ຊາວບ້ານ ຈຳນວນນຶ່ງ ທີ່ຖືກນ້ຳຖ້ວມ ຢູ່ອຸດົມໄຊ ຍັງບໍ່ມີເຮືອນຢູ່ຖາວອນ

ເປັນໄລຍະເວລາ 4 ເດືອນປາຍແລ້ວ ແຕ່ຊາວບ້ານທີ່ໄດ້ຮັບຜົນກະທົບ ໂດຍຕຣົງຈຳນວນນຶ່ງ ຢູ່ແຂວງອຸດົມໄຊ ໄດ້ຮັບການຊ່ອຍເຫລືອ ຈາກທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນລັກສະນະຄ່ອຍເປັນ ຄ່ອຍໄປ ໂດຍສະເພາະ ການຈັດສັນທີ່ຢູ່ອາສັຍ ທີ່ດິນເພື່ອປຸກເຮືອນຖາວອນຢູ່.

ສະພາບພາຍຫຼັງເຫດການນ້ຳຖ້ວມໃຫຍ່ ແລະ ນ້ຳປ່າໄຫຼຊຸແຮງ ຄັ້ງທີ່ຮຸນແຮງທີ່ສຸດ ເທົ່າທີ່ເຄີຍມີການບັນທຶກມາ ໃນເຂດເມືອງຫຼາ ແຂວງອຸດົມໄຊ (TS), ວັນທີ 16 ເດືອນກັນຍາ 2022. RFA

ນັບແຕ່ເກີດເຫດການນໍ້າຖ້ວມ ຄັ້ງໃຫຍ່ໃນວັນທີ 26 ສິງຫາ 2022 ຢູ່ເມືອງຫລາ, ເມືອງນາໝໍ້ ແລະ ເມືອງໄຊ ແຂວງອຸດົມໄຊຈົນມາຮອດປັດຈຸບັນ ເປັນໄລຍະເວລາ 4 ເດືອນປາຍແລ້ວ ແຕ່ຊາວບ້ານທີ່ໄດ້ຮັບຜົນກະທົບ ໂດຍຕຣົງຈຳນວນນຶ່ງ ພັດໄດ້ຮັບການຊ່ອຍເຫລືອ ຈາກທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນລັກສະນະຄ່ອຍເປັນ ຄ່ອຍໄປ ໂດຍສະເພາະ ການຈັດສັນທີ່ຢູ່ອາສັຍ ທີ່ຍັງຕ້ອງລໍຖ້າການຈັດສັນ ທີ່ດິນເພື່ອປຸກເຮືອນຖາວອນຢູ່.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 11 ມົກຣາ 2023 ນີ້ວ່າ:

ເມືອງຫລາມີຫລາຍກ່ວາໝູ່ ປະຊາຊົນຖືກນໍ້າສຸ ຖືກນໍ້າພັດ ມັນໄຫລໄປກັບນໍ້າເພ ຊອກບໍ່ເຫັນແຫລະ ໂຕຖາວອນນີ້ ຍັງບໍ່ທັນມີເທື່ອ ມີແຕ່ວ່າປຸກໃຫ້ຢູ່ຊົ່ວຄາວມີແຕ່ 20 ກ່ວາຫລັງເກືອບ 30 ກ່ວາຫລັງເນາະພວກເຮົາກໍມີແຜນວ່າ ຢາກໃຫ້ຈັດສັນດິນຄືນໃໝ່ ແລ້ວກໍປຸກຖາວອນໃຫ້ເຂົາຫັ້ນແຫລະ ຖ້າວ່າໄດ້ງົບປະມານແລ້ວຊິປຸກຊ່ອຍ ຂະເຈົ້າຫັ້ນແຫລະ.

