ຊາວບ້ານ ຢູ່ເມືອງຊານໄຊ ເດືອດຮ້ອນ ຈາກ ບໍຣິສັດ ບໍ່ແຮ່ ວຽດນາມ

ຊາວບ້ານ ຫລາຍຄອບຄົວ ຢູ່ບ້ານວັງຕັດໃຫຍ່ ແລະບ້ານໜອງໄກ່ໂອກ ເມືອງຊານໄຊ ແຂວງອັດຕະປື ຈະຕ້ອງໄດ້ເສັຍດິນ ທໍາການຜລິຕ ຍ້ອນບໍຣິສັດວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດຜູ້ດຽວ ຂອງວຽດນາມ ມີໂຄງການ ສ້າງທາງ ແລະ ແລວຕາຂ່າຍ ໄຟຟ້າ, ເພື່ອສະດວກ ໃນການຂຸດຄົ້ນ ແລະປຸງແຕ່ງ ແຮ່ທາດ ຕ່າງໆ.

ແຜນທີ ເມືອງຊານໄຊ ແຂວງອັດຕະປື ໃນພື້ນທີ່ ຊາວບ້ານວັງຕັດໃຫຍ່ ແລະ ໜອງໄກ່ໂອກ ທີ່ຈະໄດ້ຮັບຜົລກະທົບ ຈາກການຕັດເສັ້ນທາງຜ່ານ ແລະສ້າງແລວຕາຂ່າຍໄຟຟ້າ ຂອງບໍຣິສັດ ວັງຕັດ ຂຸດຄົ້ນ ບໍ່ແຮ່ ຈຳກັດຜູ້ດຽວ. ຮູບພາບ: Created with Datawrapper

ປະຊາຊົນຫລາຍຄອບຄົວ ຢູ່ບ້ານ ວັງຕັດໃຫຍ່ ແລະບ້ານ ໜອງໄກ່ໂອກ ເມືອງຊານໄຊ ແຂວງອັດຕະປື ຈະຕ້ອງໄດ້ເສັຍດິນທໍາການຜລິດ ເປັນຕົ້ນ ດິນສວນມັນຕົ້ນ ແລະສວນກາເຟ ພາຍຫລັງບໍຣິສັດ ວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດຜູ້ດຽວ ຊຶ່ງເປັນບໍຣິສັດຮຸ້ນສ່ວນ ຂອງວຽດນາມ ແລະລາວ ມີໂຄງການກໍ່ສ້າງເສັ້ນທາງ ແລະແລວຕາຂ່າຍໄຟຟ້າ ເພື່ອອໍານວຍຄວາມສະດວກໃນການຂຸດຄົ້ນ ແລະປຸງແຕ່ງແຮ່ເຫລັກ, ແຮ່ຄໍາ ແລະແຮ່ທາດອື່ນໆ.

ຊາວບ້ານຕ້ອງການໃຫ້ທາງບໍຣິສັດ ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຄິດໄລ່ຄ່າຊົດເຊີຍຄວາມເສັຍຫາຍໃຫ້ເໝາະສົມ ຖ້າຫາກຊາວບ້ານ ຈະຕ້ອງໄດ້ເສັຍທີ່ດິນທໍາກິນ ຂອງພວກຕົນໄປ ຍ້ອນການສ້າງທາງ ແລະແລວຕາຂ່າຍໄຟຟ້ານັ້ນແທ້. ປັດຈຸບັນ ທາງບ້ານກໍາລັງຮິບໂຮມຂໍ້ມູນ ກ່ຽວກັບຄວາມເສັຍຫາຍ ທີ່ຈະໄດ້ຮັບ ແລະການຄິດໄລ່ເປັນເງິນຊົດເຊີຍນັ້ນຢູ່.

ອີງຕາມຄໍາເວົ້າ ຂອງຊາວບ້ານໜອງໄກ່ໂອກ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິຖຸນານີ້.

ຖ້າວ່າຈໍາເປັນນີ້ ເຂົາຕັດ ມີແຜນຕັດແລວທາງຫັ້ນ ຕ້ອງໄດ້ມີຜົລກະທົບຕໍ່ພື້ນທີ່ທໍາການຜລິດຂອງປະຊາຊົນຫັ້ນ ຢາກໃຫ້ເຂົາເຈົ້າຫັ້ນຕ້ອງໄດ້ຊົດເຊີຍຫັ້ນແຫລ້ວ ຕາມຄວາມເໝາະສົມຄວາມເປັນຈິງຫັ້ນແຫລະ.

ທ່ານເວົ້າຕື່ມວ່າ ຫາກຊາວບ້ານ ທີ່ຈະຕ້ອງໄດ້ເສັຍດິນທໍາກິນໃຫ້ໂຄງການ ທີ່ວ່ານັ້ນ ເປັນຄອບຄົວ ທີ່ມີດິນທໍາການຜລິດໜ້ອຍ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈັດສັນດິນທີ່ສົມບູນໃຫ້ ເພື່ອໃຫ້ຊາວບ້ານມີທີ່ດິນທໍາກິນ.

