ຊຳເໜືອ ກັງວົນ ໂຮງໄຟຟ້າ ຖ່ານຫີນ

ຈໍາປາທອງ
2017.11.08
F-Samneua ອາກາດຍາມເຊົ້າ ຢູ່ເມືອງຊໍາເໜືອ ເດັກນ້ອຍພາກັນຫຼິ້ນ ໃນສວນສາທາຣະນະ
Screen captured video Samneua City Park - Houaphan

ປະຊາຊົນສ່ວນໃຫຍ່ຢູ່ບ້ານຫ້ວຍຄົງ ເມືອງຊຳເໜືອແຂວງຫົວພັນ ຢ້ານວ່າຈະໄດ້ຮັບຜົລກະທົບ ທາງດ້ານມົລພິດ ຈາກໂຮງໄຟຟ້າຖ່ານຫີນ ຂອງບໍຣິສັດຈີນ CCF ເປັນຕົ້ນຄວັນພິດ ຈາກໂຮງງານ ຊຶ່ງມີກຳນົດ ວ່າຈະເປີດໃຊ້ ໃນຕົ້ນປີໜ້ານີ້ ຍ້ອນວ່າໂຮງງານ ດັ່ງກ່າວຕັ້ງຢູ່ຫ່າງ ຈາກຊຸມຊົນພຽງ 3 ກິໂລແມັດ, ດັ່ງເຈົ້າໜ້າທີ່ ໃນເມືອງຊຳເໜືອ ເວົ້າໃນມື້ວັນທີ 8 ພຶສຈິກາ ນີ້ວ່າ:

"ປະມານສາມກິໂລແມັດນີ້ຫລອກ ຢ້ານແທ້ຄັນຜລິດກໍຢ້ານກົວ ແນ່ນອນຕ້ອງກະທົບແລ້ວ ໝອກຄວັນບໍ ກະມີຫລາຍແນວ ມີຫລາຍສາເຫດ ຢ້ານນະ 2018 ນີ້ຈະເລີ້ມເຮັດ"

ທ່ານກ່າວຕື່ມວ່າ ສາເຫດທີ່ພາໃຫ້ປະຊາຊົນສ່ວນໃຫຍ່ໃນບ້ານນັ້ນ ຫວາດຫວັ່ນຢ້ານກົວກໍຍ້ອນວ່າ ມີບົດຮຽນຢູ່ບ່ອນອື່ນມາແລ້ວ ແລະເມື່ອ ບໍ່ນານມານີ້ ທາງບໍຣິສັດ ຈີນ ກໍເຮັດໃຫ້ດິນແດງ ໄຫລເຂົ້າໃສ່ນາ ປະຊາຊົນມາແລ້ວ ໃນເວລາສ້າງໂຮງງານ ແລະຈົນມາ ເຖິງປັດຈຸບັນ ກໍຍັງບໍ່ສົນໃຈ ນຳເຣຶ່ອງການໃຫ້ຄ່າ ຊົດເຊີຍນັ້ນ.

ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງຫົວພັນເວົ້າວ່າ ຍັງບໍ່ແນ່ໃຈວ່າ ໂຮງໄຟຟ້າຖ່ານຫີນ ແຫ່ງນີ້ ຈະເຮັດໃຫ້ມີຜົລກະທົບ ທາງດ້ານ ມົລພິດໃສ່ປະຊາຊົນ ແທ້ຫລືບໍ່, ຂະນະນີ້ກຳລັງສຶກສາ ບົດວິເຄາະກ່ຽວກັບ ແຜນການຄຸ້ມຄອງ ຜົລກະທົບ ຕໍ່ສິ່ງແວດລ້ອມ ຂອງບໍຣິສັດ CCF ຂອງຈີນນັ້ນຢູ່ ແລະຈະພຍາຍາມ ສະກັດກັ້ນ ບໍ່ໃຫ້ເກີດບັນຫາ ນັ້ນຂຶ້ນ ດັ່ງທີ່ທ່ານກ່າວວ່າ:

"ດຽວນີ້ກຳລັງສຶກສາ ຂໍ້ມູນຜົລກະທົບ ຍັງບໍ່ທັນໄດ້ ຣາຍລະອຽດຂອງມັນ ອັນນີ້ຢູ່ໃນແຜນຂະເຈົ້ານໍ ແຜນການສຶກສາ ສິ່ງແວດລ້ອມ ບໍ່ສາມາດທີ່ຈະ ອະທິບາຍໃຫ້ໝົດໄດ້ນໍ".

ທ່ານກ່າວຕື່ມອີກວ່າ ສຳລັບການແກ້ໄຂບັນຫາ ນາຂອງປະຊາຊົນ 40 ຄອບຄົວ ທີ່ເສັຍຫາຍຍ້ອນດິນແດງ ຊຶ່ງບໍຣິສັດ ເຮັດໃຫ້ໄ}ເຂົ້ານາ ນັ້ນແມ່ນຍັງບໍ່ສາມາດ ຕົກລົງກັນໄດ້ ຂະນະນີ້ ທາງການ ກັບບໍຣິສັດຈີນ ກຳລັງປຶກສາຫາລືກັນຢູ່, ແຕ່ກໍຄິດວ່າຈະແກ້ໄຂ ກັນໄດ້ພາຍໃນ ປີໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.