ທີ່ຜ່ານມາ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດຳເນີນການຮີບໂຮມ ຂໍ້ມູນຜົນເສັຽຫາຍ ທີ່ເກີດຂຶ້ນ ແລ້ວແຕ່ບໍ່ແມ່ນທຸກຄົວເຮືອນ ຈະໄດ້ຮັບການຊ່ອຍເຫລືອ ຄືກັນເປັນຕົ້ນຄົວເຮືອນ ທີ່ສູນເສັຽທີ່ພັກອາສັຍ ແລະພື້ນທີ່ການກະເສຕ ຈະໄດ້ຮັບການຈັດສັນ ເຮືອນພັກຊົ່ວຄາວ ສ່ວນຄົວເຮືອນທີ່ໄດ້ຮັບຜົນ ເສັຽຫາຍ ບາງສ່ວນ ຈະໄດ້ຮັບການຊ່ອຍເຫລືອ ແຕ່ສະເພາະເຄື່ອງອຸປໂພກ, ບໍຣິໂພກ ແລະ ເຄື່ອງນຸ່ງຮົ່ມ ຕາມທີ່ໄດ້ຮັບມາຈາກການບໍຣິຈາກ.

ດັ່ງຊາວບ້ານຢູ່ເມືອງຫລາ ແຂວງອຸດົມໄຊທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັ ຽເສຣີ ໃນມື້ດຽວກັນນີ້ວ່າ:

ເອີ ບາງຄອບຄົວ ກໍຍ້າຍອອກຈາກນັ້ນ ບາງຄອບຄົວກໍຍັງຕັ້ງຢູ່ບ່ອນເກົ່າ ກໍມີບາງພາກສ່ວນໄປຊ່ອຍຄືວ່າຫັ້ນແຫລະ ມັນກໍບໍ່ຄືເກົ່າຫັ້ນແຫລະ ຊິໃຫ້ມັນກັບຄືນມາ ສະພາບຄືເກົ່າ ມັນກໍບໍ່ຄືແຕ່ວ່າຂະເຈົ້າຍັງຂາດເຂີນຢູ່ ບາງຄອບຄົວກໍທຸກຍາກແທ້ໆ ແມ່ນແຫລະໆ ແຕ່ວ່າຂະເຈົ້າຊິໄດ້ຮັບໄດ້ ຫລາຍກໍບໍ່ໄດ້ແຫລະເນາະ ມັນຫລາຍຄອບຄົວ ຂະເຈົ້າກໍແບ່ງກັນຄົນລະໜ້ອຍໆ ຫັ້ນແຫລະ.

ສຳລັບບ່ອນທີ່ໄດ້ຮັບຜົນກະທົບ ຫລາຍກ່ອນໝູ່ແມ່ນເມືອງຫລາ ແຂວງອຸດົມໄຊ ຊຶ່ງທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍມີແຜນວ່າຈະຄ່ອຍໆ ດຳເນີນການຈັດສັນທີ່ຢູ່ອາສັຍ ຫລັງໃໝ່ໃຫ້ແກ່ຄົວເຮືອນທີ່ສູນເສັຽເຮືອນຊານ ໂດຍຈະເຣີ່ມຈາກບ້ານໂພນໄຊ ຫລື ບ້ານຫລັກ 17, ບ້ານສາມັກຄີໄຊ ແລະ ບ້ານຫ້ວຍຫລາຕາມລຳດັບ ຍ້ອນບ້ານໂພນໄຊມີຄົວເຮືອນ ໄດ້ຮັບຄວາມເສັຽຫາຍ ຢ່າງຮຸນແຮງຫລາຍ ກ່ອນໝູ່.

ຍ້ອນບັນຫາ ການຂາດເຂີນງົບປະມານ ຈຶ່ງເຮັດໃຫ້ປະຊາຊົນ ບາງຄອບຄົວ ຍັງບໍ່ມີທີ່ຢູ່ອາສັຍແບບຖາວອນ ແລະ ບາງຄອບຄົວ ຈຳເປັນຕ້ອງຍ້າຍໄປອາສັຍ ນຳຍາດຕິພີ່ນ້ອງ.

ດັ່ງຊາວບ້ານ ຢູ່ເມືອງຫລາ ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບ ໂດຍຕຣົງທ່ານນຶ່ງກ່າວວ່າ:

ເຮົາກໍຜູ້ນຶ່ງທີ່ໄດ້ດຮັບຜົນກະທົບ ເຮືອນໄຫລ ໄປກັບນໍ້າໜອງປູໜອງປາ ກໍໄປເບິດ ເຫັນວ່າຊິເຮັດເຮືອນໃຫ້ ແຕ່ປັດຈຸບັນຍັງບໍ່ທັນມີ ໄປຢູ່ນຳຍາດບໍ່ ມີດອກເຮືອນໄປອາສັຍຢູ່ນຳເພິ່ນສື່ໆ.

