ຊາວບ້ານ ຈາກເຂື່ອນ ດອນສະໂຮງ ບໍ່ມີອາຊີບ
2019.04.08
ປະຊາຊົນ ຊາວເມືອງໂຂງ ແຂວງຈຳປາສັກ, ໂດຍສະເພາະ ຊາວບ້ານ ທີ່ອາໃສໃກ້ກັບ ເຂື່ອນໄຟຟ້າດອນສະໂຮງ ບໍ່ສາມາດ ຫາປາໄດ້ ຄືເກົ່າ ເຮັດໃຫ້ເຂົາເຈົ້າ ຂາດຣາຍໄດ້ ພາຍຫຼັງ ທີ່ຣັຖບານລາວ ໄດ້ອະນຸຍາດ ໃຫ້ມີການສ້າງເຂື່ອນຂນາດໃຫຍ່ ໃສ່ແມ່ນ້ຳຂອງ ແຕ່ປີ 2016 ເປັນຕົ້ນມາ, ອີງຕາມຄວາມເວົ້າ ຂອງປະຊາຊົນ ທີ່ອາໃສ ຢູ່ໃກ້ກັບ ເຂື່ອນໄຟຟ້າດອນສະໂຮງ, ເມືອງໂຂງ ແຂວງຈຳປາສັກ ໃນວັນທີ 08 ເມສາ ນີ້ວ່າ:
“ທີ່ມັນມີ ບັນຫາ ຢູ່ບ່ອນວ່າ ເຂົາເຈົ້າ ເຄີຍເຮັດລີ່, ແຕ່ພໍ່ແຕ່ແມ່ເຂົາມາ ຫັ້ນນ່າ ຂາດຣາຍໄດ້, ທາງໂຄງການເຂົາຫ້າມ. ບາດນີ້ ທາງເຈົ້າເມືອງ ເຂົາໃຫ້ຮື້ໝົດ ໃຫ້ເຊົາ, ບໍ່ໃຫ້ເຮັດ ປ່ອຍປາມັນຂຶ້ນເດ.”
ທ່ານເວົ້າວ່າ ນັບແຕ່ ການກໍ່ສ້າງເຂື່ອນ ດອນສະໂຮງຂຶ້ນ ປະຊາຊົນ ທີ່ເຄີຍເຮັດອາຊີບຫາປາ ໄປຂາຍ ຕາມຕລາດ, ເຊິ່ງເປັນວິຖີຊີວິດ ແລະ ເປັນອາຊີບ ທີ່ໄດ້ຍຶດຖືກັນ ມາແຕ່ດົນນານ ໄດ້ປ່ຽນແປງໄປ. ດຽວນີ້ ປະຊາຊົນ ບໍ່ມີຮອດບ່ອນຫາປາ, ຫຼາຍຄອບຄົວ ກໍຕ້ອງໄປ ເປັນຄົນງານ, ຄ້າຂາຍເຄື່ອງຍ່ອຍ ແລະ ຢູ່ເຮືອນລ້າໆ ໄປແຕ່ລະມື້, ເຊິ່ງບໍ່ແມ່ນ ວິຖີຊີວິດ ຂອງເຂົາເຈົ້າ.
ສ່ວນເຈົ້າໜ້າ ທີ່ປະຈຳເມືອງໂຂງ, ແຂວງຈຳປາສັກ ກໍໄດ້ກ່າວ ໃນມື້ດຽວກັນນີ້ວ່າ ຣັຖບານ ບໍ່ໄດ້ເອົາໃຈໃສ່ ປະຊາຊົນ ທີ່ຖືກຜົລກະທົບ ຈາກເຂື່ອນໄຟຟ້າດອນສະໂຮງ ຕາມທີ່ເຄີຍ ໃຫ້ສັນຍາ ໄວ້ກ່ອນສ້າງເຂື່ອນ ໂດຍວ່າ ຈະເຂົ້າມາສ້າງວຽກເຮັດງານທຳ ແລະ ຈັດສັນ ເນື້ອທີ່ດິນ ເພື່ອເຮັດການກະເສດ ໃຫ້ແກ່ຊາວບ້ານ ເພື່ອພວກເຂົາ ຈະມີຣາຍໄດ້ ທີ່ໝັ້ນຄົງ. ມາຮອດປັດຈຸບັນ, ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ກໍຍັງບໍ່ມີ ອາຊີບ, ທີ່ດິນທຳມາຫາກິນ ແລະ ຣາຍໄດ້ ທີ່ໝັ້ນຄົງເທື່ອ.
“ບໍ່ໄປຕາມ ສັນຍາຫັ້ນນ່າ ຢາກໃຫ້ເພິ່ນເລັ່ງດ່ວນ ແນວນັ້ນແຫຼະ ກະເບິ່ງຄືນ ປະຊາຊົນ ພາຍຫຼັງ ທີ່ບໍ່ ໃຫ້ເຂົາ ເອົາປູເອົາປາ ບໍ່ໃຫ້ເຂົາ ທຳການ ຜລິດ ຢ້ານວ່າ ມີຜົລກະທົບ ເສັຽຫາຍທັມມະຊາດ. ກໍຄວນໄວວາງວ່າ ຊິໃຫ້ເຂົາເຮັດອາຊີບອີ່ຫຍັງ ກະໃຫ້ເລັ່ງດ່ວນໄວ ທີ່ສຸດ, ບັນຫານີ້ນ່າ. ເຮົາໄປປະຊຸມ ຢູ່ແຂວງຢູ່ຫຍັງ ກະເວົ້າວ່າ ໃຫ້ເລັ່ງດ່ວນທີ່ສຸດ, ເຈົ້າແຂວງ ກະວ່າເລັ່ງດ່ວນທີ່ສຸດ ແລະ ສຸດທ້າຍ ກະວ່າຂອງເກົ່າ.”