ນອກຈາກນັ້ນ ແຫລ່ງນໍ້າທັມມະຊາດ ຄື ນໍ້າຫ້ວຍ ທີ່ຊາວບ້ານໃຊ້ໃນການດໍາລົງຊີວິຕ ປະຈໍາວັນ ກໍໄດ້ຮັບຜົລກະທົບຈາກສານເຄມີ ທີ່ປົນເປື້ອນ ຍ້ອນການຮ່ອນແຮ່ຄໍາ ຊຶ່ງເຮັດໃຫ້ນໍ້າຂຸ່ນຕລອດປີ, ບໍ່ສາມາດໃຊ້ນໍ້າໄດ້ຄືເກົ່າ, ມີປາຟູຕາຍ.

ດັ່ງຊາວບ້ານບ້ານວັງຕັດໃຫຍ່ ເວົ້າໃນມື້ດຽວກັນນີ້ວ່າ:

ມັນເປັນເຂດ ນອນໃນການສັມປະທານຂອງບໍຣິສັດ ຮ່ອນແຮ່ຮອນຄໍາ ກະທົບໝົດ ນໍ້າຫ້ວຍນໍ້າຄອງ ແມ່ນຂ້ອນຂ້າງວ່າໃຊ້ບໍ່ຢາກໄດ້ແຫລະ ແຕ່ບໍ່ທັນມີໂຄງການຂຸດຄົ້ນມັນກໍໃຊ້ໄດ້ຫັ້ນແຫລະ. ພໍມັນມີມັນກໍນໍ້າຫ້ວຍນໍ້າຄອງ ຖືວ່າຫ້ວຍທັມຊາດ ບໍ່ສາມາດໃຊ້ໄດ້ ເນື່ອງຈາກມັນມີຜົລກະທົບນໍາຂຸ່ນ ນໍ້າອີ່ສັງແຫລະ ຂຸ່ນຕລອດແລ້ງຕລອດຝົນນ່າ.

ແລະສິ່ງເສດເຫລືອ ທີ່ປົນເປື້ອນສານເຄມີ ຈາກອ່າງບົ່ມແຮ່ຄໍາ ກໍເຮັດໃຫ້ງົວ, ຄວາຍຂອງຊາວບ້ານ ທີ່ລ້ຽງແບບທໍາມະຊາດ ລົ້ມຕາຍໃຫ້ເຫັນຢູ່ເລື້ອຍ ຍ້ອນບໍຣິສັດ ບໍ່ມີການອະນາມັຍພື້ນທີ່ນັ້ນ, ມີພຽງແຕ່ໄດ້ແຮ່ຄໍາແລ້ວ ກໍປະຖິ້ມສິ່ງເສດເຫລືອຊະຊາຍ, ເຮັດຢູ່ບ່ອນນີ້ແລ້ວກໍຍ້າຍໄປເຮັດຢູ່ບ່ອນອື່ນ.

ດັ່ງຊາວບ້ານໜອງໄກ່ໂອກ ອີກຜູ້ນຶ່ງ ກໍເວົ້າວ່າ:

ຫລັງຈາກເຂົາເຮັດແລ້ວ ແລ້ວເຂົາໜີຫັ້ນ ສິ່ງເສດເຫລືອຕ່າງໆ ງົວ-ຄວາຍໄປກິນກໍຕາຍຫລາຍ ແຕ່ຜ່ານມາຮອດປັດຈຸບັນນີ້ ກໍຍັງມີງົວຄວາຍ ກາຍໄປກິນສິ່ງເສດເຫລືອຕາຍ ສິ່ງເສດເຫລືອນີ້ຈັ່ງຊີ້ ອ່າງບົ່ມເຄມີ ອ່າງບົ່ມຄໍາຫັ້ນນ່າ ແລ້ວເປັນນໍ້າຢານໍ້າເຄມີ ຢູ່ໃນຫັ້ນ ແລ້ວງົວຄວາຍ ເຂົ້າໄປກິນເນາະ ມັນກໍຕາຍ.

ແລະວ່າ ທີ່ຜ່ານມາ ທາງບໍຣິສັດທີ່ວ່ານີ້ ໄດ້ໃຫ້ຄ່າຊົດເຊີຍງົວ, ຄວາຍທີ່ຕາຍ ຍ້ອນສານພິດເຄມີພຽງແຕ່ເຄິ່ງດຽວເທົ່ານັ້ນ ຄືງົວໂຕນຶ່ງຂາຍໄດ້ 10 ລ້ານກີບ ກໍຈ່າຍໃຫ້ແຕ່ 5 ລ້ານກີບ ແລະສ່ວນຫລາຍຜູ້ເປັນເຈົ້າຂອງສັດໄດ້ຄ່າຊົດເຊີຍ ກໍຕໍ່ເມື່ອເຈົ້າຂອງສັດນັ້ນ ຈັບໄດ້ໄລ່ທັນ. ຖ້າເຈົ້າຂອງບໍ່ເຫັນ ທາງບໍຣິສັດກໍເອົາຣົຖຈົກໄປຝັງຊາກງົວ, ຄວາຍຖິ້ມ.

