ແຈ້ງໃຫ້ ບໍຣິສັດລາວ ຊີນຫຼົງ ໂຈະຂຸດຄົ້ນ ແຮ່ຄຳຊົ່ວຄາວ
2022.10.05

ເມື່ອວັນທີ 22 ກັນຍາ ຜ່ານມານີ້ ກົມຄຸ້ມຄອງບໍ່ແຮ່ ກະຊວງພລັງງານ ແລະບໍ່ແຮ່ ໄດ້ອອກແຈ້ງການເຖິງຜູ້ອຳນວຍການ ບໍຣິສັດ ລາວຊີນຫຼົງ ບຸກເບີກ ອຸດສາຫະກັມ ບໍ່ແຮ່ ຈຳກັດ ຊຶ່ງເປັນບໍຣິສັດ ຂອງນັກລົງທຶນຈີນ ທີ່ຂຸດຄົ້ນບໍ່ແຮ່ ຢູ່ເຂດບ້ານຕອງ ແລະ ບ້ານຈອມຊາງນໍ້າເຢັນ ເມືອງປາກແບງ ແຂວງອຸດົມໄຊ ໃຫ້ໂຈະການຂຸດຄົ້ນຄໍາ ຊົ່ວຄາວຍ້ອນວ່າ ມັກເກີດອຸປັດຕິເຫດ ໃນລະຫວ່າງການຂຸດຄົ້ນຄຳ ເປັນຈຳນວນຫຼາຍເທື່ອຊໍ້າໆກັນ ຊຶ່ງໄດ້ສ້າງຜົລກະທົບ ຕໍ່ຊີວິຕ ແລະ ຊັພສິນ.
ໃນແຈ້ງການສະບັບດັ່ງກ່າວ ຍັງໄດ້ລະບຸຕື່ມວ່າ ຫາກບໍຣິສັດດັ່ງກ່າວ ບໍ່ເອົາໃຈໃສ່ ຂໍ້ບົກຜ່ອງ ທີ່ກ່າວມາຂ້າງເທິງນັ້ນ ແລະບໍ່ສາມາດແກ້ໄຂໄດ້ ຢ່າງເດັດຂາດ, ກົມຄຸ້ມຄອງບໍ່ແຮ່ ກໍມີຄວາມຈຳເປັນ ຕ້ອງໄດ້ຖອນໃບອະນຸຍາດ ຂຸດຄົ້ນບໍ່ແຮ່ ແລະໃບດຳເນີນກິຈການ ໂຮງງານປຸງແຕ່ງແຮ່ຄຳ. ອີງຕາມແຈ້ງການສະບັບເລຂທີ 682/ພບ. ກຄບ5 ລົງທີ 22 ກຸມພາ 2022.
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ກົມຄຸ້ມຄອງບໍ່ແຮ່ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ຫຼັງຈາກແຈ້ງການດັ່ງກ່າວ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ສະດວກ ທີ່ຈະໃຫ້ສັມພາດ ແລະ ໃຫ້ຂໍ້ມູນເພີ່ມຕື່ມ ນອກເໜືອຈາກ ແຈ້ງການສະບັບດັ່ກງ່າວໄດ້.
ໃນຂະນະທີ່ພນັກງານ ທ່ານນຶ່ງ ທີ່ເຮັດວຽກຢູ່ບໍຣິສັດ ລາວຊີນຫຼົງ ບຸກເບີກ ອຸດສະຫະກັມ ບໍ່ແຮ່ ຈຳກັດກໍຢືນຢັນວ່າ ໃນໄລຍະທີ່ຜ່ານມາ ທ່ານເອງກໍມັກໄດ້ຍິນຂ່າວວ່າ ເກີດອຸປັດຕິເຫດ ກັບຄົນງານລາວ ໃນລະຫວ່າງທີ່ ມີການຂຸດຄົ້ນບໍ່ແຮ່ ເປັນຕົ້ນດິນເຈື່ອນໃສ່ ຫຼືຫິນຕົກທັບ ຄົນງານ ຊຶ່ງມີທັງຜູ້ໄດ້ຮັບບາດເຈັບສາຫັດ ແລະ ເສັຽຊີວິຕ ແຕ່ທ່ານເອງກໍບໍ່ຮູ້ຈຳນວນ ຢ່າງຄັກແນ່ ຍ້ອນທາງບໍຣິສັດ ບໍ່ມີການເປີດເຜີຍ ຂໍ້ມູນໃຫ້ຮູ້.
ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 05 ຕຸລາ ນີ້ວ່າ:
“ເຂົາວ່າຊິໂຈະດຽວນີ້ ບາງເທື່ອທີ່ຜ່ານມາຫັ້ນ ມີຄົນລາວເຮົາເສັຽຊີວິຕ ແລ້ວບາງເທື່ອດິນເຈື່ອນ ແລ້ວກໍຫິນທັບ ມັນມີປະມານນີ້ແຫຼະ ເຂົາຊິໂຈະຊົ່ວຄາວ ກ່ອນຕິ ໄປແກ້ໄຂເຣື່ອງບັນຫານີ້ກ່ອນ.”
ໃນຂະນະດຽວກັນ ຄົນງານລາວອີກທ່ານນຶ່ງ ທີ່ເຮັດວຽກຂຸດຄົ້ນຄຳ ຢູ່ເຂດດັ່ງກ່າວ ທີ່ຂໍສງວນຊື່ ແລະສຽງກ່າວວ່າ:
“ທ່ານເອງກໍມັກໄດ້ຍິນຂ່າວວ່າ ມີຄົນງານປະສົບອຸປັດຕິເຫດ ໃນລະຫວ່າງທີ່ເຮັດວຽກ ຂຸດຄົ້ນຄຳ ຊຶ່ງສ່ວນໃຫຍ່ ມັກໄດ້ຍິນຂ່າວ ມີດິນເຈື່ອນ ເນື່ອງຈາກໃນໄລຍະຣະດູຝົນ, ແຕ່ທ່ານເອງກໍບໍ່ຮູ້ຄັກແນ່ວ່າ ຄົນງານທີ່ປະສົບອຸປັດຕິເຫດ ເສັຽຊີວິຕ ແລະໄດ້ຮັບບາດເຈັບຈັກຄົນ. ສ່ວນສຳລັບທ່ານເອງແລ້ວ ກໍຍັງເຮັດວຽກຕໍ່ໄປເລື້ອຍໆ ແຕ່ມີການເພີ່ມ ຄວາມລະມັດ ລະວັງຂຶ້ນ.”
ສ່ວນຊາວບ້ານໃກ້ຄຽງ ທ່ານນຶ່ງທີ່ຢູ່ບໍ່ຫ່າງຈາກ ບໍ່ຄຳເຂດດັ່ງກ່າວ ກໍໄດ້ກ່າວວ່າ ທ່ານເອງກໍເຄີຍຮູ້ ຂ່າວວ່າ ຄົນງານທີ່ຂຸດຄົ້ນຄຳ ຢູ່ເຂດດັ່ງກ່າວ ປະສົບອຸປັດຕິເຫດ ແລ້ວຖືກນໍາສົ່ງໂຮງໝໍ ຢູ່ເລື້ອຍໆ ແຕ່ກໍບໍ່ໄດ້ຕິດຕາມ ຢ່າງຄັກແນ່ວ່າ ເສັຽຊີວິຕ ຫຼືບາດເຈັບແນວໃດ ຮວມທັງໄດ້ຮັບເງິນຄ່າຊົດເຊີຍ ແລະ ເງິນຄ່າປິ່ນປົວແນວໃດ ຫຼືບໍ່.
ດັ່ງທ່ານ ໄດ້ກ່າວວ່າ:
“ກະຊິມີຢູ່ອຸປັດຕິເຫດ ເຮົາບໍ່ໄດ້ເຂົ້າໄປໃກ້ເຂົາເຈົ້າ ຂີ່ຣົຖເບິ່ງສະຖານທີ່ສື່ໆ. ເຂົາເຈົ້າ ໄປເຮັດວຽກຢູ່ໃນ ມັນເປັນການຄວບຄຸມ ຂອງຈີນ ເຮົາໄປໃກ້ບໍ່ໄດ້ ຄັນຖ້າມັນໜັກເຫັນ ເຂົາເຈົ້າເອົາມາໂຮງໝໍ ຢູ່ແຕ່ອາການໜັກປານນັ້ນ ກາບໍ່ຮູ້ວ່າໄປທາງໃດ ມາທາງໃດ.”
