ເຂຶ່ອນນ້ຳອູເລີ້ມກະທົບ ຊາວບ້ານ
2017.05.08
ໃນປັດຈຸບັນ ປະຊາຊົນ ໃນເຂດເມືອງງອຍ ແຂວງຫຼວງພຣະບາງ ເລີ້ມໄດ້ຮັບຜົລກະທົບ ຈາກໂຄງການເຂຶ່ອນນ້ຳອູ 3 ແລ້ວ ຫລັງຈາກ ມີການປ່ອຍນ້ຳເສັຽ ລົງໃສ່ ແມ່ນ້ຳອູ ປະຊາຊົນ ທ້ອງຖິ່ນ ກໍບໍ່ສາມາດເກັບ ໄຄຫີນ ໄດ້ ຊື່ງເປັນອາຊີບຫລັກ ຂອງ ພວກຂະເຈົ້າ ມາແຕ່ ດຶກດຳບັນ. ດັ່ງຄຳເວົ້າຂອງ ເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງ ໃນມື້ວັນທີ 8 ພຶສພາ ນີ້ວ່າ:
"ບ່ອນທີ່ຂະເຈົ້າສ້າງຫັ້ນເນາະ ມັນຈະມີວັກຊີເມັນ ຫລືວ່າພວກວັສດຸ ຕ່າງໆຫັ້ນນ່າ ເວລາມັນປ່ອຍລົງນ້ຳ ຈະເຮັດໃຫ້ ມັນມີຜົລ ກະທົບກັບ ໄຄ ໂດຍສະເພາະ ແມ່ນໄຄເດີ ໄຄຫັ້ນມັນມີ ນ້ອຍຢູ່ແລ້ວ ເນາະ ແລ້ວບັງເອີນ ມັນມີຕົວທີ 3 ຫັ້ນເກີດຂຶ້ນມາ ແລ້ວເຮັດໃຫ້ ຜົລກະທົບ ຫລາຍຂື້ນ ຍີ່ງແບບເອົາ ບໍ່ໄດ້ເລີຍ ຫັນນ່າ".
ທ່ານກ່າວຕື່ມວ່າ ການປ່ອຍນ້ຳເສັຽ ຈາກໂຄງການ ເຂື່ອນນ້ຳອູ 3 ນອກຈາກຈະສົ່ງ ຜົລກະທົບ ໃຫ້ຈຳນວນໄຄຫີນ ຫລຸດລົງແລ້ວ ຍັງ ເຮັດໃຫ້ ມີສານພິດ ຕົກຄ້າງໃນໄຄຫີນ ນຳອີກ ຊາວບ້ານ ຜູ້ທີ່ເຄີຍເກັບໄຄ ມາຂາຍແລະກິນ ກໍບໍ່ສາມາດ ເກັບໄດ້.
ທ່ານວ່າການປ່ອຍນ້ຳເສັຽ ຈາກເຂື່ອນລົງໃສ່ນ້ຳອູ ນັ້ນວ່າງຕົ້ນເດືອນມິນາ ບໍຣີສັດ SHINO HYDRO ຂອງຈີນ ຊື່ງເປັນຜູ້ສ້າງເຂື່ອນນ້ຳອູ ກໍໄດ້ແຈ້ງ ຫນັງສືໄປຫາ ຊາວບ້ານ ວ່າຈະມີການ ປ່ອຍນ້ຳເສັຽ ປະເພດຊີເມັນ ແລະດີນຕົມລົງສູ່ ນ້ຳອູ ຫ້າມຊາວບ້ານ ລົງໄປເກັບໄຄຫີນ ໃນເວລານັ້ນ ແຕ່ປະຊາຊົນ ຜູ້ທຸກຍາກ ຍັງພາກັນ ໄປເກັບໄຄຢູ່ ຍ້ອນບໍ່ມີຣາຍໄດ້ ທາງອື່ນ:
"ໄຄນີ້ມີພວກຊີເມັນ ອີ່ຫຍັງທີ່ຢູ່ສູງຫັ້ນນ່າ ຂະເຈົ້າກະເລີຍ ຫ້າມຊາວບ້ານ ບໍ່ໃຫ້ໄປເກັບ ແຕ່ບາງຄົນ ກໍຍັງໄປເອົາຢູ່ຫັ້ນນ່າ ເພື່ອມາດຳຣົງ ຊີວີດແລ້ວກະມີ ສ່ວນນຶ່ງ ເອົາໄປຂາຍ ໄດ້ ຂະເຈົ້າກະຍັງ ແບບວ່າລື້ງເຄີຍ ຊີວີດເດີມຫັ້ນນ່າ ຂະເຈົ້າຍັງບໍ່ເຂົ້າໃຈ ວ່າຜົລກະທົບ ມັນເປັນ ຈັ່ງໃດແທ້ ບໍຣິສັດ ຂະເຈົ້າແຈ້ງຊື່ໆ ແລ້ວບໍ່ສນອງອີ່ຫຍັງ ໃຫ້ຊາວບ້ານ.
ກ່ຽວກັບບັນຫາດັ່ງກ່າວ ເອເຊັຽເສຣີ ກໍໄດ້ໂທລະສັບ ໄປຫາ ເຈົ້າຫນ້າທີ່ກ່ຽວຂ້ອງ ທີ່ເມືອງງອຍ ແຕ່ບໍ່ສາມາດຕິດຕໍ່ໄດ້ ໃນປັດບັນການ ສ້າງເຂື່ອນນ້ຳອູ 3 ມີຄວາມ ຄືບຫນ້າ ໄປແລ້ວ 40%.