົວ ໃຫ້ກັບໂຄງການ ຍ້ອນວ່າ ຫຼາຍຄອບຄົວ ມີດິນທຳການກະເສດ ຈຳນວນໜ້ອຍ ຫາກຖືກຜົລກະທົບ ກໍຈະບໍ່ມີບ່ອນ ເຮັດໄຮ່, ເຮັດສວນ ແລະເຮັດນາ ດັ່ງທີ່ເຄີຍເຮັດມານັ້ນ.
-
ສຸພັດຕາ
2022-04-21 -
-
-
Your browser doesn’t support HTML5 audio
ປະຊາຊົນ 3 ບ້ານ ໃນເມືອງລ່ອງແຈ້ງ ແຂວງໄຊສົມບູນ ປະກອບມີ ບ້ານນໍ້າຊານ, ບ້ານນໍ້າຜາ ແລະບ້ານລ່ອງແຈ້ງ ຮວມທັງໝົດ 88 ຄອບຄົວ ຈະສູນເສັຍທີ່ດິນທໍາການກະເສດ ປະມານ 100 ເຮັກຕ້າຣ໌ ໃຫ້ກັບໂຄງການຂຸດຄົ້ນ, ຂົບ ແລະຄັດແຍກແຮ່ເຫຼັກ ຂອງບໍຣິສັດ ໂຊກມະນີ ມາຍນີ້ງລາວ ຈໍາກັດ ເຊິ່ງປັດຈຸບັນ ຢູ່ລະຫວ່າງ ການສໍາຣວດ ແລະສຶກສາຄວາມເປັນໄປໄດ້ ຂອງໂຄງການ. ແຕ່ຊາວບ້ານ ທີ່ຖືກຜົລກະທົບ ມີຄວາມກັງວົນໃຈຫຼາຍ ທີ່ຈະຕ້ອງສູນເສັຍທີ່ດິນ ທໍາການກະເສດໄປແບບຖາວອນ ແລ້ວໃນຕໍ່ໜ້າ ຊາວບ້ານກໍຈະບໍ່ມີບ່ອນທໍາການກະເສດ ອີກຕໍ່ໄປ.
ດັ່ງຊາວບ້ານຜູ້ນຶ່ງ ໃນບ້ານລ່ອງແຈ້ງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 21 ເມສາ ນີ້ວ່າ:
“ກະເສັຍ (ດິນ) ແທ້. ບ່ອນເຂົາຈົກຫັ້ນ, ຈົກດິນເປັນຮູ, ເປັນບໍ່ ຄືອີ່ແມ່ ບໍ່ຢາກໃຫ້ເຮັດຫັ້ນແຫຼະ ຊິເຮັດໄຮ່. ຈຸດນັ້ນແມ່ນຈຸດທໍາການຜລິດ ຄັນມີ (ບໍ່ແຮ່) ຢູ່ຫັ້ນມັນກະໝົດໄປເກາະ. ກະແມ່ນຫັ້ນແຫຼະ ເງິນໄດ້ກິນໃຊ້ກະໝົດໄປ. ຜູ້ບໍ່ຊ່າງເຮັດ ມັນກໍທຸກແທ້.”
ຊາວບ້ານຜູ້ນີ້ ກ່າວອີກວ່າ ເງິນຊົດເຊີຽພຽງເລັກໜ້ອຍ ບໍ່ສາມາດກຸ້ມຢູ່ກຸ້ມກິນໃນໄລຍະຍາວໄດ້ ເມື່ອເງິນຊົດເຊີຽໝົດໄປແລ້ວ ຊາວບ້ານກໍກັບມາທຸກຍາກ ບໍ່ມີຢູ່ມີກິນຄືແຕ່ເກົ່າ ສະນັ້ນແລ້ວ ທີ່ດິນທໍາການກະເສດ ເຊິ່ງເຫຼືອຢູ່ພຽງໜ້ອຍດຽວນັ້ນ ກໍຄວນຈະເຫຼືອເອົາໄວ້ໃຫ້ກັບຊາວບ້ານ ໄດ້ທໍາມາຫາກິນ ລ້ຽງຊີວິດ ແລະຄອບຄົວ.
