ບໍລິສັດຫວຽດນາມ ສຶກສາຄວາມເປັນໄປໄດ້ ໂຄງການປູກຝັງ ຢູ່ແຂວງຈຳປາສັກ

ພະແນກແຜນການ ແລະການລົງທຶນ ແຂວງຈໍາປາສັກ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບບໍລິສັດ ດີເອັນເອສ ເຈແປນ ຄົບວົງຈອນ ຈໍາກັດຜູ້ດຽວ ເພື່ອໃຫ້ສຶກສາຄວາມເປັນໄປໄດ້ ໃນການລົງທຶນ ພັດທະນາໂຄງການປູກເຂົ້າ, ຜະລິດແນວພັນເຂົ້າ ແລະພັດທະນາກະສິກໍາຄົບວົງຈອນ ໃນເນື້ອທີ່ 150 ເຮັກຕ້າ ຢູ່ເຂດບ້ານອຸທຸມ ເມືອງສຸຂຸມາ ແຂວງຈໍາປາສັກ.

ເຊັນບົດບັນທຶກຄວາມເຈົ້າໃຈ ວ່າດ້ວຍການສຶກສາ, ສຳຫຼວດຄວາມເປັນໄປໄດ້ ໃນການລົງທຶນ ພັດທະນາ ໂຄງການປູກເຂົ້າຢູ່ເຂດບ້ານອຸທຸມ ເມືອງສຸຂຸມາ ແຂວງຈຳປາສັກ. ວັນທີ 9 ກັນຍາ 2024. ໜັງສືພິມຈຳປາໃໝ່ Champamai Newspaper

ວັນທີ 9 ກັນຍາ ທີ່ຜ່ານມາ ພະແນກແຜນການ ແລະການລົງທຶນ ແຂວງຈໍາປາສັກ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບບໍລິສັດ​ ດີເອັນເອສ ເຈແປນ ຄົບວົງຈອນ​ ຈໍາກັດຜູ້ດຽວ ເພື່ອໃຫ້ສຶກສາຄວາມເປັນໄປໄດ້ ໃນການລົງທຶນ ພັດທະນາໂຄງການປູກເຂົ້າ, ຜະລິດແນວພັນເຂົ້າ ແລະພັດທະນາກະສິກໍາຄົບວົງຈອນ ໃນເນື້ອທີ່ 150 ເຮັກຕ້າ ຢູ່ເຂດບ້ານອຸທຸມ ເມືອງສຸຂຸມາ ແຂວງຈໍາປາສັກ ການລົງທຶນນີ້ ເປັນການລົງທຶນຂອງບໍລິສັດ 100%.

ໃນການເຊັນບົດບັນທຶກເທື່ອນີ້ ບໍລິສັດ​ ດີເອັນເອສ ເຈແປນ ຄົບວົງຈອນ​ ສາມາດສຶກສາຄວາມເປັນໄປໄດ້ ໃນການປູກເຂົ້າ ໃນພື້ນທີ່ດັ່ງກ່າວ ເປັນໄລຍະເວລາສູງສຸດ 12 ເດືອນ ແລະສາມາດຕໍ່ສັນຍານີ້ໄດ້ ເມື່ອສຶກສາຄວາມເປັນໄປໄດ້ແລ້ວ ສາມາດເຮັດໂຄງການໄດ້ ກໍ່ຈະເຊັນສັນຍາ ເພື່ອສໍາປະທານດິນກັບລັດຖະບານ ເພື່ອເລີ່ມໂຄງການທີ່ຈະປູກເຂົ້າໄດ້ ຄາດວ່າ ອາດຈະສົ່ງອອກໄປຂາຍໃນຕ່າງປະເທດ, ດັ່ງເຈົ້າໜ້າທີ່ ພະແນກແຜນການ ແລະການລົງທຶນ ແຂວງຈໍາປາສັກທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ກັນຍາ ນີ້ວ່າ:

“ແມ່ນເລີ່ມສຶກສາສໍາຫຼວດ ສຶກສາສໍາຫຼວດຄວາມເປັນໄປໄດ້ຫັ້ນແຫຼະ ວ່າສິປູກເຂົ້າແນວນີ້ໄດ້ບໍ່ໆ ໃນຂອບເຂດ ທີ່ຈໍາກັດໄດ້ ເພາະວ່າ ເຮົາຍັງບໍ່ທັນໄດ້ອອກອະນຸຍາດສໍາປະທານເດ້ ເພາະວ່າໂຕນີ້ ແມ່ນເຂົາພັດທະນາສຶກສາ ຈາກດິນລັດເອງເລີຍ ກໍ່ແມ່ນເປັນກະສິກໍາຄົບວົງຈອນ ເລື່ອງເຕັກໂນໂລຈີ ກັບປູກເຂົ້າຫັ້ນແຫຼະ ຂະເຈົ້າພັດທະນາພື້ນທີ່.”