ກ່ອນໜ້ານີ້ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີແຜນວ່າຈະໂຍກຍ້າຍ ຄອບຄົວທີ່ໄດ້ຮັບຜົນກະທົບ ໄປຢູ່ບ້ານຈັດສັນຖາວອນ ບ່ອນໃໝ່ ເພື່ອປ້ອງກັນ ບໍ່ໃຫ້ໄດ້ຮັບຜົນກະທົບ ຊໍ້າຕື່ມອີກ ໃນຄັ້ງຕໍ່ໄປແຕ່ຈົນມາຮອດປັດຈຸບັນ ຍັງບໍ່ສາມາດຊອກດິນບ່ອນໃໝ່ ທີ່ເໝາະສົມ ແລ ະພຽງພໍ ເພື່ອຈັດສັນ ແລະປຸກເຮືອນຖາວອນ ໃຫ້ແກ່ຜູ້ຖືກຜົນກະທົບເທື່ອ.

ດັ່ງອຳນາດການປົກຄອງ ຂັ້ນທ້ອງຖິ່ນຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງທ່ານນຶ່ງກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຂຍາຍບ້ານຈັດສັນ ໃຫ້ຈຸຖືກຜົນກະທົບດຽວນີ້ ທາງຂັ້ນເທີງເພິ່ນຍັງຄົ້ນຄ້ວາ ເພາະວ່າຍັງບໍ່ມີບ່ອນຈັດສັນໃຫ້ກໍມີແຕ່ ຕອນດຽວມັນຊິບໍ່ໄດ້ທັງໝົດ ຜູ້ຖືກຜົນກະທົບໜັກແມ່ນຄອບຄົວ ຂອງເຂົາເຈົ້າຖືວ່າມີບ່ອນຢູ່ແລ້ວມີສະຖານທີ່ ບ່ອນພີ່ນ້ອງເຂົາເຈົ້າ ແບ່ງໃຫ້ແຕ່ວ່າຍັງຈຳນວນນຶ່ງ ກໍຍັງບໍ່ມີເທື່ອ.

ການດຳເນີນການ ກໍ່ສ້າງທີ່ຢູ່ອາສັຍໃຫ້ແກ່ປະຊາຊົນ ກໍຍັງຂາດເຂີນອຸປກອນບໍ່ວ່າ ຈະເປັນສັງກະສີ, ຕະປູ ແລະ ຊີມັງ ລວມເຖິງອາຫານ ແລະ ເຄື່ອງໃຊ້ໃນຊີວິຕ ປະຈຳວັນ ບໍ່ວ່າຈະເປັນເຂົ້າສານ, ນໍ້າດື່ມ ແລະ ເຄື່ອງນຸ່ງຮົ່ມ.

ດັ່ງຊາວບ້ານ ຢູ່ບ້ານໃກ້ຄຽງຜູ້ຖືກຜົນກະທົບ ທ່ານນຶ່ງກ່າວວ່າ:

ເອົາອາຫານ ເອົາເຄື່ອງນຸ່ງຮົ່ມ ແມ່ນຫຍັງທຸກສິ່ງ ທຸກຢ່າງຫັ້ນແຫລະ ໄປຊ່ອຍເຫລືອ ແລ້ວກໍຊອກບ່ອນໃຫ້ພັກໃຫ້ເຊົາ ໃຫ້ຢູ່ໄລຍະຊົ່ວຄາວ ແຕ່ວ່າເພິ່ນກໍຊິມີແຜນຫັ້ນແຫລະ (ໃນການເຮັດເຮືອນຈັດສັນຖາວອນ).”