ຊາວບ້ານອີກຜູ້ນຶ່ງ ຢູ່ບ້ານນໍ້າຊານ ກ່າວວ່າ ຈຸດບ້ານນໍ້າຊານ ຖືເປັນຈຸດ ທີ່ພົບແຮ່ເຫຼັກຫຼາຍທີ່ສຸດ ແລະການສໍາຣວດເບື້ອງຕົ້ນເຫັນວ່າ ທາງໂຄງການດັ່ງກ່າວ ຈະກວມເອົາດິນນາ, ດິນໄຮ່, ດິນສວນຂອງຊາວບ້ານຈົນໝົດ ເຊິ່ງຊາວບ້ານກໍພາກັນອຸກໃຈຫຼາຍ ເພາະຢ້ານບໍ່ມີທີ່ດິນທໍາການກະເສດອີກຕໍ່ໄປ ແລະເປັນທີ່ດິນຕອນສຸດທ້າຍຂອງຊາວບ້ານ.
ໃນຂະນະທີ່ ມີດິນໄຮ່, ດິນສວນ ຂອງຊາວບ້ານຈໍານວນນຶ່ງ ທີ່ີໄດ້ຮັບຜົລກະທົບໄປແລ້ວ ຈາກການສໍາຣວດຂຸດເຈາະ ຫາແຮ່ເຫຼັກ ແຕ່ທາງໂຄງການດັ່ງກ່າວ ກໍຍັງມິດງຽບ ບໍ່ມາເວົ້າເຣື່ອງການຊົດເຊີຽ ກັບຊາວບ້ານເທື່ອ:
“ຍັງບໍ່ຈ່າຍເລີຍນ່າ. ຈັ່ງວ່າ ຍັງໆບໍ່ໄດ້ລົມກັນເລີຍ, ຂະເຈົ້າຍັງບໍ່ໄດ້ເຮັດຫຍັງ. ບໍຣິສັດນີ້ ຍັງໆບໍ່ໄດ້ເວົ້າອິຫຍັງເລີຍນ່າ, ເຣື່ອງຜົລກະທົບ, ເຣື່ອງຊົດເຊີຽນີ້ນ່າ.”
ຊາວບ້ານອີກຜູ້ນຶ່ງ ຢູ່ບ້ານນໍ້າຜາ ກ່າວວ່າ ໂຄງການດັ່ງກ່າວ ແມ່ນໄດ້ສໍາຣວດ ແລະຂຸດເຈາະຫາແຮ່ເຫຼັກໄປຈົນໝົດ ເຮັດໃຫ້ຊາວບ້ານໃນພື້ນທີ່ ອຸກໃຈຫຼາຍດຽວນີ້ ຍ້ອນບໍ່ຢາກໃຫ້ມີການຂຸດຄົ້ນແຮ່ທາດ ພາຍໃນຂອບເຂດບ້ານ ເພາະກັງວົນເຣື່ອງດິນທໍາການກະເສດ ຈະບໍ່ເຫຼືອໄວ້ໃຫ້ກັບຊາວບ້ານ ໄດ້ທໍາມາຫາກິນ ແລະລ້ຽງຊີວິດ ແລະບໍ່ຮູ້ວ່າ ຈະຕ້ອງໄປເພິ່ງພາພາກສ່ວນໃດ ເພື່ອຄັດຄ້ານໂຄງການດັ່ງກ່າວ.
ຫາກຊາວບ້ານສູນເສັຍທີ່ດິນ ທໍາການກະເສດໄປແລ້ວ ຊາວບ້ານຈະທໍາມາຫາກິນແນວໃດ ເພາະຈະໄປຊອກຊື້ທີ່ດິນຕອນໃໝ່ ກໍລາຄາແພງຫຼາຍ ແລະອະນາຄົດ ລູກຫຼານ ກໍຈະຫຍຸ້ງຍາກໄປຕື່ມ ເພາະບໍ່ມີມໍຣະດົກຕົກທອດໄປໃຫ້ພວກຂະເຈົ້າ.
