ຊາວເມືອງງາ ເຈຣະຈາ ຄ່າຊົດເຊີຍ ຈາກເຂື່ອນ ຫຼວງພຣະບາງ

ໂຄງການສ້າງເຂື່ອນໄຟຟ້າ ຫຼວງພຣະບາງ, ວັນທີ 31 ກໍຣະກະດາ 2020.
ໂຄງການສ້າງເຂື່ອນໄຟຟ້າ ຫຼວງພຣະບາງ, ວັນທີ 31 ກໍຣະກະດາ 2020. (RFA)

0:00 / 0:00

ປະຊາຊົນ 12 ບ້ານຢູ່ເມືອງງາ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນຫລວງພຣະບາງ ເວົ້າວ່າ ມີຫລາຍເຣື່ອງທີ່ບໍຣິສັດສ້າງເຂື່ອນ ແລະທາງການລາວ ຊົດເຊີຍຜົລກະທົບແບບ ບໍ່ສົມເຫດບໍ່ສົມຜົລ ເປັນຕົ້ນເຣື່ອງຄ່າຊົດເຊີຍ ທີ່ດິນທໍາການຜລິດ ທີ່ທາງບໍຣິສັດສເນີໃຫ້ພຽງ 100 ລ້ານກີບຕໍ່ເຮັກຕາ ຂະນະທີ່ປະຊາຊົນ ຮຽກຮ້ອງເອົາ 150 ລ້ານ, ຈຶ່ງຈະສົມເຫດສົມຜົລ ແລະຍຸຕິທັມ ສໍາລັບຊາວບ້ານ.

ດັ່ງຊາວບ້ານຜູ້ນຶ່ງຢູ່ເມືຶອງງາ ທີ່ຖືກໃຫ້ຍັບຍ້າຍ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ມິນານີ້ວ່າ:

“ເພິ່ນວ່າເຮັກຕານຶ່ງ 100 ລ້ານກີບເບາະ ບໍ່ເຄີຍພໍ້ ແລ້ວເຮືອນກະສິບໍ່ສົມ ເໝາະສົມຄືເຮືອນເກົ່າ ການສູ້ຊົນກັນກະຍັງບໍ່ຕົກລົງ ແຕ່ລະບ້ານນີ້ ທາງບໍຣິສັດເພິ່ນບໍ່ຢາກປານໃດຫັ້ນນ່າ ກະບໍ່ຢາກຄັກປານໃດຫັ້ນນ່າ ກະບໍ່ຢາກຄັກປານໃດວ່າຊັ້ນສາ.”

ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງງາ ທີ່ຖືກໃຫ້ໂຍກຍ້າຍ ເວົ້າວ່າ ຈໍານວນເງິນຊົດເຊີຍ ທີ່ບໍຣິສັດຕົກລົງຈະຈ່າຍໃຫ້ຊາວບ້ານ 100 ລ້ານກີບຕໍ່ເຮັກຕານັ້ນ ຖືວ່າຕໍ່າຫລາຍ ບໍ່ສົມເຫດບໍ່ສົມຜົນ ເນື່ອງຈາກລາຄາຊື້ຂາຍດິນໃນປັດຈຸບັນ ຢູ່ທີ່ປະມານ 150-200 ລ້ານກີບຕໍ່ເຮັກຕາ, ຫາກບໍ່ໄດ້ຕາມທີ່ຊາວບ້ານສເນີ ກໍຈະຄັດຄ້ານ ບໍ່ຍອມຍົກດິນໃຫ້ໂຄງການ.

“ອັນຕອນວັດແທກ ເຂົາເວົ້າຊົດເຊີຍ ເຂົາວ່າດິນນານີ້ ເຮັກຕານຶ່ງ 100 ນຶ່ງວ່າແນວນັ້ນ ແລ້ວ 2 ມາ ເພິ່ນກະຢາກຂໍວ່າ ເຮັກຕານຶ່ງ 150 ລ້ານ ຫາກຈັກໄດ້ຫລືວ່າບໍ່ໄດ້ ທາງບໍຣິສັດເພິ່ນບໍ່ທັນຕອບເທື່ອ.”