ບໍລິສັດດັ່ງກ່າວ ເປັນຂອງນັກລົງທຶນຫວຽດນາມ ສ່ວນໂຄງການນີ້ ກໍ່ຖືເປັນໂຄງການທໍາອິດ ທີ່ເຂົ້າມາລົງທຶນ ໃນລັກສະນະດັ່ງກ່າວໃນເມືອງນີ້ ກ່ອນໜ້ານີ້ ທີ່ດິນດັ່ງກ່າວ ເຄີຍມີບໍລິສັດອື່ນມາສໍາປະທານແລ້ວ ແຕ່ກໍ່ຕ້ອງປະໂຄງການໄປ, ດັ່ງເຈົ້າໜ້າທີ່ ຫ້ອງການກະສິກໍາ ແລະປ່າໄມ້ ຢູ່ເມືອງສຸຂຸມາ ແຂວງຈໍາສັກ ທ່ານໜຶ່ງ ກ່າວວ່າ:

“ເປັນຫວຽດນາມບໍ່ ທີ່ມາລົງທຶນສໍາປະທານດິນ ເຊັນ MOU ກັນໄປໄປແລ້ວ ວ່າງກ່ອນນີ້ 150 ເຮັກຕ້າ ເພິ່ນວ່າ ສິມາປູກ ຜະລິດແນວພັນ ເມັດພັນອີ່ຫຍັງຕ່າງໆ ກໍ່ບໍ່ຮູ້ວ່າ ບົດວິພາກເຂົາຂຽນກວ້າງ ຕື້ນເລິກຈັ່ງໃດຫັ້ນ່າ ເພາະວ່າ ດິນຕອນນີ້ ຫຼາຍບໍລິສັດມາເຮັດ ມາພັດທະນາແລ້ວ ມາລົງທຶນແລ້ວ ກະມາຫັບມາຫາຍໄປ 2-3 ບໍລິສັດມາແລ້ວບໍ ແຕ່ບໍລິສັດນີ້ ມາທໍາຈິງກໍ່ດີ ຢູ່ດອກ.”

 

ບ້ານອຸທຸມ ເມືອງສຸຂຸມາ ແຂວງຈໍາສັກ ມີເຂດຕິດກັບແມ່ນໍ້າຂອງ ຊາວບ້ານ ມີອາຊີບເຮັດນາເປັນຫຼັກ ໃນການການເຮັດນາຕາລະດູການ ຊາວບ້ານຈະລໍຖ້ານໍ້າຝົນ ສ່ວນໃນການເຮັດນາແຊງ ກໍ່ຈະດູດນໍ້າຂອງຂຶ້ນມາໃຊ້.

ຂະນະທີ່ ຊາວບ້ານອຸທຸມ ເມືອງສຸຂຸມາ ແຂວງຈໍາປາສັກ ນາງໜຶ່ງ ກ່າວວ່າ ຍັງບໍ່ທັນຮູ້ວ່າ ຈະມີໂຄງການດັ່ງກ່າວ ມາເຮັດການສໍາຫຼວດຄວາມເປັນໄປໄດ້ ໃນເຂດບ້ານເທື່ອ ສໍາລັບລາວນັ້ນ ເຂົ້າທີ່ປູກ ແມ່ນເປັນເຂົ້າພັນແດງ ປັດຈຸບັນ ນໍ້າຂອງມີລະດັບເພີ່ມສູງຂຶ້ນ ເຮັດໃຫ້ເຮືອນ ແລະນາຂອງປະຊາຊົນບາງສ່ວນ ຖືກນໍ້າຖ້ວມ, ດັ່ງນາງກ່າວວ່າ:

“ສ່ວນຫຼາຍກໍ່ເຮັດນາແຫຼະ ຢູ່ແຖວນີ້ 90 ພຸ້ນແຫຼະ ບໍ່ໆ ບໍ່ມີ ບໍ່ທັນມີບໍລິສັດໃດ ວ່າສິແຈ້ງເຂົ້າມານ່າ ນໍ້າເພິ່ນກໍາລັງຂຶ້ນມາໄດ້ 2 ມື້ນີ້ນ່າ ແມ່ນ ຝົນຕົກເລີຍ ບໍ່ຢຸດບໍ່ຢ່ອນ ແມ່ນຍັງຢູ່ການສ່ຽງຢູ່ ຍັງບໍ່ທັນໝັ້ນໃຈວ່າ ມັນສິບໍ່ຖ້ວມຫັ້ນນ່າ.”

