ປະຊາຊົນ ຢູ່ເມືອງໜອງບົກ ຢ້ານເສັຍດິນ ໃຫ້ໂຄງການ ຂຸດຄົ້ນແຮ່ເກືອໂປຕາສ ຂອງຈີນ

ຊາວບ້ານ ໜອງຫລົ່ມ ແລະບ້ານໃກ້ຄຽງ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ ກັງວົນຢ້ານຈະເສັຍດິນ ຂອງຕົນຍ້ອນການຂຸດຄົ້ນແຮ່ເກືອໂປຕາສ ຂອງບໍຣິສັດຈີນ ທີ່ກວມເອົາເໜື້ອທີ່ເຖິງ 48.5 ກິໂລຕາແມັດ.

ແຜນທີ ເມືອງໜອງບົກ ແຂວງຄຳມ່ວນ ບ່ອນທີ່ໂຄງການຂຸດຄົ້ນເກືອໂປຕາສ ກະທົບດິນຊາວບ້ານ. ຮູບພາບ: OpenStreetMap contributors/Datawrapper

ທາງການລາວ ອະນຸມັດໃຫ້ບໍຣິສັດ ຊີໂນ-ອາກຣີ ໂປຕາສຈໍາກັດ (Sino-Agri International Potash) ຂອງນັກລົງທຶນຈີນ ເຂົ້າມາສໍາຣວດແຮ່ເກືອໂປຕາສ ແລະຕັ້ງໂຮງງານຢູ່ບ້ານໜອງຫລົ່ມ ເມືອງໝອງບົກ ແຂວງຄໍາມ່ວນ ໃນເນື້ອທີ່ 48.5 ກິໂລຕາແມັດ ຫລື ປະມານ 4,850 ເຮັກຕາຣ໌, ມີການເຊັນສັນຍາ ອະນຸມັດໃຫ້ໃນມື້ວັນທີ 28 ພຶສຈິກາ ປີກາຍ.

ປະຊາຊົນຈໍານວນນຶ່ງ ຢູ່ບ້ານໜອງຫລົ່ມ ແລະບ້ານອ້ອມຂ້າງ ບໍ່ເຫັນດີ ທີ່ຈະໃຫ້ບໍຣິສັດຈີນ ເຂົ້າມາສໍາຣວດ ແລະຂຸດຄົ້ນແຮ່ເກືອໂປຕາສໃນເຂດດັ່ງກ່າວ ຍ້ອນກັງວົນວ່າຈະສູນເສັຽ ທີ່ດິນກະສິກໍາຂອງພວກເຂົາເຈົ້າໄປ ແລະຜົລກະທົບທາງດ້ານສິ່ງແວດລ້ອມ ຕໍ່ຊຸມຊົນ ທີ່ຈະຕາມມາ, ອີງຕາມຄໍາເວົ້າຂອງຊາວບ້ານຜູ່ນຶ່ງ ຢູ່ບ້ານໜອງຫລົ່ມ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 23 ມີນານີ້.

“ໂຮງງານຈີນຄືເກົ່າ ແຕ່ມັນກໍບໍ່ທັນມາເຮັດດອກ ມັນມາສໍາຣວດຊື່ໆຫັ້ນແຫລະ ຈັກມັນສິມາເຮັດປີໃດກະບໍ່ຮູ້ ທາງທີ່ດີມັນກະບໍ່ຢາກໃຫ້ມາຕັ້ງແຫລະ ຄັດມັນຄັດຕ້ານໄດ້ ກະເລີຍພາກັນເຮັດໄປຕາມນັ້ນແຫລະ.”

