ເຫດການເຂື່ອນນໍ້າເອົ້າແຕກ
2017.09.14

ເຂື່ອນໄຟຟ້ານ້ຳເອົ້າ ຂນາດ 15 MW ທີ່ກຳລັງສ້າງໄດ້ປະມານ 85% ແຕກ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ໃນມື້ວັນທີ 11 ກັນຍາ 2017 ຍ້ອນຝົນຕົກໜັກ ຫລາຍມື້ຕິດຕໍ່ກັນ, ນ້ຳຂີ້ຕົມໄຫລເຂົ້າຖ້ວມນາ ແລະ ບ້ານເຮືອນຂອງປະຊາຊົນ, ສ້າງຄວາມເສັຍຫາຍຫລາຍ. ດັ່ງເຈົ້າໜ້າທີ່ ພລັງງານ ແລະບໍ່ແຮ່ ເມືອງຜາໄຊ ເວົ້າໃນມື້ວັນທີ 13 ກັນຍານີ້ວ່າ:
"ຂ້ອນຂ້າງບໍ່ທັນໄດ້ມາຕຖານ ເພາະວ່າມັນບໍ່ທັນສໍາເຣັດ ຍັງບໍ່ທັນໄດ້ຊິດຊັ້ນໜ້າ ຊັ້ນເບຕົງ ຊັ້ນເສີມຫິນ ເພາະວ່າມັນ ເປັນດິນແດງ ມັນ ຕ້ອງງອມນໍ້າເດນໍ ເຂື່ອນດິມມີແຕ່ວ່າ ເສີມເບຕົງ ປົກເວລາສໍາເຣັດ ໃກ້ສິສໍາເຣັດ ແຕ່ວ່າຂະເຈົ້າ ຍັງບໍ່ໄດ້ເສີມນໍ ນໍ້າຝົນລະກະ ເຂົ້າມາ ເຊາະລໍ ຢູ່ກ່ອນເລີຍ".
ເວົ້າເຖິງເຂື່ອນນໍ້າເອົ້າແຕກ, ຕາມຄໍາເວົ້າໃນມື້ວັນທີ 12 ກັນຍາ 2017 ຂອງທ່ານ ຄໍາມະນີ ອິນທິລາດ ຣັຖມົນຕຣີ ກະຊວງພລັງງານແລະ ບໍ່ແຮ່ ແລ້ວແມ່ນວ່າແມ່ນເຂື່ອນສໍາຮອງ ທີ່ເກັບກັກນໍ້າແຕກ ບໍ່ແມ່ນເຂື່ອນແທ້, ນໍ້າທະລຸເຂົ້າມາໂຮງຈັກ ຂອງເຂື່ອນນໍ້າເອົ້າ ແລະໂຮງຈັກ ຂອງເຂື່ອນນໍ້າງຽບ 2. ເມື່ອຖາມເຖິງສາເຫດ ຂອງເຂື່ອນແຕກນັ້ນ ທ່ານຕອບວ່າ ມັນບໍ່ດີມັນກໍແຕກ, ເຮັດບໍ່ໄດ້ມາຕຖານ ມັນກະແຕກ ແລະອັນທີສອງ ກໍແມ່ນຝົນຕົກຫລາຍແດ່.