ກ່ຽວກັບເຣື່ອງນີ້ ວິທຍຸເອ ເຊັຽເສຣີ ໄດ້ຕິດຕໍ່ຫາຜແນກ ພລັງງານ ແລະບໍ່ແຮ່ ແຂວງອຸດົມໄຊ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ຊີ້ແຈງທາງພວກ ທ່ານບໍ່ສາມາດ ໃຫ້ຂໍ້ມູນເພີ່ມຕື່ມໄດ້ ເນື່ອງຈາກການຂຸດຄົ້ນຄຳ ຂອງບໍຣິສັດດັ່ງກ່າວ ຂຶ້ນກັບຣັຖບານໂດຍຕຣົງ.
ທາງດ້ານເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງອຸດົມໄຊ ທ່ານນຶ່ງ ກ່າວວ່າໃນແຕ່ລະເທື່ອທີ່ເກີດອຸປັດຕິເຫດ ຢູ່ເຂດບໍ່ຄຳດັ່ງກ່າວນັ້ນ ທາງບໍຣິສັດກໍບໍ່ໄດ້ຣາຍງານ ມາໃຫ້ທາງພວກທ່ານຮູ້ໂດຍຕຣົງ ຈຶ່ງບໍ່ຮູ້ວ່າ ທາງບໍຣິສັດ ມີການຈ່າຍຄ່າຊົດເຊີຍ ແນວໃດໃຫ້ແກ່ຄົນງານ ທີ່ປະສົບກັບອຸປັດຕິເຫດ ແຕ່ຖ້າຄົນງານໄດ້ຮັບບາດເຈັບ ຫຼື ຄອບຄົວຂອງຄົນ ທີ່ເສັຽຊີວິຕ ບໍ່ໄດ້ຮັບການຊ່ອຍເຫຼືອ ຫຼືເງິນຄ່າຊົດເຊີຍ ກໍ່ສາມາດແຈ້ງ ມາຍັງຜແນກແຮງງານ ແລະ ສວັດດີການສັງຄົມໄດ້.
ດັ່ງທ່ານກ່າວວ່າ.
“ມີແຕ່ໄດ້ຍິນຂ່າວ ບໍ່ເປັນທາງການ ກາເຫັນເຟສ ເຫັນນັ້ນຢູ່ ແຕ່ເຮົາກາບໍ່ສາມາດ ໄປອັນນັ້ນເຂົາເຈົ້າໄດ້ນ່າ ເພາະວ່າເຂົາເຈົ້າບໍ່ໄດ້ແຈ້ງການ ເປັນທາງການ ຄັນວ່າເພິ່ນມີທິດທາງ ເພິ່ນຢາກຮຽກຮ້ອງ ຢາກໃຫ້ທາງພາກຣັຖ ໄທເຮົາຊ່ອຍເຫຼືອ. ເພິ່ນບໍ່ແຈ້ງລົງມາເທື່ອ ອັນນີ້ເຂົາເຈົ້າບໍ່ໃຫ້ເຮົາ ຮັບຮູ້ເທື່ອ.”
ທ່ານກ່າວອີກວ່າ ສຳລັບຄົນງານທີ່ເຮັດວຽກ ຂຸດຄົ້ນຄຳ ໃນເຂດຂອງບໍຣິສັດຈີນ ດັ່ງກ່າວ ມີທັງຄົນງານລາວ, ຄົນງານຈີນ ແລະ ຄົນງານວຽດນາມ ແຕ່ຮູ້ບໍ່ຄັກແນ່ວ່າ ມີຈຳນວນຈັກຄົນ ແລະໄດ້ຮັບສວັດດີການແນວໃດ.