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ເມື່ອບໍ່ດົນມານີ້ ກໍເຫັນບໍຣິສັດດັ່ງກ່າວ ມາສໍາຣວດ ເພື່ອຂຸດຄົ້ນແຮ່ເກືອໂປຕາສ, ແຕ່ຊາວບ້ານສ່ວນໃຫຍ່ ກໍຍັງບໍ່ທັນຮູ້ຄັກແນ່ວ່າ ທາງບໍຣິສັດນີ້ຈະເຂົ້າມາຂຸດຄົ້ນແທ້ ຫລືບໍ່ ແລະຈະກວມເອົາທີ່ດິນກະສິກໍາ ແລະປ່າໄມ້ຂອງຊາວ ບ້ານ ໜ້ອຍຫລາຍສໍ່າໃດ ກໍຍັງບໍ່ທັນຮູ້ລາຍລະອຽດຈະແຈ້ງເທື່ອ. ໄລຍະທີ່ຜ່ານມາ ບໍຣິສັດຈີນນີ້ ກໍໄດ້ໄປສໍາຣວດ ແລະຂຸດເຈາະຫາແຮ່ເກືອໂປຕາສ ຢູ່ຫລາຍບ້ານໃນເມືອງໜອງບົກ ແລະເມືອງທ່າແຂກ. ແລະພາຍຫລັງທີ່ຂຸດເຈາະໄປແລ້ວ ຊາວບ້ານໄດ້ປະເຊີນກັບບັນຫານໍ້າປົນເປື້ອນ, ປ່າໄມ້ຖືກຕັດທໍາລາຍ. ດັ່ງນັ້ນ ຊາວບ້ານຈຶ່ງພາກັນ ກັງວົນນໍາເຣື່ອງນີ້ຫລາຍ.

ຊາວບ້ານອີກຜູ້ນຶ່ງ ຢູ່ບ້ານໜອງຫລົ່ມ ກໍເວົ້າວ່າ ຍັງບໍ່ໄດ້ຮູ້ຈະແຈ້ງເທື່ອວ່າ ບໍຣິສັດຈີນນີ້ ຈະມາສໍາຣວດ-ຂຸດຄົ້ນແຮ່ເກືອໂປຕາສ ມື້ໃດກັນແທ້. ແຕ່ພາຍຫລັງທີ່ຊາວບ້ານຮູ້ຂ່າວນັ້ນ ກໍພາກັນຕົກໃຈ ແລະກັງວົນໃຈຫລາຍ ຍ້ອນຢ້ານຈະສູນເສັຽທີ່ດິນທໍາກິນ ຂອງພວກເຂົາເຈົ້າໃຫ້ບໍຣິສັດຈີນ. ຊາວບ້ານບໍ່ເຊື່ອວ່າ ບໍຣິສັດຂອງຄົນຈີນ ຈະຊ່ອຍໃຫ້ຊາວບ້ານນີ້ ແລະຊຸມຊົນໃກ້ຄຽງ ໄດ້ຮັບການພັທນາ ແລະຫລຸດພົ້ນອອກຈາກຄວາມທຸກຍາກໄດ້. ຍ້ອນວ່າ ບໍຣິສັດຈີນນີ້ ໄດ້ເຂົ້າມາຕັ້ງຢູ່ແຂວງຄໍາວມ່ວນ ເປັນເວລາຫລາຍປີແລ້ວ ແຕ່ຊາວບ້ານທີ່ຢູ່ອ້ອມຂ້າງບໍຣິສັດ ກໍຍັງທຸກຍາກຢູ່ຄືເກົ່າ ແລະບາງຄອບຄົວ ກໍຖືກໃຫ້ໂຍກຍ້າຍອອກໄປຢູ່ບ່ອນໃໝ່, ດັ່ງທີ່ທ່ານເວົ້າວ່າ.

“ເອີ ເຮົາກະລົງສໍາຣວດຕິດຕາມເບ່ງຢູ່ໃດ໋ ໃຫ້ເຂົາເຮັດລະອຽດຫັ້ນແລ້ວ ກະຢ້ານແຫລະເຂົາກະເວົ້າຢູ່ຫັ້ນແຫລະ ກະຣັຖບານພັດວ່າ ຍັງບໍ່ຮູ້ລະອຽດເນາະ ເພິ່ນເວົ້າແນວໃດກະເປັນໄປນໍາເພິ່ນຫັ້ນແຫລະ ກັງວົນນັ້ນແຫລະຫົວຂອງຈີນ ເຮົາວ່າແຫລະນາເຮົາກະບໍ່ໄດ້ເຊື່ອມັນປານໃດ.”