ຊາວບ້ານອີກຜູ້ນຶ່ງ ທີ່ຖືກຜົນກະທົບຄືກັນນັ້ນກໍເວົ້າວ່າ ຂໍ້ສເນີຂອງຊາວບ້ານ ຄື ບໍຣິສັດຕ້ອງຈ່າຍເງິນຊົດເຊີຍໃຫ້ຊາວບ້ານ ຢ່າງເໝາະສົມ ແລະຍຸຕິທັມ. ສ່ວນເຮືອນຈັດສັນ ກໍຕ້ອງສ້າງໃຫ້ເໝາະສົມກັບເຮືອນຫລັງເກົ່າ. ຫາກບໍ່ໄດ້ຕາມທີ່ຕົກລົງກັນໄວ້ ບໍຣິສັດຈະຕ້ອງຈ່າຍເງິນຊົດເຊີຍໃຫ້ຕື່ມ.

“ເຮືອນເກົ່າຂະເຈົ້າກະມີກ້ອງລຸ່ມ ກ້ອງລ່າງ ສະບາຍແລ້ວວ່າຊັ້ນສາ ບາດນີ້ກະວ່າ ໂຄງການເພິ່ນສິມາເຮັດໃຫ້ນັ້ນ ເພິ່ນສິບໍ່ກໍ່ສ້າງກ້ອງລ່າງໃຫ້ ພໍ່ແມ່ປະຊາຊົນບ້ານລາດຫານເຮົານີ້ລະ ບໍ່ຢາກພໍໃຈ ອັນນີ້ປະລະໃຫ້ພໍ່ແມ່ປະຊາຊົນທຸກກວ່າເກົ່າຫັ້ນນະ ອັນນີ້ກະໄດ້ສເນີຢູ່ໃນກອງປະຊຸມຫັ້ນແລ້ວ.”

ຊາວບ້ານຜູ້ນີ້ ເວົ້າວ່າ ຫາກຊາວບ້ານໄດ້ໂຍກຍ້າຍໄປແລ້ວ ບໍຣິສັດ ແລະທາງການລາວ ຕ້ອງສ້າງວັດໃຫ້ໄດ້ຄືເກົ່າ ຮວມທັງໂຄງຮ່າງພື້ນຖານຕ່າງໆ ເປັນ ຕົ້ນໄຟຟ້າ ນໍ້າປະປາ ເສັ້ນທາງ ກໍໃຫ້ດີວ່າເກົ່າ.