ທ່ານເວົ້າຕື່ມວ່າ ຢາກໃຫ້ທາງໂຄງການ ຫຼື ພາກຣັຖ ເຂົ້າມາຕິດຕາມຊີວິດ ແລະ ຄວາມເປັນຢູ່ ຂອງປະຊາຊົນຕື່ມ, ໂດຍສະເພາະ ເຣື້ອງການ ຫາອາຊີບ, ເຊິ່ງປະຊາຊົນ ຈຳນວນຫຼາຍຄອບຄົວ ບໍ່ມີອາຊີບ, ບໍ່ມີຣາຍໄດ້ ຄືແຕ່ກ່ອນ ຍ້ອນທາງການລາວ ຫ້າມຊາວບ້ານ ອອກໄປຫາປາ ໃນແມ່ນ້ຳຂອງ ໂດຍອ້າງວ່າ ເປັນເຂດສັມປະທານ ຂອງໂຄງການເຂື່ອນໄຟຟ້າ ແລະ ຍັງກຳນົດໃຫ້ເປັນ ເຂດວັງສງວນ ຫຼື ເຂດຫ້າມຫາປາ.
ທ່ານເວົ້າຕໍ່ໄປວ່າ ຫຼັງຈາກ ທີ່ເຣິ້ີ້ມສ້າງເຂື່ອນດອນສະໂຮງ ເມື່ອ 2 ປີຜ່ານມາແລ້ວ, ເຈົ້າໜ້າທີ່ ທາງພາກຣັຖ ຫຼື ທາງໂຄງການ ກໍບໍ່ເຂົ້າມາ ເບິ່ງແຍງເອົາໃຈໃສ່ ເພື່ອສ້າງ ວຽກເຮັດງານທຳ ໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຢ່າງເໝາະສົມເທື່ອ ຫາກວ່າ ທາງການ ຈະບໍ່ໃຫ້ປະຊາຊົນ ອອກໄປຫາປາ ຄືແຕ່ກ່ອນ.
“ຄວາມເປັນໄປ ທີ່ວ່າ ປະຊາຊົນດຽວນີ້ ກຳລັງທີ່ສ້າງເຂື່ອນຜ່ານມາ 2 ປີ, ປະຊາຊົນເຮົາ ຢູ່ຈັ່ງໃດກິນຈັ່ງໃດ ການທຳມາຫາກິນ ວິຖີຊີວິດ ຂອງປະຊາຊົນ ເຮັດຈັ່ງໃດມາຈັ່ງໃດ ເພິ່ນຖາມເຮົາ ກະຍັງວ່າໃຄ, ເພິ່ນບໍ່ເລີຍຕິດຕາມ. ເຮົາກະສເນີເລີຍໆຢູ່ ເພິ່ນຫາກບໍ່ມາ.”
ໂຄງການກໍ່ສ້າງ ເຂື່ອນດອນສະໂຮງ ມີປະຊາຊົນຈຳນວນ 3 ບ້ານ ທີ່ໄດ້ຮັບຜົລກະທົບ ຄືບ້ານຫົວສະດຳ, ຫາງສະດຳ ແລະ ຫາງສະໂຮງ, ເຊິ່ງປະຊາຊົນ ໄດ້ຖືກໂຍກຍ້າຍ ໄປຢູ່ເຮືອນຈັດສັນໃໝ່ 17 ຄອບຄົວ ແລະ ປະຊາຊົນອີກ 100 ປາຍຄອບຄົວ ຕ້ອງສູນເສັຽທີ່ດິນ ການກະເສດ.
ເຂື່ອນໄຟຟ້າດອນສະໂຮງ ເປັນເຂື່ອນແຫ່ງທີ 2 ຂອງລາວ ທີ່ສ້າງໃສ່ ແມ່ນ້ຳຂອງ, ມີກຳລັງ ການຜລິດ 260 ເມກາວັດ. ເຣີ້ມການກໍ່ສ້າງ ມາແຕ່ທ້າຍປີ 2016, ໂດຍມີບໍຣິສັດ Mega First ປະເທດມາເລເຊັຽ ຖືຫຸ້ນ 80% ແລະ ຣັຖວິສາຫະກິຈ ໄຟຟ້າລາວ 20% ຮັບເໝົາ ກໍ່ສ້າງ ໂດຍບໍຣິສັດ Sinohydro ຈາກຈີນ ໃນມູນຄ່າການກໍ່ສ້າງ 500 ປາຍລ້ານໂດລາສະຫະຣັຖ ແລະ ມີອາຍຸສັມປະທານ 25 ປີ. ປັດຈຸບັນ, ການກໍ່ສ້າງ ມີຄວາມຄືບໜ້າແລ້ວ 80% ແລະ ຄາດວ່າ ຈະເຣີ້ມທົດລອງ ຜລິດໄຟຟ້າ ໃນເດືອນມິຖຸນາ ປີນີ້.