ຊາວບ້ານອີກຜູ້ນຶ່ງ ທີ່ຢູ່ໃກ້ກັບບ້ານໜອງຫລົ່ມ ກໍເວົ້າວ່າ ໄດ້ຍິນຢູ່ ແຕ່ຍັງບໍ່ຮູ້ລາຍລະອຽດຈະແຈ້ງກ່ຽວກັບເຣື່ອງທີ່ວ່ານັ້ນ ແຕ່ກໍຂ້ອນຂ້າງກັງວົນໃຈຫລາຍສົມຄວນ ເນື່ອງຈາກການສໍາຣວດ ແລະການຂຸດຄົ້ນແຮ່ເກືອໂປຕາສ ອາຈສົ່ງຜົລກະທົບຕໍ່ຊາວ ບ້ານໃນພື້ນທີ່ ຄືກັນກັບຢູ່ບ້ານອື່ນໆ ທີ່ບໍຣິສັດນີ້ໄດ້ສໍາຣວດ ແລະຂຸດຄົ້ນໃນໄລຍະຜ່ານມາ ເປັນຕົ້ນຢູ່ບ້ານນາຄໍາ ແລະບ້ານດົງບູນ.

“ກະໄດ້ຍິນຢູ່ແລ້ວ ໄດ້ຍິນຂະເຈົ້າແນວນັ້ນແນວນີ້ນີ້ແຫລະ ມາເຮັດບໍ່ເກືອບໍ່ຫຍັງ ເຮັດນັ້ນເຮັດນີ້ເຫັນຫັ້ນແຫລະ. ເອີ, ແຖວໜອງຫລົ່ມຫັ້ນ ຍັງບໍ່ທັນມີແນວໃດ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ແຜນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຄໍາມ່ວນເວົ້າວ່າ ບໍຣິສັດ ຊີໂນ-ອາກຣີ ໂປຕາສຂອງຈີນ ເຂົ້າມາລົງທຶນຢູ່ແຂວງຄໍາມ່ວນ ມາຕັ້ງແຕ່ປີ 2009 ເພື່ອຂຸດຄົ້ນ ແລະຈໍາໜ່າຍຝຸ່ນໂປຕາສ, ບໍຣິສັດນີ້ໄດ້ຂຸດຄົ້ນ ແລະຜລິດເກືອໂປຕາສ ມາແລ້ວ 14 ປີ ໂດຍໄດ້ຮັບສິດສັມປະທານຂຸດຄົ້ນເກືອໂປຕາສ ທັງໝົດຢູ່ແຂວງຄໍາມ່ວນນີ້.

ທ່ານເວົ້າວ່າ ການເຊັນສັນຍາຂອງບໍຣິສັດ ຊີໂນ-ອາກຣີ ໂປຕາສຂອງຈີນ ໃນເທື່ອນີ້ ແມ່ນເປັນການຂຍາຍເນື້ອທີ່ສໍາຣວດ ແລະຂຸດຄົ້ນແຮ່ເກືອໂປຕາສ ຢູ່ເຂດບ້ານໜອງຫລົ່ມ, ແຕ່ກໍຢາກສເນີໃຫ້ທາງບໍຣິສັດນີ້ ເຮັດບົດຣາຍງານການປະເມີນຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງລະອຽດ ກ່ອນທີ່ທາງບໍຣິສັດຈະດໍາເນີນການໃດໆ. ຫາກມີຜົລກະທົບຕໍ່ດິນຂອງຊາວບ້ານ ກໍຄວນໂອລົມກັບພວກເຂົາເຈົ້າໃຫ້ເຂົ້າໃຈ ຍ້ອນວ່າ ໂຄງການນີ້ກວມເອົາ 3 ເມືອງ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ມິນານີ້ວ່າ:

“ເອີ, ອັນນີ້ຕ້ອງໄດ້ສໍາຣວດເບິ່ງເນາະ ການຈັດສັນຂອບເຂດຕ່າງໆເນາະ ການປະເມີນດ້ານເສຖກິຈຂອງປະຊາຊົນຫັ້ນ ມີ 3 ເມືອງແນວນີ້ເນາະ ເຊບັ້ງໄຟ ໜອງບົກ ທ່າແຂກ ອັນໜອງບົກ-ດຊບັ້ງໄຟ ກະຂອງຈີນແລ້ວ.”