ດັ່ງຊາວບ້ານຜູ້ນຶ່ງ ຢູ່ບ້ານນໍ້າຜາ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 21 ເມສາ ນີ້ວ່າ:
“ໂອ່! ດຽວນີ້ ຄືວ່າ ເຂົາກະຍັງສໍາຣວດຢູ່ຊັ້ນນ່າ, ຢູ່ຂອບເຂດບ້ານນໍ້າຜານີ້ນ່າ, ມີຫຍັງ ຖ້າວ່າຫາກເປັນໄປໄດ້ ກໍໃຫ້ພວກລູກພວກຫຼານ ຄົ້ນຄວ້າຊ່ວຍຫັ້ນແຫຼະ ມັນຊິເປັນໄປແນວໃດ ເຣື່ອງອະນາຄົດ ມັນກະແນວນັ້ນແຫຼະ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງໄຊສົມບູນ ກ່າວວ່າ ໂຄງການຂຸດຄົ້ນ, ຂົບ ແລະຄັດແຍກແຮ່ເຫຼັກ ຂອງບໍຣິສັດ ໂຊກມະນີ ມາຍນີ້ງລາວ ຈໍາກັດ ຍັງເປັນພຽງການສໍາຣວດ ແລະສຶກສາຄວາມເປັນໄປໄດ້ ເຊິ່ງຄາດວ່າ ຈະສໍາຣວດແລ້ວ ໃນເດືອນກັນຍາ ປີ 2022 ນີ້ ຍັງບໍ່ໄດ້ເຣີ່ມດໍາເນີນການ ຢ່າງເປັນທາງການ ແລະຍັງຕ້ອງລໍຖ້າ ການປະເມີນຜົລກະທົບ ສິ່ງແວດລ້ອມ ແລະສັງຄົມເພີ່ມຕື່ມ ຈາກຣັຖບານລາວນໍາດ້ວຍ.
ສ່ວນເນື້ອທີ່ທໍາການກະເສດ ຂອງຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກການສໍາຣວດ ແລະຂຸດເຈາະຫາແຮ່ເຫຼັກນັ້ນ ເບື້ອງຕົ້ນ ທາງໂຄງການ ກໍໄດ້ເກັບກໍາຂໍ້ມູນຮຽບຮ້ອຍແລ້ວ ທັງເຣື່ອງທີ່ດິນ ທໍາການກະເສດຂອງຊາວບ້ານ, ປ່າໄມ້ ແລະຊີວະນາໆພັນ ແຕ່ກໍຍັງບໍ່ທັນໄດ້ຮັບການຊົດເຊີຽເທື່ອ ແລະບໍ່ຮູ້ວ່າ ມື້ໃດຈະໄດ້ຮັບການຊົດເຊີຽ.
ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງໄຊສົມບູນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 21 ເມສາ ນີ້ວ່າ:
“ກະຍັງ. ເຫັນເພິ່ນສໍາຣວດຢູ່ ຄືວ່າຊ່ວງນຶ່ງ ເຫັນເຂົາແລ່ນເອກກະສານໝົດແລ້ວ, ແຕ່ວ່າ ເຂົາລົງມາສໍາຣວດ ໂຕຊີວະນາໆພັນຫັ້ນໝົດແລ້ວ, ດິນຖືກຜົລກະທົບ ກະຄືວ່າຮຽບຮ້ອຍໝົດແລ້ວ.”
ຢ່າງໃດກໍຕາມ ຫາກໂຄງການດັ່ງກ່າວເກີດຂຶ້ນແທ້ ຊາວບ້ານທີ່ຖືກຜົລກະທົບ ກໍຮຽກຮ້ອງໃຫ້ການ ຈ່າຍເງິນຊົດເຊີຽຕ່າງໆ ຕ້ອງສົມເຫດສົມຜົນ ແລະຍຸຕິທັມແກ່ຊາວບ້ານ ແລະຕ້ອງພັທນາຊຸມຊົນ ບໍ່ໃຫ້ມີຜົລກະທົບເກີດຂຶ້ນກັບຊາວບ້ານ.