ແຕ່ໃນມື້ດຽວກັນນັ້ນ ທ່ານ ຈັນທອງ ສະນະວັນ ປະທານ Bothong Inter Group ຊຶ່ງເປັນບໍຣິສັດ ກໍ່ສ້າງເຂື່ອນໄຟຟ້າ ເວົ້າວ່າ ອ່າງ ເກັບນໍ້າ ຂອງເຂື່ອນນໍ້າເອົ້າ ບໍ່ໄດ້ເປ່ເພເສັຍຫາຍ ແລະນໍ້າທີ່ໄຫລລົງມາ ບໍ່ໄດ້ມາຈາກ ເຂື່ອນ ແຕ່ແມ່ນ ນໍ້າທີ່ໄຫລມາຈາກ ທາງເທິງເຂື່ອນ ຍ້ອນຝົນຕົກໜັກ. ແລ້ວນໍ້າກໍໄຫຖ້ວມທາງ ນໍ້າຂອງເຂື່ອນ ທີ່ກໍາລັງສ້າງຢູ່ ແລະໄຫລລົງ ຖ້ວມເມືອງທ່າໂທມ.ເຈົ້າໜ້າທີ່ ພລັງງານ ແລະ ບໍ່ແຮ່ ເມືອງຜາໄຊ ກ່າວຕື່ມວ່າ ປະລິມານນ້ຳ ທີ່ໄຫລແຮງຍ້ອນ ເຂື່ອນແຕກນັ້ນ ມີປະມານ 5 ແສນ ແມັດກ້ອນ, ພັດເອົາຂີ້ຕົມ, ຊາກໄມ້, ຂີ້ເຫຽື້ອ ໄປຖົມນາ ທີ່ເຂົ້າກຳລັງເຕີບໂຕ ແລະໄຫລເຂົ້າບ້ານເຮືອນ ປະຊາຊົນຫລາຍບ້ານ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ເປັນຕົ້ນ ບ້ານທ່າວຽງ, ບ້ານດົງໂມ້, ບ້ານສອງຫ້ອງ ທີ່ຕັ້ງຢູ່ໃຕ້ເຂື່ອນນັ້ນ ລົງມາປະມານ 10 ຫຼັກ ແລະທັງໄຫຼຖ້ວມເຮືອນຈັກ ຂອງເຂື່ອນໄຟຟ້າ ນ້ຳງຽບ 2, ເຮັດໃຫ້ບໍ່ສາມາດຜລິດ ກະແສໄຟຟ້າໄດ້ ແລະເດັກນ້ອຍ ນັກຮຽນ ກໍຕ້ອງໄດ້ຢຸດຮຽນ ໄປຕື່ມອີກ.
ເຂື່ອນໄຟຟ້ານ້ຳເອົ້າ ໄດ້ເລີ້ມກໍ່ສ້າງມາຕັ້ງແຕ່ປີ 2015 ໂດຍບໍຣິສັດ ບໍ່ທອງ ອິນເຕີ ກຣຸປ ຂອງຄົນລາວ ທີ່ເປັນຜູ້ຮັບເໝົາກໍ່ສ້າງ, ສ້າງໄປ ແລ້ວປະມານ 85%, ຈະສ້າງສຳເຣັດ ໃນປີ 2017 ແລະ ຈະເປີດໃຊ້ໃນຕົ້ນປີ 2018 ທີ່ຈະມາເຖິງນີ້.
ທ່ານເວົ້າວ່າ ຄວາມເສັຍຫາຍທີ່ວ່ານັ້ນ ຍັງມີເຮືອນຈັກໄຟຟ້ານຶ່ງຫລັງ, ຣົດຮວມທັງຣົດຕັກດິນ 3 ຄັນຂອງບໍຣິສັດ ກໍໍ່ສ້າງໄດ້ຮັບຄວາມ ເສັຍຫາຍ. ສ່ວນຣາຍລະອຽດ ທັງໝົດຂອງ ຄວາມເສັຍຫາຍ ຍັງຢູ່ໃນຣະຫວ່າງ ການເກັບກຳຂໍ້ມູນ, ຄາດວ່າອາທິດໜ້າຄົງຮູ້. ດັ່ງທີ່ ທ່ານກ່າວວ່າ:
"ເພາະວ່າມັນຍັງເຄີຍເຣຶ່ອງຜົລກະທົບ ຢູ່ທາງລຸ່ມກ່ອນນໍ ມັນຍັງບໍ່ທັນແລ້ວ ມັນມີເຮືອນຈັກ ນໍ້າງຽບ 2 ຢູ່ຫັ້ນນໍ້າກໍຖ້ວມໝົດ ມັນມີແຕ່ທົ່ງນາ ຂອງເມືອງທ່າໂທມ ເມືອງທ່າໂທມ ມັນຮອງສາຍນໍ້າ ທົ່ງນາ ແລະກໍຖນົນຫົນທາງ ຂະເຈົ້າທຽວມັນ ກໍຖືກນໍ້າເຊາະ ເຈື່ອນໝົດ".
ສຳລັບເຣຶ່ອງການສ້ອມແປງເຂື່ອນຄືນນັ້ນ ຍັງຈະຕ້ອງໄດ້ລໍໄປອີກຕື່ມ ຊຶ່ງຂະນະນີ້ແມ່ນເລັ່ງ ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົລກະທົບ ຢູ່ເມືອງຜາໄຊ ແລະ ເມືອງທ່າໂທມ, ສ້ອມແປງຖນົນຫົນທາງ ແລະປັບປຸງດິນນາ ນັ້ນກ່ອນ.