ດ້ານຊາວບ້ານ ຢູ່ບ້ານໃໝ່ວັງໝາກແຊວ ເຊິ່ງຕິດກັບບ້ານອຸທຸມ ເມືອງສຸຂຸມາ ແຂວງຈໍາປາສັກ ທ່ານໜຶ່ງ ກ່າວວ່າ ຊາວບ້ານອຸທຸມນັ້ນ ເຮັດນາເປັນຫຼັກ ແຕ່ສ່ວນຫຼາຍ ຈະນິຍົມເຮັດນາປີຫຼາຍກວ່າ ນາລະດູແລ້ງ ຍ້ອນໃນເຂດບ້ານ ບໍ່ມີລະບົບຊົນລະປະທານເທື່ອ, ດັ່ງທ່ານກ່າວວ່າ:

“ແມ່ນໆ ຫຼາຍໆ ຫຼັກໆ ກໍ່ນາລະດູຝົນຫຼາຍກວ່າ ນາລະດູແລ້ງເປັນຈໍານວນໜ້ອຍ ປະມານ 30 ເປີເຊັນ ເພາະວ່າ ມັນເນື້ອທີ່ເຂົາບໍ່ເໝາະສົມເດ້ ເນື້ອນທີ່ເຂົາຫຼາຍຢູ່ ແຕ່ວ່າຄອງຊົນລະປະທານ ມັນບໍ່ມີຢູ່ໃນອຸທຸມຫັ້ນເນາະ.”

ກ່ອນໜ້ານີ້ ໃນເດືອນມິຖຸນາ ປີ 2023 ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ຂອງຈີນ (Sino-Agri International Potash) ມີແຜນຈະເຮັດໂຄງການໃໝ່ ໂດຍເປັນໂຄງການ ນໍາໃຊ້ເຕັກໂນໂລຈີຮູບແບບໃໝ່ ໃນການປູກເຂົ້າ 3 ລະດູ ຢູ່ບ້ານຊຽງແຫວນ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍຈະໃຊ້ຮູບແບບກະສິກໍາຂອງລາວ ແລະນໍາເຂົ້າເຕັກໂນໂລຈີ ໃນການປູກເຂົ້າພັນປະສົມ ທີ່ກ້າວໜ້າສຸດຂອງຈີນ ໂຄງການ ຍັງຢູ່ໃນຂັ້ນຕອນການສຶກສາຂໍ້ມູນ ແລະສໍາຫຼວດທີ່ດິນ ຍ້ອນໃນເຂດບ້ານດັ່ງກ່າວ ມີດິນຂອງຊາວບ້ານຈໍານວນໜຶ່ງ ທີ່ຈະຖືກຜົລກະທົບ.

ຕໍ່ມາ ເດືອນສິງຫາ ປີ 2023 ທີ່ຜ່ານມາ ແຂວງຈໍາປາສັກ ອະນຸຍາດໃຫ້ບໍຣິສັດ ຊິໂນ-ອາກຣີໂປຕາສ ຫຼື Sino-Agri International Potash ປະເທດຈີນ ເຊົ່າທີ່ດິນຂອງປະຊາຊົນ ຢູ່ເມືອງໂຂງ ເພື່ອປູກເຂົ້າ 3 ລະດູ,  ສ້າງສາງມ້ຽນເຂົ້າ, ສະຖານທີ່ (ລານ) ຕາກເຂົ້າ ແລະ ສະຖານທີ່ປຸງແຕ່ງ ຜະລິດຕະພັນກະເສດ ພາຍໃຕ້ໂຄງການພັດທະນາ ກະສິກໍາທັນສະໄໝ ໂຄງການດັ່ງກ່າວ ໄດ້ມີພິທີເປີດໂຄງການຢູ່ນາທົ່ງໃຫຍ່ ເຂດບ້ານເມືອງແສນ (ດອນໂຂງ) ເມືອງໂຂງ ແຂວງຈໍາປາສັກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org