ຂະນະທີ່ ນັກອະນຸຮັກສິ່ງແວດລ້ອມ ຊາວລາວທ່ານນຶ່ງ ໃນແຂວງຫຼວງພຣະບາງ ກ່າວວ່າ ຣັຖບານລາວ ຕ້ອງເລັ່ງທົບທວນໂຄງການ ຂຸດຄົ້ນແຮ່ທາດຕ່າງໆ ພາຍໃນປະເທດ ເພາະຫຼາຍໂຄງການ ໄດ້ສົ່ງຜົລກະທົບຕໍ່ ວິຖີຊີວິດຂອງຊາວບ້ານ, ສັດລ້ຽງ ແລະສິ່ງແວດລ້ອມຢ່າງໜັກໜ່ວງ ເຊິ່ງບໍ່ໄດ້ຄຸ້ມຄ່າຕໍ່ການລົງທຶນ. ສິ່ງສໍາຄັນຄືຊາວບ້ານໃນພື້ນທີ່ ກໍບໍ່ໄດ້ຮັບຜົນປໂຍດ ຈາກໂຄງການລົງທຶນເຫຼົ່ານັ້ນ ມີແຕ່ຈະທຸກຍາກລົງຕື່ມ.
ດັ່ງນັກອະນຸຮັກສິ່ງແວດລ້ອມ ຊາວລາວທ່ານນຶ່ງ ໃນແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 21 ເມສາ ນີ້ວ່າ:
“ໂຕນີ້. ມັນຈະສົ່ງຜົລກະທົບ ຕໍ່ຊາວບ້ານ ຫຼື ປະຊາຊົນເນາະ. ຂະເຈົ້າກໍຈະບໍ່ມີທີ່ທໍາມາຫາກິນ, ເຮັດໃຫ້ຂະເຈົ້າ ແບບປູກເຂົ້າບໍ່ໄດ້, ບາງເທື່ອຂະເຈົ້າ ກໍໄດ້ຍ້າຍບ້ານ, ຍ້າຍເຮືອນ, ບໍ່ມີບ່ອນຫາປູຫາປາ.”
ສໍາລັບໂຄງການຂຸດຄົ້ນ, ຂົບ ແລະຄັດແຍກແຮ່ເຫຼັກ ແມ່ນໄດ້ຮັບການອະນຸຍາດ ຊອກຄົ້ນ ແລະສໍາຣວດແຮ່ທາດ ຈາກແຂວງໄຊສົມບູນ ໃນມື້ວັນທີ່ 18 ເດືອນພຶສຈິກາ ປີ 2020 ກວມເອົາເນື້ອທີ່ທັງໝົດ 33.32 ກິໂລຕາແມັດ ຫຼື 3,332 ເຮັກຕ້າຣ໌.
ມີປະຊາຊົນ 3 ບ້ານ ທີ່ໄດ້ຮັບຜົລກະທົບ ສູນເສັຍທີ່ດິນ ຄື ບ້ານນໍ້າຊານ ຈໍານວນ 41 ຄອບຄົວ, ບ້ານລ່ອງແຈ້ງ 43 ຄອບຄົວ ແລະບ້ານນໍ້າຜາ 4 ຄອບຄົວ ແລະຍັງບໍ່ມີຂໍ້ມູນເປີດເຜີຍວ່າ ຊາວບ້ານເຫຼົ່ານັ້ນ ຈະຖືກໂຍກຍ້າຍອອກຈາກພື້ນທີ່ ຫຼືບໍ່.
ໂຄງການດັ່ງກ່າວນີ້ ເປັນໂຄງການລົງທຶນ ຂອງບໍຣິສດ ໂຊກມະນີ ມາຍນີ້ງລາວ ຈໍາກັດ ຂອງຄົນລາວ ແລະເປັນຜູ້ຖືຫຸ້ນ 51% ແລະມີບໍຣິສັດ ປິນຢີ ການຄ້າສາກົລ ແລະບໍ່ແຮ່ ຈໍາກັດ ບໍ່ເປີດເຜີຍແຫຼ່ງທີ່ມາ ຮ່ວມຖືຫຸ້ນ 49% ດ້ວຍມູນຄ່າການລົງທຶນ ປະມານ 2.5 ລ້ານປາຍໂດລາຣ໌ສະຫະຣັຖ, ມີອາຍຸການສັມປະທານ 15 ປີ, ຜົນຜລິດທັງໝົດໃນໂຄງການ ຈະສົ່ງອອກໄປປະເທດຈີນ.