ແຕ່ເຖິງຢ່າງໃດກໍຕາມ ຫຼ້າສຸດນີ້, ການຂຸດຄົ້ນຄຳ ຂອງບໍຣິສັດ ລາວຊີນຫຼົງ ບຸກເບີກ ອຸດສະຫະກັມ ບໍ່ແຮ່ ຈຳກັດ ກໍຍັງດຳເນີນການ ຢູ່ຕາມປົກກະຕິ ຊຶ່ງທາງຜູ້ອຳນວຍການ ຂອງບໍຣິສັດ ກໍຍັງບໍ່ໄດ້ແຈ້ງໃຫ້ ພນັກງານ ແລະຄົນງານຢຸດເຮັດວຽກ ແຕ່ຢ່າງໃດ. ສ່ວນຣາຍລະອຽດ ເຣື່ອງການເກີດອຸບັດຕິເຫດ ພາຍໃນບໍ່ຄຳນັ້ນ ທ່ານກໍບໍ່ມີໜ້າທີ່ ໃນການໃຫ້ຂໍ້ມູນ ກ່ຽວກັບເຣື່ອງນີ້.
ດັ່ງພນັກງານ ແປພາສາ ປະຈຳບໍຣິສັດ ລາວຊີນຫຼົງ ບຸກເບີກ ອຸດສາຫະກັມ ບໍ່ແຮ່ຈຳກັດ ກ່າວວ່າ:
“ບໍ່ມີນາ ບໍ່ມີນາ ແມ່ນຫຍັງ ເຮັດເປັນປົກກະຕິ ແຈ້ງການ ອີ່ຫຍັງ ບໍ່ມີ.”
ອີງຕາມມາຕຣາ 57 ຂອງກົດໝາຽ ວ່າດ້ວຍແຮ່ທາຕ ລະບຸວ່າ ຜູ້ລົງທຶນກ່ຽວກັບແຮ່ທາຕ ຕ້ອງສ້າງລະບົບ ຄວາມປອດພັຍ ແລະຮັກສາສຸຂພາບ ຂອງຜູ້ອອກແຮງງານ ດ້ວຍການກຳນົດ ມາຕຖານ ແລະສ້າງລະບົບ ສັນຍານເຕືອນພັຍ ເພື່ອປ້ອງກັນ, ຄວບຄຸມ, ກຳຈັດ ແລະ ສະກັດກັ້ນ ຜົລກະທົບ.
ບັນດາຄວາມສ່ຽງ ທີ່ເປັນພັຍອັນຕຣາຍ ຕໍ່ຜູ້ອອກແຮງງານ ໃນບໍ່ແຮ່ ແລະ ໃນມາຕຣາ 59 ຂອງກົດໝາຽດັ່ງກ່າວ ຍັງໄດ້ລະບຸຕື່ມວ່າ ຄັນເກີດອຸປັດຕິເຫດ ຫຼືປະກົດການອື່ນ ທີ່ເກີດຈາກກິຈການ ດ້ານບໍ່ແຮ່ ຜູ້ລົງທຶນ ຕ້ອງໄດ້ຣາຍງານ ຕໍ່ອົງການປົກຄອງທ້ອງຖິ່ນ ປະຊາຊົນອ້ອມຂ້າງ ພ້ອມດ້ວຍຂແນງການ ທີ່ກ່ຽວຂ້ອງ ພາຍໃນກຳນົດເວລາ 24 ຊົ່ວໂມງ.
ສຳລັບເນື້ອທີ່ ຂຸດຄົ້ນຄຳ ຂອງບໍຣິສັດຈີນດັ່ງກ່າວ ມີປະມານ 116.6 ກິໂລຕາແມັດ ໂດຍຣັຖບານລາວອະນຸຍາດ ແລະຄຸ້ມຄອງທັງໝົດ ແຕ່ບໍ່ມີການເປີດເຜີຍ ຢ່າງຄັກແນ່ວ່າ ໃຊ້ມູນຄ່າການລົງທຶນ ຫຼາຍຊໍ່າໃດ ແລະໄດ້ຮັບການສັມປະທານ ເປັນເວລາຈັກປີ.