ເພື່ອຂໍຮູ້ເຣື່ອງການຊົດເຊີຍ, ແຜນການໂຍກຍ້າຍ, ​ການຍັບຍ້າຍ ຮວມເຖິງຄວາມຄືບໜ້າເຣື່ອງການສຶກສາຜົນກະທົບ ຕໍ່ມໍຣະດົກໂລກ ຕາມທີ່ອົງການ UNESCO ໄດ້ສເນີ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາບໍຣິສັດເຈົ້າຂອງໂຄງການເຂື່ອນຫລວງພຣະບາງ ແຕ່ບໍ່ສາມາດຕິດຕໍ່ໄດ້. ເພື່ອແກ້ໄຂບັນຫາດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ປະທານຄະນະກັມມະການ ຮັບຜິດຊອບການທົດແທນຄ່າເສັຍຫາຍ ແລະຈັດສັນໂຍກຍ້າຍປະຊາຊົນ ທີ່ໄດ້ຮັບຜົລກະທົບຈາກໂຄງການນີ້ ໄດ້ໂອ້ລົມກັບຄະນະພັກ ແລະອໍານາດການປົກຄອງບ້ານ 12 ບ້ານຢູ່ເມືອງງາ ທີ່ຖືກຜົລກະທົບຈາກໂຄງການສ້າງເຂື່ອນໄຟຟ້ານໍ້າຂອງ ແຂວງຫລວງພຣະບາງ ໃນມື້ວັນທີ 14 ມິນານີ້ ເພື່ອໃຫ້ຮັບຮູ້ ເຂົ້າໃຈໃນການກະກຽມຈັດຕັ້ງປະຕິບັດຕົວຈິງ ໃນການທົດແທນຄ່າເສັຍຫາຍ ແລະການຈັດສັນ ໂຍກຍ້າຍປະຊາຊົນໃຫ້ເໝາະສົມ, ມີຄວາມເປັນເອກກະພາບ, ຫລີກລ້ຽງບັນຫາຕ່າງໆ ທີ່ຈະຕາມມາ. ທ່ານກ່າວຕື່ມວ່າ ສະ ເພາະຢູ່ເມືອງງາ ມີ 12 ບ້ານ, ເຮືອນທັງໝົດ 1,263 ຫລັງ. ເຮືອນທີ່ຖືກຜົລກະທົບ 866 ຫລັງ. ໃນຈໍານວນ 12 ບ້ານນັ້ນ ປະຊາ ຊົນ 6 ບ້ານ ຖືກໃຫ້ໂຍກຍ້າຍ ຄືບ້ານລາດຫານ, ບ້ານຄົກພຸ, ບ້ານຍອຍໄຮ, ບ້ານລາດຂະມູນ, ບ້ານລາດກຶມ ແລະບ້ານລາດແອ່ນ ແລະອີກ 6 ບ້ານຖືກໃຫ້ຍັບຍ້າຍ ຄືບ້ານຫ້ວຍຫິນ, ບ້ານໂພນສວ່າງ, ບ້ານຫາດຂາມ, ບ້ານຫ້ວຍຫິງ, ບ້ານຫາດເຕີ, ບ້ານບໍ່ ແລະຫ້ວຍຄະ, ອີງຕາມການຣາຍງານຂອງສະຖານີວິທຍຸ ແລະໂທຣະພາບແຂວງອຸດົມໄຊ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 21 ມິນານີ້ວ່າ ຂະນະນີ້ມີແຕ່ລໍຖ້າທາງບໍຣິສັດ ມາບຸກເບີກດິນບ້ານຈັດສັນ ແລະເກັບກໍາຂໍ້ມູນຕ່າງໆ.

"ເບື້ອງຣັດກະເພິ່ນໂອເຄແລ້ວ ແຕ່ວ່າລໍຖ້າທາງບໍຣິສັດເຂົາສິມາດໍາເນີນການ ບຸກເບີກເນື້ອທີ່ບ້ານຈັດສັນ ແລະເກັບຂໍ້ມູນ ຂຶ້ນທະບຽນຕັດສິນຜູ້ຖືກຜົນກະທົບຫັ້ນເດ່ ເປັຮລາຄາຫົວໜ່ວຍຊົດເຊີຍ ກະຖືວ່າໄດ້ເຊັນອອກມາໝົດແລ້ວ. "

ແຜນການຍັບຍ້າຍ ແລະໂຍກຍ້າຍ ຮວມເຖິງການຈ່າຍເງິນ ຄ່າຊົດເຊີຍໃຫ້ຊາວບ້ານ ທີ່ຖືກຜົນກະທົບຢູ່ເມືອງງານັ້ນ ຄາດວ່າຈະເຣີ່ມໃນປີ 2023 ເປັນຕົ້ນໄປ, ຊຶ່ງປັດຈຸບັນ ກໍຢູ່ລະຫວ່າງການຕຣຽມຄວາມພ້ອມ ການບຸກເບີກພື້ນທີ່ສ້າງເຮືອນຈັດສັນ. ເຈົ້າໜ້າທີ່ກົມມໍຣະດົກໂລກ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ມິນານີ້ວ່າ ຕາມທີ່ອົງການ UNESCO ໄດ້ແຈ້ງໃຫ້ເຈົ້າຂອງ ໂຄງການເຂື່ອນຫລວງພຣະບາງ ສຶກສາຜົນກະທົບ ຕໍ່ເມືອງມໍຣະດົກໂລກນັ້ນ, ມາຮອດມື້ນີ້ ທາງບໍຣິສັດກໍແຈ້ງມາໃຫ້ຮູ້ພຽງແຕ່ວ່າ ຢູ່ໃນລະຫວ່າງການສຶກສາ, ຍັງບໍ່ທັນແລ້ວເທື່ອ ເນື່ອງຈາກຄາບັນຫາການຣະບາດຂອງ ໂຄວິດ-19.