ວັນທີ 25 ຕຸລາ 2022 ທີ່ຜ່ານມາ ອົງການກາແດງແຫ່ງຊາຕລາວ ໄດ້ມອບເງິນຊ່ອຍເຫລືອ ປະຊາຊົນເມືອງໄຊ ແຂວງອຸດົມໄຊ ຈຳນວນ 12 ບ້ານ ຄືບ້ານກໍນ້ອຍ, ບ້ານຫລັກ 21, ບ້ານຫລັກ 10, ບ້ານຫລັກ 4, ບ້ານຖິ່ນ, ບ້ານນາຫວານນ້ອຍ, ບ້ານໜອງແມງດາ, ບ້ານໂຮມສຸກ, ບ້ານວັງໄຮ, ບ້ານໂຮມໄຊ, ບ້ານລ້ອງຢາ ແລະ ບ້ານວຽງສາ ລວມທັງໝົດ 225 ຄອບຄົວ 1,317 ຄົນ ແຕ່ລະຄອບຄົວ ຈະໄດ້ຮັບເງິນຈໍານວນ 2,500,000 ກີບ ລວມເປັນມູນຄ່າ 562,500,000 ກີບ, ທັງນີ້ກໍເພື່ອຊ່ອຍຍົກ ລະດັບຊີວິຕການເປັນຢູ່ ເພື່ອໃຫ້ຊາວບ້ານມີເວລາເຮັດການຜລິດ ໃນລະດູແລ້ງ ເພື່ອທົດແທນສິ່ງທີ່ເສັຽໄປ.

ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ ໄດ້ຣາຍງານກ່ຽວກັບ ສະພາບຜົນເສັຽຫາຍ ຈາກພັຍນໍ້າຖ້ວມ ຢູ່ແຂວງອຸດົມໄຊ ວ່າເຫດຝົນຕົກໜັກ ຈາກພະຍຸ ມ໋າອ໋ອນ ໃນໄລຍະ ຜ່ານມາເຮັດໃຫ້ນໍ້າປ່າໄຫລຊຸເຂົ້າເຮືອນຊານ ແລະໄຮ່ນາຂອງປະຊາຊົນ, ໄຟຟ້າ, ນໍ້າປະປາ, ຖນົນຫົນທາງ ແລະ ລະບົບຄົມມະນາຄົມ ຫລາຍຈຸດຖືກຕັດຂາດ, ຂແນງອຸດສາຫະກັມ, ບັນດາຮ້ານຄ້າ ແລະ ອື່ນໆ ທົ່ວແຂວງເສັຽຫາຍ ເປັນມູນຄ່າ 272 ຕື້ກີບໂດຍປັດຈຸບັນ ສາມາດຟື້ນຟູໂຄງຮ່າງພື້ນຖານ ໂດຍສະເພາະນໍ້າລິນ, ຖນົນຫົນທາງ ແລະ ປຸກສ້າງເຮືອນ ຢູ່ຊົ່ວຄາວ ໃຫ້ປະຊາຊົນທີ່ບໍ່ມີບ່ອນຢູ່ໄດ້ແລ້ວ ຈຳນວນນຶ່ງ.

ຫລ້າສຸດ ຈາກການລົງປະເມີນສຸກເສີນ ຂອງຜແນກແຮງງານ ແລະ ສວັດດີການສັງຄົມ ແລະ ທີມງານຈາກສູນກາງ ໃນທົ່ວແຂວງເຫັນວ່າ ຄວາມເສັຽຫາຍຈາກພັຍນໍ້າຖ້ວມ ໃນຄັ້ງນີ້ ແມ່ນມູນຄ່າລວມ 293,466,000,000 ກີບ (ສອງຮ້ອຍ ເກົ້າສິບສາມຕື້ ສີ່ຮ້ອຍຫົກສິບຫົກ ລ້ານກີບ) ແລະ ເຮັດໃຫ້ມີຈຳນວນປະຊາກອນ ໄດ້ຮັບຜົນກະທົບ 20,484 ຄົນ, ແມ່ຍິງ 10,160 ຄົນ ຈາກທັງໝົດ 102 ບ້ານທີ່ມີ 3,953 ຫລັງຄາເຮືອນ ອີງຕາມການຣາຍງານ ຂອງຄະນະຄຸ້ມຄອງ ພັຍພິບັດຂັ້ນແຂວງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org