ເມື່ອເວົ້າເຖິງເຣື່ອງຄ່າຊົດເຊີຍທີ່ດິນ ທີ່ຈະໄດ້ຮັບຜົລກະທົບຈາກໂຄງການນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຊານໄຊ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ມິຖຸນານີ້ວ່າ ຍັງບໍ່ທັນເຫັນຣາຍງານຈາກທາງບ້ານເທື່ອ, ດັ່ງນັ້ນຈຶ່ງບໍ່ມີຂໍ້ມູນກ່ຽວກັບເຣື່ອງຄ່າຊົດເຊີຍ ແລະວ່າ ຈາກການລົງພື້ນທີ່ກໍພົບວ່າ ໂຄງການກໍ່ສ້າງເສັ້ນທາງ ແລະແລວຕາຂ່າຍໄຟຟ້ານັ້ນ ແມ່ນຈະກວມເອົາດິນປະຊາຊົນແທ້ ແຕ່ກໍບໍ່ຫລວງຫລາຍ.

ມັນກໍບໍ່ໄດ້ກວມເອົາດິນປະຊາຊົນ ຫລວງຫລາຍນ່າ ຕັ້ງແຕ່ບໍ່ຄໍາຫັ້ນໄປຫາໜອງໄກ່ໂອກ ມັນແມ່ນຢູ່ໃນດິນເຂດເກົ່າ ສັມປະທານຂອງບໍຣິສັດ ບໍຣິສັດນີ້ກໍລົງມາລົງທຶນມາຫລາຍປີແລ້ວ ໄດ້ຊຸກໄດ້ເຈື່ອນ ກໍຄືບໍ່ເຫັນເປັນໄຮ່ເປັນນາ ກໍອອກຈາກໜອງໄກ່ໂອກໄປບໍ່ເຫລັກ ເປັນທາງຕັດໃໝ່ ຕັດໃໝ່ກໍຈິງ ແຕ່ມັນຫລາຍປີ ແມ່ນ 596 ປີ ປະຊາຊົນເຂົາກໍບໍ່ໃຫ້ເຮັດແຄມທາງ ຄືບໍ່ເຫັນເຂົາສເນີ.

ສ່ວນເຣື່ອງສານເຄມີປົນເປື້ອນຕາມແຫລ່ງນໍ້າທໍາມະຊາດ ແລະຢູ່ອ່າງບົ່ມແຮ່ຄໍາ ເຈົ້າໜ້າທີ່ຜູ້ດຽວກັນນີ້ ເວົ້າວ່າ ຈະປະສານງານໄປຫາເຈົ້າໜ້າທີ່ ວິຊາການຕື່ມເພື່ອຫາແນວທາງແກ້ໄຂບັນຫານັ້ນ.

ເອີ ຕົວນີ້ກໍສິພົວພັນກັບວິຊາການ ທີ່ປະຈໍາພາກສນາມ ໃຫ້ເພິ່ນໄດ້ຣາຍງານຕື່ມ ອ້າຍກໍບໍ່ຮູ້ລະອຽດ ຍາມຝົນຫັ້ນ ມັນຫລາຍສໍ່າໃດ ຖ້າຝົນບໍ່ຕົກ ມັນປົກກະຕິສໍ່າໃດ ມັນຈະເປັນຈັ່ງໃດ ບ້ານເຂົາຢູ່ລຸ່ມ ບ່ອນເຮັດເຂົາຢູ່ເທິງ.

ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜູ້ດຽວກັນນີ້ ແລ້ວແມ່ນວ່າ ບໍຣິສັດວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດຜູ້ດຽວນີ້ ສໍາປະທານດິນຣັຖຈໍານວນຫລາຍ ເພື່ອຂຸດຄົ້ນ ແລະປຸງແຕ່ງແຮ່ຫລັກ, ແຮ່ຄໍາ ແລະແຮ່ທາດອື່ນໆ ມາໄດ້ 5-6 ປີແລ້ວ ແລະມີໄລຍະສໍາປະທານ 30 ປີ.

ແລະໃນຣາຍງານຂອງບໍຣິສັດ ເອັນວາຍໂປ ຈໍາກັດຜູ້ດຽວ ທີ່ຕາງໜ້າບໍຣິສັດວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດຜູ້ດຽວ ເວົ້າວ່າ ທາງບໍຣິສັດນີ້ຈະໄດ້ສ້າງທາງ ຍາວ 35 ກິໂລແມັດ ແລະສ້າງແລວຕາຂ່າຍໄຟຟ້າ ຍາວ 20 ປາຍກິໂລແມັດ ຜ່ານບ້ານວັງຕັດໃຫຍ່ ແລະບ້ານໜອງໄກ່ໂອກ ຊຶ່ງຈະໃຊ້ໄລຍະເວລາໃນການກໍ່ສ້າງ 18 ເດືອນ, ມູນຄ່າການກໍ່ສ້າງທັງໝົດປະມານ 3,400,000 ໂດລ້າຣ໌ສະຫະຣັຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org