“ເຂື່ອນນໍ້າຂອງດຽວນີ້ ມັນກະເວົ້າກັນຢູ່ ດຽວນີ້ພວກເຮົາກະບີບບັງຄັບໃຫ້ບໍຣິສັດເຮັດ... HIA ກ່ອນ ທາງ UNESCO ເຂົາກະເລັ່ງໆກະຕ້ອງເຮັດລາຍງານໃຫ້ເຂົາ ຫລີກລ່ຽງບັນຫາຜົນກະທົບ ບັນຫາຂໍ້ຄັດແຍ່ງຫັ້ນລະ ບໍ່ໃຫ້ມໍຣະດົກໂລກຫລວງພຣະບາງນີ້ ໄດ້ອອກຈາກມໍຣະດົກໂລກ.”

ເວົ້າເຖິງການປະເມີນຜົນກະທົບ ທາງສັງຄົມຂອງໂຄງການເຂື່ອນໄຟຟ້າ ຫລວງພຣະບາງ ຈະມີ 23 ບ້ານໃນ 3 ເມືອງ ຄືືເມືອງຈອມເພັດ ແຂວງຫລວງພຣະບາງ, ​ເມືອງຫົງສາ ແຂວງໄຊຍະບູຣີ ແລະເມືອງງາ ແຂວງອຸດົມໄຊ ໂດຍແຍກອອກເປັນ 4 ກຸ່ມດັ່ງນີ້:​

ກຸ່ມທີ 1 ໄດ້ຮັບຜົນກະທົບທັງໝົດ 100% ແລະຖືກໃຫ້ໂຍກຍ້າຍຈໍານວນ 6 ບ້ານ 581 ຄອບຄົວ, 2,285 ຄົນ.

ກຸ່ມທີ 2 ໄດ້ຮັບຜົນກະທົບບາງສ່ວນ ແລະມີບາງຄອບຄົວຖືກໃຫ້ໂຍກຍ້າຍ ແລະຍັບຍ້າຍ 9 ບ້ານ, ​692 ຄອບຄົວ, 3,855 ຄົນ.

ກຸ່ມທີ 3 ສູນເສັຍດິນ ແຕ່ບໍ່ຖືກໂຍກຍ້າຍຈໍານວນ 8 ບ້ານ, 671 ຄອບຄົວ, 2,330 ຄົນ.

ແລະກຸ່ມທີ 4 ບ້ານທ້າຍເຂື່ອນ ທີ່ຈະໄດ້ຮັບຜົນກະທົບ ແຕ່ບໍ່ຖືກໂຍກຍ້າຍ 3 ບ້ານ 189 ຄອບຄົວ, 904 ຄົນ.

ເຂື່ອນໄຟຟ້າຫລວງພຣະບາງ ຂນາດ 1,460 ເມກາວັດ ຕັ້ງຢູ່ບ້ານຫ້ວຍຍໍ້ ເມືອງຈອມເພັດ ແຂວງຫລວງພຣະບາງ ຫ່າງຈາກເມືອງມໍຣະດົກໂລກ ປະມານ 25 ກິໂລແມັດ. ໂຄງການນີ້ ເປັນໂຄງການຮ່ວມທຶນ ບໍຣິສັດພີທີ ຈໍາກັດ ຖືຫຸ້ນ 38%, ບໍຣິສັດ Petro Vietnam Power 10%, ບໍຣິສັດໄຊຍະບູຣີພາວເວີ 42% ແລະບໍຣິສັດ ຊ.ການຊ່າງ 10%, ມູນຄ່າການລົງທຶນ 3,000 ລ້ານໂດລາຣ໌ສະຫະຣັຖ. ຕາມແຜນ, ໄຟຟ້າທີ່ຜະລິດໄດ້ ຈະສົ່ງໄປຂາຍໃຫ້ປະເທດໄທ ແລະວຽດນາມ.