ໃນໂອກາດໄປຢ້ຽມຢາມບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຢູ່ແຂວງຄໍາມ່ວນ ໃນມື້ວັນທີ 21 ມິນານີ້ ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກຣັຖມົນຕຣີ ສປປລາວ ໄດ້ແນະນໍາໃຫ້ບໍຣິສັດດັ່ງກ່າວ ເອົາໃຈໃສ່ດ້ານການຮັກສາສິ່ງແວດລ້ອມ ເພື່ອຫລີກ ລ່ຽງຜົລກະທົບທາງອ້ອມພາຍໃນທ້ອງຖິ່ນ, ຊ່ອຍພັທນາໂຄງຮ່າງພື້ນຖານ, ຊ່ອຍສັງ ຄົມໃນທ້ອງຖິ່ນ ໃຫ້ໄດ້ຮັບການພັທນາດີຂຶ້ນ ແລະໃຫ້ເຮັດໄປຕາມທິດ ທີ່ທາງບໍຣິສັດໄດ້ກໍານົດໄວ້ຄື ຊຸກຍູ້ລະດັບອຸດສາຫະກັມ, ຊຸກຍູ້ການພັທນາເສຖກິຈ, ເພິ່ມວຽກເຮັດງານທໍາ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ບໍຣິສັດ ຊີໂນ-ອາກຣີ ໂປຕາສ ເປັນບໍຣິສັດນຶ່ງຂອງຈີນ ທີ່ລົງທຶນຂນາດໃຫຍ່ ດ້ານການຂຸດຄົ້ນແຮ່ເກືອໂປຕາສ ຢູ່ປະເທດລາວ ແລະເປັນຜູ້ສນອງປຸ໋ຍໂປຕາສ ລະດັບໂລກ, ໄດ້ຮັບອະນຸມັດສັມປະທານ ສໍາຣວດ ແລະຂຸດຄົ້ນແຮ່ເກືອໂປຕາສ ຈາກຣັຖບານ ສປປ ລາວ ໃນເນື້ອທີ່ 263.32 ກິໂລຕາແມັດ ຫລື ປະມານ 26,352 ເຮັກຕາ. ບໍຣິສັດນີ້ຄາດວ່າ ຈະມີປະຣິມານແຮ່ເກືອໂປຕາສ ທັງໝົດ ຫລາຍກວ່າ 1 ຕື້ຕັນ.

ມາເຖິງປັດຈຸບັນ ຢູ່ປະເທດລາວ ນັກທຸຣະກິດຈາກປະເທດຈີນ ໄດ້ຮັບອະນຸມັດຈາກ ຣັຖບານ ສປປ ລາວ ໃນການລົງທຶນ ດ້ານທໍຣະນີສາດ-ບໍ່ແຮ່ ຈໍານວນ 52 ບໍຣິສັດ, ມີ79 ກິຈການ. ໃນນັ້ນໄດ້ຊອກຄົ້ນ 11 ກິຈການ, ສໍາຣວດ 40 ກິຈການ ແລະ ສຶກສາຄວາມເປັນໄປໄດ້ ທາງດ້ານເສຖກິຈ-ເຕັກນິກ 28 ກິຈການ.

ຄຽງຄູ່ກັນໄປນັ້ນ ຣັຖບານ ສປປ ລາວ ຍັງໄດ້ອະນຸມັດໃຫ້ນັກລົງທຶນຈີນ ຂຸດຄົ້ນ ແລະປຸງແຕ່ງແຮ່ທາດຕ່າງໆ ຈໍານວນ 35 ບໍຣິສັດ, ລວມມີ 67 ກິຈການ, ອີງຕາມການ ຣາຍງານຂອງກະຊວງພະລັງງານ ແລະບໍ່ແຮ່ຂອງລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org